Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 5 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳເທດສະໜາ​ທີ່​ໂນນພູ
(ລກ 6:20-23)

1 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ຂຶ້ນ​ໄປ​ຍັງ​ໂນນພູ​ແຫ່ງ​ໜຶ່ງ ແລະ ນັ່ງ​ລົງ​ຢູ່​ທີ່​ນັ້ນ. ພວກສາວົກ​ຂອງ​ພຣະອົງ​ກໍ​ພາກັນ​ມາ​ຫາ​ພຣະອົງ,

2 ແລະ ພຣະອົງ​ໄດ້​ເລີ່ມ​ຕົ້ນ​ສັ່ງສອນ​ພວກເຂົາ. ພຣະອົງ​ກ່າວ​ວ່າ:


ຜູ້​ເປັນສຸກ

3 “ຜູ້ໃດ​ຍາກຈົນ​ຝ່າຍ​ວິນຍານ​ກໍ​ເປັນສຸກ, ເພາະວ່າ​ອານາຈັກ​ສະຫວັນ​ເປັນ​ຂອງ​ຜູ້​ນັ້ນ.

4 ຜູ້ໃດ​ໂສກເສົ້າ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ເລົ້າໂລມໃຈ.

5 ຜູ້ໃດ​ມີ​ໃຈ​ອ່ອນ​ສຸພາບ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ແຜ່ນດິນໂລກ​ເປັນ​ມໍລະດົກ.

6 ຜູ້ໃດ​ອຶດຫິວ ແລະ ກະຫາຍ​ຫາ​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ອີ່ມບໍລິບູນ.

7 ຜູ້ໃດ​ມີ​ໃຈ​ເມດຕາ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ຄວາມເມດຕາ​ຕອບແທນ.

8 ຜູ້ໃດ​ມີ​ໃຈ​ບໍລິສຸດ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ.

9 ຜູ້ໃດ​ສ້າງ​ຄວາມສະຫງົບສຸກ​ກໍ​ເປັນສຸກ, ເພາະວ່າ​ຈະ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ລູກ​ຂອງ​ພຣະເຈົ້າ.

10 ຜູ້ໃດ​ຖືກ​ຂົ່ມເຫັງ​ເພາະ​ເຫັນ​ແກ່​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ອານາຈັກ​ສະຫວັນ​ເປັນ​ຂອງ​ຜູ້​ນັ້ນ.

11 “ເມື່ອ​ຄົນ​ທັງຫລາຍ​ດູຖູກ, ຂົ່ມເຫັງ ແລະ ກ່າວ​ຮ້າຍ​ພວກເຈົ້າ​ທັງຫລາຍ​ດ້ວຍ​ຄວາມບໍ່ຈິງ​ທຸກ​ຢ່າງ​ເພາະ​ເຫັນ​ແກ່​ເຮົາ​ພວກເຈົ້າ​ກໍ​ເປັນສຸກ.

12 ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.


ເກືອ ແລະ ຄວາມສະຫວ່າງ

13 “ພວກເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ໂລກ. ແຕ່​ຖ້າ​ເກືອ​ນັ້ນ​ໝົດ​ຄວາມເຄັມ​ແລ້ວ, ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ມັນ​ກໍ​ບໍ່​ມີ​ປະໂຫຍດ​ສຳລັບ​ອັນໃດ, ນອກຈາກ​ຈະ​ຖືກ​ຖິ້ມ​ໄປ ແລະ ຖືກ​ຢຽບ​ຢູ່​ໃຕ້​ຕີນ.

14 “ພວກເຈົ້າ​ທັງຫລາຍ​ເປັນ​ແສງສະຫວ່າງ​ສຳລັບ​ໂລກ​ນີ້. ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ພູ​ຈະ​ເຊື່ອງ​ໄວ້​ບໍ່​ໄດ້.

15 ບໍ່​ມີ​ຜູ້ໃດ​ເມື່ອ​ໄຕ້​ຕະກຽງ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ. ແຕ່​ພວກເຂົາ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ເພື່ອ​ໃຫ້​ສ່ອງສະຫວ່າງ​ແກ່​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ.

