ມັດທາຍ 19 - ພຣະຄຳພີລາວສະບັບສະໄໝໃໝ່ການຢ່າຮ້າງ (ມຣກ 10:1-12) 1 ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບແລ້ວ ພຣະອົງກໍອອກຈາກແຂວງຄາລີເລໄປຍັງແຂວງຢູດາຍ ເຊິ່ງຢູ່ທາງຟາກໜຶ່ງຂອງແມ່ນ້ຳຈໍແດນ, 2 ມີປະຊາຊົນຈໍານວນຫລວງຫລາຍໄດ້ຕິດຕາມພຣະອົງໄປ ແລະ ພຣະອົງໄດ້ຮັກສາພວກເຂົາໃຫ້ດີພະຍາດຢູ່ທີ່ນັ້ນ. 3 ພວກຟາຣີຊາຍບາງຄົນໄດ້ມາຫາພຣະອົງເພື່ອທົດລອງພຣະອົງ. ພວກເຂົາຖາມວ່າ, “ເປັນການຖືກຕ້ອງຕາມກົດບັນຍັດທີ່ຜູ້ຊາຍຈະຢ່າຮ້າງເມຍຂອງຕົນເພາະສາເຫດໃດກໍຕາມແມ່ນບໍ?” 4 ພຣະອົງຕອບວ່າ, “ພວກເຈົ້າບໍ່ໄດ້ອ່ານພຣະຄຳພີບໍທີ່ວ່າຕັ້ງແຕ່ຕົ້ນເດີມ ພຣະຜູ້ສ້າງ ‘ໄດ້ສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ’, 5 ແລະ ກ່າວວ່າ, ‘ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນໄປຜູກພັນຢູ່ກັບເມຍຂອງຕົນ ແລະ ພວກເຂົາທັງສອງກໍເປັນກາຍດຽວກັນ’? 6 ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ເປັນສອງອີກຕໍ່ໄປ, ແຕ່ເປັນກາຍດຽວກັນ. ເຫດສະນັ້ນ ສິ່ງທີ່ພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ”. 7 ພວກເຂົາຖາມພຣະອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມເຊຈຶ່ງສັ່ງໃຫ້ຜູ້ຊາຍເຮັດໜັງສືຢັ້ງຢືນການຢ່າຮ້າງໃຫ້ເມຍຂອງຕົນ ແລະ ສົ່ງນາງໜີໄປໄດ້?” 8 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໂມເຊອະນຸຍາດໃຫ້ພວກເຈົ້າຢ່າຮ້າງເມຍຂອງຕົນໄດ້ ເພາະໃຈຂອງພວກເຈົ້າທັງຫລາຍແຂງກະດ້າງ. ແຕ່ບໍ່ໄດ້ເປັນຢ່າງນີ້ຕັ້ງແຕ່ຕົ້ນ. 9 ເຮົາບອກພວກເຈົ້າວ່າ, ຜູ້ໃດຢ່າຮ້າງເມຍຂອງຕົນໂດຍທີ່ນາງບໍ່ໄດ້ຫລິ້ນຊູ້ກັບຊາຍອື່ນ ແລ້ວໄປແຕ່ງງານກັບຍິງອື່ນ ຜູ້ນັ້ນກໍຫລິ້ນຊູ້”. 10 ພວກສາວົກຈຶ່ງເວົ້າກັບພຣະອົງວ່າ, “ຖ້າການເປັນຜົວເມຍເປັນເຊັ່ນນີ້ ບໍ່ແຕ່ງງານກໍຄົງຈະດີກວ່າ”. 11 ພຣະເຢຊູເຈົ້າຕອບວ່າ, “ບໍ່ແມ່ນທຸກຄົນສາມາດຮັບຄຳສັ່ງສອນນີ້ໄດ້, ເວັ້ນແຕ່ບັນດາຜູ້ທີ່ພຣະເຈົ້າໃຫ້ເທົ່ານັ້ນ 12 ດ້ວຍວ່າ ມີຜູ້ເປັນກະເທີຍມາແຕ່ກຳເນີດກໍມີ, ມີມະນຸດເຮັດໃຫ້ເປັນກະເທີຍກໍມີ ແລະ ຜູ້ເລືອກຈະເປັນໂສດເພາະເຫັນແກ່ອານາຈັກສະຫວັນກໍມີ. ຜູ້ໃດຍອມຮັບເຊັ່ນນີ້ໄດ້ກໍຈົ່ງຮັບເອົາ”. ພຣະເຢຊູເຈົ້າ ແລະ ເດັກນ້ອຍ (ມຣກ 10:13-16; ລກ 18:15-17) 13 ຫລັງຈາກນັ້ນ ປະຊາຊົນໄດ້ນໍາເດັກນ້ອຍມາຫາພຣະເຢຊູເຈົ້າເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ ແລະ ອະທິຖານເພື່ອພວກເຂົາ. ແຕ່ພວກສາວົກໄດ້ຫ້າມພວກເຂົາໄວ້. 14 ພຣະເຢຊູເຈົ້າກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຂັດຂວາງພວກເຂົາ ເພາະອານາຈັກສະຫວັນເປັນຂອງຄົນທີ່ເປັນເໝືອນເດັກນ້ອຍເຫລົ່ານີ້”. 15 ເມື່ອພຣະອົງວາງມືຂອງພຣະອົງເທິງພວກເຂົາ, ພຣະອົງໄດ້ອອກຈາກທີ່ນັ້ນໄປ. ເສດຖີ ແລະ ອານາຈັກຂອງພຣະເຈົ້າ (ມຣກ 10:17-30; ລກ 18:18-30) 16 ຄັ້ງໜຶ່ງ ມີຊາຍຄົນໜຶ່ງມາຫາພຣະເຢຊູເຈົ້າ ແລະ ຖາມວ່າ, “ອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດສິ່ງດີອັນໃດຈຶ່ງຈະໄດ້ຊີວິດນິລັນດອນ?” 17 ພຣະເຢຊູເຈົ້າຕອບວ່າ, “ເປັນຫຍັງເຈົ້າຈຶ່ງມາຖາມເຮົາວ່າອັນໃດດີ? ມີຢູ່ພຽງຜູ້ດຽວທີ່ດີ. ຖ້າເຈົ້າປາຖະໜາຈະເຂົ້າສູ່ຊີວິດ ຈົ່ງຮັກສາຄຳສັ່ງທັງຫລາຍໄວ້”. 18 ລາວຖາມຄືນວ່າ, “ຄຳສັ່ງຂໍ້ໃດ?” ພຣະເຢຊູເຈົ້າຕອບລາວວ່າ, “‘ຢ່າຂ້າຄົນ, ຢ່າຫລິ້ນຊູ້, ຢ່າລັກ, ຢ່າເປັນພະຍານບໍ່ຈິງ, 19 ຈົ່ງນັບຖືພໍ່ ແລະ ແມ່ຂອງເຈົ້າ’ ແລະ ‘ຈົ່ງຮັກເພື່ອນບ້ານຂອງເຈົ້າເໝືອນຮັກຕົນເອງ’”. 20 ຊາຍໜຸ່ມຄົນນັ້ນໄດ້ຕອບວ່າ, “ຂ້ານ້ອຍໄດ້ຖືຮັກສາຂໍ້ຄຳສັ່ງເຫລົ່ານີ້ທັງໝົດ ມີສິ່ງໃດອີກທີ່ຂ້ານ້ອຍຍັງຂາດຢູ່?” 21 ພຣະເຢຊູເຈົ້າຕອບວ່າ, “ຖ້າເຈົ້າຢາກເປັນຄົນດີຄົບຖວ້ນ, ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກຢາຍໃຫ້ແກ່ຄົນຍາກຈົນ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ, ຫລັງຈາກນັ້ນ ຈົ່ງຕາມເຮົາມາ”. 22 ເມື່ອຊາຍໜຸ່ມໄດ້ຍິນເຊັ່ນນັ້ນ, ລາວກໍຈາກໄປດ້ວຍຄວາມທຸກໃຈເພາະລາວເປັນຄົນຮັ່ງມີຫລາຍ. 23 ແລ້ວພຣະເຢຊູເຈົ້າກ່າວແກ່ພວກສາວົກຂອງພຣະອົງວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຍາກຫລາຍທີ່ຄົນຮັ່ງມີຈະເຂົ້າໄປໃນອານາຈັກສະຫວັນ. 24 ເຮົາບອກພວກເຈົ້າອີກວ່າ, ໃຫ້ອູດໂຕໜຶ່ງລອດຮູເຂັມກໍຍັງງ່າຍກວ່າຄົນຮັ່ງມີຈະເຂົ້າໃນອານາຈັກຂອງພຣະເຈົ້າ”. 25 ເມື່ອພວກສາວົກໄດ້ຍິນດັ່ງນັ້ນ, ພວກເພິ່ນກໍປະຫລາດໃຈຫລາຍຈຶ່ງຖາມວ່າ, “ຖ້າຢ່າງນັ້ນ ຜູ້ໃດສາມາດພົ້ນໄດ້?” 26 ພຣະເຢຊູເຈົ້າແນມເບິ່ງພວກເພິ່ນ ແລະ ກ່າວວ່າ, “ສຳລັບມະນຸດກໍເປັນໄປບໍ່ໄດ້, ແຕ່ສຳລັບພຣະເຈົ້າທຸກສິ່ງເປັນໄປໄດ້”. 27 ເປໂຕຕອບພຣະອົງວ່າ, “ພວກຂ້ານ້ອຍໄດ້ປະຖິ້ມທຸກສິ່ງເພື່ອຕິດຕາມພຣະອົງ! ແລ້ວພວກຂ້ານ້ອຍທັງຫລາຍຈະໄດ້ສິ່ງໃດແດ່?” 28 ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຂະນະທີ່ທຸກສິ່ງຖືກສ້າງຂຶ້ນໃໝ່ ເມື່ອບຸດມະນຸດນັ່ງເທິງບັນລັງອັນຮຸ່ງເຮືອງຂອງພຣະອົງ, ພວກເຈົ້າຜູ້ໄດ້ຕິດຕາມເຮົາມາກໍຈະໄດ້ນັ່ງເທິງບັນລັງສິບສອງບ່ອນ ເພື່ອພິພາກສາຄົນອິດສະຣາເອນສິບສອງເຜົ່າເໝືອນກັນ. 29 ແລະ ຜູ້ໃດທີ່ໄດ້ປະຖິ້ມເຮືອນ ຫລື ອ້າຍເອື້ອຍນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ ເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍເທົ່າ ແລະ ຈະໄດ້ຊີວິດນິລັນດອນເປັນມໍລະດົກ. 30 ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ ແລະ ມີຫລາຍຄົນທີ່ເປັນຜູ້ປາຍຈະກັບເປັນຜູ້ຕົ້ນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.