Biblia Todo Logo
Bìoball air-loidhne

- Sanasan -

ມາຣະໂກ 1 - ພຣະຄຳພີລາວສະບັບສະໄໝໃໝ່


ການປະກາດ​ຂອງ​ໂຢຮັນ​ບັບຕິສະໂຕ
(ມທ 3:1-11; ລກ 3:2-16)

1 ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ເລີ່ມຕົ້ນ​ດັ່ງນີ້,

2 ໃນ​ພຣະທຳ​ເອຊາຢາ​ຜູ້ທຳນວາຍ​ມີ​ຂຽນ​ໄວ້​ວ່າ: “ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ໄປ​ກ່ອນໜ້າ​ທ່ານ ເພື່ອ​ຈັດຕຽມ​ຫົນທາງ​ສຳລັບ​ທ່ານ”

3 “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’”.

4 ແລ້ວ​ໂຢຮັນ​ບັບຕິສະໂຕ​ກໍ​ໄດ້​ປາກົດ​ໂຕ​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ໄດ້​ເທດສະໜາ​ເລື່ອງ​ການ​ຮັບ​ບັບຕິສະມາ​ທີ່​ສະແດງ​ເຖິງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອ​ຮັບ​ການອະໄພ​ບາບ.

5 ປະຊາຊົນ​ທົ່ວ​ແຂວງ​ຢູດາຍ ແລະ ຊາວ​ເຢຣູຊາເລັມ​ທັງໝົດ​ໄດ້​ພາກັນ​ອອກ​ໄປ​ຫາ​ເພິ່ນ. ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.

6 ໂຢຮັນ​ນຸ່ງເຄື່ອງ​ທີ່​ເຮັດ​ຈາກ​ຂົນ​ອູດ ເພິ່ນ​ຮັດ​ແອວ​ຂອງ​ເພິ່ນ​ດ້ວຍ​ສາຍແອວ​ໜັງ ແລະ ເພິ່ນ​ກິນ​ຕັກແຕນ ແລະ ນ້ຳເຜິ້ງ​ປ່າ.

7 ແລະ ນີ້​ແມ່ນ​ຂໍ້ຄວາມ​ຂອງ​ເພິ່ນ​ຄື: “ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ກົ້ມລົງ​ແກ້​ສາຍຮັດເກີບ​ຂອງ​ເພິ່ນ.

8 ເຮົາ​ໃຫ້​ພວກເຈົ້າ​ທັງຫລາຍ​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ພຣະອົງ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ ແລະ ຖືກ​ມານຊາຕານ​ທົດລອງ
(ມທ 3:13-17; 4:1-11; ລກ 3:21 , 22 ; 4:1-13)

9 ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ຈາກ​ບ້ານ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ແລະ ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ໃນ​ແມ່ນ້ຳຈໍແດນ.

10 ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນ້ຳ​ນັ້ນ, ພຣະອົງ​ກໍ​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ພຣະວິນຍານບໍລິສຸດເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.

11 ແລ້ວ​ມີ​ສຽງ​ໜຶ່ງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ ເຮົາ​ພໍໃຈ​ທ່ານ​ຫລາຍ”.

12 ໃນທັນໃດ​ນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ພາ​ພຣະອົງ​ເຂົ້າໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,

13 ພຣະອົງ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ເປັນ​ເວລາ​ສີ່ສິບ​ວັນ, ຖືກ​ທົດລອງ​ໂດຍ​ມານຊາຕານ. ພຣະອົງ​ຢູ່​ກັບ​ສັດ​ປ່າ ແລະ ບັນດາ​ເທວະດາ​ໄດ້​ມາ​ບົວລະບັດ​ພຣະອົງ.


ພຣະເຢຊູເຈົ້າ​ເອີ້ນ​ເອົາ​ສາວົກ​ກຸ່ມ​ທຳອິດ
(ມທ 4:18-22; ລກ 5:2-11; ຢຮ 1:35-42)

14 ຫລັງ​ຈາກ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.

15 ພຣະອົງ​ກ່າວ​ວ່າ, “ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາ​ເຖິງ​ແລ້ວ ແລະ ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ. ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອ​ໃນ​ຂ່າວປະເສີດ!”

