ມັດທາຍ 4 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າຖືກທົດລອງໃນຖິ່ນແຫ້ງແລ້ງກັນດານ ( ມຣກ 1:12 , 13 ; ລກ 4:1-13) 1 ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າໄດ້ນຳພຣະເຢຊູເຈົ້າໄປຍັງຖິ່ນແຫ້ງແລ້ງກັນດານເພື່ອໃຫ້ມານຮ້າຍທົດລອງ. 2 ຫລັງຈາກອົດອາຫານໄດ້ສີ່ສິບວັນສີ່ສິບຄືນແລ້ວ, ພຣະເຢຊູເຈົ້າກໍຢາກອາຫານ. 3 ຜູ້ລໍ້ລວງກໍໄດ້ມາຫາພຣະອົງ ແລະ ກ່າວວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນເຂົ້າຈີ່”. 4 ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ມະນຸດຈະດຳລົງຊີວິດຢູ່ດ້ວຍອາຫານພຽງຢ່າງດຽວກໍບໍ່ໄດ້, ແຕ່ດ້ວຍທຸກຖ້ອຍຄຳທີ່ອອກມາຈາກປາກຂອງພຣະເຈົ້າ’”. 5 ແລ້ວມານຮ້າຍຈຶ່ງໄດ້ນຳພຣະອົງໄປຍັງນະຄອນສັກສິດ ແລະ ໃຫ້ພຣະອົງຢືນຢູ່ເທິງຈຸດທີ່ສູງສຸດຂອງວິຫານ. 6 ມານຮ້າຍໄດ້ເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງໂດດລົງໄປ. ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “‘ພຣະເຈົ້າຈະສັ່ງໃຫ້ພວກເທວະດາຂອງພຣະອົງກ່ຽວກັບເລື່ອງທ່ານ, ແລະ ຝູງເທວະດາເຫລົ່ານັ້ນຈະໃຊ້ມືຂອງຕົນອູ້ມທ່ານ ເພື່ອບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ’”. 7 ພຣະເຢຊູເຈົ້າໄດ້ຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ: ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’”. 8 ອີກເທື່ອໜຶ່ງ, ມານຮ້າຍໄດ້ພາພຣະອົງໄປເທິງພູທີ່ສູງຫລາຍ ແລະ ໄດ້ສະແດງອານາຈັກທັງໝົດຂອງໂລກ ແລະ ຄວາມງົດງາມຂອງອານາຈັກເຫລົ່ານັ້ນໃຫ້ພຣະອົງເບິ່ງ. 9 ແລ້ວກໍເວົ້າວ່າ, “ສິ່ງທັງໝົດເຫລົ່ານີ້ເຮົາຈະຍົກໃຫ້ທ່ານ ຖ້າທ່ານກົ້ມຂາບ ແລະ ນະມັດສະການເຮົາ”. 10 ພຣະເຢຊູເຈົ້າກ່າວວ່າ, “ມານຊາຕານ, ຈົ່ງໜີໄປຈາກເຮົາ! ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວເທົ່ານັ້ນ’”. 11 ແລ້ວມານຮ້າຍກໍຈາກພຣະອົງໄປ ແລະ ບັນດາເທວະດາກໍໄດ້ມາຮັບໃຊ້ພຣະອົງ. ພຣະເຢຊູເຈົ້າເລີ່ມຕົ້ນເທດສະໜາ 12 ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວວ່າໂຢຮັນຖືກຂັງຄຸກແລ້ວ, ພຣະອົງຈຶ່ງກັບຄືນໄປຍັງແຂວງຄາລີເລ. 13 ພຣະອົງໄດ້ຍ້າຍຈາກເມືອງນາຊາເຣັດມາອາໄສຢູ່ທີ່ເມືອງກາເປນາອູມ, ເຊິ່ງຕັ້ງຢູ່ແຄມທະເລສາບໃນຂົງເຂດເຊບູໂລນ ແລະ ເນັບທາລີ, 14 ເພື່ອໃຫ້ສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານຜູ້ທຳນວາຍເອຊາຢາວ່າ: 15 “ດິນແດນເຊບູໂລນ ແລະ ດິນແດນເນັບທາລີ, ເສັ້ນທາງສູ່ທະເລລຽບຕາມແມ່ນ້ຳຈໍແດນ, ແຂວງຄາລີເລແຫ່ງບັນດາຄົນຕ່າງຊາດ 16 ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດ ໄດ້ເຫັນແສງສະຫວ່າງອັນຍິ່ງໃຫຍ່; ບັນດາຜູ້ອາໄສໃນດິນແດນຂອງເງົາແຫ່ງຄວາມຕາຍນັ້ນ ແສງສະຫວ່າງເລີ່ມສ່ອງສະຫວ່າງຂຶ້ນແລ້ວ”. 17 ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າກໍເລີ່ມຕົ້ນເທດສະໜາວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເພາະອານາຈັກສະຫວັນມາໃກ້ແລ້ວ”. ພຣະເຢຊູເຈົ້າໄດ້ເອີ້ນເອົາສາວົກກຸ່ມທຳອິດ (ມຣກ 1:16-20; ລກ 5:2-11; ຢຮ 1:35-42) 18 ຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລຢູ່ນັ້ນ, ພຣະອົງໄດ້ເຫັນສອງອ້າຍນ້ອງຄື: ຊີໂມນ ທີ່ມີຊື່ອີກວ່າເປໂຕ ແລະ ນ້ອງຊາຍຂອງເພິ່ນຊື່ວ່າອັນເດອາ. ພວກເພິ່ນກຳລັງຢ່ອນມອງຢູ່ໃນທະເລສາບ, ເພາະພວກເພິ່ນເປັນຄົນຫາປາ. 19 ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຕາມເຮົາມາ ແລະ ເຮົາຈະໃຊ້ພວກເຈົ້າໃຫ້ເປັນຜູ້ຫາຄົນ”. 20 ໃນທັນໃດນັ້ນ ພວກເພິ່ນກໍປະມອງຂອງຕົນ ແລະ ຕິດຕາມພຣະອົງໄປ. 21 ຈາກທີ່ນັ້ນໄປ ພຣະອົງໄດ້ເຫັນສອງອ້າຍນ້ອງຄື: ຢາໂກໂບລູກຊາຍຂອງເຊເບດາຍ ແລະ ໂຢຮັນນ້ອງຊາຍຂອງເພິ່ນ. ພວກເພິ່ນກຳລັງແປງມອງຂອງຕົນຮ່ວມກັບເຊເບດາຍພໍ່ຂອງພວກເພິ່ນຢູ່ໃນເຮືອ. ພຣະເຢຊູເຈົ້າຈຶ່ງໄດ້ເອີ້ນເອົາພວກເພິ່ນ, 22 ແລະ ໃນທັນໃດນັ້ນ ພວກເພິ່ນທັງສອງກໍປະເຮືອ ແລະ ພໍ່ຂອງພວກເພິ່ນແລ້ວຕິດຕາມພຣະອົງໄປ. ພຣະເຢຊູເຈົ້າຮັກສາຄົນເຈັບປ່ວຍ 23 ພຣະເຢຊູເຈົ້າໄດ້ເດີນທາງໄປທົ່ວແຂວງຄາລີເລ, ສັ່ງສອນຕາມທຳມະສາລາຂອງພວກເຂົາ, ໄດ້ປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ແລະ ຮັກສາຄົນທີ່ມີພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍທຸກຊະນິດໃນທ່າມກາງປະຊາຊົນ. 24 ຂ່າວກ່ຽວກັບພຣະອົງໄດ້ແຜ່ກະຈາຍໄປທົ່ວປະເທດຊີເຣຍ ແລະ ປະຊາຊົນໄດ້ນຳຄົນເຈັບປ່ວຍດ້ວຍພະຍາດຕ່າງໆມາໃຫ້ພຣະເຢຊູເຈົ້າຮັກສາ, ມີທັງຄົນທີ່ເຈັບປວດທໍລະມານ, ຄົນຖືກຜີມານຮ້າຍເຂົ້າສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງໄດ້ຮັກສາພວກເຂົາໃຫ້ຫາຍດີ. 25 ປະຊາຊົນເປັນຈຳນວນຫລວງຫລາຍຈາກແຂວງຄາລີເລ, ແຂວງເດກາໂປລີ, ເຢຣູຊາເລັມ, ແຂວງຢູດາຍ ແລະ ຈາກອີກຟາກໜຶ່ງຂອງແມ່ນ້ຳຈໍແດນກໍໄດ້ຕິດຕາມພຣະອົງໄປ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.