Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 14 - ພຣະຄຳພີລາວສະບັບສະໄໝໃໝ່


ໂຢຮັນ​ບັບຕິສະໂຕ​ຖືກ​ຕັດຫົວ
(ມຣກ 6:14-29)

1 ໃນ​ເວລາ​ນັ້ນ ເຮໂຣດ​ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ຊື່​ສຽງ​ຂອງ​ພຣະເຢຊູເຈົ້າ

2 ແລະ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ບັນດາ​ຄົນຮັບໃຊ້​ຂອງ​ຕົນ​ວ່າ, “ຜູ້​ນີ້​ແມ່ນ​ໂຢຮັນ​ບັບຕິສະໂຕ ລາວ​ໄດ້​ເປັນຄືນມາຈາກຕາຍ! ດ້ວຍເຫດນີ້ ຈຶ່ງ​ເຮັດ​ໃຫ້​ລາວ​ມີ​ລິດອຳນາດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້”.

3 ເວລາ​ນີ້​ເຮໂຣດ​ໄດ້​ຈັບ ແລະ ມັດ​ໂຢຮັນ​ແລ້ວ​ຂັງ​ເພິ່ນ​ໄວ້​ໃນ​ຄຸກ ດ້ວຍ​ສາເຫດ​ທີ່​ນາງ​ເຮໂຣເດຍ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ,

4 ເນື່ອງ​ຈາກ​ໂຢຮັນ​ເຄີຍ​ເວົ້າ​ກັບ​ເພິ່ນ​ວ່າ, “ເປັນ​ການ​ຜິດ​ກົດບັນຍັດ​ທີ່​ທ່ານ​ເອົາ​ນາງ​ມາ​ເປັນ​ເມຍ”.

5 ເຮໂຣດ​ຢາກ​ຈະ​ຂ້າ​ໂຢຮັນ​ແຕ່​ເພິ່ນ​ກໍ​ຢ້ານ​ປະຊາຊົນ ເພາະ​ພວກເຂົາ​ຖື​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.

6 ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ, ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ມາ​ຟ້ອນ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ ແລະ ເຮັດໃຫ້​ເຮໂຣດ​ພໍໃຈ​ຫລາຍ.

7 ເພິ່ນ​ຈຶ່ງ​ສັນຍາ​ໂດຍ​ສາບານ​ວ່າ​ຈະ​ໃຫ້​ທຸກ​ຢ່າງ​ທີ່​ນາງ​ຂໍ.

8 ນາງ​ຈຶ່ງ​ຂໍ​ຕາມ​ຄຳແນະນຳ​ຂອງ​ແມ່ ແລະ ນາງ​ກ່າວ​ວ່າ, “ຂໍ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ​ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ໃນ​ທີ່​ນີ້”.

9 ຝ່າຍ​ກະສັດ​ກໍ​ໜັກໃຈ​ຫລາຍ​ແຕ່​ເພາະ​ໄດ້​ສັນຍາ​ໄວ້​ແລ້ວ ແລະ ເພາະ​ເຫັນ​ແກ່​ໜ້າ​ແຂກ​ທັງຫລາຍ​ຂອງ​ຕົນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຕາມ​ທີ່​ນາງ​ໄດ້​ຂໍ.

10 ແລະ ໂຢຮັນ​ຈຶ່ງ​ຖືກ​ຕັດຫົວ​ໃນ​ຄຸກ.

11 ພວກເຂົາ​ກໍ​ເອົາ​ຫົວ​ຂອງ​ໂຢຮັນ​ໃສ່​ຖາດ​ແລ້ວ​ນຳ​ມາ​ມອບ​ໃຫ້​ຍິງ​ນັ້ນ, ນາງ​ກໍ​ຍົກ​ໄປ​ໃຫ້​ແມ່​ຂອງ​ຕົນ.

12 ພວກ​ລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ຮັບ​ເອົາ​ສົບ​ຂອງ​ເພິ່ນ​ໄປ​ຝັງ ແລ້ວ​ພວກເຂົາ​ກໍ​ໄປ​ບອກ​ພຣະເຢຊູເຈົ້າ​ໃຫ້​ຮູ້.


ພຣະເຢຊູເຈົ້າ​ລ້ຽງ​ຫ້າພັນ​ຄົນ
(ມຣກ 6:32-44; ລກ 9:10-17; ຢຮ 6:1-13)

13 ເມື່ອ​ພຣະເຢຊູເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ພຣະອົງ​ກໍ​ລົງ​ເຮືອ​ຈາກ​ທີ່​ນັ້ນ​ໄປ​ບ່ອນ​ທີ່​ງຽບສະຫງົບ​ຢູ່​ຕ່າງຫາກ. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ກໍ​ອອກ​ຈາກ​ເມືອງ​ຕ່າງໆ​ຕິດຕາມ​ພຣະອົງ​ໄປ.

14 ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ ແລະ ຮັກສາ​ພະຍາດ​ຂອງ​ພວກເຂົາ​ໃຫ້​ຫາຍດີ.

15 ເມື່ອ​ເວລາ​ຄໍ່າ​ມາ​ແລ້ວ ພວກສາວົກ​ກໍ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ບ່ອນນີ້​ກໍ​ເປັນ​ບ່ອນ​ຫ່າງໄກສອກຫລີກ ແລະ ໃກ້​ຄ່ຳ​ແລ້ວ, ຂໍ​ໃຫ້​ປະຊາຊົນ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຕາມ​ໝູ່ບ້ານ​ຕ່າງໆ ແລະ ຊອກຫາ​ຊື້​ອາຫານ​ສຳລັບ​ພວກເຂົາ​ເອງ”.

16 ພຣະອົງ​ກ່າວ​ວ່າ, “ພວກເຂົາ​ບໍ່​ຈຳເປັນ​ຕ້ອງ​ເລີກ​ເມືອ​ດອກ. ໃຫ້​ພວກເຈົ້າ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”.

17 ພວກເພິ່ນ​ຕອບ​ວ່າ, “ພວກຂ້ານ້ອຍ​ມີ​ພຽງ​ແຕ່​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ”.

18 ພຣະອົງ​ກ່າວ​ວ່າ, “ຈົ່ງ​ເອົາ​ມາ​ໃຫ້​ເຮົາ​ທີ່​ນີ້”.

19 ແລ້ວ​ພຣະອົງ​ໄດ້​ບອກ​ໃຫ້​ປະຊາຊົນ​ນັ່ງ​ລົງ​ເທິງ​ຫຍ້າ, ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ ແລະ ພວກສາວົກ​ຈຶ່ງ​ແຈກຢາຍ​ເຂົ້າຈີ່​ນັ້ນ​ໃຫ້​ແກ່​ປະຊາຊົນ.

20 ພວກເຂົາ​ທຸກຄົນ​ໄດ້​ກິນອີ່ມ ແລະ ພວກສາວົກ​ກໍ​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ​ໄວ້​ໄດ້​ເຕັມ​ສິບສອງ​ກະບຸງ.

21 ຈຳນວນ​ຄົນ​ທີ່​ໄດ້​ກິນ​ອາຫານ​ນັ້ນ​ມີ​ຜູ້ຊາຍ​ປະມານ​ຫ້າພັນ​ຄົນ​ໂດຍ​ບໍ່​ໄດ້​ນັບ​ແມ່ຍິງ ແລະ ເດັກນ້ອຍ.


ພຣະເຢຊູເຈົ້າ​ຍ່າງ​ຢູ່​ເທິງ​ໜ້ານ້ຳ
(ມຣກ 6:45-56; ຢຮ 6:15-21)

22 ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັດ​ໃຫ້​ພວກສາວົກ​ເຂົ້າ​ໄປ​ໃນ​ເຮືອ ແລະ ຂ້າມ​ຟາກ​ໄປ​ລ່ວງໜ້າກ່ອນ​ພຣະອົງ, ໃນຂະນະ​ທີ່​ພຣະອົງ​ໄດ້​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.

23 ຫລັງຈາກ​ທີ່​ປະຊາຊົນ​ກັບ​ເມືອ​ໝົດ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ແຕ່​ຜູ້​ດຽວ​ເພື່ອ​ອະທິຖານ ເມື່ອ​ຄ່ຳ​ມາ​ພຣະອົງ​ກໍ​ຍັງ​ຢູ່​ທີ່​ນັ້ນ​ແຕ່​ພຽງ​ຜູ້​ດຽວ

24 ສ່ວນ​ເຮືອ​ນັ້ນ​ກໍ​ອອກຈາກ​ຝັ່ງ​ໄປ​ໄກ​ພໍ​ສົມຄວນ ແລະ ຖືກ​ຄື້ນນໍ້າ​ປະທະ​ໃສ່​ເພາະ​ລົມ​ພັດ​ປະທະ​ເຮືອ.

25 ເມື່ອ​ໃກ້​ແຈ້ງ​ແລ້ວ ພຣະເຢຊູເຈົ້າ​ຍ່າງ​ເທິງ​ໜ້ານ້ຳ​ທະເລສາບ​ມາ​ຫາ​ພວກສາວົກ.

26 ເມື່ອ​ພວກສາວົກ​ເຫັນ​ພຣະອົງ​ກຳລັງ​ຍ່າງ​ຢູ່​ເທິງ​ທະເລສາບ ພວກເພິ່ນ​ຕ່າງ​ກໍ​ຕົກໃຈ​ຢ້ານ​ຫລາຍ. ພວກເພິ່ນ​ເວົ້າ​ວ່າ, “ຜີ” ແລະ ພວກເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມຢ້ານ.

27 ແຕ່​ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ກ້າຫານ! ແມ່ນ​ເຮົາ​ເອງ. ຢ່າ​ຢ້ານ​ເລີຍ”.

28 ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ແມ່ນ​ພຣະອົງ​ແທ້ ຂໍ​ບອກ​ໃຫ້​ຂ້ານ້ອຍ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ທ່ານ​ແດ່​ທ້ອນ”.

29 ພຣະເຢຊູເຈົ້າ​ກ່າວ​ວ່າ, “ມາ​ແມ”. ດັ່ງນັ້ນ ເປໂຕ​ຈຶ່ງ​ອອກຈາກ​ເຮືອ​ແລ້ວ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ພຣະເຢຊູເຈົ້າ.

30 ແຕ່​ເມື່ອ​ເພິ່ນ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ ແລະ ເມື່ອ​ກຳລັງ​ຈະ​ຈົມ​ກໍ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຊ່ວຍ​ຂ້ານ້ອຍ​ແດ່​ທ້ອນ!”

31 ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ຍື່ນ​ມື​ຂອງ​ພຣະອົງ​ຈັບ​ເພິ່ນ​ໄວ້ ແລະ ກ່າວ​ວ່າ, “ເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ສົງໄສ?”

32 ເມື່ອ​ພຣະອົງ ແລະ ເປໂຕ​ຂຶ້ນ​ໄປ​ໃນ​ເຮືອ​ແລ້ວ ລົມ​ກໍ​ສະຫງົບ​ລົງ.

33 ແລ້ວ​ພວກສາວົກ​ທີ່​ຢູ່​ໃນ​ເຮືອ​ນັ້ນ​ຈຶ່ງ​ຂາບໄຫ້ວ​ນະມັດສະການ​ພຣະອົງ​ພ້ອມ​ທັງ​ກ່າວ​ວ່າ, “ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້”.

34 ເມື່ອ​ພວກເພິ່ນ​ໄດ້​ຂ້າມ​ຟາກ​ແລ້ວ ພວກເພິ່ນ​ກໍ​ມາ​ຂຶ້ນ​ຝັ່ງ​ທີ່​ເຄັນເນຊາເຣັດ.

35 ແລະ ເມື່ອ​ຄົນ​ຢູ່​ທີ່​ນັ້ນ​ຈື່​ພຣະເຢຊູເຈົ້າ​ໄດ້​ແລ້ວ, ພວກເຂົາ​ກໍ​ສົ່ງ​ຂ່າວ​ໄປ​ທົ່ວ​ຂົງເຂດ​ເມືອງ​ນັ້ນ. ປະຊາຊົນ​ຈຶ່ງ​ນໍາ​ບັນດາ​ຄົນເຈັບປ່ວຍ​ທຸກຄົນ​ມາ​ຫາ​ພຣະອົງ

36 ແລະ ຂໍຮ້ອງ​ນໍາ​ພຣະອົງ​ໃຫ້​ຄົນເຈັບປ່ວຍ​ນັ້ນ​ໄດ້​ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ​ກໍ​ພໍ ແລະ ທຸກຄົນ​ທີ່​ໄດ້​ບາຍ​ກໍ​ຫາຍດີ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan