Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 6 - ພຣະຄຳພີລາວສະບັບສະໄໝໃໝ່


ການ​ຊ່ວຍເຫລືອ​ຄົນ​ຂັດສົນ

1 “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ເຮັດ​ດີ​ຕໍ່ໜ້າ​ຄົນ​ອື່ນ​ເພື່ອ​ໃຫ້​ພວກເຂົາ​ເບິ່ງ​ເຫັນ, ເພາະ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ, ພວກເຈົ້າ​ຈະ​ບໍ່​ໄດ້​ຮັບ​ບຳເໜັດ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ໃນ​ສະຫວັນ.

2 “ດັ່ງນັ້ນ, ເມື່ອ​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂັດສົນ, ຢ່າ​ເປົ່າ​ແກ​ໄປ​ກ່ອນ​ໜ້າ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ​ເຮັດ​ໃນ​ທຳມະສາລາ ແລະ ຕາມ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ຍົກຍ້ອງ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ຕົນ​ຢ່າງ​ເຕັມທີ່​ແລ້ວ.

3 ແຕ່​ເມື່ອ​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂັດສົນ, ຢ່າ​ໃຫ້​ມື​ຊ້າຍ​ຮູ້​ສິ່ງ​ທີ່​ມື​ຂວາ​ກຳລັງ​ເຮັດ,

4 ເພື່ອ​ວ່າ​ການ​ຊ່ວຍເຫລືອ​ຂອງ​ພວກເຈົ້າ​ຈະ​ເປັນ​ຄວາມ​ລັບ. ແລ້ວ​ພຣະບິດາ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.


ການ​ອະທິຖານ
(ລກ 11:2-4)

5 “ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເປັນ​ເໝືອນ​ຄົນໜ້າຊື່ໃຈຄົດ, ເພາະ​ພວກເຂົາ​ມັກ​ຢືນ​ອະທິຖານ​ໃນ​ທຳມະສາລາ ແລະ ຕາມ​ແຈ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ເຫັນ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ແລ້ວ​ຈາກ​ມະນຸດ.

6 ແຕ່​ສຳລັບ​ພວກເຈົ້າ ເມື່ອ​ອະທິຖານ, ຈົ່ງ​ເຂົ້າໄປ​ໃນ​ຫ້ອງ​ຂອງ​ພວກເຈົ້າ, ອັດ​ປະຕູ ແລະ ອະທິຖານ​ຕໍ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ. ແລ້ວ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.

7 ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ​ເໝືອນ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ເພາະ​ພວກເຂົາ​ຄິດ​ວ່າ​ຖ້າ​ເວົ້າ​ຊໍ້າ​ຫລາຍ​ເທື່ອ​ແລ້ວ​ພະ​ຈະ​ໄດ້​ຍິນ.

8 ຢ່າ​ເຮັດ​ເໝືອນ​ພວກເຂົາ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ສິ່ງ​ທີ່​ເຈົ້າ​ຕ້ອງການ​ກ່ອນ​ທີ່​ພວກເຈົ້າ​ຈະ​ຂໍ​ຕໍ່​ພຣະອົງ.

9 “ດ້ວຍເຫດນີ້, ພວກເຈົ້າ​ຄວນ​ຈະ​ອະທິຖານ​ດັ່ງນີ້​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ​ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້​ຢູ່​ໃນ​ສະຫວັນ, ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ,

10 ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່, ຂໍ​ໃຫ້​ຄວາມ​ປະສົງ​ຂອງ​ພຣະອົງ​ສຳເລັດ, ໃນ​ສະຫວັນ​ເປັນ​ຢ່າງ​ໃດ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນດິນໂລກ.

11 ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ພວກ​ຂ້ານ້ອຍ​ໃນ​ວັນ​ນີ້.

12 ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.

13 ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.

14 ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້​ອື່ນ​ທີ່​ໄດ້​ເຮັດ​ບາບ​ຕໍ່​ພວກເຈົ້າ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ ກໍ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ​ເໝືອນ​ກັນ.

15 ແຕ່​ຖ້າ​ພວກເຈົ້າ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຂົາ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຈົ້າ​ເໝືອນກັນ.


ການ​ຖືສິນອົດອາຫານ

16 “ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຢ່າ​ເຮັດ​ໜ້າເສົ້າໝອງ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ ເພາະວ່າ​ພວກເຂົາ​ເຮັດ​ໜ້າເສົ້າໝອງ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຂົາ​ກຳລັງ​ຖືສິນອົດອາຫານ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ເຕັມທີ່​ແລ້ວ.

17 ແຕ່​ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຈົ່ງ​ລ້າງ​ໜ້າ ແລະ ເອົາ​ນ້ຳມັນ​ທາ​ຫົວ,

18 ເພື່ອ​ຈະ​ບໍ່​ເປັນ​ທີ່​ສະດຸດຕາ​ຕໍ່​ຄົນ​ອື່ນ​ວ່າ​ພວກເຈົ້າ​ກຳລັງ​ຖືສິນອົດອາຫານ​ຢູ່, ແຕ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເຫັນ​ສິ່ງ​ທີ່​ເຮັດ​ຢູ່​ໃນ​ທີ່​ລັບ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.


ຊັບສົມບັດ​ໃນ​ສະຫວັນ
(ລກ 11:34-36)

19 “ຢ່າ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໃນ​ໂລກ, ເຊິ່ງ​ເປັນ​ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ໄດ້.

20 ແຕ່​ຈົ່ງ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໄວ້​ໃນ​ສະຫວັນ, ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ບໍ່​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ບໍ່​ໄດ້.

21 ເພາະ​ຊັບສົມບັດ​ຂອງ​ພວກເຈົ້າ​ຢູ່​ທີ່​ໃດ ໃຈ​ຂອງ​ພວກເຈົ້າ​ກໍ​ຢູ່​ທີ່​ນັ້ນ​ເໝືອນກັນ.

22 “ຕາ​ເປັນ​ຕະກຽງ​ຂອງ​ຮ່າງກາຍ. ຖ້າ​ຕາ​ຂອງ​ເຈົ້າ​ປົກກະຕິ​ດີ, ຮ່າງກາຍ​ທຸກ​ສ່ວນ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ.

23 ແຕ່​ຖ້າ​ຕາ​ຂອງ​ເຈົ້າ​ຜິດ​ປົກກະຕິ, ຮ່າງກາຍ​ທຸກ​ສ່ວນ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມມືດ. ຖ້າ​ຄວາມສະຫວ່າງ​ໃນ​ເຈົ້າ​ມືດ​ໄປ, ຄວາມມືດ​ນັ້ນ​ກໍ​ຈະ​ມືດ​ມິດ​ພຽງ​ໃດ​ນໍ!

24 “ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


ຢ່າ​ກະວົນກະວາຍ
(ລກ 12:22-31)

25 “ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ, ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ ຫລື ກະວົນກະວາຍ​ເຖິງ​ຮ່າງກາຍ​ຂອງ​ຕົນ​ວ່າ, ຈະ​ນຸ່ງຫົ່ມ​ຫຍັງ. ຊີວິດ​ມີ​ຄ່າ​ຫລາຍ​ກວ່າ​ອາຫານ ແລະ ຮ່າງກາຍ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່​ແມ່ນ​ບໍ?

26 ຈົ່ງ​ເບິ່ງ​ຝູງ​ນົກ​ໃນ​ອາກາດ; ພວກມັນ​ບໍ່​ໄດ້​ຫວ່ານ ຫລື ບໍ່​ໄດ້​ເກັບກ່ຽວ ຫລື ບໍ່​ໄດ້​ສະສົມ​ໄວ້​ໃນ​ເລົ້າ ແລະ ເຖິງປານນັ້ນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ຝູງ​ນົກ​ນັ້ນ​ໄວ້. ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ຝູງ​ນົກ​ນັ້ນ​ບໍ່​ແມ່ນ​ບໍ?

27 ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນກະວາຍ​ແລ້ວ​ສາມາດ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ໃຫ້​ຍືນຍາວ​ອອກ​ໄປ​ອີກ​ຈັກ​ຊົ່ວໂມງ​ໜຶ່ງ​ໄດ້?

28 “ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງ? ຈົ່ງ​ເບິ່ງ​ດອກໄມ້​ໃນ​ທົ່ງ​ວ່າ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງໃດ, ມັນ​ບໍ່​ໄດ້​ອອກແຮງ ຫລື ເຂັນຝ້າຍ.

29 ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ແມ່ນ​ແຕ່​ໂຊໂລໂມນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ ກໍ​ຍັງ​ບໍ່​ໄດ້​ໃສ່​ເຄື່ອງນຸ່ງ​ທີ່​ງາມສະຫງ່າ​ເໝືອນ​ດອກໄມ້​ເຫລົ່ານີ້​ດອກ​ໜຶ່ງ.

30 ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ, ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ?

31 ດັ່ງນັ້ນ ຢ່າ​ກະວົນກະວາຍ​ວ່າ, ‘ພວກເຮົາ​ຈະ​ກິນ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ດື່ມ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ນຸ່ງຫົ່ມ​ຫຍັງ?’

32 ເພາະ​ຄົນບໍ່ເຊື່ອ​ພຣະເຈົ້າ​ກໍ​ສະແຫວງຫາ​ສິ່ງ​ທັງໝົດ​ເຫລົ່ານີ້ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ຮູ້​ວ່າ​ພວກເຈົ້າ​ຕ້ອງການ​ສິ່ງ​ເຫລົ່ານີ້.

33 ແຕ່​ຈົ່ງ​ສະແຫວງຫາ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຄວາມຊອບທຳ​ຂອງ​ພຣະອົງ​ກ່ອນ, ແລ້ວ​ພຣະອົງ​ຈະ​ມອບ​ທຸກສິ່ງ​ເຫລົ່ານີ້​ໃຫ້​ແກ່​ພວກເຈົ້າ.

34 ເຫດສະນັ້ນ ຢ່າ​ກະວົນກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ກໍ​ຈະ​ມີ​ເລື່ອງ​ກະວົນກະວາຍ​ແລ້ວ. ແຕ່​ລະ​ວັນ​ກໍ​ມີ​ຄວາມທຸກ​ພໍ​ແລ້ວ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan