ມັດທາຍ 21 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າເຂົ້າສູ່ນະຄອນເຢຣູຊາເລັມໃນຖານະກະສັດ (ມຣກ 11:1-10; ລກ 19:29-38; ຢຮ 12:12-15) 1 ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກເຂົ້າມາໃກ້ນະຄອນເຢຣູຊາເລັມແລ້ວ ກໍມາຮອດບ້ານເບັດຟາເຄທີ່ພູເຂົາໝາກກອກ, ພຣະເຢຊູເຈົ້າໄດ້ໃຊ້ສາວົກສອງຄົນລ່ວງໜ້າໄປກ່ອນ 2 ໂດຍສັ່ງພວກເພິ່ນວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ໜ້າພວກເຈົ້ານັ້ນ ແລະ ເມື່ອພວກເຈົ້າພົບລໍແມ່ໂຕໜຶ່ງທີ່ຖືກມັດຢູ່ກັບລໍນ້ອຍລູກຂອງມັນຢູ່ທີ່ນັ້ນ. ຈົ່ງແກ້ເຊືອກອອກ ແລ້ວຈູງມາຫາເຮົາ. 3 ຖ້າມີຜູ້ໃດເວົ້າສິ່ງໃດ, ຈົ່ງບອກວ່າອົງພຣະຜູ້ເປັນເຈົ້າຕ້ອງການ ແລ້ວລາວກໍຈະປ່ອຍໃຫ້ທັນທີ”. 4 ເຫດການນີ້ເປັນໄປຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ: 5 “ຈົ່ງບອກລູກສາວແຫ່ງຊີໂອນວ່າ, ‘ເບິ່ງແມ, ກະສັດຂອງເຈົ້າມາຫາເຈົ້າ ຜູ້ອ່ອນສຸພາບ ແລະ ຂີ່ລໍ ແລະ ຢູ່ເທິງລໍນ້ອຍ ລູກສັດໃຊ້ງານໂຕໜຶ່ງ’”. 6 ພວກສາວົກທັງສອງຈຶ່ງໄປເຮັດຕາມທີ່ພຣະເຢຊູເຈົ້າສັ່ງ. 7 ພວກເພິ່ນໄດ້ນໍາລໍແມ່ ແລະ ລູກລໍມາ, ເອົາເສື້ອຄຸມຂອງຕົນປູເທິງຫລັງລໍເຫລົ່ານັ້ນເພື່ອໃຫ້ພຣະເຢຊູເຈົ້າຂຶ້ນນັ່ງ. 8 ແລ້ວປະຊາຊົນເປັນຈຳນວນຫລວງຫລາຍໄດ້ເອົາເສື້ອຄຸມຂອງຕົນປູຕາມຫົນທາງ, ບາງຄົນກໍໄດ້ຕັດເອົາງ່າໄມ້ຈາກຕົ້ນໄມ້ມາປູຕາມຫົນທາງ. 9 ປະຊາຊົນທີ່ຍ່າງອອກໜ້າໄປກ່ອນພຣະອົງ ແລະ ຜູ້ທີ່ຕິດຕາມມາກໍຮ້ອງຂຶ້ນວ່າ, “ໂຮຊັນນາແດ່ບຸດດາວິດ! “ສັນລະເສີນພຣະອົງຜູ້ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!” “ໂຮຊັນນາໃນສະຫວັນສູງສຸດ!” 10 ເມື່ອພຣະເຢຊູເຈົ້າເຂົ້າໄປໃນນະຄອນເຢຣູຊາເລັມແລ້ວ ປະຊາຊົນທົ່ວນະຄອນກໍແຕກຕື່ນ ແລະ ຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ?” 11 ປະຊາຊົນຕອບວ່າ, “ຄົນນີ້ແມ່ນພຣະເຢຊູເຈົ້າຜູ້ທຳນວາຍທີ່ມາຈາກເມືອງນາຊາເຣັດແຂວງຄາລີເລ”. ພຣະເຢຊູເຈົ້າທີ່ວິຫານ (ມຣກ 11:15-18; ລກ 19:45-47) 12 ພຣະເຢຊູເຈົ້າໄດ້ເຂົ້າໄປໃນເດີ່ນວິຫານ ແລະ ໄດ້ຂັບໄລ່ບັນດາຄົນທີ່ຊື້ຂາຍຢູ່ທີ່ນັ້ນອອກໄປ. ພຣະອົງໄດ້ຂວ້ຳໂຕະຂອງຄົນຮັບແລກປ່ຽນເງິນ ແລະ ຕັ່ງນັ່ງຂອງຄົນຂາຍນົກເຂົາ. 13 ພຣະອົງກ່າວຕໍ່ພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ວິຫານຂອງເຮົາຈະເປັນທີ່ເອີ້ນວ່າສະຖານທີ່ແຫ່ງການອະທິຖານ’ ແຕ່ພວກເຈົ້າກຳລັງເຮັດໃຫ້ກາຍເປັນ ‘ຖ້ຳໂຈນ’”. 14 ຄົນຕາບອດ ແລະ ຄົນຂາພິການກໍພາກັນມາຫາພຣະເຢຊູເຈົ້າທີ່ວິຫານ ແລະ ພຣະອົງກໍຮັກສາພວກເຂົາໃຫ້ຫາຍດີ. 15 ແຕ່ເມື່ອພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດເຫັນສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ກະທຳ ແລະ ໄດ້ຍິນພວກເດັກນ້ອຍຮ້ອງສຽງດັງໃນເຂດວິຫານວ່າ, “ໂຮຊັນນາ ແດ່ບຸດຂອງດາວິດ”, ແລ້ວພວກເຂົາກໍບໍ່ພໍໃຈ. 16 ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຄຳທີ່ເດັກນ້ອຍເຫລົ່ານັ້ນກຳລັງເວົ້າກັນບໍ?” ພຣະເຢຊູເຈົ້າຕອບວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ເຄີຍອ່ານພົບບໍໃນຄຳທີ່ວ່າ, “‘ອົງພຣະຜູ້ເປັນເຈົ້າ, ພຣະອົງຈັດໃຫ້ຄຳສັນເສີນອັນແທ້ຈິງ ອອກມາຈາກຮິມສົບຂອງເດັກນ້ອຍ ແລະ ເດັກອ່ອນ’”. 17 ແລ້ວພຣະອົງກໍຈາກພວກເຂົາໄປ ແລະ ອອກຈາກນະຄອນໄປຍັງບ້ານເບັດທານີ, ບ່ອນທີ່ພຣະອົງພັກຄ້າງຄືນຢູ່ທີ່ນັ້ນ. ພຣະເຢຊູເຈົ້າສາບແຊ່ງຕົ້ນໝາກເດື່ອ (ມຣກ 11:12-14,20-24) 18 ໃນເວລາເຊົ້າ, ຂະນະທີ່ພຣະເຢຊູເຈົ້າກັບຄືນເຂົ້າໄປໃນນະຄອນອີກ ພຣະອົງຫິວເຂົ້າ. 19 ເມື່ອພຣະອົງເຫັນຕົ້ນໝາກເດື່ອຕົ້ນໜຶ່ງຢູ່ແຄມທາງ ພຣະອົງຈຶ່ງຍ່າງເຂົ້າໄປໃກ້ ແລະ ເຫັນວ່າຕົ້ນໝາກເດື່ອຕົ້ນນັ້ນບໍ່ມີໝາກມີແຕ່ໃບເທົ່ານັ້ນ. ດັ່ງນັ້ນ ພຣະອົງຈຶ່ງກ່າວຕໍ່ຕົ້ນໝາກເດື່ອຕົ້ນນັ້ນວ່າ, “ເຈົ້າຢ່າໄດ້ເກີດໝາກອີກຕໍ່ໄປ!” ໃນທັນໃດນັ້ນ ຕົ້ນໝາກເດື່ອນັ້ນກໍຫ່ຽວແຫ້ງລົງ. 20 ເມື່ອພວກສາວົກເຫັນເຊັ່ນນີ້, ພວກເພິ່ນກໍພາກັນປະຫລາດໃຈ. ແລ້ວພາກັນເວົ້າວ່າ, “ຕົ້ນໝາກເດື່ອຫ່ຽວແຫ້ງໄປຢ່າງໄວວາເຊັ່ນນີ້ໄດ້ຢ່າງໃດ?” 21 ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອ ແລະ ບໍ່ສົງໄສ ພວກເຈົ້າກໍເຮັດຕໍ່ຕົ້ນໝາກເດື່ອຕົ້ນນີ້ໄດ້ເໝືອນດັ່ງທີ່ເຮົາໄດ້ເຮັດ, ບໍ່ພຽງເທົ່ານັ້ນ ແຕ່ພວກເຈົ້າຍັງສາມາດສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’ ກໍຈະເປັນໄປຕາມນັ້ນ. 22 ຖ້າພວກເຈົ້າເຊື່ອ ພວກເຈົ້າກໍຈະໄດ້ຮັບທຸກສິ່ງທີ່ພວກເຈົ້າອະທິຖານຂໍ”. ບັນຫາເລື່ອງສິດອຳນາດຂອງພຣະເຢຊູເຈົ້າ (ມຣກ 11:27-33; ລກ 20:1-8) 23 ພຣະເຢຊູເຈົ້າເຂົ້າໄປໃນເດີ່ນວິຫານ ແລະ ໃນຂະນະທີ່ພຣະອົງສັ່ງສອນຢູ່ນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ຂອງປະຊາຊົນກໍມາຫາພຣະອົງ. ພວກເຂົາໄດ້ຖາມວ່າ, “ເຈົ້າເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ? ແລະ ຜູ້ໃດໃຫ້ສິດອຳນາດນີ້ແກ່ເຈົ້າ?” 24 ພຣະເຢຊູເຈົ້າຕອບວ່າ, “ເຮົາຈະຖາມພວກເຈົ້າຂໍ້ໜຶ່ງເໝືອນກັນ. ຖ້າພວກເຈົ້າຕອບເຮົາ ເຮົາກໍຈະບອກພວກເຈົ້າວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ. 25 ບັບຕິສະມາຂອງໂຢຮັນມາຈາກໃສ? ມາຈາກສະຫວັນ ຫລື ມາຈາກຂອງມະນຸດ?” ພວກເຂົາໄດ້ປຶກສາກັນເອງ ແລະ ເວົ້າວ່າ, “ຖ້າພວກເຮົາຕອບວ່າ ‘ມາຈາກສະຫວັນ’ ລາວກໍຈະຖາມວ່າ ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’ 26 ແຕ່ຖ້າພວກເຮົາເວົ້າວ່າ, ‘ມາຈາກມະນຸດ’ ພວກເຮົາກໍຢ້ານປະຊາຊົນເພາະທຸກຄົນຖືວ່າໂຢຮັນເປັນຜູ້ທຳນວາຍ”. 27 ດັ່ງນັ້ນ ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້ຈັກ”. ແລ້ວພຣະອົງຈຶ່ງກ່າວວ່າ, “ເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ. ຄຳອຸປະມາເລື່ອງລູກຊາຍສອງຄົນ 28 “ພວກເຈົ້າຄິດຢ່າງໃດ? ມີຊາຍຜູ້ໜຶ່ງມີລູກຊາຍສອງຄົນ ລາວໄປຫາລູກຊາຍກົກ ແລະ ບອກວ່າ, ‘ລູກເອີຍ, ມື້ນີ້ຈົ່ງໄປເຮັດວຽກໃນສວນອະງຸ່ນເດີ້’. 29 “ລູກຊາຍກົກຕອບວ່າ, ‘ລູກບໍ່ໄປ’, ແຕ່ຕໍ່ມາລາວກໍປ່ຽນໃຈ ແລະ ກໍໄປເຮັດວຽກ. 30 “ແລ້ວພໍ່ກໍໄປຫາລູກຊາຍຜູ້ທີສອງ ແລະ ບອກຢ່າງດຽວກັນ. ລູກຊາຍຜູ້ນີ້ຕອບວ່າ, ‘ເຈົ້າ ລູກຈະໄປ’ ແຕ່ລາວບໍ່ໄດ້ໄປ. 31 “ໃນລູກສອງຄົນນີ້ຜູ້ໃດເຮັດຕາມໃຈພໍ່?” ພວກເຂົາຕອບວ່າ, “ແມ່ນລູກຊາຍກົກ”. ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນເກັບພາສີ ແລະ ຍິງໂສເພນີ ກຳລັງເຂົ້າໄປໃນອານາຈັກຂອງພຣະເຈົ້າກ່ອນພວກເຈົ້າ. 32 ເພາະໂຢຮັນບັບຕິສະໂຕໄດ້ມາເພື່ອຊີ້ບອກທາງແຫ່ງຄວາມຊອບທຳໃຫ້ແກ່ພວກເຈົ້າ ແລະ ພວກເຈົ້າບໍ່ເຊື່ອເພິ່ນ, ແຕ່ຄົນເກັບພາສີ ແລະ ຍິງໂສເພນີໄດ້ເຊື່ອເພິ່ນ ແລະ ເຖິງແມ່ນວ່າພວກເຈົ້າໄດ້ເຫັນສິ່ງນີ້ແລ້ວກໍຕາມ ພວກເຈົ້າກໍຍັງບໍ່ຍອມກັບໃຈ ແລະ ເຊື່ອເພິ່ນ. ຄຳອຸປະມາເລື່ອງຄົນເຊົ່າສວນອະງຸ່ນ (ມຣກ 12:1-12; ລກ 20:9-19) 33 “ຈົ່ງຟັງຄຳອຸປະມາເລື່ອງໜຶ່ງອີກຄື ມີເຈົ້າຂອງສວນຄົນໜຶ່ງທີ່ເຮັດສວນອະງຸ່ນ ເພິ່ນໄດ້ເຮັດຮົ້ວອ້ອມສວນໄວ້, ເຈາະອ່າງເພື່ອໃຊ້ເປັນບ່ອນຢຽບເອົານໍ້າອະງຸ່ນ ແລະ ໄດ້ສ້າງຫໍຄອຍໄວ້ເພື່ອເຝົ້າຍາມ. ຫລັງຈາກນັ້ນ ເພິ່ນໄດ້ໃຫ້ພວກຊາວສວນເຊົ່າ ແລ້ວເພິ່ນຍ້າຍອອກໄປບ່ອນອື່ນ. 34 ເມື່ອໃກ້ຈະເຖິງລະດູເກັບກ່ຽວ ເພິ່ນກໍໃຊ້ບັນດາຜູ້ຮັບໃຊ້ຂອງຕົນໄປຫາພວກຄົນເຊົ່າສວນເພື່ອຮັບຜົນລະປູກຂອງເພິ່ນ. 35 “ແຕ່ພວກຄົນເຊົ່າສວນໄດ້ຈັບບັນດາຜູ້ຮັບໃຊ້ຂອງເພິ່ນ ພວກເຂົາຂ້ຽນຕີຄົນໜຶ່ງ, ຂ້າຄົນໜຶ່ງ ແລະ ເອົາຫີນແກວ່ງໃສ່ຄົນທີສາມ. 36 ດັ່ງນັ້ນ ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ຄົນອື່ນໄປຫາພວກເຂົາອີກຫລາຍກວ່າຄັ້ງທຳອິດ ແຕ່ພວກຄົນເຊົ່າສວນກໍເຮັດຕໍ່ຄົນເຫລົ່ານັ້ນຢ່າງດຽວກັນ. 37 ໃນທີ່ສຸດ ເພິ່ນຈຶ່ງສົ່ງລູກຊາຍຂອງຕົນໄປຫາພວກເຂົາ. ເພິ່ນກ່າວວ່າ, ‘ພວກເຂົາຈະໃຫ້ຄວາມເຄົາລົບນັບຖືລູກຊາຍຂອງເຮົາ’. 38 “ແຕ່ເມື່ອພວກຄົນເຊົ່າສວນເຫັນຜູ້ເປັນລູກຊາຍ ພວກເຂົາຈຶ່ງເວົ້າກັນວ່າ, ‘ຄົນນີ້ຄືຜູ້ສືບທອດມໍລະດົກ. ໃຫ້ພວກເຮົາຂ້າມັນແລ້ວຢຶດເອົາມໍລະດົກຂອງມັນ’. 39 ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນໂຍນລາວຖິ້ມອອກໄປນອກສວນອະງຸ່ນແລ້ວຂ້າລາວ. 40 “ເຫດສະນັ້ນ ເມື່ອເຈົ້າຂອງສວນອະງຸ່ນມາ ເພິ່ນຈະເຮັດຢ່າງໃດກັບພວກຄົນເຊົ່າສວນ?” 41 ພວກເຂົາຕອບວ່າ, “ເພິ່ນຈະນໍາບັນດາຄົນຊົ່ວເຫລົ່ານັ້ນໄປສູ່ຈຸດຈົບທີ່ຊົ່ວຮ້າຍ ແລະ ຍົກສວນອະງຸ່ນນັ້ນໃຫ້ຄົນອື່ນເຊົ່າ ຜູ້ທີ່ຍອມມອບສ່ວນແບ່ງຈາກຜົນຜະລິດຂອງຕົນໃຫ້ເພິ່ນເມື່ອເຖິງລະດູເກັບກ່ຽວ”. 42 ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານພຣະຄຳພີຂໍ້ນີ້ບໍວ່າ: “‘ຫີນທີ່ຊ່າງກໍ່ໄດ້ຖິ້ມແລ້ວ ບັດນີ້ກໍໄດ້ກາຍເປັນຫີນເສົາເອກ, ອົງພຣະຜູ້ເປັນເຈົ້າໄດ້ກະທຳການນີ້ ແລະ ເປັນສິ່ງທີ່ອັດສະຈັນໃນສາຍຕາຂອງພວກເຮົາ’? 43 “ດັ່ງນັ້ນ ເຮົາຈຶ່ງບອກພວກເຈົ້າວ່າ, ອານາຈັກຂອງພຣະເຈົ້າຈະຖືກຍົກໄປຈາກພວກເຈົ້າ ແລະ ມອບໃຫ້ແກ່ບັນດາຊົນຊາດທີ່ຈະເຮັດໃຫ້ມັນຜະລິດຜົນ. 44 ຜູ້ໃດທີ່ລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກໝຸ່ນໄປ ແຕ່ຖ້າຫີນນີ້ຕົກທັບຜູ້ໃດ ຜູ້ນັ້ນກໍຈະແຫລກໝຸ່ນໄປເປັນຕ່ອນໆ”. 45 ເມື່ອພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍໄດ້ຍິນຄຳອຸປະມາຂອງພຣະເຢຊູເຈົ້າ ພວກເຂົາຮູ້ຈັກວ່າພຣະອົງກຳລັງເວົ້າກ່ຽວກັບພວກເຂົາ. 46 ພວກເຂົາຈຶ່ງຊອກຫາທາງທີ່ຈະຈັບພຣະອົງ, ແຕ່ຍ້ອນພວກເຂົາຢ້ານປະຊາຊົນ ເພາະປະຊາຊົນຖືວ່າພຣະອົງເປັນຜູ້ທຳນວາຍ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.