16 ຂະນະ​ທີ່​ພຣະເຢຊູເຈົ້າ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ຊີໂມນ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.

17 ພຣະເຢຊູເຈົ້າ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ເຮົາ​ຈະ​ໃຊ້​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ”.

18 ໃນທັນໃດ​ນັ້ນ ພວກເພິ່ນ​ກໍ​ປະ​ມອງ​ຂອງ​ຕົນ ແລະ ຕິດຕາມ​ພຣະອົງ​ໄປ.

19 ເມື່ອ​ພຣະອົງ​ເດີນ​ທາງ​ໄປ​ອີກ​ໜ້ອຍ​ໜຶ່ງ ພຣະອົງ​ກໍ​ເຫັນ​ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ ກຳລັງ​ແປງ​ມອງ​ຂອງ​ຕົນ​ຢູ່​ໃນ​ເຮືອ.

20 ພໍ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ​ທັນທີ ແລະ ພວກເພິ່ນ​ຈຶ່ງ​ປະ​ພໍ່​ຂອງ​ຕົນ​ຄື​ເຊເບດາຍ ແລະ ລູກຈ້າງ​ໄວ້​ໃນ​ເຮືອ​ແລ້ວ​ຕິດຕາມ​ພຣະອົງ​ໄປ.


ພຣະເຢຊູເຈົ້າ​ຂັບໄລ່​ວິນຍານສົກກະປົກ
(ລກ 4:31-37)

21 ພຣະເຢຊູເຈົ້າ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ, ແລະ ເມື່ອ​ເຖິງ​ວັນຊະບາໂຕ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ໄດ້​ເລີ່ມຕົ້ນ​ສັ່ງສອນ.

22 ປະຊາຊົນ​ໄດ້​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ, ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນ​ຜູ້​ມີ​ສິດອຳນາດ, ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ.

23 ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ທີ່​ໄດ້​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່ ແລະ ຮ້ອງ​ຂຶ້ນ​ວ່າ,

24 “ເຢຊູ​ຊາວ​ນາຊາເຣັດ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ເພື່ອ​ທຳລາຍ​ພວກຂ້ານ້ອຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້ໃດ ທ່ານ​ຄື​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ!”

25 ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!”

26 ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ຊາຍ​ຄົນ​ນັ້ນ​ຊັກດິ້ນ​ຢ່າງ​ຮຸນແຮງ ແລ້ວ​ຮ້ອງ​ສຽງດັງ ແລະ ກໍ​ອອກ​ໄປ​ຈາກ​ລາວ.

27 ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.

28 ຊື່ສຽງ​ຂອງ​ພຣະອົງ​ຈຶ່ງ​ແຜ່​ໄປ​ທົ່ວ​ແຂວງ​ຄາລີເລ​ຢ່າງ​ວ່ອງໄວ.


ພຣະເຢຊູເຈົ້າ​ຮັກສາ​ຫລາຍ​ຄົນ​ໃຫ້​ດີ​ພະຍາດ
(ມທ 8:14-17; ລກ 4:38-41)

29 ໃນ​ທັນທີ​ທີ່​ພວກເພິ່ນ​ອອກ​ຈາກ​ທຳມະສາລາ ພວກເພິ່ນ​ກໍ​ໄປ​ກັບ​ຢາໂກໂບ ແລະ ໂຢຮັນ ໄປ​ທີ່​ເຮືອນ​ຂອງ​ຊີໂມນ ແລະ ອັນເດອາ.

30 ແມ່​ເມຍ​ຂອງ​ຊີໂມນ​ນອນ​ເປັນ​ໄຂ້​ຢູ່​ເທິງ​ຕຽງ, ພວກເຂົາ​ຈຶ່ງ​ບອກ​ເລື່ອງ​ຂອງ​ນາງ​ໃຫ້​ພຣະອົງ​ຮູ້​ທັນທີ.

31 ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃກ້ ແລະ ຈັບ​ມື​ຂອງ​ນາງ ແລະ ຊ່ວຍ​ນາງ​ໃຫ້​ລຸກຂຶ້ນ. ໃນທັນໃດ​ນັ້ນ ໄຂ້​ກໍ​ຫາຍ ແລະ ນາງ​ຈຶ່ງ​ເຝົ້າ​ຮັບໃຊ້​ພວກເພິ່ນ.

32 ຕອນແລງ​ວັນ​ນັ້ນ​ຫລັງຈາກ​ຕາເວັນ​ຕົກດິນ ປະຊາຊົນ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ເຈັບປ່ວຍ ແລະ ຄົນ​ທີ່​ຖືກ​ຜີມານຮ້າຍ​ເຂົ້າສິງ​ມາ​ຫາ​ພຣະເຢຊູເຈົ້າ.

33 ຄົນ​ເມືອງ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ປະຕູ,

34 ແລະ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເຈັບໄຂ້​ໄດ້​ປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ໃຫ້​ຫາຍດີ. ພຣະອົງ​ຍັງ​ໄດ້​ຂັບໄລ່​ຜີມານຮ້າຍ​ຫລາຍ​ໂຕ​ອອກ​ໄປ, ແຕ່​ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜີມານຮ້າຍ​ທັງຫລາຍ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ.


ພຣະເຢຊູເຈົ້າ​ອະທິຖານ​ໃນ​ບ່ອນ​ທີ່​ງຽບສະຫງົບ
( ລກ 4:42 , 43 )

35 ໃນ​ເວລາ​ເຊົ້າ​ມືດ ພຣະເຢຊູເຈົ້າ​ໄດ້​ລຸກຂຶ້ນ, ແລ້ວ​ອອກ​ຈາກ​ເຮືອນ​ໄປ​ຍັງ​ບ່ອນ​ທີ່​ງຽບສະຫງົບ ບ່ອນ​ທີ່​ພຣະອົງ​ໄດ້​ອະທິຖານ​ນັ້ນ.

36 ຊີໂມນ ແລະ ເພື່ອນ​ທີ່​ຢູ່​ນຳ​ກັນ​ກໍ​ໄດ້​ອອກ​ໄປ​ຊອກຫາ​ພຣະອົງ,

37 ເມື່ອ​ພົບ​ແລ້ວ ພວກເພິ່ນ​ກໍ​ຮ້ອງ​ອອກ​ມາ​ວ່າ: “ທຸກຄົນ​ກຳລັງ​ຊອກຫາ​ທ່ານ​ຢູ່!”

38 ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ໄປ​ຍັງ​ບ່ອນ​ອື່ນໆ​ໃນ​ຂົງເຂດ​ໃກ້ຄຽງ​ນີ້ ເພື່ອ​ເຮົາ​ຈະ​ໄດ້​ປະກາດ​ຂ່າວປະເສີດ​ຢູ່​ທີ່​ນັ້ນ​ດ້ວຍ. ເຮົາ​ໄດ້​ມາ​ກໍ​ເພື່ອ​ພາລະກິດ​ນີ້​ແຫລະ”.

39 ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ ໄດ້​ເທດສະໜາ​ໃນ​ທຳມະສາລາ ແລະ ຂັບໄລ່​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ພຣະເຢຊູເຈົ້າ​ຮັກສາ​ຄົນຂີ້ທູດ
(ມທ 8:2-4; ລກ 5:12-14)

40 ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດຂີ້ທູດ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຄຸເຂົ່າ​ລົງ​ອ້ອນວອນ​ຂໍ​ພຣະອົງ​ວ່າ, “ຖ້າ​ພຣະອົງ​ເຕັມໃຈ ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້”.

41 ພຣະເຢຊູເຈົ້າ​ໃຈຮ້າຍ. ພຣະອົງ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ ແລະ ກ່າວ​ວ່າ, “ເຮົາ​ພໍໃຈ​ຈະ​ຮັກສາ ຈົ່ງ​ດີ​ສະອາດ​ສາ!”

42 ໃນທັນໃດ​ນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນີ້ ແລະ ລາວ​ຈຶ່ງ​ດີ​ສະອາດ.

43 ແລ້ວ​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ໜີ​ໄປ​ທັນທີ ພ້ອມ​ກັບ​ເຕືອນ​ຢ່າງ​ເຂັ້ມງວດ​ວ່າ:

44 “ຈົ່ງ​ລະວັງ​ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.

45 ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan