ມັດທາຍ 26 - ພຣະຄຳພີລາວສະບັບສະໄໝໃໝ່ແຜນການປອງຮ້າຍພຣະເຢຊູເຈົ້າ ( ມຣກ 14:1 , 2 ; ລກ 22:1 , 2 ) 1 ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບແລ້ວ ພຣະອົງກໍກ່າວກັບພວກສາວົກຂອງພຣະອົງວ່າ, 2 “ພວກເຈົ້າກໍຮູ້ຢູ່ແລ້ວວ່າຍັງອີກສອງວັນກໍຈະເຖິງເທດສະການປັດສະຄາ ແລະ ບຸດມະນຸດຈະຖືກມອບໃຫ້ພວກເຂົາຄຶງໄວ້ທີ່ໄມ້ກາງແຂນ”. 3 ຫລັງຈາກນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ກໍໄດ້ມາປະຊຸມກັນທີ່ເຮືອນຂອງມະຫາປະໂລຫິດ ຜູ້ທີ່ຊື່ວ່າ ກາຢະຟາ 4 ແລະ ພວກເຂົາໄດ້ວາງແຜນເພື່ອຊອກຫາກົນອຸບາຍທີ່ຈະຈັບພຣະເຢຊູເຈົ້າ ແລະ ຂ້າພຣະອົງ. 5 ພວກເຂົາເວົ້າວ່າ, “ແຕ່ພວກເຮົາບໍ່ຕ້ອງເຮັດໃນລະຫວ່າງເທດສະການ ເພາະອາດຈະເກີດຄວາມວຸ້ນວາຍຂຶ້ນໃນທ່າມກາງປະຊາຊົນ”. ພຣະເຢຊູເຈົ້າໄດ້ຮັບການຫົດສົງທີ່ເບັດທານີ (ມຣກ 14:3-9) 6 ໃນຂະນະທີ່ພຣະເຢຊູເຈົ້າຢູ່ໃນບ້ານເບັດທານີໃນເຮືອນຂອງຊີໂມນ ຜູ້ທີ່ເປັນພະຍາດຂີ້ທູດ, 7 ມີຍິງຄົນໜຶ່ງເຂົ້າມາຫາພຣະອົງພ້ອມດ້ວຍເຕົ້າຫີນຂາວທີ່ບັນຈຸນ້ຳຫອມທີ່ມີລາຄາແພງ ນາງໄດ້ຖອກນໍ້າຫອມນັ້ນຫົດສົງຫົວຂອງພຣະອົງຂະນະທີ່ພຣະອົງກຳລັງນັ່ງເອນໂຕຢູ່ທີ່ໂຕະອາຫານ. 8 ເມື່ອພວກສາວົກເຫັນເຫດການນີ້ພວກເຂົາກໍບໍ່ພໍໃຈ. ພວກເຂົາຈຶ່ງຖາມວ່າ, “ເປັນຫຍັງຈຶ່ງເຮັດໃຫ້ນໍ້າຫອມນີ້ເສຍໄປລ້າໆ? 9 ນໍ້າຫອມນີ້ສາມາດຂາຍໄດ້ໃນລາຄາສູງ ແລະ ເອົາເງິນນີ້ໄປແຈກຢາຍໃຫ້ຄົນຍາກຈົນກໍໄດ້”. 10 ພຣະເຢຊູເຈົ້າຮູ້ຄວາມຄິດຂອງພວກເຂົາ ຈຶ່ງກ່າວກັບພວກເຂົາວ່າ, “ພວກເຈົ້າກວນໃຈຍິງຄົນນີ້ເຮັດຫຍັງ? ນາງໄດ້ເຮັດສິ່ງດີງາມໃຫ້ແກ່ເຮົາແລ້ວ. 11 ຄົນຍາກຈົນຈະມີຢູ່ກັບພວກເຈົ້າສະເໝີ ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ. 12 ນາງໄດ້ຖອກນ້ຳຫອມນີ້ໃສ່ຮ່າງກາຍຂອງເຮົາກໍເພື່ອຕຽມການຝັງສົບຂອງເຮົາ. 13 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຂ່າວປະເສີດນີ້ຖືກປະກາດໄປທີ່ໃດກໍຕາມໃນທົ່ວໂລກ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ກ່າວອອກໄປເໝືອນກັນເພື່ອເປັນການລະນຶກເຖິງນາງ”. ຢູດາຍອມທໍລະຍົດຕໍ່ພຣະເຢຊູເຈົ້າ (ມຣກ 14:10-11; ລກ 22:3-6) 14 ຕໍ່ມາ ຜູ້ໜຶ່ງໃນພວກສາວົກສິບສອງຄົນ ມີຊື່ວ່າຢູດາອິດສະກາຣີອົດກໍໄດ້ໄປພົບພວກຫົວໜ້າປະໂລຫິດ 15 ແລະ ໄດ້ຖາມວ່າ, “ພວກທ່ານຈະເອົາອັນໃດໃຫ້ແກ່ຂ້ານ້ອຍຖ້າຂ້ານ້ອຍມອບພຣະອົງໃຫ້ແກ່ພວກທ່ານ?” ດັ່ງນັ້ນ ພວກເຂົາຈຶ່ງນັບເງິນສາມສິບຫລຽນໃຫ້ຢູດາ. 16 ຕັ້ງແຕ່ນັ້ນມາ ຢູດາກໍເຝົ້າຫາໂອກາດທີ່ຈະມອບພຣະເຢຊູເຈົ້າໃຫ້ແກ່ພວກເຂົາ. ອາຫານຄາບສຸດທ້າຍ (ມຣກ 14:12-21; ລກ 22:7-13) 17 ໃນມື້ທີໜຶ່ງຂອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະ ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍຈັດຕຽມອາຫານປັດສະຄາໃຫ້ທ່ານຮັບປະທານຢູ່ທີ່ໃດ?” 18 ພຣະອົງຕອບວ່າ, “ຈົ່ງເຂົ້າໄປຫາຄົນໜຶ່ງໃນເມືອງ ແລະ ບອກລາວວ່າ, ‘ອາຈານກ່າວດັ່ງນີ້ວ່າ: ເວລາທີ່ເຮົາກຳນົດໃກ້ເຂົ້າມາແລ້ວ ເຮົາຈະສະຫລອງປັດສະຄາຮ່ວມກັບພວກສາວົກຂອງເຮົາຢູ່ທີ່ເຮືອນຂອງເຈົ້າ’”. 19 ດັ່ງນັ້ນ ພວກສາວົກກໍໄດ້ປະຕິບັດຕາມທີ່ພຣະເຢຊູເຈົ້າໄດ້ສັ່ງພວກເພິ່ນ ແລະ ໄດ້ຈັດຕຽມປັດສະຄາໄວ້. 20 ເມື່ອເຖິງຕອນຄ່ຳມາ ພຣະເຢຊູເຈົ້ານັ່ງທີ່ໂຕະອາຫານຮ່ວມກັບພວກສາວົກສິບສອງຄົນ. 21 ແລະ ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ”. 22 ຝ່າຍພວກສາວົກກໍເປັນທຸກໃຈຫລາຍ ແລະ ທຸກຄົນຕ່າງກໍເລີ່ມຖາມພຣະອົງເທື່ອລະຄົນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?” 23 ພຣະເຢຊູເຈົ້າຕອບວ່າ, “ຜູ້ທີ່ຈໍ້າໃນຖ້ວຍຮ່ວມກັບເຮົາ ຄືຜູ້ນັ້ນ ຈະທໍລະຍົດຕໍ່ເຮົາ. 24 ບຸດມະນຸດຈະເປັນໄປຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ. ແຕ່ວິບັດຈະມີແກ່ຜູ້ນັ້ນທີ່ທໍລະຍົດຕໍ່ບຸດມະນຸດ! ຖ້າລາວບໍ່ໄດ້ເກີດມາເລີຍກໍຈະດີຕໍ່ລາວຫລາຍກວ່າ”. 25 ແລ້ວຢູດາຜູ້ທີ່ຈະທໍລະຍົດຕໍ່ພຣະອົງຕອບວ່າ, “ອາຈານເອີຍ, ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?” ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ເຈົ້າເວົ້າ”. ພິທີສິນມະຫາສະໜິດຂອງອົງພຣະຜູ້ເປັນເຈົ້າ (ມຣກ 14:22-25; ລກ 22:17-20; 1ກຣທ 11:23-25) 26 ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຫັກເຂົ້າຈີ່ນັ້ນແລ້ວຍື່ນໃຫ້ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບ ແລະ ກິນສາ, ນີ້ຄືກາຍຂອງເຮົາ”. 27 ແລ້ວພຣະອົງໄດ້ຈັບເອົາຈອກຂຶ້ນມາ, ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ພຣະອົງຍື່ນຈອກນັ້ນໃຫ້ພວກເພິ່ນ ໂດຍກ່າວວ່າ, “ພວກເຈົ້າທຸກຄົນຈົ່ງດື່ມຈາກຈອກນີ້. 28 ນີ້ຄືເລືອດຂອງເຮົາ ເຊິ່ງເປັນເລືອດແຫ່ງພັນທະສັນຍາ ທີ່ຖອກອອກມາເພື່ອອະໄພຄວາມບາບໃຫ້ແກ່ຄົນທັງຫລາຍ. 29 ເຮົາບອກພວກເຈົ້າວ່າ, ເຮົາຈະບໍ່ດື່ມນ້ຳຈາກໝາກອະງຸ່ນນີ້ອີກຈົນກວ່າຈະເຖິງວັນນັ້ນທີ່ເຮົາຈະດື່ມນໍ້າອະງຸ່ນໃໝ່ຮ່ວມກັບພວກເຈົ້າໃນອານາຈັກຂອງພຣະບິດາຂອງເຮົາ”. 30 ເມື່ອພວກເພິ່ນຮ້ອງເພງສັນລະເສີນບົດໜຶ່ງແລ້ວ, ພວກເພິ່ນກໍພາກັນອອກໄປທີ່ພູເຂົາໝາກກອກ. ພຣະເຢຊູເຈົ້າທຳນວາຍວ່າເປໂຕຈະປະຕິເສດພຣະອົງ (ມຣກ 14:27-31; ລກ 22:31-34) 31 ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກວ່າ, “ໃນຄືນນີ້ ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “‘ເຮົາຈະຟາດຜູ້ລ້ຽງແກະ ແລະ ຝູງແກະຈະກະຈັດກະຈາຍໄປ’. 32 ແຕ່ຫລັງຈາກທີ່ເຮົາເປັນຄືນມາຈາກຕາຍແລ້ວ ເຮົາຈະໄປທີ່ແຂວງຄາລີເລກ່ອນໜ້າພວກເຈົ້າ”. 33 ເປໂຕຈຶ່ງຕອບວ່າ, “ເຖິງແມ່ນວ່າທຸກຄົນຈະໜີໄປຈາກພຣະອົງກໍຕາມ ຂ້ານ້ອຍຈະບໍ່ໜີຈາກພຣະອົງຈັກເທື່ອ”. 34 ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຄືນນີ້ ກ່ອນໄກ່ຂັນເຈົ້າຈະປະຕິເສດເຮົາເຖິງສາມເທື່ອ”. 35 ແຕ່ເປໂຕປະກາດວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບພຣະອົງ ຂ້ານ້ອຍກໍຈະບໍ່ປະຕິເສດພຣະອົງຈັກເທື່ອ”. ແລ້ວພວກສາວົກທຸກຄົນກໍເວົ້າຢ່າງນັ້ນເໝືອນກັນ. ເຄັດເຊມາເນ (ມຣກ 14:32-42; ລກ 22:40-46) 36 ແລ້ວພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ໄປບ່ອນໜຶ່ງທີ່ຊື່ວ່າເຄັດເຊມາເນ, ພຣະອົງກ່າວແກ່ພວກເພິ່ນວ່າ, “ຈົ່ງນັ່ງຢູ່ທີ່ນີ້ຂະນະທີ່ເຮົາໄປອະທິຖານຢູ່ທີ່ນັ້ນ”. 37 ພຣະອົງໄດ້ເອົາເປໂຕ ແລະ ລູກຊາຍສອງຄົນຂອງເຊເບດາຍໄປນໍາ. ພຣະອົງເລີ່ມໂສກເສົ້າ ແລະ ເປັນທຸກໃຈຫລາຍ 38 ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າໃກ້ຈະຕາຍຢູ່ແລ້ວ ຈົ່ງເຝົ້າລະວັງຢູ່ທີ່ນີ້ກັບເຮົາ”. 39 ພຣະອົງຍ່າງໄປອີກໜ້ອຍໜຶ່ງໝູບໜ້າລົງພື້ນດິນ ແລະ ອະທິຖານວ່າ, “ພຣະບິດາຂອງລູກເອີຍ, ຖ້າເປັນໄປໄດ້ຂໍໃຫ້ຈອກນີ້ຜ່ານພົ້ນໄປຈາກລູກດ້ວຍ. ແຕ່ເຖິງຢ່າງໃດກໍຕາມຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”. 40 ແລ້ວພຣະອົງກໍກັບຄືນມາຫາພວກສາວົກຂອງພຣະອົງ ແລະ ພົບວ່າພວກເພິ່ນກຳລັງນອນຫລັບຢູ່. ພຣະອົງຈຶ່ງຖາມເປໂຕວ່າ, “ພວກເຈົ້າຈະຄອຍເຝົ້າຢູ່ກັບເຮົາພຽງຊົ່ວໂມງດຽວກໍບໍ່ໄດ້ບໍ? 41 ຈົ່ງເຝົ້າລະວັງ ແລະ ອະທິຖານຢູ່ ເພື່ອພວກເຈົ້າຈະບໍ່ຕົກເຂົ້າໄປໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນກຳລັງ”. 42 ພຣະອົງໄດ້ໄປອີກເປັນເທື່ອທີສອງ ແລະ ອະທິຖານວ່າ, “ພຣະບິດາຂອງລູກເອີຍ, ຖ້າຈອກນີ້ບໍ່ອາດຜ່ານພົ້ນໄປ ແລະ ຂ້ານ້ອຍຈໍາເປັນຕ້ອງດື່ມຈອກນີ້ ກໍຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”. 43 ເມື່ອພຣະອົງກັບຄືນມາກໍພົບວ່າພວກເພິ່ນຍັງນອນຫລັບຢູ່ຄືເກົ່າ ເພາະວ່າພວກເພິ່ນເຫງົານອນຫລາຍຈົນມືນຕາບໍ່ຂຶ້ນ. 44 ພຣະອົງຈຶ່ງປະພວກເພິ່ນໄວ້ແລ້ວໄປອີກ ແລະ ອະທິຖານເປັນເທື່ອທີສາມ ໂດຍກ່າວສິ່ງດຽວກັນ. 45 ແລ້ວພຣະອົງກໍໄດ້ກັບຄືນມາຫາພວກສາວົກ ແລະ ກ່າວກັບພວກເພິ່ນວ່າ, “ພວກເຈົ້າຍັງນອນຫລັບ ແລະ ພັກຜ່ອນຢູ່ບໍ? ເບິ່ງແມ, ເວລານັ້ນໄດ້ມາຮອດແລ້ວ ແລະ ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຂອງຄົນບາບທັງຫລາຍ. 46 ຈົ່ງລຸກຂຶ້ນ! ພາກັນໄປເທາະ! ຜູ້ທີ່ທໍລະຍົດເຮົາກໍມາທີ່ນີ້ແລ້ວ!” ການຈັບກຸມພຣະເຢຊູເຈົ້າ (ມຣກ 14:43-50; ລກ 22:47-53) 47 ພຣະອົງກ່າວຍັງບໍ່ທັນສຸດຄຳ, ຜູ້ໜຶ່ງໃນຈໍານວນສາວົກສິບສອງຄົນນັ້ນຄື ຢູດາກໍໄດ້ມາຮອດພ້ອມກັບປະຊາຊົນຈຳນວນຫລວງຫລາຍທີ່ຖືດາບ ແລະ ໄມ້ຄ້ອນ ເຊິ່ງເປັນຄົນທີ່ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ຂອງປະຊາຊົນໃຊ້ມາ. 48 ແລ້ວຜູ້ທໍລະຍົດໄດ້ກຳນົດສັນຍານກັບພວກເຂົາວ່າ, “ຜູ້ໃດທີ່ເຮົາຈູບຄຳນັບແມ່ນຜູ້ນັ້ນ ຈົ່ງໄປຈັບກຸມລາວ”. 49 ຢູດາກໍເຂົ້າໄປຫາພຣະເຢຊູເຈົ້າທັນທີ ແລະ ເວົ້າວ່າ, “ຂໍຄຳນັບຣັບບີ!” ແລ້ວລາວກໍຈູບພຣະອົງ. 50 ພຣະເຢຊູເຈົ້າຕອບວ່າ, “ສະຫາຍເອີຍ, ຈົ່ງເຮັດຕາມສິ່ງທີ່ເຈົ້າມາເພື່ອເຮັດສາ”. ແລ້ວພວກເຂົາກໍເຂົ້າໄປຈັບພຣະເຢຊູເຈົ້າໄວ້. 51 ໃນຂະນະນັ້ນ ມີຄົນໜຶ່ງທີ່ໄປກັບພຣະເຢຊູເຈົ້າໄດ້ເອື້ອມມືຈັບດາບຂອງລາວແລ້ວຊັກດາບອອກມາຟັນຫູຂອງຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງໜຶ່ງ. 52 ພຣະເຢຊູເຈົ້າຈຶ່ງບອກລາວວ່າ, “ຈົ່ງເອົາດາບຂອງເຈົ້າເກັບໃສ່ຝັກໄວ້ສາ ເພາະວ່າທຸກຄົນທີ່ໃຊ້ດາບກໍຈະຕາຍດ້ວຍດາບ. 53 ເຈົ້າຄິດວ່າເຮົາບໍ່ສາມາດຮ້ອງຂໍພຣະບິດາຂອງເຮົາ ແລະ ພຣະອົງຈະໃຫ້ເທວະດາຫລາຍກວ່າສິບສອງກອງມາຊ່ວຍເຮົາທັນທີບໍ? 54 ແຕ່ຖ້າຢ່າງນັ້ນ ຈະເປັນໄປຕາມທີ່ພຣະຄຳພີກ່າວໄວ້ໄດ້ແນວໃດວ່າຈະຕ້ອງເປັນໄປຕາມນີ້?” 55 ໃນຊົ່ວໂມງນັ້ນພຣະເຢຊູເຈົ້າໄດ້ກ່າວຕໍ່ປະຊາຊົນທັງຫລາຍວ່າ, “ເຮົາກຳລັງກໍ່ການກະບົດບໍ, ພວກເຈົ້າຈຶ່ງຖືດາບຖືໄມ້ຄ້ອນມາຈັບເຮົາ? ເຮົານັ່ງສັ່ງສອນຢູ່ໃນເດີ່ນວິຫານທຸກວັນ ແລະ ພວກເຈົ້າກໍບໍ່ໄດ້ຈັບເຮົາ. 56 ແຕ່ເຫດການທັງໝົດນີ້ໄດ້ເປັນໄປຕາມທີ່ພວກຜູ້ທຳນວາຍໄດ້ຂຽນໄວ້ໃນພຣະຄຳພີ”. ແລ້ວພວກສາວົກທຸກຄົນໄດ້ປະຖິ້ມພຣະອົງ ແລະ ໜີໄປ. ພຣະເຢຊູເຈົ້າຢູ່ຕໍ່ໜ້າສະພາແຊນເຮດຣິນ (ມຣກ 14:53-65; ຢຮ 18:12,13,19-24) 57 ບັນດາຜູ້ທີ່ຈັບພຣະເຢຊູເຈົ້ານັ້ນໄດ້ພາພຣະອົງໄປທີ່ເຮືອນຂອງມະຫາປະໂລຫິດກາຢະຟາ ບ່ອນທີ່ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ປະຊຸມກັນ. 58 ສ່ວນເປໂຕກໍໄດ້ຕິດຕາມພຣະອົງໄປໃນໄລຍະຫ່າງໆ ຈົນມາເຖິງເດີ່ນບ້ານຂອງມະຫາປະໂລຫິດ. ເພິ່ນໄດ້ເຂົ້າໄປ ແລະ ນັ່ງຢູ່ກັບພວກທະຫານຍາມເພື່ອຊອມເບິ່ງຜົນທີ່ຈະເກີດຂຶ້ນ. 59 ພວກຫົວໜ້າປະໂລຫິດ ແລະ ທັງສະພາແຊນເຮດຣິນໄດ້ຊອກຫາຫລັກຖານບໍ່ຈິງມາຕໍ່ສູ້ພຣະເຢຊູເຈົ້າ ເພື່ອວ່າພວກເຂົາຈະໄດ້ຂ້າພຣະອົງ. 60 ແຕ່ພວກເຂົາກໍຊອກຫາຫລັກຖານບໍ່ໄດ້ ເຖິງແມ່ນຈະມີພະຍານບໍ່ຈິງຫລາຍຄົນມາກ່າວຫາພຣະອົງ. ໃນທີ່ສຸດກໍມີສອງຄົນອອກມາ 61 ແລະ ໄດ້ປະກາດວ່າ, “ຄົນນີ້ໄດ້ເວົ້າວ່າ, ‘ເຮົາສາມາດມ້າງວິຫານຂອງພຣະເຈົ້າລົງ ແລະ ສ້າງວິຫານຂຶ້ນໃໝ່ໄດ້ພາຍໃນສາມວັນ’”. 62 ແລ້ວມະຫາປະໂລຫິດຈຶ່ງລຸກຂຶ້ນຢືນ ແລະ ເວົ້າຕໍ່ພຣະເຢຊູເຈົ້າວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ?” 63 ແຕ່ພຣະເຢຊູເຈົ້າຍັງມິດງຽບຢູ່. ມະຫາປະໂລຫິດຈຶ່ງເວົ້າຕໍ່ພຣະອົງວ່າ, “ພາຍໃຕ້ຄຳສາບານໂດຍອ້າງພຣະເຈົ້າຜູ້ມີຊີວິດຢູ່ ເຮົາສັ່ງເຈົ້າວ່າ: ຖ້າເຈົ້າແມ່ນພຣະຄຣິດເຈົ້າພຣະບຸດຂອງພຣະເຈົ້າກໍຈົ່ງບອກພວກເຮົາມາ”. 64 ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ເຈົ້າເວົ້າ. ແຕ່ເຮົາບອກພວກເຈົ້າທຸກຄົນວ່າ: ຕັ້ງແຕ່ນີ້ໄປພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງຢູ່ເບື້ອງຂວາມືຂອງຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ກຳລັງມາເທິງເມກແຫ່ງສະຫວັນ”. 65 ມະຫາປະໂລຫິດຈຶ່ງຈີກເສື້ອຂອງຕົນ ແລະ ເວົ້າວ່າ, “ລາວໄດ້ເວົ້າໝິ່ນປະໝາດພຣະເຈົ້າ! ພວກເຮົາຈະຕ້ອງການພະຍານຕື່ມອີກເຮັດຫຍັງ? ເບິ່ງແມ, ບັດນີ້ພວກເຈົ້າທັງຫລາຍໄດ້ຍິນຄຳເວົ້າໝິ່ນປະໝາດແລ້ວ. 66 ພວກເຈົ້າຄິດຢ່າງໃດ?” ພວກເຂົາຕອບວ່າ, “ລາວສົມຄວນຕາຍ”. 67 ແລ້ວພວກເຂົາກໍຖົ່ມນ້ຳລາຍໃສ່ໜ້າຂອງພຣະອົງ ແລະ ທຸບຕີພຣະອົງດ້ວຍກຳປັ້ນຂອງພວກເຂົາ. ຄົນອື່ນໆກໍຕົບພຣະອົງ 68 ແລະ ເວົ້າວ່າ, “ພຣະຄຣິດເຈົ້າ, ຈົ່ງທຳນວາຍໃຫ້ພວກເຮົາເບິ່ງດູແມ່ນຜູ້ໃດຕີເຈົ້າ?” ເປໂຕປະຕິເສດພຣະເຢຊູເຈົ້າ (ມຣກ 14:66-72; ລກ 22:55-62; ຢຮ 18:16-18,25-27) 69 ຝ່າຍເປໂຕນັ່ງຢູ່ເດີ່ນບ້ານ, ມີຄົນຮັບໃຊ້ຍິງຄົນໜຶ່ງໄດ້ມາຫາເພິ່ນ ແລະ ເວົ້າວ່າ, “ເຈົ້າກໍຢູ່ກັບເຢຊູແຫ່ງຄາລີເລເໝືອນກັນ”. 70 ແຕ່ເພິ່ນໄດ້ຕອບປະຕິເສດຕໍ່ໜ້າທຸກຄົນ. ເພິ່ນກ່າວວ່າ, “ຂ້ອຍບໍ່ຮູ້ເລື່ອງທີ່ເຈົ້າເວົ້າມານັ້ນ”. 71 ແລ້ວເພິ່ນກໍຍ່າງອອກໄປປະຕູໜ້າບ້ານ, ມີຄົນຮັບໃຊ້ຍິງຄົນໜຶ່ງອີກເຫັນເພິ່ນຈຶ່ງເວົ້າກັບຄົນທີ່ຢືນຢູ່ໃນບ່ອນນັ້ນວ່າ, “ຄົນນີ້ເຄີຍຢູ່ກັບເຢຊູຊາວນາຊາເຣັດ”. 72 ເພິ່ນໄດ້ປະຕິເສດອີກພ້ອມທັງສາບານວ່າ: “ຂ້ອຍບໍ່ຮູ້ຈັກຄົນນັ້ນ!” 73 ຫລັງຈາກນັ້ນໜ້ອຍໜຶ່ງ ບັນດາຄົນທີ່ຢືນຢູ່ບ່ອນນັ້ນກໍມາຫາເປໂຕ ແລະ ເວົ້າວ່າ, “ແມ່ນແທ້ ເຈົ້າເປັນຄົນໜຶ່ງໃນພວກເຂົາ ຟັງຈາກສຳນຽງຂອງເຈົ້າກໍຮູ້”. 74 ແລ້ວເປໂຕຈຶ່ງເລີ່ມສາບແຊ່ງ ແລະ ສາບານຕໍ່ພວກເຂົາວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນັ້ນ!” ໃນທັນໃດນັ້ນໄກ່ກໍຂັນ. 75 ເປໂຕຈຶ່ງຈື່ໄດ້ເຖິງຄຳທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ, “ກ່ອນໄກ່ຂັນເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”. ແລ້ວເພິ່ນຈຶ່ງອອກໄປທາງນອກ ແລະ ຮ້ອງໄຫ້ຢ່າງຂົມຂື່ນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.