Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 20 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳອຸປະມາ​ເລື່ອງ​ຄົນງານ​ໃນ​ສວນອະງຸ່ນ

1 “ດ້ວຍວ່າ ອານາຈັກ​ສະຫວັນ​ປຽບເໝືອນ​ເຈົ້າ​ຂອງ​ສວນ​ຜູ້​ໜຶ່ງ ເຊິ່ງ​ອອກ​ໄປ​ແຕ່​ເຊົ້າ​ເພື່ອ​ຈ້າງ​ຄົນ​ມາ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຕົນ.

2 ເພິ່ນ​ໄດ້​ເຫັນດີ​ວ່າ​ຈະ​ຈ່າຍ​ຄ່າແຮງງານ​ໃຫ້​ພວກເຂົາ​ວັນ​ລະ​ໜຶ່ງ​ເດນາຣິອົນ ແລ້ວ​ກໍ​ໃຊ້​ພວກເຂົາ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຕົນ.

3 “ໃນ​ເວລາ​ປະມານ​ເກົ້າ​ໂມງ​ເຊົ້າ​ເພິ່ນ​ກໍ​ອອກ​ໄປ ແລະ ເຫັນ​ຫລາຍ​ຄົນ​ຢືນ​ຢູ່​ທີ່​ຕະຫລາດ​ບໍ່ເຮັດຫຍັງ

4 ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ ແລະ ຂ້ອຍ​ຈະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ຕາມ​ສົມຄວນ’.

5 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ. “ໃນ​ເວລາ​ປະມານ​ຕອນ​ທ່ຽງ ແລະ ຕອນ​ປະມານ​ສາມ​ໂມງ​ແລງ ເຈົ້າຂອງ​ສວນອະງຸ່ນ​ກໍ​ອອກ​ໄປ​ເຮັດ​ຄື​ເກົ່າ​ອີກ.

6 ໃນ​ເວລາ​ປະມານ​ຫ້າ​ໂມງ​ແລງ ເພິ່ນ​ກໍ​ອອກ​ໄປ​ອີກ ແລະ ເຫັນ​ຍັງ​ມີ​ຫລາຍ​ຄົນ​ຢືນ​ຢູ່​ທີ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພວກເຂົາ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຢືນ​ຢູ່​ທີ່​ນີ້​ໝົດ​ມື້​ບໍ່ເຮັດຫຍັງ?’

7 “ພວກເຂົາ​ຕອບ​ວ່າ, ‘ເພາະ​ບໍ່​ມີ​ຜູ້ໃດ​ຈ້າງ​ພວກເຮົາ’. “ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ຢູ່​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ’.

8 “ເມື່ອ​ຮອດ​ຕອນແລງ​ມາ ເຈົ້າຂອງ​ສວນອະງຸ່ນ​ກໍ​ບອກ​ຜູ້ຈັດການ​ສວນ​ຂອງ​ຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ ຈ່າຍ​ຄ່າແຮງງານ​ໃຫ້​ພວກເຂົາ, ເລີ່ມ​ຕັ້ງແຕ່​ຜູ້ຮັບຈ້າງ​ຄົນ​ຫລ້າສຸດ​ໄປ​ຈົນ​ເຖິງ​ຜູ້ຮັບຈ້າງ​ຄົນ​ທຳອິດ’.

9 “ພວກຄົນ​ຮັບຈ້າງ​ຜູ້​ທີ່​ມາ​ເລີ່ມ​ເຮັດວຽກ​ໃນ​ເວລາ​ປະມານ​ຫ້າ​ໂມງ​ແລງ ກໍ​ໄດ້​ຮັບ​ເງິນ​ຄົນ​ລະ​ໜຶ່ງ​ເດນາຣິອົນ.

10 ດັ່ງນັ້ນ ຜູ້​ຮັບ​ຈ້າງ​ພວກ​ທີ່​ມາ​ທຳອິດ​ກໍ​ຄິດ​ວ່າ​ຕົນ​ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ ແຕ່​ກໍ​ໄດ້​ຮັບ​ຄົນ​ລະ​ໜຶ່ງ​ເດນາຣິອົນ​ເໝືອນກັນ.

11 ເມື່ອ​ພວກເຂົາ​ຮັບ​ເງິນ​ແລ້ວ​ຈຶ່ງ​ຈົ່ມ​ຕໍ່​ເຈົ້າຂອງ​ສວນ​ວ່າ,

12 ‘ຄົນຮັບຈ້າງ​ຜູ້​ທີ່​ມາ​ຕາມຫລັງ​ເຮັດວຽກ​ພຽງ​ຊົ່ວໂມງ​ດຽວ​ເທົ່ານັ້ນ ສ່ວນ​ພວກເຮົາ​ເຮັດວຽກ​ໜັກ​ຕາກແດດ​ຮ້ອນ​ມາ​ໝົດ​ມື້ ແຕ່​ທ່ານ​ໄດ້​ຈ່າຍ​ໃຫ້​ພວກເຮົາ​ເທົ່າ​ກັບ​ພວກເຂົາ’.

13 “ແຕ່​ເຈົ້າຂອງ​ສວນອະງຸ່ນ​ຕອບ​ຄົນ​ໜຶ່ງ​ໃນ​ພວກເຂົາ​ວ່າ, ‘ສະຫາຍ​ເອີຍ, ຂ້ອຍ​ບໍ່​ໄດ້​ສໍ້ໂກງ​ເຈົ້າ ເຈົ້າ​ຕົກລົງ​ເຮັດວຽກ​ໃຫ້​ຂ້ອຍ​ວັນ​ລະ​ໜຶ່ງ​ເດນາຣິອົນ​ບໍ່​ແມ່ນ​ບໍ?

14 ດັ່ງນັ້ນ ຮັບ​ຄ່າຈ້າງ​ຂອງ​ເຈົ້າ ແລະ ກັບ​ເມືອ​ສາ. ຂ້ອຍ​ພໍໃຈ​ຈະ​ໃຫ້​ຄົນຮັບຈ້າງ​ຜູ້​ທີ່​ມາ​ສຸດທ້າຍ​ນີ້​ເທົ່າກັນ​ກັບ​ເຈົ້າ.

15 ຂ້ອຍ​ບໍ່​ມີ​ສິດ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ກັບ​ເງິນ​ຂອງ​ຂ້ອຍ​ບໍ? ຫລື ວ່າ​ເຈົ້າ​ອິດສາ​ເພາະ​ເຫັນ​ຂ້ອຍ​ໃຈ​ດີ?’

16 “ດັ່ງນັ້ນ ຄົນ​ທີ່​ເປັນ​ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ ແລະ ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ”.


ພຣະເຢຊູເຈົ້າ​ທຳນວາຍ​ເຖິງ​ຄວາມຕາຍ​ຂອງ​ພຣະອົງ​ຄັ້ງ​ທີສາມ
(ມຣກ 10:32-34; ລກ 18:31-33)

17 ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ, ພຣະອົງ​ໄດ້​ພາ​ພວກສາວົກ​ສິບສອງ​ຄົນ​ແຍກ​ອອກ​ໄປ​ຕ່າງຫາກ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ,

18 “ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໄວ້​ກັບ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພວກເຂົາ​ຈະ​ລົງໂທດ​ພຣະອົງ​ໃຫ້​ເຖິງ​ຕາຍ.

19 ແລະ ຈະ​ມອບ​ພຣະອົງ​ໃຫ້​ກັບ​ຄົນຕ່າງຊາດ ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ, ຈະ​ຂ້ຽນຕີ​ພຣະອົງ ແລະ ຈະ​ຄຶງ​ພຣະອົງ​ໄວ້​ເທິງ​ໄມ້ກາງແຂນ ແລ້ວ​ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ!”


ຄຳຮ້ອງຂໍ​ຂອງ​ແມ່​ຄົນ​ໜຶ່ງ
(ມຣກ 10:35-45)

20 ຕໍ່ມາ ເມຍ​ຂອງ​ເຊເບດາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ພ້ອມ​ກັບ​ລູກຊາຍ​ທັງ​ສອງ​ຂອງ​ຕົນ, ພວກເພິ່ນ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ຂໍ​ສິ່ງ​ໜຶ່ງ​ຈາກ​ພຣະອົງ.

21 ພຣະອົງ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ນາງ​ຕອບ​ວ່າ, “ຂໍ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ໄດ້​ນັ່ງ​ໃນ​ອານາຈັກ​ຂອງ​ພຣະອົງ, ຄື​ໄດ້​ນັ່ງ​ທີ່​ເບື້ອງຂວາ​ຂອງ​ພຣະອົງ​ຄົນ​ໜຶ່ງ ແລະ ເບື້ອງຊ້າຍ​ຂອງ​ພຣະອົງ​ອີກ​ຄົນ​ໜຶ່ງ”.

22 ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ, ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ກຳລັງ​ຈະ​ດື່ມ​ນັ້ນ​ໄດ້​ບໍ?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ດື່ມ​ໄດ້”.

23 ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ໄດ້​ດື່ມ​ຈາກ​ຈອກ​ຂອງ​ເຮົາ​ແທ້ ແຕ່​ການ​ທີ່​ຈະ​ໄດ້​ນັ່ງ​ທີ່​ເບື້ອງຂວາ ຫລື ເບື້ອງຊ້າຍ​ຂອງ​ເຮົາ​ນັ້ນ​ບໍ່​ແມ່ນ​ເຮົາ​ຈະ​ເປັນ​ຜູ້​ອະນຸຍາດ. ບ່ອນ​ເຫລົ່ານັ້ນ​ເປັນ​ຂອງ​ບັນດາ​ຜູ້​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ຈັດຕຽມ​ໄວ້​ແລ້ວ”.

24 ເມື່ອ​ສາວົກ​ອີກ​ສິບ​ຄົນ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ ພວກເພິ່ນ​ກໍ​ບໍ່​ພໍໃຈ​ກັບ​ສອງ​ອ້າຍ​ນ້ອງ​ນັ້ນ.

25 ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກສາວົກ​ມາ​ພ້ອມໜ້າ​ກັນ ແລະ ກ່າວ​ວ່າ, “ພວກເຈົ້າ​ທັງຫລາຍ​ຕ່າງ​ກໍ​ຮູ້​ດີ​ວ່າ​ຜູ້ປົກຄອງ​ຂອງ​ຄົນຕ່າງຊາດ​ຍ່ອມ​ເປັນ​ນາຍ​ເໜືອ​ພວກເຂົາ ແລະ ເຈົ້າໜ້າທີ່​ຊັ້ນໃຫຍ່​ກໍ​ໃຊ້​ສິດອຳນາດ​ເໜືອ​ພວກເຂົາ.

26 ແຕ່​ສຳລັບ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ ກົງກັນຂ້າມ​ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ,

27 ແລະ ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ

28 ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ຊາຍ​ຕາບອດ​ສອງ​ຄົນ​ເບິ່ງເຫັນ​ໄດ້
(ມຣກ 10:46-52; ລກ 18:35-43)

29 ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ກຳລັງ​ອອກຈາກ​ເມືອງ​ເຢຣີໂກ, ປະຊາຊົນ​ຈໍານວນ​ຫລວງຫລາຍ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ.

30 ມີ​ຊາຍ​ຕາບອດ​ສອງ​ຄົນ​ກຳລັງ​ນັ່ງ​ຢູ່​ແຄມທາງ, ເມື່ອ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຜ່ານມາ​ທາງ​ນັ້ນ ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”

31 ປະຊາຊົນ​ໄດ້​ຫ້າມ​ໄວ້ ແລະ ບອກ​ພວກເຂົາ​ໃຫ້​ມິດ​ຢູ່, ແຕ່​ພວກເຂົາ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”

32 ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ ເອີ້ນ​ຊາຍ​ຕາບອດ​ສອງ​ຄົນ​ນັ້ນ​ມາ. ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດຫຍັງ​ໃຫ້​ພວກເຈົ້າ?”

33 ພວກເຂົາ​ຈຶ່ງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພວກຂ້ານ້ອຍ​ຢາກ​ເຫັນຮຸ່ງ”.

34 ພຣະເຢຊູເຈົ້າ​ສົງສານ​ພວກເຂົາ ຈຶ່ງ​ບາຍ​ຕາ​ຂອງ​ພວກເຂົາ. ໃນ​ທັນໃດ​ນັ້ນ ພວກເຂົາ​ກໍ​ເຫັນຮຸ່ງ ແລະ ຕິດຕາມ​ພຣະອົງ​ໄປ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan