ມັດທາຍ 16 - ພຣະຄຳພີລາວສະບັບສະໄໝໃໝ່ຂໍໃຫ້ເຮັດໝາຍສຳຄັນ (ມຣກ 8:11-13) 1 ພວກຟາຣີຊາຍ ແລະ ພວກຊາດູກາຍໄດ້ມາຫາພຣະເຢຊູເຈົ້າ ແລະ ໄດ້ທົດລອງພຣະອົງໂດຍຂໍໃຫ້ພຣະອົງສະແດງໝາຍສຳຄັນຢ່າງໜຶ່ງຈາກສະຫວັນ. 2 ພຣະເຢຊູເຈົ້າຕອບວ່າ, “ເມື່ອຄ່ຳມາ ພວກເຈົ້າກໍເວົ້າວ່າ, ‘ອາກາດຈະດີເພາະທ້ອງຟ້າມີສີແດງ’ 3 ແລະ ຕອນເຊົ້າພວກເຈົ້າກໍເວົ້າວ່າ, ‘ວັນນີ້ຈະເກີດພະຍຸເພາະທ້ອງຟ້າມີສີແດງ ແລະ ມືດຄຶ້ມ’. ພວກເຈົ້າຮູ້ຈັກຕີຄວາມໝາຍປາກົດການຂອງທ້ອງຟ້າ ແຕ່ພວກເຈົ້າບໍ່ສາມາດຕີຄວາມໝາຍຂອງໝາຍສຳຄັນຂອງວາລະຕ່າງໆ. 4 ຄົນໃນຍຸກທີ່ຊົ່ວຮ້າຍ ແລະ ຫລິ້ນຊູ້ຊອກຫາແຕ່ໝາຍສຳຄັນ, ແຕ່ຈະບໍ່ໃຫ້ໝາຍສຳຄັນໃດນອກຈາກໝາຍສຳຄັນຂອງໂຢນາ”. ແລ້ວພຣະເຢຊູເຈົ້າກໍອອກໄປຈາກພວກເຂົາ ແລະ ໄປທາງອື່ນ. ເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ (ມຣກ 8:14-21) 5 ເມື່ອພວກສາວົກໄດ້ຂ້າມມາຮອດຝັ່ງດ້ານໜຶ່ງແລ້ວ, ພວກເພິ່ນກໍລືມເອົາເຂົ້າຈີ່ມານຳ. 6 ພຣະເຢຊູເຈົ້າໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງສັງເກດ ແລະ ລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ”. 7 ພວກເພິ່ນຈຶ່ງສົນທະນາກັນ ແລະ ເວົ້າວ່າ, “ເປັນເພາະພວກເຮົາບໍ່ເອົາເຂົ້າຈີ່ມານຳ”. 8 ພຣະເຢຊູເຈົ້າຮູ້ເລື່ອງທີ່ພວກເພິ່ນເວົ້າກັນນັ້ນ ຈຶ່ງຖາມວ່າ, “ພວກເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່? 9 ພວກເຈົ້າຍັງບໍ່ເຂົ້າໃຈບໍ? ພວກເຈົ້າບໍ່ຈື່ເລື່ອງເຂົ້າຈີ່ຫ້າກ້ອນລ້ຽງຄົນຫ້າພັນຄົນ ແລ້ວພວກເຈົ້າເກັບສ່ວນທີ່ເຫລືອໄດ້ຈັກກະບຸງບໍ? 10 ຫລື ເລື່ອງເຂົ້າຈີ່ເຈັດກ້ອນລ້ຽງຄົນສີ່ພັນຄົນ ແລ້ວພວກເຈົ້າເກັບສ່ວນທີ່ເຫລືອໄວ້ໄດ້ຈັກກະບຸງ? 11 ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈວ່າເຮົາບໍ່ໄດ້ເວົ້າເຖິງເລື່ອງເຂົ້າຈີ່? ແຕ່ໃຫ້ພວກເຈົ້າຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ”. 12 ແລ້ວພວກເພິ່ນຈຶ່ງເຂົ້າໃຈວ່າພຣະອົງບໍ່ໄດ້ເຕືອນພວກເພິ່ນໃຫ້ລະວັງເຊື້ອແປ້ງທີ່ໃຊ້ໃນເຂົ້າຈີ່ ແຕ່ໃຫ້ລະວັງຄຳສັ່ງສອນຂອງພວກຟາຣີຊາຍ ແລະ ພວກຊາດູກາຍ. ເປໂຕຍອມຮັບວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າ (ມຣກ 8:27-29; ລກ 9:18-20) 13 ເມື່ອພຣະເຢຊູເຈົ້າໄດ້ມາເຖິງເຂດກາຍຊາເຣຍ ຟີລິບປອຍ, ພຣະອົງຖາມພວກສາວົກຂອງພຣະອົງວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດເປັນຜູ້ໃດ?” 14 ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານເປັນໂຢຮັນບັບຕິສະໂຕ, ບາງຄົນເວົ້າວ່າທ່ານເປັນເອລີຢາ, ແລະ ຍັງມີຄົນອື່ນໆອີກເວົ້າວ່າທ່ານເປັນເຢເຣມີຢາ ຫລື ຜູ້ທຳນວາຍຄົນໜຶ່ງໃນບັນດາຜູ້ທຳນວາຍ”. 15 ພຣະອົງຖາມວ່າ, “ແລ້ວພວກເຈົ້າເດ? ພວກເຈົ້າວ່າເຮົາເປັນຜູ້ໃດ?” 16 ຊີໂມນເປໂຕຕອບວ່າ, “ພຣະອົງເປັນພຣະຄຣິດເຈົ້າພຣະບຸດຂອງພຣະເຈົ້າຜູ້ມີຊີວິດຢູ່”. 17 ພຣະເຢຊູເຈົ້າກ່າວວ່າ, “ຄວາມສຸກມີແກ່ເຈົ້າ ຊີໂມນລູກຊາຍຂອງໂຢນາເອີຍ, ເພາະວ່າມະນຸດບໍ່ໄດ້ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ສະຖິດຢູ່ໃນສະຫວັນ. 18 ຝ່າຍເຮົາຈຶ່ງບອກວ່າ, ເຈົ້າຄືເປໂຕ ແລະ ເທິງສີລາກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະ ປະຕູແຫ່ງແດນມໍລະນາຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້. 19 ເຮົາຈະມອບກະແຈແຫ່ງອານາຈັກສະຫວັນໃຫ້ເຈົ້າ, ສິ່ງໃດທີ່ພວກເຈົ້າຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກຜູກມັດໄວ້ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ພວກເຈົ້າຈະແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກແກ້ໃຫ້ຫລຸດແລ້ວໃນສະຫວັນ”. 20 ແລ້ວພຣະອົງສັ່ງພວກສາວົກຂອງພຣະອົງບໍ່ໃຫ້ບອກຜູ້ໃດວ່າພຣະອົງເປັນພຣະຄຣິດເຈົ້າ. ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ ( ມຣກ 8:31–9:1 ; ລກ 9:22-27) 21 ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າເລີ່ມອະທິບາຍໃຫ້ພວກສາວົກຂອງພຣະອົງຟັງວ່າພຣະອົງຈະຕ້ອງໄປຍັງນະຄອນເຢຣູຊາເລັມ ແລະ ຕ້ອງຖືກທົນທຸກທໍລະມານຫລາຍປະການຈາກພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດ. ພຣະອົງຈະຕ້ອງຖືກຂ້າ ແລະ ໃນວັນທີສາມພຣະອົງຈະເປັນຄືນມາສູ່ຊີວິດ. 22 ດັ່ງນັ້ນ ເປໂຕຈຶ່ງໄດ້ພາພຣະອົງຫລີກໄປຕ່າງຫາກ ແລະ ເລີ່ມຕຳໜິພຣະອົງວ່າ, “ບໍ່ແມ່ນດອກ, ອົງພຣະຜູ້ເປັນເຈົ້າເອີຍ! ສິ່ງນີ້ຈະບໍ່ເກີດຂຶ້ນກັບພຣະອົງຈັກເທື່ອ!” 23 ພຣະເຢຊູເຈົ້າຈຶ່ງຫັນກັບມາ ແລະ ກ່າວກັບເປໂຕວ່າ, “ມານຊາຕານເອີຍ! ຈົ່ງຖອຍໜີໄປຈາກເຮົາ ເຈົ້າເປັນຫີນໃຫ້ເຮົາສະດຸດ ເຈົ້າບໍ່ໄດ້ມີຄວາມຄິດຫວ່ງໃຍເໝືອນດັ່ງພຣະເຈົ້າ ແຕ່ມີຄວາມຄິດຫ່ວງໃຍເໝືອນດັ່ງມະນຸດ”. 24 ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກຂອງພຣະອົງວ່າ, “ຖ້າຜູ້ໃດຢາກເປັນສາວົກຂອງເຮົາໃຫ້ຜູ້ນັ້ນປະຕິເສດຕົນເອງ, ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ. 25 ເພາະຜູ້ໃດກໍຕາມຢາກຮັກສາຊີວິດຂອງຕົນໄວ້ ຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດທີ່ຍອມສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະພົບຊີວິດ. 26 ຈະມີປະໂຫຍດອັນໃດທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ? ຫລື ຄົນນັ້ນຈະເອົາສິ່ງໃດມາແລກປ່ຽນເອົາຈິດວິນຍານຂອງຕົນໄດ້? 27 ເພາະບຸດມະນຸດຈະມາປາກົດດ້ວຍສະຫງ່າລາສີຂອງພຣະບິດາເຈົ້າຂອງພຣະອົງ ພ້ອມດ້ວຍບັນດາເທວະດາຂອງພຣະອົງ, ເມື່ອນັ້ນພຣະອົງຈະຕອບແທນແກ່ທຸກຄົນຕາມການກະທຳຂອງພວກເຂົາ. 28 “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ລົດຄວາມຕາຍ ຈົນກວ່າພວກເຂົາຈະໄດ້ເຫັນບຸດມະນຸດມາດ້ວຍອານາຈັກຂອງພຣະອົງ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.