Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 8 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ຮັກສາ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ
(ມຣກ 1:40-44; ລກ 5:12-14)

1 ເມື່ອ​ພຣະເຢຊູເຈົ້າ​ລົງ​ມາ​ຈາກ​ພູ​ແລ້ວ, ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ມາ.

2 ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດຂີ້ທູດ​ໄດ້​ມາ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ພໍໃຈ, ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້”.

3 ພຣະເຢຊູເຈົ້າ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ ແລະ ກ່າວ​ວ່າ, “ເຮົາ​ພໍໃຈ​ຈະ​ຮັກສາ, ຈົ່ງ​ດີ​ສະອາດ​ສາ!” ໃນ​ທັນໃດ​ນັ້ນ ຊາຍ​ຜູ້​ນັ້ນ​ກໍ​ດີ​ຈາກ​ພະຍາດຂີ້ທູດ.

4 ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລະວັງ ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.


ຄວາມເຊື່ອ​ຂອງ​ນາຍຮ້ອຍ
(ລກ 7:1-10)

5 ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ​ແລ້ວ, ມີ​ນາຍຮ້ອຍ​ຜູ້​ໜຶ່ງ​ມາ​ຫາ​ພຣະອົງ​ເພື່ອ​ຂໍ​ຄວາມຊ່ວຍເຫລືອ.

6 ລາວ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ນອນ​ປ່ວຍ​ເປັນ​ອຳມະພາດ​ຢູ່​ທີ່​ເຮືອນ ທົນທຸກ​ທໍລະມານ​ຫລາຍ”.

7 ພຣະເຢຊູເຈົ້າ​ກ່າວ​ແກ່​ນາຍຮ້ອຍ​ນັ້ນ​ວ່າ, “ຈະ​ໃຫ້​ເຮົາ​ໄປ​ຮັກສາ​ລາວ​ບໍ?”

8 ແຕ່​ນາຍຮ້ອຍ​ຜູ້​ນັ້ນ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ, ແລ້ວ​ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.

9 ເພາະວ່າ​ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບບັນຊາ, ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ. ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.

10 ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ. ພຣະອົງ​ກໍ​ປະຫລາດໃຈ ແລະ ກ່າວ​ກັບ​ບັນດາ​ຜູ້​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ເຄີຍ​ພົບ​ຜູ້ໃດ​ໃນ​ອິດສະຣາເອນ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້.

11 ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຄົນ​ເປັນ​ຈຳນວນ​ຫລາຍ​ຈາກ​ທິດຕາເວັນອອກ ແລະ ທິດຕາເວັນຕົກ ຈະ​ເຂົ້າ​ມາ​ນັ່ງ​ປະຈຳ​ທີ່​ຂອງ​ຕົນ​ໃນ​ງານລ້ຽງ​ຮ່ວມ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ​ໃນ​ອານາຈັກ​ສະຫວັນ.

12 ແຕ່​ພົນລະເມືອງ​ຂອງ​ອານາຈັກ​ນັ້ນ​ຈະ​ຖືກ​ໂຍນຖິ້ມ​ອອກ​ໄປ​ຂ້າງນອກ​ຢູ່​ໃນ​ຄວາມມືດ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ”.

13 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ນາຍຮ້ອຍ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ, ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ໄດ້​ເຊື່ອ”. ແລະ ຄົນຮັບໃຊ້​ຂອງ​ລາວ​ກໍ​ຫາຍດີ​ໃນ​ຊົ່ວໂມງ​ນັ້ນ.


ພຣະເຢຊູເຈົ້າ​ຮັກສາ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ
(ມຣກ 1:29-34; ລກ 4:38-41)

14 ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເປໂຕ, ພຣະອົງ​ໄດ້​ເຫັນ​ແມ່​ເມຍ​ຂອງ​ເປໂຕ​ນອນ​ເປັນ​ໄຂ້​ຢູ່​ເທິງ​ຕຽງ.

15 ພຣະອົງ​ຈັບ​ມື​ຂອງ​ນາງ ແລະ ໄຂ້​ກໍ​ຫາຍດີ, ແລ້ວ​ນາງ​ຈຶ່ງ​ລຸກຂຶ້ນ ແລະ ເຝົ້າ​ຮັບໃຊ້​ພຣະອົງ.

16 ເມື່ອ​ເວລາ​ຄ່ຳ​ມາ, ພວກເຂົາ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫລົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ ໄດ້​ຮັກສາ​ຄົນ​ເຈັບໄຂ້​ທັງໝົດ.

17 ນີ້​ແມ່ນ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ພຣະອົງ​ໄດ້​ຮັບ​ຄວາມເຈັບປ່ວຍ​ທັງຫລາຍ​ຂອງ​ພວກເຮົາ ແລະ ແບກ​ຮັບ​ພະຍາດ​ຕ່າງໆ​ຂອງ​ພວກເຮົາ​ໄວ້”.


ຄຸນຄ່າ​ຂອງ​ການຕິດຕາມ​ພຣະເຢຊູເຈົ້າ
(ລກ 9:57-60)

18 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ​ປະຊາຊົນ​ມາ​ອ້ອມຮອບ​ພຣະອົງ​ຢູ່, ພຣະອົງ​ຈຶ່ງ​ສັ່ງ​ໃຫ້​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ.

19 ແລ້ວ​ມີ​ຄູສອນກົດບັນຍັດ​ຄົນ​ໜຶ່ງ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕິດຕາມ​ພຣະອົງ​ບໍ່​ວ່າ​ພຣະອົງ​ຈະ​ໄປ​ບ່ອນໃດ”.

20 ພຣະເຢຊູເຈົ້າ​ຕອບ​ວ່າ, “ໝາຈິ້ງຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ, ແຕ່​ບຸດມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ລົງ”.

21 ສາວົກ​ອີກ​ຄົນ​ໜຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ໃຫ້​ຂ້ານ້ອຍ​ໄປ​ຝັງ​ສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ”.

22 ແຕ່​ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ປ່ອຍ​ໃຫ້​ຄົນຕາຍ​ຝັງ​ກັນ​ເອງ​ສາ”.


ພຣະເຢຊູເຈົ້າ​ຫ້າມ​ລົມພະຍຸ
(ມຣກ 4:36-41; ລກ 8:22-25)

23 ແລ້ວ​ພຣະອົງ​ກໍ​ລົງ​ໄປ​ທີ່​ເຮືອ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ຕິດຕາມ​ພຣະອົງ​ໄປ.

24 ທັນໃດນັ້ນ ກໍ​ເກີດ​ມີ​ລົມພະຍຸ​ຮຸນແຮງ​ພັດ​ລົງ​ມາ​ກາງ​ທະເລສາບ, ຈົນ​ຄື້ນນ້ຳ​ຊັດ​ຖ້ວມ​ເຮືອ. ແຕ່​ພຣະເຢຊູເຈົ້າ​ນອນຫລັບ​ຢູ່.

25 ພວກສາວົກ​ໄດ້​ມາ​ປຸກ​ພຣະອົງ​ພ້ອມ​ທັງ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຊ່ວຍ​ພວກຂ້ານ້ອຍ​ແດ່​ທ້ອນ! ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນໍ້າ​ແລ້ວ!”

26 ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ?” ແລ້ວ​ພຣະອົງ​ລຸກຂຶ້ນ​ສັ່ງຫ້າມ​ລົມ ແລະ ຄື້ນທະເລ, ແລ້ວ​ລົມພະຍຸ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.

27 ຄົນ​ເຫລົ່ານັ້ນ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ເຊື່ອຟັງ​ເພິ່ນ!”


ພຣະເຢຊູເຈົ້າ​ຮັກສາ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ສິງ​ສອງ​ຄົນ​ໃຫ້​ຫາຍດີ
(ມຣກ 5:1-17; ລກ 8:26-37)

28 ເມື່ອ​ພຣະອົງ​ຂ້າມ​ຟາກ​ມາ​ເຖິງ​ເຂດແດນ​ກາດາຣາ, ຊາຍ​ສອງ​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່​ອອກຈາກ​ອຸບມຸງ​ຝັງສົບ​ມາ​ຫາ​ພຣະອົງ. ພວກເຂົາ​ຮຸນແຮງ​ຫລາຍ​ຈົນ​ບໍ່​ມີ​ຜູ້ໃດ​ກ້າ​ຜ່ານ​ເຂົ້າໄປ​ທາງ​ນັ້ນ.

29 ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ພຣະບຸດ​ຂອງ​ພຣະເຈົ້າ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ບ່ອນ​ນີ້​ເພື່ອ​ຈະ​ທໍລະມານ​ພວກຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ກຳນົດ​ບໍ?”

30 ບໍ່​ໄກ​ຈາກ​ທີ່​ນັ້ນ ມີ​ໝູ​ຝູງ​ໃຫຍ່​ກຳລັງ​ຫາ​ກິນ​ຢູ່.

31 ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ວ່າ, “ຖ້າ​ທ່ານ​ຈະ​ຂັບໄລ່​ພວກ​ຂ້ານ້ອຍ​ອອກ​ໄປ ຂໍ​ໃຫ້​ພວກ​ຂ້ານ້ອຍ​ໄປ​ສິງ​ຢູ່​ໃນ​ໝູ​ຝູງ​ນັ້ນ”.

32 ພຣະອົງ​ໄດ້​ກ່າວ​ຕໍ່​ພວກມັນ​ວ່າ, “ໄປ!” ດັ່ງນັ້ນ ພວກມັນ​ຈຶ່ງ​ອອກໄປ ແລະ ເຂົ້າ​ໄປ​ສິງ​ຢູ່​ໃນ​ໝູ, ແລ້ວ​ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ​ໂຕນ​ລົງ​ທະເລສາບ​ຈົມນ້ຳ​ຕາຍ​ໝົດ.

33 ບັນດາ​ຄົນລ້ຽງໝູ​ຕ່າງ​ກໍ​ແລ່ນ​ໜີ ແລະ ເຂົ້າ​ໄປ​ໃນ​ເມືອງ ແລະ ໄດ້​ເລົ່າ​ເລື່ອງ​ທັງໝົດ​ກັບ​ທັງ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ​ແກ່​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ທັງ​ສອງ​ຄົນ​ນັ້ນ.

34 ດັ່ງນັ້ນ ຄົນ​ທົ່ວ​ທັງ​ເມືອງ​ກໍ​ພາກັນ​ອອກ​ມາ​ພົບ​ພຣະເຢຊູເຈົ້າ ແລະ ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ໄດ້​ຂໍຮ້ອງ​ໃຫ້​ພຣະອົງ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan