ມັດທາຍ 12 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ (ມຣກ 2:23-28; 3:1-6; ລກ 6:1-11) 1 ໃນເວລານັ້ນ ພຣະເຢຊູເຈົ້າຍ່າງຜ່ານທົ່ງນາໃນວັນຊະບາໂຕ, ສາວົກຂອງພຣະອົງຫີວເຂົ້າ ແລະ ເລີ່ມເດັດຮວງເຂົ້າມາເກັດກິນ. 2 ເມື່ອພວກຟາຣີຊາຍເຫັນຢ່າງນັ້ນ, ພວກເຂົາຈຶ່ງເວົ້າກັບພຣະອົງວ່າ, “ເບິ່ງແມ! ພວກສາວົກຂອງທ່ານເຮັດສິ່ງທີ່ຜິດກົດບັນຍັດໃນວັນຊະບາໂຕ”. 3 ພຣະອົງຕອບວ່າ, “ພວກເຈົ້າບໍ່ເຄີຍອ່ານສິ່ງທີ່ດາວິດໄດ້ເຮັດເມື່ອເພິ່ນ ແລະ ຄົນຂອງເພິ່ນຫິວເຂົ້ານັ້ນບໍ? 4 ເພິ່ນໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າ ແລະ ເພິ່ນກັບຄົນຂອງເພິ່ນໄດ້ກິນເຂົ້າຈີ່ສັກສິດ ເຊິ່ງຕາມກົດບັນຍັດແລ້ວພວກເພິ່ນບໍ່ມີສິດທີ່ຈະກິນເຂົ້າຈີ່ນັ້ນ ມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນ. 5 ຫລື ພວກເຈົ້າບໍ່ໄດ້ອ່ານໃນກົດບັນຍັດທີ່ວ່າບັນດາປະໂລຫິດໃນວິຫານໄດ້ເຮັດໜ້າທີ່ຂອງຕົນໃນວັນສະບາໂຕ ເຊິ່ງເປັນການລະເມີດກົດວັນຊະບາໂຕ ແລະ ຍັງບໍລິສຸດຢູ່ບໍ? 6 ເຮົາບອກພວກເຈົ້າວ່າ, ຜູ້ທີ່ຍິ່ງໃຫຍ່ກວ່າວິຫານກໍຢູ່ທີ່ນີ້. 7 ຖ້າພວກເຈົ້າເຂົ້າໃຈຄວາມໝາຍຂອງຖ້ອຍຄຳທີ່ວ່າ, ‘ເຮົາປະສົງຄວາມເມດຕາ ບໍ່ແມ່ນເຄື່ອງບູຊາ’ ພວກເຈົ້າກໍຄົງຈະບໍ່ກ່າວໂທດໃສ່ຄົນທີ່ບໍລິສຸດ. 8 ດ້ວຍວ່າ ບຸດມະນຸດເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ”. 9 ພຣະອົງໄດ້ອອກຈາກທີ່ນັ້ນແລ້ວເຂົ້າໄປໃນທຳມະສາລາຂອງພວກເຂົາ, 10 ແລະ ຢູ່ທີ່ນັ້ນມີຊາຍມືລີບຄົນໜຶ່ງ. ພວກເຂົາຊອກຫາສາເຫດທີ່ຈະຈັບຜິດພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ການຮັກສາພະຍາດໃນວັນຊະບາໂຕເປັນການຖືກຕ້ອງຕໍ່ກົດບັນຍັດບໍ?” 11 ພຣະອົງຕອບພວກເຂົາວ່າ, “ຖ້າຄົນໜຶ່ງໃນພວກເຈົ້າມີແກະໜຶ່ງໂຕ ແລະ ແກະນັ້ນຕົກຂຸມໃນວັນຊະບາໂຕ, ພວກເຈົ້າຈະບໍ່ຟ້າວດຶງເອົາແກະໂຕນັ້ນຂຶ້ນມາບໍ? 12 ມະນຸດຜູ້ໜຶ່ງກໍມີຄ່າຫລາຍກວ່າແກະໜຶ່ງໂຕຫລາຍເທົ່າໃດນໍ. ເຫດສະນັ້ນ, ການເຮັດຄວາມດີໃນວັນຊະບາໂຕກໍຖືກຕ້ອງຕາມກົດບັນຍັດແລ້ວ”. 13 ແລ້ວພຣະອົງກໍກ່າວກັບຊາຍມືລີບຄົນນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກມາ”. ດັ່ງນັ້ນ ລາວຈຶ່ງຢຽດມືອອກ ແລະ ມືນັ້ນກໍດີເປັນປົກກະຕິເໝືອນກັນກັບມືອີກເບື້ອງໜຶ່ງ. 14 ແຕ່ພວກຟາຣີຊາຍຈຶ່ງໄດ້ອອກໄປ ແລະ ວາງແຜນວ່າພວກເຂົາຈະຂ້າພຣະເຢຊູເຈົ້າໄດ້ຢ່າງໃດ. ຜູ້ຮັບໃຊ້ທີ່ພຣະເຈົ້າໄດ້ເລືອກໄວ້ 15 ພຣະເຢຊູເຈົ້າຮູ້ກົນອຸບາຍນີ້ຈຶ່ງອອກໄປຈາກທີ່ນັ້ນ. ປະຊາຊົນເປັນຈຳນວນຫລວງຫລາຍໄດ້ຕິດຕາມພຣະອົງໄປ ແລະ ພຣະອົງໄດ້ຮັກສາທຸກຄົນທີ່ເຈັບປ່ວຍໃຫ້ດີພະຍາດ. 16 ພຣະອົງໄດ້ເຕືອນພວກເຂົາບໍ່ໃຫ້ບອກເລື່ອງພຣະອົງແກ່ຜູ້ໃດ. 17 ພຣະອົງເຮັດດັ່ງນີ້ກໍເພື່ອຈະໃຫ້ສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍເອຊາຢາວ່າ: 18 “ນີ້ແມ່ນຜູ້ຮັບໃຊ້ຂອງເຮົາທີ່ເຮົາໄດ້ເລືອກໄວ້, ຜູ້ທີ່ເຮົາຮັກ ແລະ ຜູ້ທີ່ເຮົາພໍໃຈ; ເຮົາຈະເອົາພຣະວິນຍານຂອງເຮົາໃສ່ໄວ້ເທິງເພິ່ນ, ແລະ ເພິ່ນຈະປະກາດຄວາມຍຸຕິທຳແກ່ບັນດາປະຊາຊາດ. 19 ເພິ່ນຈະບໍ່ໂຕ້ຖຽງ ຫລື ໃຊ້ສຽງດັງ; ຈະບໍ່ມີຜູ້ໃດໄດ້ຍິນສຽງຂອງເພິ່ນຕາມຫົນທາງ. 20 ໄມ້ອໍ້ທີ່ບວບແລ້ວເພິ່ນຈະບໍ່ຫັກ, ແລະ ໄສ້ຕະກຽງທີ່ໃກ້ຈະມອດ ເພິ່ນຈະບໍ່ມອດ, ຈົນກວ່າເພິ່ນຈະນຳຄວາມຍຸຕິທຳໄປສູ່ໄຊຊະນະ. 21 ບັນດາປະຊາຊາດຈະມອບຄວາມຫວັງຂອງພວກເຂົາໄວ້ໃນນາມຂອງເພິ່ນ”. ພຣະເຢຊູເຈົ້າ ແລະ ເບເອນເຊບູນ (ມຣກ 3:23-27; ລກ 11:17-22) 22 ແລ້ວພວກເຂົາກໍພາຊາຍຜູ້ໜຶ່ງທີ່ມີຜີມານຮ້າຍເຂົ້າສິງ ທັງຕາບອດ ແລະ ປາກກືກມາຫາພຣະອົງ ແລະ ພຣະເຢຊູເຈົ້າຮັກສາຊາຍຄົນນັ້ນ, ລາວຈຶ່ງເວົ້າໄດ້ ແລະ ເບິ່ງເຫັນໄດ້. 23 ປະຊາຊົນທັງໝົດກໍປະຫລາດໃຈ ແລະ ເວົ້າກັນວ່າ, “ເປັນໄປໄດ້ບໍທີ່ຄົນນີ້ຈະເປັນບຸດຂອງດາວິດ?” 24 ແຕ່ເມື່ອພວກຟາຣີຊາຍໄດ້ຍິນເລື່ອງນີ້, ພວກເຂົາກໍເວົ້າວ່າ, “ໂດຍອຳນາດຂອງເບເອນເຊບູນ ນາຍຂອງຜີມານຮ້າຍເທົ່ານັ້ນ ລູກສິດຜູ້ນີ້ຈຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້”. 25 ພຣະເຢຊູເຈົ້າຮູ້ຄວາມຄິດຂອງພວກເຂົາ ແລະ ຈຶ່ງກ່າວກັບພວກເຂົາວ່າ, “ອານາຈັກໃດແຕກແຍກຕໍ່ສູ້ກັນເອງກໍຈະຖືກທຳລາຍ ແລະ ເມືອງໃດ ຫລື ຄອບຄົວໃດແຕກແຍກກັນເອງກໍຈະຕັ້ງຢູ່ບໍ່ໄດ້. 26 ຖ້າມານຊາຕານຂັບໄລ່ມານຊາຕານ, ມັນກໍແຕກແຍກຕໍ່ສູ້ກັນເອງ. ແລ້ວອານາຈັກຂອງມັນຈະຕັ້ງຢູ່ໄດ້ຢ່າງໃດ? 27 ແລະ ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງເບເອນເຊບູນ, ແລ້ວຄົນຂອງພວກເຈົ້າຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້, ພວກເຂົາຈະເປັນຜູ້ຕັດສິນພວກເຈົ້າ. 28 ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍພຣະວິນຍານຂອງພຣະເຈົ້າ, ອານາຈັກຂອງພຣະເຈົ້າກໍມາເຖິງພວກເຈົ້າແລ້ວ. 29 “ຫລື ອີກເທື່ອໜຶ່ງ, ຜູ້ໃດຈະສາມາດເຂົ້າໄປໃນເຮືອນຂອງຄົນແຂງແຮງ ແລະ ຂົນເອົາຊັບສິນຂອງເພິ່ນໄປໄດ້ຢ່າງໃດຖ້າບໍ່ຈັບຄົນແຂງແຮງນັ້ນມັດໄວ້ກ່ອນ? ຫລັງຈາກນັ້ນຈຶ່ງປຸ້ນເຮືອນຂອງເພິ່ນໄດ້. 30 “ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ເຮົາ ແລະ ຜູ້ໃດບໍ່ຮວມເຂົ້າກັນກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກກະຈັດກະຈາຍໄປ. 31 ແລະ ດັ່ງນັ້ນ ເຮົາບອກພວກເຈົ້າວ່າ, ການບາບທຸກປະການ ແລະ ຄຳໝິ່ນປະໝາດທຸກຢ່າງສາມາດໃຫ້ອະໄພໄດ້, ແຕ່ຄຳເວົ້າທີ່ໝິ່ນປະໝາດຕໍ່ສູ້ພຣະວິນຍານບໍລິສຸດເຈົ້າຈະໃຫ້ອະໄພບໍ່ໄດ້. 32 ຜູ້ໃດທີ່ເວົ້າຄຳໜຶ່ງຕໍ່ສູ້ບຸດມະນຸດກໍຈະໄດ້ຮັບການອະໄພ, ແຕ່ຜູ້ໃດທີ່ເວົ້າຕໍ່ສູ້ພຣະວິນຍານບໍລິສຸດເຈົ້າ ຜູ້ນັ້ນຈະບໍ່ໄດ້ຮັບການອະໄພ, ທັງໃນຍຸກນີ້ ຫລື ໃນຍຸກໜ້າ. 33 “ປູກຕົ້ນໄມ້ດີ ຜົນຂອງມັນກໍຈະດີ, ຫລື ປູກຕົ້ນໄມ້ບໍ່ດີ ຜົນຂອງມັນກໍຈະບໍ່ດີ, ເພາະວ່າຈະຮູ້ຈັກຕົ້ນໄມ້ໄດ້ກໍດ້ວຍຜົນຂອງມັນ. 34 ພວກຊາດງູຮ້າຍເອີຍ, ພວກເຈົ້າຈະເວົ້າສິ່ງດີໄດ້ຢ່າງໃດເມື່ອພວກເຈົ້າເປັນຄົນຊົ່ວ? ເພາະໃຈເຕັມລົ້ນດ້ວຍສິ່ງໃດປາກກໍເວົ້າສິ່ງນັ້ນອອກມາ. 35 ຄົນດີຍ່ອມນໍາສິ່ງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ, ແລະ ຄົນຊົ່ວຍ່ອມນໍາສິ່ງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ. 36 ແຕ່ເຮົາບອກພວກເຈົ້າວ່າ, ໃນວັນພິພາກສາ ມະນຸດຈະຕ້ອງຮັບຜິດຊອບຕໍ່ຖ້ອຍຄຳເປົ່າໆທຸກຄຳທີ່ພວກເຂົາເວົ້າອອກມາ, 37 ເພາະເຈົ້າຈະພົ້ນໂທດໄດ້ກໍດ້ວຍຄຳເວົ້າຂອງເຈົ້າ ແລະ ເຈົ້າຈະຖືກໂທດກໍດ້ວຍຄຳເວົ້າຂອງເຈົ້າ”. ໝາຍສຳຄັນຂອງໂຢນາ (ລກ 11:24-26,29-32) 38 ແລ້ວມີບາງຄົນໃນພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກໍໄດ້ເວົ້າກັບພຣະອົງວ່າ, “ທ່ານອາຈານເອີຍ, ພວກເຮົາຢາກເຫັນໝາຍສຳຄັນຈາກທ່ານ”. 39 ພຣະອົງຕອບວ່າ, “ຄົນໃນຍຸກທີ່ຊົ່ວຮ້າຍ ແລະ ຫລິ້ນຊູ້ ຂໍແຕ່ໝາຍສຳຄັນ! ແຕ່ຈະບໍ່ໃຫ້ໝາຍສຳຄັນໃດນອກຈາກໝາຍສຳຄັນຂອງໂຢນາຜູ້ທຳນວາຍ. 40 ດ້ວຍວ່າ ໂຢນາຢູ່ໃນທ້ອງປາໃຫຍ່ສາມວັນສາມຄືນສັນໃດ, ບຸດມະນຸດກໍຈະຢູ່ໃນໃຈກາງແຜ່ນດິນໂລກສາມວັນສາມຄືນສັນນັ້ນ. 41 ໃນການພິພາກສາ, ຊາວເມືອງນີເນເວຈະຢືນຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ ເພາະຊາວເມືອງນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃໝ່ເພາະຄຳເທດສະໜາຂອງໂຢນາ ແລະ ບັດນີ້ ຜູ້ທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້. 42 ໃນການພິພາກສາ, ລາຊີນີຈາກທິດໃຕ້ຈະລຸກຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ ເພາະນາງໄດ້ເດີນທາງມາຈາກທີ່ສຸດປາຍແຜ່ນດິນໂລກເພື່ອມາຟັງສະຕິປັນຍາຂອງໂຊໂລໂມນ ແລະ ບັດນີ້ ຜູ້ທີ່ຍິ່ງໃຫຍ່ກວ່າໂຊໂລໂມນກໍຢູ່ທີ່ນີ້. 43 “ເມື່ອວິນຍານສົກກະປົກອອກຈາກຄົນແລ້ວ, ມັນກໍໄປທົ່ວບ່ອນແຫ້ງແລ້ງເພື່ອຊອກຫາບ່ອນຢູ່ ແລະ ເມື່ອຊອກຫາບໍ່ພົບ. 44 ມັນຈຶ່ງກ່າວວ່າ, ‘ເຮົາຈະກັບຄືນໄປເຮືອນທີ່ເຮົາໄດ້ອອກມາ’. ເມື່ອມັນມາເຖິງ, ມັນກໍພົບວ່າເຮືອນນັ້ນເປົ່າຫວ່າງຢູ່, ປັດກວາດສະອາດ ແລະ ຈັດເປັນລະບຽບຮຽບຮ້ອຍແລ້ວ. 45 ມັນຈຶ່ງອອກໄປນຳເອົາວິນຍານຊົ່ວອື່ນໆອີກເຈັດໂຕທີ່ຊົ່ວຮ້າຍກວ່າມັນອີກ ແລ້ວພວກມັນກໍໄດ້ເຂົ້າໄປອາໄສຢູ່ທີ່ເຮືອນນັ້ນ ແລະ ໃນທີ່ສຸດສະພາບຂອງຄົນນັ້ນກໍຊົ່ວຮ້າຍລົງກວ່າຕອນຕົ້ນອີກ. ຄົນໃນຍຸກທີ່ຊົ່ວຮ້າຍນີ້ກໍຈະເປັນຢ່າງນີ້”. ມານດາ ແລະ ບັນດານ້ອງຊາຍຂອງພຣະເຢຊູເຈົ້າ (ມຣກ 3:31-35; ລກ 8:19-21) 46 ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຢູ່ກັບປະຊາຊົນຢູ່ນັ້ນ, ມານດາ ແລະ ບັນດານ້ອງຊາຍຂອງພຣະອົງໄດ້ມາຢືນຢູ່ຂ້າງນອກ ເພື່ອຕ້ອງການຈະເວົ້າກັບພຣະອົງ. 47 ມີຄົນໜຶ່ງໄດ້ບອກພຣະເຢຊູເຈົ້າວ່າ, “ມານດາ ແລະ ບັນດານ້ອງຊາຍຂອງທ່ານຢືນຢູ່ທາງນອກຕ້ອງການຈະເວົ້າກັບທ່ານ”. 48 ພຣະເຢຊູເຈົ້າຈຶ່ງຕອບລາວວ່າ, “ຜູ້ໃດເປັນມານດາ ແລະ ຜູ້ໃດເປັນນ້ອງຊາຍຂອງເຮົາ?” 49 ແລ້ວພຣະອົງກໍຊີ້ໄປທີ່ພວກສາວົກຂອງພຣະອົງ ແລະ ກ່າວວ່າ, “ນີ້ຄືແມ່ ແລະ ນ້ອງຊາຍຂອງເຮົາ. 50 ເພາະວ່າຜູ້ໃດທີ່ເຮັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ຢູ່ໃນສະຫວັນກໍເປັນນ້ອງຊາຍ, ນ້ອງສາວ ແລະ ແມ່ຂອງເຮົາ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.