ມັດທາຍ 3 - ພຣະຄຳພີລາວສະບັບສະໄໝໃໝ່ໂຢຮັນບັບຕິສະໂຕຈັດຕຽມຫົນທາງ (ມຣກ 1:3-8; ລກ 3:2-17) 1 ໃນວັນເຫລົ່ານັ້ນ ໂຢຮັນບັບຕິສະໂຕໄດ້ມາເທດສະໜາໃນຖິ່ນແຫ້ງແລ້ງກັນດານທີ່ແຂວງຢູດາຍ 2 ແລະ ກ່າວວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່, ເພາະອານາຈັກສະຫວັນມາໃກ້ແລ້ວ”. 3 ໂຢຮັນຜູ້ນີ້ທີ່ຖືກກ່າວເຖິງໂດຍຜ່ານຜູ້ທຳນວາຍເອຊາຢາວ່າ: “ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງສຳລັບພຣະອົງໃຫ້ຊື່ໄປ’”. 4 ເຄື່ອງນຸ່ງຂອງໂຢຮັນແມ່ນເຮັດຈາກຂົນອູດ ແລະ ເພິ່ນຮັດແອວຂອງເພິ່ນດ້ວຍສາຍແອວໜັງ, ອາຫານຂອງເພິ່ນແມ່ນຕັກແຕນ ແລະ ນ້ຳເຜິ້ງປ່າ. 5 ປະຊາຊົນຈາກນະຄອນເຢຣູຊາເລັມ, ທົ່ວແຂວງຢູດາຍ ແລະ ທົ່ວຂົງເຂດແມ່ນ້ຳຈໍແດນໄດ້ພາກັນອອກໄປຫາເພິ່ນ. 6 ເມື່ອພວກເຂົາສາລະພາບບາບທັງຫລາຍຂອງຕົນແລ້ວ, ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ. 7 ແຕ່ເມື່ອໂຢຮັນເຫັນພວກຟາຣີຊາຍ ແລະ ພວກຊາດູກາຍຫລາຍຄົນກຳລັງມາຍັງບ່ອນທີ່ເພິ່ນໃຫ້ບັບຕິສະມາຢູ່ນັ້ນ, ເພິ່ນກໍກ່າວແກ່ພວກເຂົາວ່າ: “ພວກຊາດງູຮ້າຍ! ຜູ້ໃດຕັກເຕືອນພວກເຈົ້າໃຫ້ໜີຈາກຄວາມໂກດຮ້າຍທີ່ຈະມາເຖິງນັ້ນ? 8 ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່. 9 ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ໄດ້. 10 ຂວານນັ້ນກໍກຽມພ້ອມຢູ່ເຫງົ້າໄມ້ແລ້ວ ແລະ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກຕັດລົງ ແລະ ໂຍນຖິ້ມໃສ່ໄຟ. 11 “ເຮົາໃຫ້ພວກເຈົ້າບັບຕິສະມາດ້ວຍນ້ຳເພື່ອການຖິ້ມໃຈເກົ່າເອົາໃຈໃໝ່. ແຕ່ຜູ້ທີ່ຈະມາພາຍຫລັງເຮົາກໍມີລິດອຳນາດຍິ່ງໃຫຍ່ກວ່າເຮົາອີກ, ເຊິ່ງເຮົາບໍ່ສົມຄວນແມ່ນແຕ່ຈະຈັບເກີບຂອງເພິ່ນ. ເພິ່ນຈະໃຫ້ພວກເຈົ້າທັງຫລາຍຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍໄຟ. 12 ມືຂອງພຣະອົງຖືກະດົ້ງຝັດເຂົ້າ ແລະ ພຣະອົງຈະເຮັດລານເຂົ້າຂອງພຣະອົງໃຫ້ກ້ຽງດີ, ຈະຮວບຮວມເອົາເຂົ້າຫວີດຂອງພຣະອົງມາໃສ່ໄວ້ໃນເລົ້າ ແລະ ເຜົາແກບດ້ວຍໄຟທີ່ບໍ່ຮູ້ມອດ”. ພຣະເຢຊູເຈົ້າຮັບບັບຕິສະມາ (ມຣກ 1:9-11; ລກ 3:21 , 22 ; ຢຮ 1:31-34) 13 ແລ້ວພຣະເຢຊູເຈົ້າໄດ້ມາຈາກແຂວງຄາລີເລມາຍັງແມ່ນ້ຳຈໍແດນເພື່ອຮັບບັບຕິສະມາຈາກໂຢຮັນ. 14 ແຕ່ໂຢຮັນພະຍາຍາມຂັດຂວາງພຣະອົງໂດຍກ່າວວ່າ, “ຂ້ານ້ອຍຄວນຈະຂໍຮັບບັບຕິສະມາຈາກພຣະອົງ ແລະ ເປັນການສົມຄວນບໍທີ່ພຣະອົງມາຫາຂ້ານ້ອຍ?” 15 ພຣະເຢຊູເຈົ້າໄດ້ຕອບວ່າ, “ເວລານີ້ໃຫ້ເປັນໄປຕາມນັ້ນສາ; ເພາະສົມຄວນແລ້ວທີ່ພວກເຮົາຈະເຮັດຢ່າງນີ້ເພື່ອໃຫ້ຄວາມຊອບທຳທຸກປະການສຳເລັດຄົບຖ້ວນ”. ແລ້ວໂຢຮັນຈຶ່ງຍອມເຮັດຕາມ. 16 ທັນທີທີ່ພຣະເຢຊູເຈົ້າໄດ້ຮັບບັບຕິສະມາແລ້ວ, ພຣະອົງກໍຂຶ້ນຈາກນ້ຳ. ໃນທັນໃດນັ້ນ ສະຫວັນກໍເປີດອອກ ແລະ ພຣະອົງໄດ້ເຫັນພຣະວິນຍານບໍລິສຸດເຈົ້າຂອງພຣະເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ. 17 ແລະ ມີສຽງໜຶ່ງດັງມາຈາກສະຫວັນວ່າ, “ທ່ານຜູ້ນີ້ເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ; ເຮົາພໍໃຈເພິ່ນຫລາຍ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.