ມັດທາຍ 24 - ພຣະຄຳພີລາວສະບັບສະໄໝໃໝ່ການທຳລາຍວິຫານ ແລະ ໝາຍສຳຄັນຂອງເວລາສຸດທ້າຍ (ມຣກ 13:1-37; ລກ 21:5-36) 1 ພຣະເຢຊູເຈົ້າອອກຈາກວິຫານ ແລະ ກຳລັງຍ່າງໄປ ພວກສາວົກໄດ້ມາຫາພຣະອົງເພື່ອຮຽກຮ້ອງຄວາມສົນໃຈຂອງພຣະອົງໄປທີ່ອາຄານຕ່າງໆ. 2 ພຣະອົງໄດ້ຖາມວ່າ, “ພວກເຈົ້າເຫັນສິ່ງເຫລົ່ານີ້ທັງໝົດບໍ? ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຫີນຢູ່ທີ່ນີ້ຈະບໍ່ເຫລືອຊ້ອນທັບກັນຈັກກ້ອນ, ທຸກກ້ອນຈະຖືກໂຍນຖິ້ມລົງມາໝົດ”. 3 ຂະນະທີ່ພຣະເຢຊູເຈົ້ານັ່ງຢູ່ເທິງພູເຂົາໝາກກອກນັ້ນ, ພວກສາວົກໄດ້ມາຫາພຣະອົງເປັນການສ່ວນໂຕ. ແລະ ພວກເພິ່ນຖາມວ່າ, “ຂໍບອກພວກຂ້ານ້ອຍວ່າເຫດການນີ້ຈະເກີດຂຶ້ນເມື່ອໃດ ແລະ ສິ່ງໃດເປັນໝາຍສຳຄັນເຖິງການມາຂອງພຣະອົງ ແລະ ເປັນໝາຍສຳຄັນວ່າແມ່ນຍຸກສຸດທ້າຍ?” 4 ພຣະເຢຊູເຈົ້າຕອບວ່າ: “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງຫລອກລວງພວກເຈົ້າ. 5 ດ້ວຍວ່າ ຈະມີຫລາຍຄົນມາໃນນາມຂອງເຮົາ ແລະ ອ້າງວ່າ, ‘ເຮົາເປັນພຣະຄຣິດເຈົ້າ’ ແລະ ຈະຫລອກລວງຫລາຍຄົນ. 6 ພວກເຈົ້າຈະໄດ້ຍິນເຖິງເລື່ອງສົງຄາມ ແລະ ຂ່າວລືເລື່ອງການເຮັດສົງຄາມ, ຈົ່ງລະວັງຢ່າຕື່ນຕົກໃຈ. ເຫດການເຫລົ່ານີ້ຈະຕ້ອງເກີດຂຶ້ນ ແຕ່ວ່າເວລາສຸດທ້າຍຍັງບໍ່ມາເຖິງ. 7 ປະເທດຕໍ່ປະເທດ, ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, ຈະເກີດການອຶດຢາກອາຫານ ແລະ ແຜ່ນດິນໄຫວໃນບ່ອນຕ່າງໆ. 8 ເຫດການທັງໝົດເຫລົ່ານີ້ແມ່ນຂັ້ນເລີ່ມຕົ້ນຂອງຄວາມເຈັບປວດໃນການເກີດລູກ. 9 “ແລ້ວພວກເຈົ້າຈະຖືກມອບໄວ້ໃຫ້ຖືກຂົ່ມເຫັງ ແລະ ຂ້າ, ທຸກຊົນຊາດຈະກຽດຊັງພວກເຈົ້າເພາະເຫັນແກ່ເຮົາ. 10 ໃນເວລານັ້ນ ຫລາຍຄົນຈະຫັນໜີຈາກຄວາມເຊື່ອ, ຈະທໍລະຍົດຫັກຫລັງ ແລະ ກຽດຊັງກັນ 11 ແລະ ຈະມີຜູ້ທຳນວາຍປອມຫລາຍຄົນເກີດຂຶ້ນ ແລະ ຫລອກລວງຫລາຍຄົນ. 12 ຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມຊົ່ວຮ້າຍຈະເພີ່ມຂຶ້ນ, 13 ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ 14 ແລະ ຂ່າວປະເສີດເລື່ອງອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກ ເພື່ອເປັນພະຍານແກ່ຄົນທຸກຊາດ ແລ້ວຍຸກສຸດທ້າຍຈະມາເຖິງ. 15 “ດັ່ງນັ້ນ ເມື່ອພວກເຈົ້າເຫັນ, ‘ສິ່ງທີ່ໜ້າກຽດໜ້າຊັງອັນເປັນຕົ້ນເຫດຂອງວິບັດ’ ຕັ້ງຢູ່ໃນບ່ອນສັກສິດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍດານີເອນ (ໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍເອົາເອງ) 16 ແລ້ວໃຫ້ບັນດາຜູ້ທີ່ຢູ່ໃນແຂວງຢູດາຍໜີໄປທີ່ພູເຂົາທັງຫລາຍ, 17 ຜູ້ທີ່ຢູ່ເທິງຫລັງຄາກໍບໍ່ຕ້ອງລົງມາເກັບເອົາສິ່ງຂອງອອກຈາກເຮືອນ. 18 ຜູ້ທີ່ຢູ່ຕາມທົ່ງນານັ້ນ ບໍ່ຕ້ອງກັບມາເອົາເສື້ອຄຸມຂອງຕົນ. 19 ໃນວັນເຫລົ່ານັ້ນເປັນໜ້າຢ້ານກົວທີ່ສຸດສຳລັບແມ່ຍິງຖືພາ ແລະ ແມ່ລູກອ່ອນ. 20 ຈົ່ງອະທິຖານເພື່ອການປົບໜີຂອງພວກເຈົ້ານັ້ນຈະບໍ່ເກີດຂຶ້ນໃນລະດູໜາວ ຫລື ໃນວັນຊະບາໂຕ. 21 ເພາະໃນເວລານັ້ນຈະມີຄວາມທຸກລຳບາກຄັ້ງໃຫຍ່ທີ່ບໍ່ເຄີຍມີມາຕັ້ງແຕ່ການເລີ່ມຕົ້ນຂອງໂລກຈົນເຖິງທຸກວັນນີ້ ແລະ ຈະບໍ່ມີຄັ້ງໃດເທົ່າກັບຄັ້ງນີ້ອີກ. 22 “ຖ້າວັນເຫລົ່ານັ້ນບໍ່ໄດ້ຖືກຕັດໃຫ້ສັ້ນເຂົ້າແລ້ວ ກໍຈະບໍ່ມີຄົນໃດພົ້ນເລີຍ, ແຕ່ເພື່ອເຫັນແກ່ຜູ້ທີ່ໄດ້ເລືອກໄວ້ນັ້ນຈະເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ. 23 ໃນເວລານັ້ນ ຖ້າມີຜູ້ໃດເວົ້າກັບພວກເຈົ້າວ່າ, ‘ເບິ່ງແມ ພຣະຄຣິດເຈົ້າຢູ່ທີ່ນີ້!’ ຫລື ‘ພຣະອົງຢູ່ທີ່ນັ້ນ!’ ຢ່າໄດ້ເຊື່ອ. 24 ດ້ວຍວ່າ ຈະມີພຣະຄຣິດປອມ ແລະ ຜູ້ທຳນວາຍປອມປາກົດຂຶ້ນ ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນອັນຍິ່ງໃຫຍ່ຫລາຍປະການ, ຖ້າເປັນໄປໄດ້ຈະຫລອກລວງແມ່ນແຕ່ຜູ້ທີ່ໄດ້ເລືອກໄວ້. 25 ເບິ່ງແມ ເຮົາໄດ້ບອກພວກເຈົ້າທັງຫລາຍໃຫ້ຮູ້ໄວ້ລ່ວງໜ້າກ່ອນແລ້ວ. 26 “ດັ່ງນັ້ນ ຖ້າມີຄົນບອກພວກເຈົ້າວ່າ, ‘ເພິ່ນຢູ່ທີ່ນັ້ນໃນຖິ່ນແຫ້ງແລ້ງກັນດານ’ ຢ່າໄດ້ອອກໄປທີ່ນັ້ນ ຫລື ມີຄົນບອກວ່າ, ‘ເພິ່ນຢູ່ທີ່ນີ້ໃນຫ້ອງດ້ານໃນ’ ກໍຢ່າໄດ້ເຊື່ອ. 27 ດ້ວຍວ່າ ຟ້າແມບເຫລື້ອມອອກມາຈາກທິດຕາເວັນອອກເບິ່ງເຫັນໄດ້ແມ່ນແຕ່ຢູ່ທິດຕາເວັນຕົກຢ່າງໃດ ການມາຂອງບຸດມະນຸດກໍຈະເປັນຢ່າງນັ້ນ. 28 ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະເຕົ້າໂຮມກັນຢູ່ບ່ອນນັ້ນ. 29 “ໃນທັນໃດນັ້ນ ຫລັງຈາກວັນແຫ່ງຄວາມທຸກລຳບາກເຫລົ່ານີ້, “‘ດວງອາທິດຈະມືດໄປ ແລະ ດວງເດືອນຈະບໍ່ສ່ອງແສງ ດວງດາວທັງຫລາຍຈະຕົກຈາກທ້ອງຟ້າ ແລະ ສະຫວັນຈະສັ່ນສະເທືອນ’. 30 “ເມື່ອນັ້ນໝາຍສຳຄັນຂອງບຸດມະນຸດຈະປາກົດຂຶ້ນໃນສະຫວັນ ແລະ ປະຊາຊາດທັງປວງແຫ່ງແຜ່ນດິນໂລກຈະຮ້ອງໄຫ້ຄວນຄາງເມື່ອພວກເຂົາຈະເຫັນບຸດມະນຸດກຳລັງມາເທິງເມກແຫ່ງສະຫວັນດ້ວຍລິດອຳນາດ ແລະ ສະຫງ່າລາສີອັນຍິ່ງໃຫຍ່. 31 ພຣະອົງຈະໃຊ້ບັນດາເທວະດາຂອງພຣະອົງມາພ້ອມກັບສຽງແກດັງກ້ອງສະໜັ່ນ, ເທວະດາເຫລົ່ານັ້ນຈະຮວບຮວມເອົາຜູ້ທີ່ເລືອກໄວ້ຈາກທັງສີ່ທິດ ຕັ້ງແຕ່ສຸດຂອບຟ້າສະຫວັນເບື້ອງໜຶ່ງຈົນເຖິງສຸດຂອບຟ້າສະຫວັນອີກເບື້ອງໜຶ່ງ. 32 “ບັດນີ້ ຈົ່ງຮຽນຮູ້ເອົາບົດຮຽນນີ້ຈາກຕົ້ນໝາກເດື່ອຄື: ທັນທີທີ່ກິ່ງອ່ອນ ແລະ ໃບຂອງມັນປົ່ງອອກມາ ພວກເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງແລ້ວ. 33 ຢ່າງດຽວກັນເມື່ອພວກເຈົ້າເຫັນສິ່ງທັງໝົດເຫລົ່ານີ້ ພວກເຈົ້າກໍຈະຮູ້ວ່າພຣະອົງເຂົ້າມາໃກ້ແລ້ວ, ຢູ່ທີ່ປະຕູແລ້ວ. 34 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນໃນສະໄໝນີ້ຈະຍັງບໍ່ທັນລ່ວງລັບໄປກ່ອນຈົນກວ່າສິ່ງທັງໝົດເຫລົ່ານີ້ຈະເກີດຂຶ້ນ. 35 ສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ. ບໍ່ມີຜູ້ໃດຮູ້ວັນ ແລະ ເວລາ (ລກ 12:42-46; 17:26 , 27 ) 36 “ແຕ່ເລື່ອງວັນ ຫລື ເວລານັ້ນບໍ່ມີຜູ້ໃດຮູ້, ແມ່ນແຕ່ບັນດາເທວະດາໃນສະຫວັນ ຫລື ພຣະບຸດກໍບໍ່ຮູ້, ມີແຕ່ພຣະບິດາອົງດຽວເທົ່ານັ້ນທີ່ຮູ້. 37 ໃນສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດມາກໍຈະເປັນຢ່າງນັ້ນ. 38 ເພາະວ່າກ່ອນວັນນ້ຳຖ້ວມໂລກຄົນທັງຫລາຍໄດ້ກິນ ແລະ ໄດ້ດື່ມ, ໄດ້ແຕ່ງງານ ແລະ ຍົກໃຫ້ເປັນຜົວເມຍກັນຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ, 39 ພວກເຂົາບໍ່ຮູ້ເລີຍວ່າຈະມີຫຍັງເກີດຂຶ້ນຈົນກວ່າຖືກນ້ຳຖ້ວມ ແລະ ກວາດລ້າງພວກເຂົາໄປໝົດ. ເມື່ອບຸດມະນຸດມາກໍຈະເປັນດັ່ງນີ້. 40 ຈະມີຊາຍສອງຄົນຢູ່ໃນທົ່ງນາ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້. 41 ຈະມີຍິງສອງຄົນກຳລັງໂມ້ແປ້ງດ້ວຍເຄື່ອງໂມ້ທີ່ໃຊ້ມືຢູ່ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້. 42 “ດັ່ງນັ້ນ ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າທັງຫລາຍບໍ່ຮູ້ວ່າອົງພຣະຜູ້ເປັນເຈົ້າຂອງພວກເຈົ້າຈະມາເວລາໃດ. 43 ແຕ່ຈົ່ງເຂົ້າໃຈດັ່ງນີ້ຄື: ຖ້າເຈົ້າຂອງເຮືອນຮູ້ກ່ອນວ່າຂະໂມຍຈະມາໃນຕອນກາງຄືນຈັກໂມງ ລາວກໍຄົງຈະເຝົ້າລະວັງຢູ່ ແລະ ບໍ່ປ່ອຍໃຫ້ຂະໂມຍງັດເຂົ້າໄປໃນເຮືອນຂອງຕົນໄດ້. 44 ດັ່ງນັ້ນ ພວກເຈົ້າຈະຕ້ອງຕຽມພ້ອມເໝືອນກັນ ເພາະວ່າບຸດມະນຸດຈະມາໃນເວລາທີ່ພວກເຈົ້າບໍ່ຄາດຄິດ. 45 “ແມ່ນຜູ້ໃດທີ່ເປັນຄົນຮັບໃຊ້ທີ່ສັດຊື່ ແລະ ສະຫລາດ, ຜູ້ທີ່ນາຍໄດ້ຕັ້ງໄວ້ໃຫ້ຮັບຜິດຊອບບັນດາຄົນຮັບໃຊ້ໃນເຮືອນຂອງເພິ່ນ ເພື່ອແຈກຢາຍອາຫານໃຫ້ພວກເຂົາຕາມເວລາ? 46 ຈະເປັນຜົນດີສຳລັບຄົນຮັບໃຊ້ຜູ້ນັ້ນເມື່ອນາຍກັບມາພົບວ່າລາວເຮັດຕາມໜ້າທີ່. 47 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ນາຍຈະຕັ້ງລາວໃຫ້ເປັນຜູ້ຮັບຜິດຊອບຊັບສົມບັດທັງໝົດຂອງນາຍ. 48 ແຕ່ຖ້າຄົນຮັບໃຊ້ນັ້ນເປັນຄົນຊົ່ວຮ້າຍ ແລະ ຄິດໃນໃຈວ່າ, ‘ຍັງອີກດົນທີ່ນາຍຂອງຕົນຈະກັບມາ’ 49 ແລະ ລາວຈຶ່ງເລີ່ມຂ້ຽນຕີຄົນຮັບໃຊ້ດ້ວຍກັນ ທັງກິນ ແລະ ດື່ມກັບຄົນຂີ້ເມົາດ້ວຍ 50 ນາຍຂອງຄົນຮັບໃຊ້ຜູ້ນັ້ນຈະກັບມາໃນວັນທີ່ລາວບໍ່ຄາດຄິດ ແລະ ໃນເວລາທີ່ລາວບໍ່ຮູ້. 51 ນາຍຈະຕັດລາວເປັນຕ່ອນໆ ແລະ ຈັດໃຫ້ລາວໄປຢູ່ໃນບ່ອນຂອງຄົນໜ້າຊື່ໃຈຄົດ, ທີ່ນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.