16 ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໃຫ້​ຄວາມສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອວ່າ​ພວກເຂົາ​ຈະ​ເຫັນ​ຄວາມ​ດີ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.


ກົດບັນຍັດ​ສຳເລັດ​ຄົບຖ້ວນ

17 “ຢ່າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ລຶບລ້າງ​ກົດບັນຍັດ ຫລື ໜັງສື​ຜູ້ທຳນວາຍ; ເຮົາ​ບໍ່​ໄດ້​ມາ​ລຶບລ້າງ​ກົດບັນຍັດ​ແຕ່​ມາ​ເພື່ອ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ສຳເລັດ​ຄົບຖ້ວນ.

18 ເພາະ​ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຕາບໃດ​ທີ່​ສະຫວັນ ແລະ ແຜ່ນດິນໂລກ​ຍັງ​ຕັ້ງ​ຢູ່ ແມ່ນແຕ່​ໂຕ​ອັກສອນ​ທີ່​ນ້ອຍ​ທີ່ສຸດ​ພຽງ​ໂຕ​ໜຶ່ງ ຫລື ຈຸດ​ດຽວ​ກໍ​ຈະ​ບໍ່​ສູນຫາຍ​ໄປ​ຈາກ​ໜັງສື​ກົດບັນຍັດ ຈົນ​ກວ່າ​ທຸກສິ່ງ​ຈະ​ສຳເລັດ​ຄົບຖ້ວນ.

19 ເຫດສະນັ້ນ ຖ້າ​ຜູ້ໃດ​ບໍ່​ເຊື່ອຟັງ​ບັນດາ​ຄຳສັ່ງ​ຂໍ້​ເລັກນ້ອຍ​ທີ່ສຸດ ແລະ ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ, ຜູ້​ນັ້ນ​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ອານາຈັກ​ສະຫວັນ, ສ່ວນ​ຜູ້​ທີ່​ປະຕິບັດ​ຕາມ​ກົດບັດຍັດ ແລະ ສັ່ງສອນ​ຄົນ​ອື່ນ​ໃຫ້​ປະຕິບັດ​ຕາມ​ຄຳສັ່ງ​ເຫລົ່ານີ້​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ອານາຈັກ​ສະຫວັນ.

20 ເພາະ​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ຖ້າ​ຄວາມຊອບທຳ​ຂອງ​ພວກເຈົ້າ​ບໍ່​ຫລາຍ​ກວ່າ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ແລ້ວ, ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ​ບໍ່​ໄດ້​ຢ່າງ​ແນ່ນອນ.


ຜູ້ຂ້າຄົນ
( ລກ 12:58 , 59 )

21 “ພວກເຈົ້າ​ທັງຫລາຍ​ເຄີຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນບູຮານ​ວ່າ, ‘ຢ່າ​ຂ້າ​ຄົນ ແລະ ຖ້າ​ຜູ້ໃດ​ຂ້າ​ຄົນ​ຈະ​ຕ້ອງ​ຖືກ​ຕັດສິນ​ລົງໂທດ’.

22 ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.

23 “ດັ່ງນັ້ນ, ຖ້າ​ເຈົ້າ​ກຳລັງ​ເອົາ​ເຄື່ອງບູຊາ​ມາ​ຖວາຍ​ທີ່​ແທ່ນບູຊາ ແລະ ຄິດ​ໄດ້​ວ່າ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ມີ​ຂໍ້​ຂຸ້ນເຄືອງໃຈ​ກັບ​ເຈົ້າ​ເພາະ​ເລື່ອງ​ໃດ​ເລື່ອງ​ໜຶ່ງ,

24 ຈົ່ງ​ປະ​ເຄື່ອງຖວາຍ​ຂອງ​ເຈົ້າ​ໄວ້​ຕໍ່ໜ້າ​ແທ່ນບູຊາ​ແລ້ວ​ກັບ​ໄປ​ຄືນດີ​ກັນ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ​ຖວາຍ​ເຄື່ອງບູຊາ​ຂອງ​ເຈົ້າ.

25 “ຈົ່ງ​ຮີບ​ປອງດອງ​ກັບ​ໂຈດ​ຂອງ​ເຈົ້າ​ຜູ້​ທີ່​ກຳລັງ​ນຳ​ເຈົ້າ​ໄປ​ຂຶ້ນ​ສານ. ຈົ່ງ​ເຮັດ​ໃນ​ຂະນະ​ທີ່​ຍັງ​ຢູ່​ກາງທາງ​ນຳກັນ, ໂຈດ​ຂອງ​ເຈົ້າ​ອາດ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ຜູ້ພິພາກສາ ແລະ ຜູ້ພິພາກສາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່, ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ຂັງ​ໄວ້​ໃນ​ຄຸກ.

26 ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເຈົ້າ​ຈະ​ອອກ​ມາ​ບໍ່​ໄດ້​ຈົນກວ່າ​ເຈົ້າ​ຈະ​ໃຊ້​ໜີ້​ຄົບ​ທຸກ​ອັດ.


ການຫລິ້ນຊູ້

27 “ພວກເຈົ້າ​ທັງຫລາຍ​ເຄີຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ຫລິ້ນຊູ້’

28 ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ຍິງ​ດ້ວຍ​ຕັນຫາ ຜູ້​ນັ້ນ​ກໍ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ນາງ​ແລ້ວ.

29 ຖ້າ​ຕາ​ເບື້ອງຂວາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ, ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ. ເຖິງ​ວ່າ​ຈະ​ຕ້ອງ​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ຂອງ​ຮ່າງກາຍ​ໄປ ກໍ​ຍັງ​ດີ​ກວ່າ​ຮ່າງກາຍ​ທັງໝົດ​ຕ້ອງ​ຖືກ​ໂຍນ​ລົງ​ໃນ​ນະລົກ.

30 ແລະ ຖ້າ​ມື​ເບື້ອງຂວາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ​ກໍ​ຈົ່ງ​ຕັດ​ອອກ ແລະ ໂຍນ​ຖິ້ມ​ເສຍ. ເຖິງ​ວ່າ​ຈະ​ຕ້ອງ​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ​ໄປ ກໍ​ຍັງ​ດີ​ກວ່າ​ຮ່າງກາຍ​ທັງໝົດ​ລົງ​ໄປ​ໃນ​ນະລົກ.


ການຢ່າຮ້າງ

31 “ມີ​ຄຳ​ກ່າວ​ໄວ້​ວ່າ, ‘ຖ້າ​ຜູ້ໃດ​ທີ່​ປະຮ້າງ​ເມຍ​ຂອງ​ຕົນ​ຈະ​ຕ້ອງ​ເຮັດ​ໜັງສື​ຢັ້ງຢືນ​ການຢ່າຮ້າງ​ໃຫ້​ນາງ’.

32 ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໂດຍ​ທີ່​ນາງ​ບໍ່​ໄດ້​ຫລິ້ນຊູ້​ກັບ​ຊາຍ​ອື່ນ, ກໍ​ເທົ່າ​ກັບ​ວ່າ​ຜູ້​ນັ້ນ​ເຮັດ​ໃຫ້​ນາງ​ກາຍເປັນ​ຄົນຫລິ້ນຊູ້ ແລະ ຜູ້ໃດ​ແຕ່ງງານ​ກັບ​ຍິງ​ທີ່​ຖືກ​ຢ່າຮ້າງ ຜູ້​ນັ້ນ​ກໍ​ຫລິ້ນຊູ້.


ການສາບານ

33 “ອັນ​ໜຶ່ງ​ອີກ, ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນ​ໃນ​ສະໄໝ​ບູຮານ​ວ່າ, ‘ຢ່າ​ເຮັດ​ຜິດ​ຕໍ່​ຄຳ​ປະຕິຍານ ແຕ່​ຈົ່ງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ປະຕິຍານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ໄວ້​ແລ້ວ​ນັ້ນ’.

34 ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ສາບານ ບໍ່​ວ່າ​ຈະ​ສາບານ​ໂດຍ​ອ້າງ​ເຖິງ​ສະຫວັນ ເພາະ​ສະຫວັນ​ເປັນ​ບັນລັງ​ຂອງ​ພຣະເຈົ້າ,

35 ຫລື ໂດຍ​ອ້າງ​ເຖິງ​ແຜ່ນດິນໂລກ ເພາະ​ແຜ່ນດິນໂລກ​ເປັນ​ບ່ອນຮອງຕີນ​ຂອງ​ພຣະອົງ, ຫລື ໂດຍ​ອ້າງ​ເຖິງ​ເຢຣູຊາເລັມ ເພາະ​ເຢຣູຊາເລັມ​ເປັນ​ເມືອງ​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່.

36 ແລະ ຢ່າ​ສາບານ​ໂດຍ​ອ້າງ​ເຖິງ​ຫົວ​ຂອງ​ຕົນ, ເພາະ​ພວກເຈົ້າ​ເອງ​ບໍ່​ສາມາດ​ເຮັດ​ໃຫ້​ຜົມ​ກາຍເປັນ​ສີ​ຂາວ ຫລື ດຳ​ໄດ້​ແມ່ນ​ແຕ່​ເສັ້ນ​ດຽວ.

37 ທັງໝົດ​ທີ່​ພວກເຈົ້າ​ຄວນ​ເວົ້າ​ກໍ​ຄື: ‘ແມ່ນ’ ຫລື ‘ບໍ່​ແມ່ນ’ ເທົ່າ​ນັ້ນ, ຄຳເວົ້າ​ທີ່​ເກີນ​ກວ່າ​ນີ້​ກໍ​ມາ​ຈາກ​ມານຮ້າຍ.


ຕາ​ຕໍ່​ຕາ

38 “ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຕາ​ຕໍ່​ຕາ ແລະ ແຂ້ວ​ຕໍ່​ແຂ້ວ’.

39 ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ຕໍ່ສູ້​ກັບ​ຄົນຊົ່ວ. ຖ້າ​ຜູ້ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງຂວາ, ຈົ່ງ​ປິ່ນ​ແກ້ມ​ອີກ​ເບື້ອງໜຶ່ງ​ໃຫ້​ພວກເຂົາ​ເຫມືອນກັນ.

40 ແລະ ຖ້າ​ມີ​ຜູ້ໃດ​ຕ້ອງການ​ຟ້ອງ​ເອົາ​ເສື້ອ​ຂອງ​ເຈົ້າ, ຈົ່ງ​ເອົາ​ເສື້ອຄຸມ​ຂອງ​ເຈົ້າ​ໃຫ້​ແກ່​ພວກເຂົາ​ດ້ວຍ.

41 ຖ້າ​ມີ​ຜູ້ໃດ​ບັງຄັບ​ໃຫ້​ພວກເຈົ້າ​ໄປ​ໜຶ່ງ​ກິໂລແມັດ​ກໍ​ຈົ່ງ​ໄປ​ກັບ​ເຂົາ​ສອງ​ກິໂລແມັດ.

42 ຈົ່ງ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພວກເຈົ້າ ແລະ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຕ້ອງການ​ຈະ​ຂໍ​ຢືມ​ຈາກ​ພວກເຈົ້າ.


ຄວາມ​ຮັກ​ຕໍ່​ສັດຕູ

43 “ພວກເຈົ້າ​ທັງຫລາຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຈົ່ງ​ຮັກ​ເພື່ອນບ້ານ ແລະ ກຽດຊັງ​ສັດຕູ’.

44 ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,

45 ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະບິດາເຈົ້າ​ໃນ​ສະຫວັນ. ພຣະອົງ​ໃຫ້​ດວງຕາເວັນ​ຂອງ​ພຣະອົງ​ຂຶ້ນ​ແກ່​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ, ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນຊອບທຳ ແລະ ຄົນອະທຳ.

46 ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ບຳເໜັດ​ຫຍັງ? ແມ່ນແຕ່​ບັນດາ​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?

47 ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?

48 ເຫດສະນັ້ນ, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຄົນ​ດີ​ທີ່ສຸດ ເໝືອນດັ່ງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ເປັນ​ຜູ້​ດີ​ທີ່ສຸດ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan