Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 23 - ພຣະຄຳພີລາວສະບັບສະໄໝໃໝ່


ເຕືອນ​ໃຫ້​ລະວັງ​ພວກໜ້າຊື່ໃຈຄົດ
( ມຣກ 12:38 , 39 ; ລກ 13:34 , 35 ; 20:45 , 46 )

1 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ ແລະ ພວກສາວົກ​ຂອງ​ພຣະອົງ​ວ່າ,

2 “ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ນັ່ງ​ຢູ່​ເທິງ​ບ່ອນນັ່ງ​ຂອງ​ໂມເຊ,

3 ດັ່ງນັ້ນ ພວກເຈົ້າ​ຕ້ອງ​ລະມັດວະວັງ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພວກເຂົາ​ບອກ​ພວກເຈົ້າ. ແຕ່​ຢ່າ​ເຮັດ​ໃນ​ສິ່ງ​ທີ່​ພວກເຂົາ​ເຮັດ, ເພາະ​ພວກເຂົາ​ບໍ່​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຂົາ​ໄດ້​ສັ່ງສອນ.

4 ພວກເຂົາ​ມັດ​ພາລະໜັກ, ບັນທຸກ​ເອົາ​ສິ່ງ​ຫຍຸ້ງຍາກ​ແລ້ວ​ເອົາ​ວາງ​ໄວ້​ເທິງ​ບ່າ​ຂອງ​ປະຊາຊົນ, ແຕ່​ພວກເຂົາ​ເອງ​ແມ່ນແຕ່​ມື​ນີ້ວ​ດຽວ​ກໍ​ບໍ່​ຍົກ​ຍ້າຍ​ສິ່ງ​ເຫລົ່ານັ້ນ​ໄປ.

5 “ພວກເຂົາ​ເຮັດ​ທຸກສິ່ງ​ເພື່ອ​ໃຫ້​ຄົນ​ເຫັນ ພວກເຂົາ​ເຮັດ​ແອບໜັງ​ທີ່​ບັນຈຸ​ຂໍ້ພຣະຄຳພີ​ຂະໜາດ​ໃຫຍ່ ແລະ ຂອບ​ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ເຮັດ​ຍອຍ​ຍາວ​ອອກໄປ.

6 ພວກເຂົາ​ມັກ​ບ່ອນນັ່ງ​ທີ່​ສຳຄັນ​ທີ່ສຸດ​ໃນ​ງານກິນລ້ຽງ​ຕ່າງໆ ແລະ ມັກ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ;

7 ພວກເຂົາ​ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ ແລະ ມັກ​ໃຫ້​ເອີ້ນ​ພວກເຂົາ​ວ່າ, ‘ຣັບບີ’.

8 “ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,

9 ແລະ ຢ່າ​ເອີ້ນ​ຜູ້ໃດ​ເທິງ​ແຜ່ນດິນ​ໂລກ​ນີ້​ວ່າ, ‘ບິດາ’ ເພາະ​ພວກເຈົ້າ​ມີ​ພຣະບິດາເຈົ້າ​ອົງ​ດຽວ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ສະຫວັນ.

10 ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ພວກເຈົ້າ​ວ່າ, ‘ຄູສອນ’ ເພາະວ່າ​ພວກເຈົ້າ​ມີ​ຄູສອນ​ພຽງ​ຜູ້​ດຽວ​ຄື​ພຣະຄຣິດເຈົ້າ.

11 ຜູ້​ເປັນ​ໃຫຍ່ທີ່ສຸດ​ທ່າມກາງ​ພວກເຈົ້າ​ນັ້ນ ຕ້ອງ​ເປັນ​ຜູ້ຮັບໃຊ້​ພວກເຈົ້າ.

12 ດ້ວຍວ່າ ຜູ້ໃດ​ທີ່​ຍົກ​ຕົນເອງ​ຂຶ້ນ​ຜູ້​ນັ້ນ​ຈະ​ຖືກ​ເຮັດ​ໃຫ້​ຖ່ອມໂຕລົງ ແລະ ຜູ້ໃດ​ທີ່​ຖ່ອມໂຕລົງ​ຈະ​ຖືກ​ຍົກ​ຂຶ້ນ.


ວິບັດ​ເຈັດ​ຢ່າງ​ສຳລັບ​ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ

13 “ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ໜ້າ​ຄົນ. ດ້ວຍວ່າ ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ.

14 ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ເອົາ​ສິ່ງຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ.

15 “ວິບັດ​ແກ່​ເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ທຽວ​ເດີນທາງ​ໄປ​ມາ​ທັງ​ທາງບົກ ແລະ ທາງນໍ້າ​ເພື່ອ​ຈະ​ໄດ້​ຜູ້​ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ ເມື່ອ​ໄດ້​ມາ​ເຂົ້າ​ແລ້ວ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ເປັນ​ເດັກ​ຂອງ​ນະລົກ ຊົ່ວຮ້າຍ​ຫລາຍ​ກວ່າ​ພວກເຈົ້າ​ອີກ​ສອງ​ເທົ່າ.

16 “ວິບັດ​ແກ່​ພວກເຈົ້າ ຜູ້ນຳທາງ​ຕາບອດ! ພວກເຈົ້າ​ເວົ້າ​ວ່າ, ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ວິຫານ​ກໍ​ບໍ່​ມີ​ຜົນ​ຫຍັງ, ແຕ່​ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ຄຳ​ໃນ​ວິຫານ ຜູ້​ນັ້ນ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້’.

17 ພວກຕາບອດ​ທີ່​ໂງ່ຈ້າ​ເອີຍ! ສິ່ງໃດ​ທີ່​ສຳຄັນ​ກວ່າ​ກັນ ຄຳ ຫລື ວິຫານ​ທີ່​ເຮັດ​ໃຫ້​ຄຳ​ນັ້ນ​ສັກສິດ?

18 ແລະ ພວກເຈົ້າ​ຍັງ​ເວົ້າ​ອີກ​ວ່າ, ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ​ກໍ​ບໍ່​ມີ​ຜົນ​ຫຍັງ, ແຕ່​ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ເຄື່ອງຖວາຍ​ເທິງ​ແທ່ນບູຊາ ຜູ້​ນັ້ນ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້’.

19 ພວກຄົນຕາບອດ​ເອີຍ! ສິ່ງໃດ​ທີ່​ສຳຄັນ​ກວ່າ​ເຄື່ອງຖວາຍ ຫລື ແທ່ນບູຊາ​ທີ່​ເຮັດ​ໃຫ້​ເຄື່ອງຖວາຍ​ນັ້ນ​ສັກສິດ?

20 ເຫດສະນັ້ນ ເມື່ອ​ຄົນ​ໃດ​ຈະ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ ກໍ​ໃຫ້​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ ແລະ ເຄື່ອງຖວາຍ​ທັງໝົດ​ເທິງ​ແທ່ນບູຊາ​ນັ້ນ​ເໝືອນກັນ,

21 ແລະ ເມື່ອ​ຄົນ​ໃດ​ສາບານ​ໂດຍ​ອ້າງ​ໃສ່​ວິຫານ ກໍ​ໃຫ້​ສາບານ​ໂດຍ​ອ້າງ​ໃສ່​ວິຫານ ແລະ ພຣະເຈົ້າ​ຜູ້​ສະຖິດ​ໃນ​ວິຫານ​ນັ້ນ​ເໝືອນກັນ.

22 ແລະ ເມື່ອ​ຄົນໃດ​ສາບານ​ໂດຍ​ອ້າງ​ໃສ່​ສະຫວັນ ກໍ​ໃຫ້​ສາບານ​ໂດຍ​ອ້າງ​ໃສ່​ບັນລັງ​ຂອງ​ພຣະເຈົ້າ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ​ເໝືອນກັນ.

23 “ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ດ້ວຍວ່າ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ເຄື່ອງເທດ​ຂອງ​ເຈົ້າ ຄື​ຜັກຫອມລາບ, ແກ່ນ​ຜັກຊີ ແລະ ຜັກຄູມິນ. ແຕ່​ພວກເຈົ້າ​ໄດ້​ລະເລີຍ​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ໃນ​ກົດບັນຍັດ ຄື​ຄວາມຍຸຕິທຳ, ຄວາມເມດຕາ ແລະ ຄວາມ​ສັດຊື່. ພວກເຈົ້າ​ຄວນ​ປະຕິບັດ​ສິ່ງ​ເຫລົ່ານີ້​ໂດຍ​ບໍ່​ປະຖິ້ມ​ສິ່ງ​ອື່ນ​ດ້ວຍ.

24 ພວກຜູ້ນຳທາງ​ຕາບອດ​ເອີຍ! ພວກເຈົ້າ​ຕອງ​ເອົາ​ແມງມີ່​ອອກ​ແຕ່​ກືນ​ອູດ​ທັງ​ໂຕ.

25 “ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ພວກເຈົ້າ​ລ້າງ​ຈອກ ແລະ ຖ້ວຍຊາມ​ໃຫ້​ສະອາດ​ແຕ່​ພາຍນອກ ແຕ່​ພາຍໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມໂລບ ແລະ ການ​ເຮັດ​ຕາມໃຈ​ຕົນ​ເອງ.

26 ຄົນ​ຟາຣີຊາຍ​ຕາບອດ​ເອີຍ! ຈົ່ງ​ລ້າງ​ຈອກ ແລະ ຖ້ວຍຊາມ​ພາຍໃນ​ກ່ອນ ແລ້ວ​ພາຍນອກ​ກໍ​ຈະ​ສະອາດ​ກ້ຽງ​ດີ​ເໝືອນກັນ.

27 “ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ພວກເຈົ້າ​ເປັນ​ເໝືອນ​ອຸບມຸງ​ຝັງສົບ​ທີ່​ທາ​ດ້ວຍ​ປູນຂາວ ເຊິ່ງ​ເບິ່ງ​ພາຍນອກ​ງົດງາມ​ແຕ່​ພາຍໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນຕາຍ ແລະ ຄວາມ​ບໍ່ສະອາດ​ທຸກ​ຢ່າງ.

28 ໃນ​ທຳນອງ​ດຽວກັນ​ນັ້ນ ພາຍນອກ​ພວກເຈົ້າ​ກໍ​ປາກົດ​ໃຫ້​ຄົນ​ເຫັນ​ວ່າ​ເປັນ​ຄົນຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ໜ້າຊື່ໃຈຄົດ ແລະ ຄວາມ​ຊົ່ວຮ້າຍ.

29 “ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ໃຫ້​ບັນດາ​ຜູ້ທຳນວາຍ ແລະ ຕົບແຕ່ງ​ຂຸມຝັງສົບ​ຂອງ​ຄົນຊອບທຳ​ໃຫ້​ງົດງາມ

30 ແລະ ພວກເຈົ້າ​ເວົ້າ​ວ່າ, ‘ຖ້າ​ພວກເຮົາ​ໄດ້​ຢູ່​ໃນ​ສະໄໝ​ດຽວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ນັ້ນ ພວກເຮົາ​ກໍ​ຄົງ​ຈະ​ບໍ່​ມີ​ສ່ວນ​ກັບ​ພວກເຂົາ​ໃນ​ການ​ຂ້າ​ພວກ​ຜູ້ທຳນວາຍ’.

31 ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນພະຍານ​ຕໍ່ສູ້​ຕົນ​ເອງ​ວ່າ​ພວກເຈົ້າ​ເປັນ​ເຊື້ອສາຍ​ຂອງ​ບັນດາ​ຜູ້​ທີ່​ຂ້າ​ພວກ​ຜູ້ທຳນວາຍ​ເຫລົ່ານັ້ນ,

32 ເຫດສະນັ້ນ ຈົ່ງ​ເຮັດ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ແລະ ເຮັດ​ໃຫ້​ສຳເລັດ​ຄົບຖ້ວນ​ສາ!

33 “ພວກ​ງູຮ້າຍ! ພວກ​ງູ​ພິດ​ເອີຍ! ພວກເຈົ້າ​ຈະ​ຫລຸດພົ້ນ​ຈາກ​ການຕັດສິນ​ລົງໂທດ​ໃຫ້​ລົງ​ນະລົກ​ໄດ້​ຢ່າງໃດ?

34 ດ້ວຍເຫດນີ້ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ນັກປັດຊະຍາ ແລະ ພວກອາຈານ​ມາ​ຫາ​ພວກເຈົ້າ, ບາງຄົນ​ໃນ​ພວກເຂົາ​ພວກເຈົ້າ​ກໍ​ຂ້າ ແລະ ຄຶງ​ທີ່​ໄມ້ກາງແຂນ, ຄົນ​ອື່ນໆ​ອີກ​ພວກເຈົ້າ​ກໍ​ຈະ​ຂ້ຽນຕີ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ ແລະ ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ.

35 ດັ່ງນັ້ນ ເລືອດ​ຂອງ​ຄົນຊອບທຳ​ທັງໝົດ​ທີ່​ຕົກ​ໃສ່​ແຜ່ນດິນໂລກ ແລະ ຈະ​ຕົກ​ຖືກ​ພວກເຈົ້າ, ນັບ​ຕັ້ງ​ແຕ່​ເລືອດ​ຂອງ​ອາເບັນ​ຜູ້ຊອບທຳ​ໄປ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ​ລູກຊາຍ​ຂອງ​ບາຣາຂີຢາ​ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ວິຫານ ແລະ ແທ່ນບູຊາ.

36 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຫດການ​ເຫລົ່ານີ້​ຈະ​ເກີດຂຶ້ນ​ແກ່​ຄົນ​ສະໄໝ​ນີ້.

37 “ເຢຣູຊາເລັມ, ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ, ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ.

38 ເບິ່ງ​ແມ, ເຮືອນ​ຂອງ​ພວກເຈົ້າ​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ

39 ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ເຮົາ​ອີກ​ຈົນ​ກວ່າ​ພວກເຈົ້າ​ຈະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ’”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan