ມັດທາຍ 18 - ພຣະຄຳພີລາວສະບັບສະໄໝໃໝ່ຜູ້ເປັນໃຫຍ່ທີ່ສຸດໃນອານາຈັກສະຫວັນ (ມຣກ 9:33-37; ລກ 9:46-48) 1 ໃນເວລານັ້ນ ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະ ຖາມພຣະອົງວ່າ, “ແລ້ວຜູ້ໃດເປັນຜູ້ໃຫຍ່ທີ່ສຸດໃນອານາຈັກສະຫວັນ?” 2 ພຣະອົງເອີ້ນເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທ່າມກາງພວກເພິ່ນ. 3 ແລ້ວພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າບໍ່ປ່ຽນແປງ ແລະ ກາຍເປັນເໝືອນເດັກນ້ອຍ, ພວກເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ຈັກເທື່ອ. 4 ເຫດສະນັ້ນ, ຖ້າຜູ້ໃດຖ່ອມໂຕລົງເປັນເໝືອນເດັກຄົນນີ້ ຜູ້ນັ້ນກໍເປັນໃຫຍ່ທີ່ສຸດໃນອານາຈັກສະຫວັນ. 5 “ແລະຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ, 6 ຖ້າຜູ້ໃດເປັນຕົ້ນເຫດພາໃຫ້ເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຕົກໃນບາບ ໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຄົນນັ້ນແລ້ວຖິ້ມລົງໃນທະເລເລິກກໍຍັງດີກວ່າ. 7 “ວິບັດແກ່ໂລກນີ້ ເພາະເປັນສິ່ງພາໃຫ້ມະນຸດຕົກໃນບາບ! ສິ່ງເຫລົ່ານີ້ຈະຕ້ອງເກີດຂຶ້ນ ແຕ່ວິບັດແກ່ຄົນນັ້ນທີ່ເປັນຕົ້ນເຫດພາໃຫ້ຕົກໃນບາບ! 8 ຖ້າມື ຫລື ຕີນຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ ກໍຈົ່ງຕັດອອກເສຍ. ຈະເຂົ້າສູ່ຊີວິດໂດຍທີ່ມີມື ແລະ ຕີນກຸດ ຫລື ພິການກໍຍັງດີກວ່າມີມື ແລະ ຕີນທັງສອງເບື້ອງແຕ່ຕ້ອງຖືກໂຍນຖິ້ມລົງໃສ່ໃນໄຟທີ່ໄໝ້ຢູ່ເປັນນິດ. 9 ແລະ ຖ້າຕາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ ຈົ່ງຄວັດຕານັ້ນອອກຖິ້ມເສຍ ຈະເຂົ້າສູ່ຊີວິດໂດຍທີ່ມີຕາເບື້ອງດຽວກໍຍັງດີກວ່າມີຕາທັງສອງເບື້ອງ ແຕ່ຕ້ອງຖືກໂຍນລົງໃສ່ໃນບຶງໄຟນະລົກ. ຄຳອຸປະມາເລື່ອງແກະທີ່ເສຍ (ລກ 15:4-7) 10 “ຈົ່ງລະວັງໃຫ້ດີ ຢ່າດູໜິ່ນເດັກນ້ອຍເຫລົ່ານີ້ແມ່ນແຕ່ຜູ້ດຽວ. ເຮົາບອກພວກເຈົ້າວ່າບັນດາເທວະດາຂອງພວກເຂົາໃນສະຫວັນເຝົ້າຢູ່ຕໍ່ໜ້າພຣະບິດາເຈົ້າຂອງເຮົາຜູ້ສະຖິດຢູ່ໃນສະຫວັນສະເໝີ. 11 ດ້ວຍວ່າ ບຸດມະນຸດໄດ້ມາເພື່ອຊອກຫາ ແລະ ຊ່ວຍຄົນທີ່ຫລົງຫາຍໃຫ້ລອດພົ້ນ. 12 “ພວກເຈົ້າຄິດຢ່າງໃດ? ຖ້າຄົນຜູ້ໜຶ່ງມີແກະຢູ່ໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈໍານວນນັ້ນຫລົງເສຍໄປ ລາວຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ເທິງເນີນພູ ແລ້ວໄປຊອກຫາໂຕທີ່ຫລົງຫາຍໄປນັ້ນບໍ? 13 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າລາວພົບແກະນັ້ນແລ້ວ ຜູ້ນັ້ນຈະມີຄວາມຊື່ນຊົມຍິນດີໃນແກະໂຕນັ້ນຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ຫລົງເສຍໄປ. 14 ດັ່ງນັ້ນ ພຣະບິດາຂອງພວກເຈົ້າຜູ້ຢູ່ໃນສະຫວັນກໍບໍ່ປາຖະໜາໃຫ້ເດັກນ້ອຍເຫລົ່ານີ້ຈິບຫາຍແມ່ນແຕ່ຄົນດຽວ. ການຈັດການກັບຄວາມບາບໃນຄຣິສຕະຈັກ 15 “ຖ້າພີ່ນ້ອງຂອງເຈົ້າເຮັດບາບຕໍ່ເຈົ້າ ຈົ່ງໄປແຈ້ງຄວາມຜິດນັ້ນແກ່ພວກເຂົາສອງຕໍ່ສອງ. ຖ້າພວກເຂົາຍອມຟັງ ເຈົ້າກໍຈະໄດ້ພວກເຂົານັ້ນຄືນມາ, 16 ແຕ່ຖ້າພວກເຂົາບໍ່ຍອມຟັງ ຈົ່ງພາຄົນໜຶ່ງ ຫລື ສອງຄົນໄປນຳ ເພື່ອວ່າ ‘ທຸກຄະດີຈະຕ້ອງມີພະຍານຢືນຢັນສອງ ຫລື ສາມປາກ’. 17 ແຕ່ຖ້າພວກເຂົາປະຕິເສດບໍ່ຍອມຟັງ ຈົ່ງໄປແຈ້ງເລື່ອງທັງໝົດຕໍ່ຄຣິສຕະຈັກ ແລະ ຖ້າພວກເຂົາຍັງບໍ່ຍອມຟັງແມ່ນແຕ່ຄຣິສຕະຈັກ ກໍໃຫ້ປະຕິບັດຕໍ່ພວກເຂົາເໝືອນທີ່ພວກເຈົ້າເຮັດກັບຄົນທີ່ບໍ່ເຊື່ອພຣະເຈົ້າ ແລະ ຄົນເກັບພາສີ. 18 “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດກໍຕາມທີ່ພວກເຈົ້າຈະຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກຜູກມັດໄວ້ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ພວກເຈົ້າຈະແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກແກ້ໃຫ້ຫລຸດແລ້ວໃນສະຫວັນ. 19 “ເຮົາບອກພວກເຈົ້າຕາມຄວາມຈິງອີກວ່າຖ້າສອງຄົນໃນໂລກເຫັນດີຮ່ວມກັນໃນສິ່ງໃດສິ່ງໜຶ່ງທີ່ພວກເຂົາຂໍ, ພຣະບິດາຂອງເຮົາໃນສະຫວັນຈະກະທຳສິ່ງນັ້ນໃຫ້ແກ່ພວກເຂົາ. 20 ດ້ວຍວ່າ ມີສອງ ຫລື ສາມຄົນມາຮ່ວມເຕົ້າໂຮມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ກັບພວກເຂົາໃນບ່ອນນັ້ນ”. ຄຳອຸປະມາເລື່ອງຄົນຮັບໃຊ້ທີ່ບໍ່ມີຄວາມເມດຕາ 21 ແລ້ວເປໂຕກໍມາຫາພຣະເຢຊູເຈົ້າ ແລະ ຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພີ່ນ້ອງຂອງຂ້ານ້ອຍເຮັດຜິດຕໍ່ຂ້ານ້ອຍ ຂ້ານ້ອຍຄວນຍົກໂທດໃຫ້ລາວຈັກເທື່ອ? ເຖິງເຈັດເທື່ອບໍ?” 22 ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າວ່າ, ບໍ່ແມ່ນເຈັດເທື່ອ ແຕ່ແມ່ນເຈັດສິບເຈັດເທື່ອ. 23 “ເຫດສະນັ້ນ, ອານາຈັກສະຫວັນກໍປຽບເໝືອນກະສັດຜູ້ໜຶ່ງທີ່ຢາກຈະຄິດບັນຊີກັບຄົນຮັບໃຊ້ຂອງຕົນ. 24 ເມື່ອເພິ່ນເລີ່ມຕົ້ນຄິດບັນຊີຢູ່ ກໍມີຄົນໜຶ່ງທີ່ເປັນໜີ້ຢູ່ໜຶ່ງໝື່ນຫລຽນເດນາຣິອົນຖືກນຳໂຕມາພົບເພິ່ນ. 25 ເນື່ອງຈາກວ່າລາວບໍ່ສາມາດຈະໃຊ້ໜີ້ ກະສັດຈຶ່ງສັ່ງໃຫ້ຂາຍໂຕລາວພ້ອມທັງເມຍ ແລະ ລູກ ຕະຫລອດທັງທຸກສິ່ງທີ່ລາວມີເພື່ອມາໃຊ້ໜີ້. 26 “ຄົນຮັບໃຊ້ຄົນນັ້ນກໍຄຸເຂົ່າລົງຕໍ່ໜ້າກະສັດ ແລະ ຮ້ອງຂໍວ່າ, ‘ຂໍຈົ່ງຜ່ອນຜັນໃຫ້ຂ້ານ້ອຍເທີ້ນ ແລ້ວຂ້ານ້ອຍຈະໃຊ້ໜີ້ຄືນທຸກສິ່ງ’. 27 ກະສັດຄິດເມດຕາສົງສານລາວ ເພິ່ນຈຶ່ງຍົກໜີ້ໃຫ້ ແລະ ປ່ອຍລາວໄປ. 28 “ຕໍ່ມາ ເມື່ອຄົນຮັບໃຊ້ຜູ້ນີ້ອອກໄປແລ້ວ ກໍພົບເພື່ອນຄົນຮັບໃຊ້ນຳກັນຄົນໜຶ່ງ ເຊິ່ງຕິດໜີ້ຕົນຢູ່ໜຶ່ງຮ້ອຍຫລຽນເດນາຣິອົນ ລາວຈຶ່ງຄວ້າຈັບຄໍຄົນນັ້ນບີບຈົນແໜ້ນ ແລະ ເວົ້າວ່າ, ‘ຈົ່ງຈ່າຍສິ່ງທີ່ເຈົ້າເປັນໜີ້ຄືນມາ!’ 29 “ເພື່ອນຄົນຮັບໃຊ້ນັ້ນຈຶ່ງຄຸເຂົ່າລົງ ແລະ ຮ້ອງຂໍລາວວ່າ, ‘ຂໍຜ່ອນຜັນໜີ້ໃຫ້ເຮົາກ່ອນ ແລ້ວເຮົາຈະໃຊ້ໜີ້ຄືນໃຫ້’. 30 “ແຕ່ລາວບໍ່ຍອມ ລາວຈຶ່ງເອົາຊາຍຄົນນັ້ນໄປຂັງຄຸກໄວ້ຈົນກວ່າຈະສາມາດໃຊ້ໜີ້. 31 ເມື່ອພວກຄົນຮັບໃຊ້ອື່ນໆເຫັນເຫດການທີ່ເກີດຂຶ້ນ ພວກເຂົາກໍເປັນທຸກໃຈຫລາຍ ຈຶ່ງພາກັນໄປເຂົ້າພົບກະສັດ ແລະ ບອກທຸກຢ່າງທີ່ເກີດຂຶ້ນ. 32 “ດັ່ງນັ້ນ ນາຍຈຶ່ງເອີ້ນເອົາຄົນຮັບໃຊ້ຄົນນັ້ນມາພົບ ແລະ ກ່າວຕໍ່ລາວວ່າ: ‘ເຈົ້າເປັນຄົນຮັບໃຊ້ທີ່ຊົ່ວຮ້າຍ, ເຮົາໄດ້ຍົກໜີ້ທັງໝົດຂອງເຈົ້າໃຫ້ ກໍເພາະເຈົ້າໄດ້ຮ້ອງຂໍຕໍ່ເຮົາ. 33 ເຈົ້າບໍ່ຄວນຄວາມເມດຕາເພື່ອນຄົນຮັບໃຊ້ຂອງເຈົ້າເໝືອນດັ່ງທີ່ເຮົາໄດ້ເມດຕາເຈົ້າບໍ?’ 34 ນາຍໂກດຮ້າຍຫລາຍຈຶ່ງມອບໂຕລາວໃຫ້ຜູ້ຄຸມຂັງໄປທໍລະມານຈົນກວ່າລາວຈະໃຊ້ໜີ້ຄົບ. 35 “ເຫດສະນັ້ນ ພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ ກໍຈະເຮັດຢ່າງນັ້ນແກ່ພວກເຈົ້າທຸກຄົນ ຖ້າພວກເຈົ້າແຕ່ລະຄົນບໍ່ຍົກໂທດໃຫ້ພີ່ນ້ອງຈາກໃຈຂອງພວກເຈົ້າ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.