ມັດທາຍ 13 - ພຣະຄຳພີລາວສະບັບສະໄໝໃໝ່ຄຳອຸປະມາເລື່ອງຜູ້ຫວ່ານ (ມຣກ 4:1-20; ລກ 8:4-15; 10:23 , 24 ) 1 ໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ອອກຈາກເຮືອນໄປນັ່ງຢູ່ແຄມຝັ່ງທະເລສາບ. 2 ມີປະຊາຊົນຈໍານວນຫລວງຫລາຍໄດ້ມາເຕົ້າໂຮມກັນອ້ອມພຣະອົງ ຈົນພຣະອົງຕ້ອງລົງໄປນັ່ງຢູ່ໃນເຮືອ, ສ່ວນປະຊາຊົນທັງໝົດຢືນຢູ່ເທິງຝັ່ງ. 3 ແລ້ວພຣະອົງໄດ້ກ່າວຫລາຍເລື່ອງກັບພວກເຂົາເປັນຄຳອຸປະມາ ໂດຍກ່າວວ່າ: “ມີຊາວນາຄົນໜຶ່ງອອກໄປຫວ່ານເມັດພືດ. 4 ຂະນະທີ່ລາວກຳລັງຫວ່ານເມັດພືດຢູ່ນັ້ນ, ບາງເມັດກໍຕົກຕາມທາງ ແລ້ວຝູງນົກກໍມາສັບກິນເມັດພືດນັ້ນຈົນໝົດ. 5 ບາງເມັດຕົກໃສ່ບ່ອນທີ່ມີຫີນ, ເຊິ່ງເປັນບ່ອນທີ່ມີດິນໜ້ອຍ. ເມັດເຫລົ່ານີ້ຈຶ່ງງອກຂຶ້ນໄດ້ໄວ, ເພາະພື້ນດິນບໍ່ເລິກ. 6 ແຕ່ເມື່ອຕາເວັນຂຶ້ນມາ, ພືດນັ້ນກໍຖືກແດດເຜົາ ແລະ ຫ່ຽວແຫ້ງໄປເພາະບໍ່ມີຮາກ. 7 ບາງເມັດກໍຕົກໃສ່ທ່າມກາງຟຸ່ມໜາມ, ເຊິ່ງຕົ້ນໜາມເຫລົ່ານີ້ກໍໃຫຍ່ຂຶ້ນ ແລະ ຫຸ້ມຮັດພືດເຫລົ່ານັ້ນ. 8 ຍັງມີບາງເມັດອີກທີ່ຕົກໃສ່ດິນດີຈຶ່ງເກີດຜົນຮ້ອຍເທົ່າ, ຫົກສິບເທົ່າ ຫລື ສາມສິບເທົ່າຂອງພືດທີ່ຫວ່ານ. 9 ຜູ້ໃດມີຫູ, ກໍຈົ່ງຟັງເອົາ”. 10 ບັນດາສາວົກຈຶ່ງມາຫາພຣະອົງ ແລະ ຖາມວ່າ, “ເປັນຫຍັງທ່ານຈຶ່ງໃຊ້ຄຳອຸປະມາເມື່ອທ່ານກ່າວກັບປະຊາຊົນ?” 11 ພຣະເຢຊູເຈົ້າຕອບວ່າ, “ເພາະວ່າຄວາມເລິກລັບແຫ່ງອານາຈັກສະຫວັນໃຫ້ພວກເຈົ້າຮູ້ໄດ້, ແຕ່ຄົນເຫລົ່ານັ້ນບໍ່ໃຫ້ຮູ້. 12 ຜູ້ໃດກໍຕາມມີຢູ່ແລ້ວກໍຈະໄດ້ເພີ່ມເຕີມອີກ ແລະ ພວກເຂົາຈະມີຢ່າງອຸດົມສົມບູນ. ຜູ້ໃດກໍຕາມທີ່ບໍ່ມີ, ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ນັ້ນ ກໍຈະຖືກຍົກເອົາໄປຈາກພວກເຂົາ. 13 ດ້ວຍເຫດນີ້ ເຮົາຈຶ່ງກ່າວກັບພວກເຂົາເປັນຄຳອຸປະມາວ່າ: “ເຖິງແມ່ນວ່າພວກເຂົາເບິ່ງ ພວກເຂົາກໍບໍ່ເຫັນ ເຖິງແມ່ນວ່າພວກເຂົາຟັງ ພວກເຂົາກໍບໍ່ໄດ້ຍິນ ຫລື ເຂົ້າໃຈ. 14 ດັ່ງນັ້ນ ຈຶ່ງເປັນຈິງຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ: “‘ພວກເຈົ້າຈະຟັງແລ້ວຟັງອີກ ແຕ່ກໍຈະບໍ່ເຂົ້າໃຈຈັກເທື່ອ ພວກເຈົ້າຈະເບິ່ງແລ້ວເບິ່ງອີກ ແຕ່ກໍຈະສັງເກດບໍ່ໄດ້ຈັກເທື່ອ 15 ເພາະຈິດໃຈຂອງບັນດາຄົນເຫລົ່ານີ້ດື້ດ້ານ ພວກເຂົາບໍ່ຍອມເປີດຫູຂອງພວກເຂົາ, ແລະ ພວກເຂົາປິດຕາຂອງພວກເຂົາ ບໍ່ດັ່ງນັ້ນແລ້ວພວກເຂົາຈະໄດ້ເຫັນກັບຕາຂອງພວກເຂົາ, ໄດ້ຍິນກັບຫູຂອງພວກເຂົາ, ເຂົ້າໃຈດ້ວຍໃຈຂອງພວກເຂົາ. ແລະ ຫັນກັບມາ ແລ້ວເຮົາຈະຮັກສາພວກເຂົາໃຫ້ຫາຍດີ’. 16 ແຕ່ຕາຂອງພວກເຈົ້າກໍເປັນສຸກເພາະໄດ້ເຫັນ ແລະ ຫູຂອງພວກເຈົ້າກໍເປັນສຸກເພາະໄດ້ຍິນ 17 ດ້ວຍວ່າ ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບັນດາຜູ້ທຳນວາຍ ແລະ ຄົນຊອບທຳຫລາຍຄົນຢາກຈະເຫັນສິ່ງທີ່ພວກເຈົ້າເຫັນ ແຕ່ກໍບໍ່ໄດ້ເຫັນ ແລະ ຢາກຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນແຕ່ກໍບໍ່ໄດ້ຍິນ. 18 “ຈົ່ງຟັງຄວາມໝາຍຂອງຄຳອຸປະມາເລື່ອງຜູ້ຫວ່ານຄື: 19 ເມື່ອຜູ້ໃດໄດ້ຍິນພຣະຄຳເລື່ອງອານາຈັກ ແລະ ບໍ່ເຂົ້າໃຈ ມານຊົ່ວຮ້າຍກໍມາຍາດເອົາພຣະທຳທີ່ຫວ່ານລົງໃນໃຈຂອງພວກເຂົາໄປ. ນີ້ຄືເມັດພືດທີ່ຫວ່ານຕາມທາງ. 20 ເມັດພືດທີ່ຕົກໃສ່ເທິງບ່ອນມີຫີນຫລາຍດິນໜ້ອຍ ຄືຄົນທີ່ໄດ້ຍິນພຣະຄຳແລ້ວກໍຮັບໄວ້ທັນທີດ້ວຍຄວາມຍິນດີ. 21 ແຕ່ຍ້ອນພວກເຂົາບໍ່ມີຮາກຈຶ່ງທົນຢູ່ບໍ່ໄດ້ດົນ, ເມື່ອມີຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະຄຳ ພວກເຂົາກໍລົ້ມເລີກໄປທັນທີ. 22 ເມັດພືດທີ່ຕົກກາງຟຸ່ມໜາມ ຄືຜູ້ທີ່ໄດ້ຍິນພຣະຄຳແຕ່ມີຄວາມກັງວົນໃນຊີວິດນີ້ ແລະ ຄວາມຫລອກລວງຂອງຄວາມຮັ່ງມີເຂົ້າມາຫຸ້ມຮັດພຣະຄຳນັ້ນໄວ້ຈຶ່ງບໍ່ເກີດຜົນ. 23 ສ່ວນເມັດພືດທີ່ຕົກໃສ່ເທິງດິນດີນັ້ນຄືຜູ້ທີ່ໄດ້ຍິນພຣະຄຳ ແລະ ເຂົ້າໃຈພຣະຄຳ ຜູ້ນັ້ນຈຶ່ງເກີດຜົນຮ້ອຍເທົ່າ, ຫົກສິບເທົ່າ ຫລື ສາມສິບເທົ່າຂອງເມັດພືດທີ່ຫວ່ານລົງໄປ”. ຄຳອຸປະມາເລື່ອງເຂົ້ານົກ 24 ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາອີກວ່າ: “ອານາຈັກສະຫວັນປຽບເໝືອນຄົນຜູ້ໜຶ່ງທີ່ຫວ່ານເມັດພືດພັນດີໃນນາຂອງຕົນ 25 ແຕ່ໃນຂະນະທີ່ທຸກຄົນນອນຫລັບຢູ່ນັ້ນສັດຕູຂອງລາວກໍມາ ແລະ ຫວ່ານເຂົ້ານົກໃສ່ທ່າມກາງເຂົ້າຫວີດແລ້ວກໍໜີໄປ. 26 ເມື່ອເຂົ້າຫວີດງອກໃຫຍ່ຂຶ້ນ ແລະ ອອກຮວງແລ້ວ, ກໍມີເຂົ້ານົກປາກົດຂຶ້ນມານຳເໝືອນກັນ. 27 “ພວກຜູ້ຮັບໃຊ້ຂອງຊາຍຄົນນັ້ນຈຶ່ງມາຫາ ແລະ ບອກເຈົ້າຂອງນາວ່າ, ‘ນາຍເອີຍ, ທ່ານໄດ້ຫວ່ານເມັດພັນທີ່ດີໃນນາຂອງທ່ານບໍ່ແມ່ນບໍ? ແລ້ວເຂົ້ານົກນັ້ນມາແຕ່ໃສ?’ 28 “ຝ່າຍນາຍໄດ້ຕອບວ່າ, ‘ນີ້ແມ່ນສັດຕູເປັນຜູ້ເຮັດ’. “ພວກຜູ້ຮັບໃຊ້ຈຶ່ງຖາມນາຍວ່າ, ‘ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປ ແລະ ຫລົກເຂົ້ານົກນັ້ນຖິ້ມບໍ?’ 29 “ນາຍຕອບວ່າ, ‘ບໍ່ ເພາະວ່າໃນຂະນະທີ່ພວກເຈົ້າຫລົກເຂົ້ານົກຖິ້ມນັ້ນ ພວກເຈົ້າອາດຫລົກເຂົ້າຫວີດຂຶ້ນມານຳ. 30 ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນນຳກັນຈົນເຖິງເວລາເກັບກ່ຽວ. ໃນເວລານັ້ນເຮົາຈະບອກຄົນງານເກັບກ່ຽວໃຫ້ກ່ຽວເຂົ້ານົກກ່ອນ ແລະ ໂຮມເປັນມັດເຜົາໄຟຖິ້ມເສຍ, ສ່ວນເຂົ້າຫວີດນັ້ນໃຫ້ໂຮມໄວ້ໃນເລົ້າຂອງເຮົາ’”. ຄຳອຸປະມາເລື່ອງແກ່ນຜັກກາດ ແລະ ເຊື້ອແປ້ງ (ມຣກ 4:30-32; ລກ 13:18-21) 31 ພຣະອົງກ່າວຄຳອຸປະມາອີກເລື່ອງໜຶ່ງແກ່ພວກເຂົາຟັງວ່າ: “ອານາຈັກສະຫວັນປຽບເໝືອນແກ່ນຜັກກາດເມັດໜຶ່ງ ເຊິ່ງມີຊາຍຄົນໜຶ່ງເອົາໄປປູກໃນນາຂອງຕົນ, 32 ເຖິງແມ່ນວ່າເມັດນັ້ນນ້ອຍກວ່າເມັດທັງຫລາຍ ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກຊະນິດອື່ນໆໃນສວນ ແລະ ກາຍເປັນຕົ້ນ ເພື່ອໃຫ້ຝູງນົກມາງອຍ ແລະ ເຮັດຮັງຢູ່ຕາມງ່ານັ້ນ”. 33 ແລ້ວພຣະອົງກ່າວຄຳອຸປະມາອີກເລື່ອງໜຶ່ງແກ່ພວກເຂົາຟັງວ່າ: “ອານາຈັກສະຫວັນເປັນເໝືອນເຊື້ອແປ້ງທີ່ຍິງຄົນໜຶ່ງເອົາປະສົມໃສ່ໃນແປ້ງປະມານສາມສິບກິໂລກຣາມຈົນແປ້ງທັງໝົດຟູຂຶ້ນ”. 34 ພຣະເຢຊູເຈົ້າໄດ້ກ່າວສິ່ງທັງໝົດເຫລົ່ານີ້ແກ່ປະຊາຊົນເປັນຄຳອຸປະມາ, ນອກຈາກຄຳອຸປະມາແລ້ວພຣະອົງບໍ່ໄດ້ກ່າວສິ່ງໃດເລີຍແກ່ພວກເຂົາ. 35 ດັ່ງນັ້ນ ຈຶ່ງສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ: “ເຮົາຈະອ້າປາກຂອງເຮົາກ່າວຄຳອຸປະມາ, ເຮົາຈະບອກຂໍ້ຄວາມທີ່ປົກບັງໄວ້ຕັ້ງແຕ່ເມື່ອສ້າງໂລກ”. ພຣະເຢຊູເຈົ້າອະທິບາຍຄຳອຸປະມາເລື່ອງເຂົ້ານົກ 36 ຫລັງຈາກນັ້ນ ພຣະເຢຊູເຈົ້າອອກໄປຈາກປະຊາຊົນ ແລະ ເຂົ້າໄປໃນເຮືອນ. ບັນດາສາວົກຂອງພຣະອົງກໍມາຫາພຣະອົງ ແລະ ກ່າວວ່າ, “ຂໍທ່ານຊ່ວຍອະທິບາຍຄຳອຸປະມາເລື່ອງເຂົ້ານົກແກ່ພວກຂ້ານ້ອຍແດ່”. 37 ພຣະເຢຊູເຈົ້າຕອບວ່າ, “ຜູ້ທີ່ຫວ່ານເມັດພືດພັນດີນັ້ນແມ່ນບຸດມະນຸດ, 38 ສ່ວນນານັ້ນແມ່ນໂລກນີ້, ເມັດພືດພັນດີແມ່ນພົນລະເມືອງແຫ່ງອານາຈັກສະຫວັນ, ສ່ວນເຂົ້ານົກແມ່ນພົນລະເມືອງຂອງມານຊົ່ວຮ້າຍ, 39 ແລະ ສັດຕູຜູ້ທີ່ຫວ່ານເຂົ້ານົກນັ້ນແມ່ນມານຮ້າຍ. ເວລາເກັບກ່ຽວແມ່ນຄາວສຸດທ້າຍ ແລະ ຜູ້ເກັບກ່ຽວແມ່ນບັນດາເທວະດາ. 40 “ເຂົ້ານົກຖືກຫລົກເອົາໄປເຜົາໄຟຢ່າງໃດ ຄາວສຸດທ້າຍກໍຈະເປັນຢ່າງນັ້ນ. 41 ບຸດມະນຸດຈະໃຊ້ບັນດາເທວະດາຂອງພຣະອົງອອກໄປ ແລະ ກຳຈັດທຸກສິ່ງທີ່ເປັນຕົ້ນເຫດໃຫ້ມະນຸດເຮັດບາບ ແລະ ກຳຈັດທຸກຄົນທີ່ເຮັດຊົ່ວອອກຈາກອານາຈັກຂອງພຣະອົງ. 42 ແລ້ວຈະໂຍນພວກເຂົາຖິ້ມລົງໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ຈະມີການຮ້ອງໄຫ້ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ. 43 ແລ້ວບັນດາຜູ້ຊອບທຳຈະສ່ອງສະຫວ່າງເໝືອນດັ່ງດວງຕາເວັນໃນອານາຈັກຂອງພຣະບິດາຂອງພວກເຂົາ. ຜູ້ໃດມີຫູ, ກໍຈົ່ງຟັງເອົາ”. ຄຳອຸປະມາເລື່ອງຊັບສົມບັດທີ່ເຊື່ອງໄວ້ ແລະ ໄຂ່ມຸກ 44 “ອານາຈັກສະຫວັນປຽບເໝືອນຊັບສົມບັດທີ່ເຊື່ອງໄວ້ໃນທົ່ງນາ. ເມື່ອມີຊາຍຄົນໜຶ່ງພົບເຫັນແລ້ວກໍເຊື່ອງໄວ້ອີກ ແລະ ດ້ວຍຄວາມຕື່ນເຕັ້ນຍິນດີຫລາຍລາວຈຶ່ງໄປຂາຍທຸກສິ່ງທີ່ຕົນມີ ແລ້ວໄປຊື້ເອົານາທົ່ງນັ້ນ. 45 “ອີກປະການໜຶ່ງ, ອານາຈັກສະຫວັນປຽບເໝືອນພໍ່ຄ້າຄົນໜຶ່ງທີ່ຊອກຫາໄຂ່ມຸກຢ່າງງາມ, 46 ເມື່ອລາວໄດ້ພົບໄຂ່ມຸກທີ່ມີລາຄາແພງເມັດໜຶ່ງ ຈຶ່ງໄປຂາຍທຸກສິ່ງທີ່ຕົນມີຢູ່ ແລ້ວໄປຊື້ເອົາໄຂ່ມຸກນັ້ນ. ຄຳອຸປະມາເລື່ອງມອງ 47 “ເຊັ່ນດຽວກັນ ອານາຈັກສະຫວັນຍັງປຽບເໝືອນກັບມອງທີ່ຢ່ອນລົງໃນທະເລ ແລະ ຈັບປາໄດ້ຫລາຍຊະນິດ. 48 ເມື່ອເຕັມແລ້ວຊາວຫາປາກໍດຶງມອງຂຶ້ນເທິງຝັ່ງແລ້ວນັ່ງລົງເລືອກເອົາແຕ່ປາໂຕດີໃສ່ກະຕ່າໄວ້, ສ່ວນໂຕທີ່ບໍ່ດີນັ້ນກໍຖິ້ມໄປ. 49 ເມື່ອສິ້ນຍຸກກໍຈະເປັນຢ່າງນີ້ ຄືບັນດາເທວະດາກໍຈະອອກມາແຍກຄົນຊົ່ວອອກຈາກຄົນຊອບທຳ 50 ແລະ ຈະໂຍນພວກເຂົາຖິ້ມລົງໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ຈະມີການຮ້ອງໄຫ້ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ”. 51 ພຣະເຢຊູເຈົ້າຖາມວ່າ, “ພວກເຈົ້າເຂົ້າໃຈສິ່ງທັງໝົດເຫລົ່ານີ້ແລ້ວບໍ?” ພວກເພິ່ນຕອບວ່າ, “ເຂົ້າໃຈແລ້ວ”. 52 ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດທຸກຄົນທີ່ໄດ້ຮຽນຮູ້ເຖິງເລື່ອງອານາຈັກສະຫວັນ ກໍເປັນເໝືອນເຈົ້າຂອງເຮືອນຜູ້ໜຶ່ງທີ່ນຳຊັບສົມບັດໃໝ່ ແລະ ຊັບສົມບັດເກົ່າອອກມາຈາກຄັງຂອງຕົນ”. ຜູ້ທຳນວາຍທີ່ບໍ່ມີຜູ້ໃດນັບຖື (ມຣກ 6:1-6) 53 ເມື່ອພຣະເຢຊູເຈົ້າກ່າວຄຳອຸປະມາເຫລົ່ານີ້ຈົບແລ້ວ ກໍອອກຈາກທີ່ນັ້ນໄປ. 54 ເມື່ອມາເຖິງບ້ານເກີດຂອງພຣະອົງແລ້ວ ພຣະອົງໄດ້ສັ່ງສອນປະຊາຊົນທັງຫລາຍໃນທຳມະສາລາຂອງພວກເຂົາ ແລະ ພວກເຂົາກໍປະຫລາດໃຈ ແລະ ຖາມກັນວ່າ, “ຄົນນີ້ໄດ້ສະຕິປັນຍາ ແລະ ລິດອຳນາດອັນອັດສະຈັນເຫລົ່ານີ້ມາຈາກໃສ? 55 ລາວບໍ່ແມ່ນລູກຊາຍຂອງຊ່າງໄມ້ນັ້ນບໍ? ແມ່ຂອງລາວຊື່ວ່າມາຣີ ແລະ ນ້ອງຊາຍຂອງລາວແມ່ນຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ ບໍ່ແມ່ນບໍ? 56 ນ້ອງສາວຂອງລາວທຸກຄົນກໍຢູ່ກັບເຮົາບໍ່ແມ່ນບໍ? ແລ້ວລາວໄດ້ສິ່ງທັງໝົດເຫລົ່ານີ້ມາຈາກໃສ?” 57 ພວກເຂົາທັງຫລາຍຈຶ່ງບໍ່ພໍໃຈພຣະອົງ. ຝ່າຍພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ຜູ້ທຳນວາຍບໍ່ໄດ້ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງ ແລະ ໃນຄອບຄົວຂອງຕົນເອງ”. 58 ແລະ ໃນທີ່ນັ້ນພຣະອົງບໍ່ໄດ້ກະທຳການອັດສະຈັນຫລາຍເພາະພວກເຂົາບໍ່ມີຄວາມເຊື່ອ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.