ມັດທາຍ 7 - ພຣະຄຳພີລາວສະບັບສະໄໝໃໝ່ການຕັດສິນຄົນອື່ນ ( ລກ 6:41 , 42 ) 1 “ຢ່າຕັດສິນ, ເພື່ອພວກເຈົ້າເອງຈະບໍ່ຖືກຕັດສິນເໝືອນກັນ. 2 ດ້ວຍວ່າ ພວກເຈົ້າຕັດສິນຄົນອື່ນຢ່າງໃດ ພວກເຈົ້າກໍຈະຖືກຕັດສິນຢ່າງນັ້ນ ແລະ ພວກເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພວກເຈົ້າກໍຈະໄດ້ຮັບດ້ວຍເຄື່ອງຜອງອັນນັ້ນ. 3 “ເປັນຫຍັງເຈົ້າຈຶ່ງແນມເບິ່ງຜົງຂີ້ເລື່ອຍທີ່ຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ ແລະ ໄມ້ທັງທ່ອນທີ່ຢູ່ໃນຕາຂອງເຈົ້າເອງພັດແນມເບິ່ງບໍ່ເຫັນ? 4 ດ້ວຍເຫດໃດ ເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ຈົ່ງໃຫ້ຂ້ອຍເຂ່ຍເອົາຜົງຂີ້ເລື່ອຍອອກຈາກຕາຂອງເຈົ້າ’ ໃນເມື່ອເຈົ້າກໍມີໄມ້ທັງທ່ອນຢູ່ໃນຕາຂອງຕົນຢູ່ຕະຫລອດເວລາ? 5 ພວກຄົນໜ້າຊື່ໃຈຄົດ ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນເອງກ່ອນ, ແລ້ວຫລັງຈາກນັ້ນເຈົ້າກໍຈະເຫັນແຈ້ງດີ ເພື່ອເຂ່ຍຜົງຂີ້ເລື່ອຍອອກຈາກຕາຂອງພີ່ນ້ອງຂອງເຈົ້າໄດ້. 6 “ຢ່າເອົາຂອງສັກສິດໃຫ້ແກ່ໝາ, ຢ່າໂຍນໄຂ່ມຸກຂອງເຈົ້າໃຫ້ໝູ. ຖ້າເຈົ້າເຮັດຢ່າງນັ້ນ, ພວກມັນຈະຢຽບຢ່ຳໄວ້ພື້ນຕີນຂອງພວກມັນ, ແລ້ວກັບຄືນມາຈີກເຈົ້າອອກເປັນຕ່ອນໆ. ຂໍ, ຊອກ, ເຄາະ (ລກ 11:9-13) 7 “ຈົ່ງຂໍແລ້ວພວກເຈົ້າຈະໄດ້ຮັບ, ຈົ່ງສະແຫວງຫາແລ້ວພວກເຈົ້າຈະໄດ້ພົບ, ຈົ່ງເຄາະແລ້ວປະຕູຈະເປີດໃຫ້ແກ່ພວກເຈົ້າ. 8 ດ້ວຍວ່າ ທຸກຄົນທີ່ຂໍກໍຈະໄດ້ຮັບ, ທຸກຄົນທີ່ສະແຫວງຫາກໍຈະໄດ້ພົບ ແລະ ທຸກຄົນທີ່ເຄາະ ປະຕູກໍຈະເປີດໃຫ້. 9 “ມີຜູ້ໃດໃນພວກເຈົ້າຖ້າລູກຊາຍຂໍເຂົ້າຈີ່ຈະເອົາກ້ອນຫີນໃຫ້? 10 ຫລື ຖ້າລູກຂໍປາຈະເອົາງູໃຫ້? 11 ເຫດສະນັ້ນ ເຖິງແມ່ນວ່າພວກເຈົ້າຜູ້ເປັນຄົນຊົ່ວຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ, ຫລາຍກວ່ານັ້ນອີກຈັກເທົ່າໃດ! ພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນຈະໃຫ້ຂອງດີໃຫ້ແກ່ບັນດາຜູ້ທີ່ຂໍຈາກພຣະອົງ. 12 ດັ່ງນັ້ນ, ສິ່ງໃດທີ່ພວກເຈົ້າຢາກໃຫ້ຄົນອື່ນເຮັດຕໍ່ພວກເຈົ້າ ກໍຈົ່ງເຮັດຕໍ່ພວກເຂົາຢ່າງນັ້ນເໝືອນກັນ, ເພາະນີ້ແມ່ນຂໍ້ສະຫລຸບທັງໝົດຂອງໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍ. ປະຕູແຄບ ແລະ ປະຕູກວ້າງ 13 “ຈົ່ງເຂົ້າໄປທາງປະຕູແຄບ, ເພາະວ່າປະຕູກວ້າງ ແລະ ທາງກວ້າງກໍນຳໄປສູ່ຄວາມຈິບຫາຍ ແລະ ຄົນເປັນຈຳນວນຫລາຍກໍເຂົ້າໄປທາງນັ້ນ. 14 ແຕ່ປະຕູທີ່ນໍາໄປສູ່ຊີວິດກໍນ້ອຍ ແລະ ທາງກໍຄັບແຄບ ແລະ ຄົນທີ່ພົບທາງນັ້ນກໍມີໜ້ອຍ. ຕົ້ນໄມ້ ແລະ ຜົນຂອງມັນ 15 “ຈົ່ງລະວັງພວກຜູ້ທຳນວາຍປອມ. ພວກເຂົາມາຫາພວກເຈົ້າໃນຄາບຂອງແກະ, ແຕ່ພາຍໃນແລ້ວພວກເຂົາໂຫດຮ້າຍຄືໝາປ່າ. 16 ພວກເຈົ້າຈະຮູ້ວ່າພວກເຂົາເປັນຜູ້ໃດໄດ້ຈາກຜົນຂອງພວກເຂົາ. ມີຜູ້ໃດເກັບໝາກອະງຸ່ນໄດ້ຈາກຟຸ່ມໜາມ ແລະ ມີຜູ້ໃດເກັບໝາກເດື່ອໄດ້ຈາກຕົ້ນໜາມ? 17 ໃນທຳນອງດຽວກັນ ຕົ້ນໄມ້ດີຍ່ອມເກີດໝາກດີ, ສ່ວນຕົ້ນໄມ້ບໍ່ດີຍ່ອມເກີດໝາກບໍ່ດີ. 18 ຕົ້ນໄມ້ດີຈະເກີດໝາກບໍ່ດີກໍບໍ່ໄດ້ ແລະ ຕົ້ນໄມ້ບໍ່ດີຈະເກີດໝາກດີກໍບໍ່ໄດ້. 19 ຕົ້ນໄມ້ທຸກຕົ້ນທີ່ເກີດຜົນບໍ່ດີຍ່ອມຖືກຕັດ ແລະ ຖືກໂຍນຖິ້ມລົງໃນໄຟ. 20 ເຫດສະນັ້ນ ພວກເຈົ້າຈະຮູ້ວ່າພວກເຂົາເປັນຜູ້ໃດໄດ້ຈາກຜົນຂອງພວກເຂົາ. ສາວົກແທ້ ແລະ ສາວົກບໍ່ແທ້ 21 “ບໍ່ແມ່ນທຸກຄົນທີ່ເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ຈະໄດ້ເຂົ້າໃນອານາຈັກສະຫວັນ, ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາເຈົ້າຂອງເຮົາຜູ້ຢູ່ໃນສະຫວັນ. 22 ໃນວັນນັ້ນ ຫລາຍຄົນຈະເວົ້າກັບເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍໄດ້ປະກາດພຣະຄຳໃນນາມຂອງພຣະອົງ, ໄດ້ຂັບໄລ່ຜີມານຮ້າຍອອກໃນນາມຂອງພຣະອົງ ແລະ ໄດ້ເຮັດການອັດສະຈັນຫລາຍປະການໃນນາມຂອງພຣະອົງບໍ່ແມ່ນບໍ?’ 23 ເມື່ອນັ້ນເຮົາຈະບອກພວກເຂົາຢ່າງຈະແຈ້ງວ່າ, ‘ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ. ຈົ່ງໜີໄປຈາກເຮົາ, ພວກຄົນຊົ່ວທັງຫລາຍ!’ ຄົນສະຫລາດ ແລະ ຄົນໂງ່ (ລກ 6:47-49) 24 “ເຫດສະນັ້ນ, ທຸກຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາ ແລະ ນຳເອົາໄປປະຕິບັດ ກໍເປັນເໝືອນຄົນສະຫລາດທີ່ກໍ່ສ້າງເຮືອນຂອງຕົນຢູ່ເທິງດານຫີນ. 25 ຝົນກໍຕົກ, ນ້ຳກໍນອງຖ້ວມຂຶ້ນມາ ແລະ ລົມກໍພັດປະທະເຮືອນນັ້ນ ແຕ່ເຮືອນນັ້ນກໍບໍ່ໄດ້ພັງລົງເພາະມີຮາກຖານຢູ່ເທິງດານຫີນ. 26 ສ່ວນຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາ ແລະ ບໍ່ໄດ້ນຳເອົາໄປປະຕິບັດຕາມ ລາວກໍເປັນເໝືອນຄົນໂງ່ຜູ້ໜຶ່ງທີ່ກໍ່ສ້າງເຮືອນຂອງຕົນເທິງດິນຊາຍ. 27 ເມື່ອຝົນຕົກລົງມາ, ກະແສນ້ຳກໍນອງຖ້ວມຂຶ້ນມາ ແລະ ລົມກໍພັດປະທະເຮືອນນັ້ນ ເຮືອນກໍພັງທະລາຍລົງ”. 28 ເມື່ອພຣະເຢຊູເຈົ້າກ່າວສິ່ງເຫລົ່ານີ້ຈົບແລ້ວ, ປະຊາຊົນຕ່າງກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ, 29 ເພາະວ່າພຣະອົງໄດ້ສັ່ງສອນເໝືອນຜູ້ມີສິດອຳນາດ ແລະ ບໍ່ເໝືອນກັບພວກຄູສອນກົດບັນຍັດຂອງພວກເຂົາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.