ມັດທາຍ 22 - ພຣະຄຳພີລາວສະບັບສະໄໝໃໝ່ຄຳອຸປະມາເລື່ອງງານກິນລ້ຽງສົມລົດ 1 ພຣະເຢຊູເຈົ້າກ່າວແກ່ພວກເຂົາເປັນຄຳອຸປະມາອີກວ່າ: 2 “ອານາຈັກສະຫວັນປຽບເໝືອນກະສັດຜູ້ໜຶ່ງທີ່ຕຽມງານກິນລ້ຽງສົມລົດໃຫ້ແກ່ລູກຊາຍຂອງເພິ່ນ. 3 ເພິ່ນໄດ້ໃຊ້ພວກຜູ້ຮັບໃຊ້ຂອງຕົນໄປບອກບັນດາຜູ້ທີ່ຖືກເຊີນໃຫ້ມາຮ່ວມງານລ້ຽງ ແຕ່ພວກເຂົາບໍ່ຍອມມາ. 4 “ດັ່ງນັ້ນ ເພິ່ນຈຶ່ງໃຊ້ພວກຜູ້ຮັບໃຊ້ຄົນອື່ນໆອອກໄປອີກໂດຍສັ່ງວ່າ, ‘ຈົ່ງບອກບັນດາຄົນທີ່ຖືກເຊີນວ່າເຮົາໄດ້ຈັດຕຽມງານກິນລ້ຽງໄວ້ພ້ອມແລ້ວຄື: ງົວເຖິກ ແລະ ສັດໂຕອ້ວນພີກໍມີຄົນຂ້າໄວ້ແລ້ວ ແລະ ທຸກສິ່ງກໍຕຽມພ້ອມແລ້ວ. ຈົ່ງມາຮ່ວມງານລ້ຽງນີ້’. 5 “ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຊີນນັ້ນເລີຍ ແລະ ກໍໄປທາງອື່ນ. ຄົນໜຶ່ງກໍໄປທົ່ງນາ, ອີກຄົນໜຶ່ງກໍໄປເຮັດທຸລະກິດຂອງຕົນ. 6 ສ່ວນຄົນອື່ນໆອີກກໍຈັບພວກຜູ້ຮັບໃຊ້ມາຂ້ຽນຕີ ແລະ ຂ້າພວກເຂົາຖິ້ມ. 7 ກະສັດຈຶ່ງໂກດຮ້າຍຫລາຍ ເພິ່ນໄດ້ສັ່ງທະຫານອອກໄປທຳລາຍຊີວິດພວກຄາດຕະກອນເຫລົ່ານັ້ນ ແລະ ຈູດເມືອງຂອງພວກເຂົາ. 8 “ແລ້ວເພິ່ນກ່າວກັບພວກຜູ້ຮັບໃຊ້ຂອງເພິ່ນວ່າ, ‘ງານກິນລ້ຽງສົມລົດກໍພ້ອມແລ້ວ, ແຕ່ບັນດາຜູ້ທີ່ເຮົາເຊີນໄວ້ນັ້ນບໍ່ສົມຄວນໃຫ້ມາ. 9 ດັ່ງນັ້ນ ຈົ່ງອອກໄປທີ່ແຈຖະໜົນ ແລະ ເມື່ອພົບຄົນໃດກໍໃຫ້ເຊີນມາໃນງານນີ້’. 10 ແລ້ວພວກຜູ້ຮັບໃຊ້ຈຶ່ງອອກໄປຕາມຖະໜົນຫົນທາງ ແລະ ຮວບຮວມເອົາຄົນທັງໝົດທີ່ພວກເຂົາພົບເຫັນ ບໍ່ວ່າຄົນດີ ຫລື ຄົນຊົ່ວເຂົ້າມາໃນງານນີ້ ແລະ ຫ້ອງງານສົມລົດນັ້ນກໍເຕັມໄປດ້ວຍແຂກຈໍານວນຫລວງຫລາຍ. 11 “ແຕ່ເມື່ອກະສັດອອກມາເບິ່ງບັນດາແຂກທີ່ມາໃນງານກໍເຫັນຊາຍຄົນໜຶ່ງບໍ່ໄດ້ນຸ່ງເຄື່ອງສຳລັບງານສົມລົດ 12 ກະສັດຈຶ່ງຖາມລາວວ່າ, ‘ສະຫາຍເອີຍ, ດ້ວຍເຫດໃດເຈົ້າເຂົ້າມາທີ່ນີ້ໂດຍບໍ່ໄດ້ນຸ່ງເຄື່ອງສຳລັບງານສົມລົດ?’ ຊາຍຄົນນັ້ນກໍມິດຢູ່ເວົ້າບໍ່ອອກ. 13 “ແລ້ວກະສັດຈຶ່ງສັ່ງພວກຜູ້ຮັບໃຊ້ວ່າ, ‘ຈົ່ງມັດມືມັດຕີນຂອງມັນໄວ້ ແລະ ໂຍນມັນຖິ້ມອອກໄປຍັງບ່ອນທີ່ມືດພາຍນອກ ທີ່ນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ’. 14 “ດ້ວຍວ່າ ມີຫລາຍຄົນຖືກເຊີນ ແຕ່ມີໜ້ອຍຄົນທີ່ຖືກເລືອກ”. ການເສຍພາສີໃຫ້ແກ່ກາຍຊາ (ມຣກ 12:13-17; ລກ 20:20-26) 15 ແລ້ວພວກຟາຣີຊາຍຈຶ່ງອອກໄປວາງແຜນກັນເພື່ອຈັບຜິດຖ້ອຍຄຳຂອງພຣະອົງ. 16 ພວກເຂົາຈຶ່ງໃຊ້ພວກລູກສິດຂອງພວກເຂົາພ້ອມກັບກຸ່ມສະໜັບສະໜູນເຮໂຣດບາງຄົນໄປຫາພຣະອົງ. ພວກເຂົາເວົ້າວ່າ, “ອາຈານເອີຍ, ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່ ແລະ ທ່ານໄດ້ສອນທາງຂອງພຣະເຈົ້າຕາມຄວາມຈິງ. ທ່ານບໍ່ໄດ້ຖືກຊັກຈູງໂດຍຄົນອື່ນ, ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ. 17 ດັ່ງນັ້ນ ຈົ່ງບອກພວກເຮົາແດ່ວ່າທ່ານຄິດຢ່າງໃດກ່ຽວກັບເລື່ອງນີ້? ເປັນການຖືກຕ້ອງທີ່ຈະເສຍພາສີໃຫ້ແກ່ກາຍຊາບໍ?” 18 ແຕ່ພຣະເຢຊູເຈົ້າຮູ້ທັນເຈດຕະນາຊົ່ວຮ້າຍຂອງພວກເຂົາ ຈຶ່ງກ່າວວ່າ, “ຄົນໜ້າຊື່ໃຈຄົດ, ເປັນຫຍັງພວກເຈົ້າຈຶ່ງພະຍາຍາມຈະຈັບຜິດເຮົາ? 19 ຈົ່ງເອົາຫລຽນທີ່ໃຊ້ເສຍພາສີນັ້ນມາໃຫ້ເຮົາເບິ່ງດູ”. ພວກເຂົາຈຶ່ງນຳເອົາຫລຽນໜຶ່ງເດນາຣິອົນມາໃຫ້ພຣະອົງ, 20 ແລ້ວພຣະອົງກໍຖາມພວກເຂົາວ່າ, “ຮູບ ແລະ ຄຳຈາລຶກນີ້ເປັນຂອງຜູ້ໃດ?” 21 ພວກເຂົາຕອບວ່າ, “ເປັນຂອງກາຍຊາ”. ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ເຫດສະນັ້ນ ສິ່ງໃດທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ແລະ ສິ່ງໃດເປັນຂອງພຣະເຈົ້າ ຈົ່ງຖວາຍຄືນໃຫ້ແກ່ພຣະເຈົ້າ”. 22 ເມື່ອພວກເຂົາໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາຕ່າງກໍປະຫລາດໃຈຈຶ່ງອອກໄປຈາກພຣະອົງ. ບັນຫາເລື່ອງການເປັນຄືນຈາກຕາຍ (ມຣກ 12:18-27; ລກ 20:27-40) 23 ໃນວັນດຽວກັນນັ້ນ ພວກຊາດູກາຍຜູ້ທີ່ກ່າວວ່າບໍ່ມີການເປັນຄືນມາຈາກຕາຍໄດ້ມາຫາພຣະອົງດ້ວຍຄຳຖາມ. 24 ພວກເຂົາເວົ້າວ່າ, “ອາຈານເອີຍ, ໂມເຊໄດ້ບອກພວກເຮົາວ່າ, ຖ້າອ້າຍຂອງຊາຍຄົນໜຶ່ງຕາຍໄປໂດຍບໍ່ມີລູກ ນ້ອງຊາຍຂອງລາວຈະຕ້ອງແຕ່ງງານກັບຍິງໝ້າຍຄົນນັ້ນເພື່ອຈະມີລູກສືບເຊື້ອສາຍໃຫ້ລາວ. 25 ບັດນີ້ ຍັງມີອ້າຍນ້ອງເຈັດຄົນທີ່ຢູ່ໃນທ່າມກາງພວກເຮົາ ຜູ້ທີໜຶ່ງໄດ້ແຕ່ງງານ ແລະ ໄດ້ຕາຍໄປໂດຍບໍ່ມີລູກ, ດັ່ງນັ້ນ ລາວຈຶ່ງປະເມຍທີ່ເປັນໝ້າຍໄວ້ໃຫ້ນ້ອງຊາຍຂອງຕົນ. 26 ເຫດການນີ້ໄດ້ເກີດຂຶ້ນກັບນ້ອງຊາຍຜູ້ທີສອງ, ນ້ອງຊາຍຜູ້ທີສາມ ແລະ ຈົນເຖິງຜູ້ທີເຈັດ. 27 ໃນທີ່ສຸດ ແມ່ຍິງຄົນນັ້ນກໍໄດ້ຕາຍໄປເໝືອນກັນ. 28 ດັ່ງນັ້ນ ໃນວັນທີ່ເປັນຄືນມາຈາກຕາຍຍິງຄົນນີ້ຈະເປັນເມຍຂອງຜູ້ໃດ, ດ້ວຍວ່າ ຊາຍທັງເຈັດຄົນໄດ້ເປັນຜົວຂອງນາງແລ້ວ?” 29 ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າຜິດເພາະວ່າພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລື ລິດອຳນາດຂອງພຣະເຈົ້າ. 30 ໃນວັນທີ່ມະນຸດເປັນຄືນມາຈາກຕາຍນັ້ນຈະບໍ່ມີການແຕ່ງງານ ຫລື ຍົກໃຫ້ເປັນຜົວເມຍກັນອີກ, ພວກເຂົາຈະເປັນເໝືອນເທວະດາໃນສະຫວັນ. 31 ສຳລັບເລື່ອງການເປັນຄືນມາຈາກຕາຍນັ້ນ ພວກເຈົ້າບໍ່ເຄີຍໄດ້ອ່ານຖ້ອຍຄຳທີ່ພຣະເຈົ້າບອກພວກເຈົ້າບໍວ່າ, 32 ‘ເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບ’? ພຣະອົງເປັນພຣະເຈົ້າຂອງຄົນເປັນ ພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ”. 33 ເມື່ອປະຊາຊົນໄດ້ຍິນດັ່ງນີ້ແລ້ວ ພວກເຂົາກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ. ກົດບັນຍັດຂໍ້ທີ່ໃຫຍ່ທີ່ສຸດ (ມຣກ 12:28-31) 34 ເມື່ອໄດ້ຍິນຂ່າວວ່າພຣະເຢຊູເຈົ້າເຮັດໃຫ້ພວກຊາດູກາຍມິດງຽບໄປ ພວກຟາຣີຊາຍຈຶ່ງພາກັນມາຮວມໂຕກັນ. 35 ຄົນໜຶ່ງໃນພວກເຂົາທີ່ເປັນຜູ້ຊຳນານດ້ານກົດບັນຍັດກໍໄດ້ທົດລອງພຣະອົງໂດຍຖາມວ່າ: 36 “ອາຈານເອີຍ, ກົດບັນຍັດຂໍ້ໃດໃນໜັງສືກົດບັນຍັດທີ່ໃຫຍ່ທີ່ສຸດ?” 37 ພຣະເຢຊູເຈົ້າຕອບວ່າ, “‘ຈົ່ງຮັກອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ ແລະ ດ້ວຍສຸດຄວາມຄິດຂອງພວກເຈົ້າ’. 38 ນີ້ແມ່ນກົດບັນຍັດຂໍ້ຕົ້ນ ແລະ ຂໍ້ໃຫຍ່ທີ່ສຸດ. 39 ຂໍ້ທີສອງກໍເໝືອນກັນຄື ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’. 40 ໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍທັງໝົດກໍຂຶ້ນກັບກົດບັນຍັດສອງຂໍ້ນີ້”. ພຣະເມຊີອາເປັນບຸດຂອງຜູ້ໃດ (ມຣກ 12:35-37; ລກ 20:41-44) 41 ໃນຂະນະທີ່ພວກຟາຣີຊາຍຍັງເຕົ້າໂຮມກັນຢູ່ນັ້ນ, ພຣະເຢຊູເຈົ້າຖາມພວກເຂົາວ່າ, 42 “ພວກເຈົ້າຄິດຢ່າງໃດກ່ຽວກັບພຣະຄຣິດເຈົ້າ? ເພິ່ນເປັນບຸດຂອງຜູ້ໃດ?” ພວກເຂົາຕອບວ່າ, “ເປັນບຸດຂອງດາວິດ”. 43 ພຣະອົງກ່າວແກ່ພວກເຂົາວ່າ, “ຖ້າຢ່າງນັ້ນ ດ້ວຍເຫດໃດພຣະວິນຍານບໍລິສຸດເຈົ້າຈຶ່ງດົນໃຈໃຫ້ດາວິດເອີ້ນພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າ’? ເພາະດາວິດໄດ້ກ່າວວ່າ, 44 “‘ພຣະເຈົ້າໄດ້ກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍວ່າ: “ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕູຂອງເຈົ້າ ໃຫ້ຢູ່ໃຕ້ຕີນຂອງເຈົ້າ”’. 45 ດັ່ງນັ້ນ ຖ້າດາວິດເອີ້ນພຣະອົງວ່າ ‘ອົງພຣະຜູ້ເປັນເຈົ້າ’ ແລ້ວພຣະອົງຈະເປັນບຸດຂອງດາວິດໄດ້ຢ່າງໃດ?” 46 ບໍ່ມີຜູ້ໃດໃນພວກເຂົາສາມາດຕອບພຣະອົງໄດ້ຈັກຄຳ ແລະ ນັບແຕ່ວັນນັ້ນມາກໍບໍ່ມີຜູ້ໃດກ້າຖາມພຣະອົງອີກ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.