Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 10 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ໃຊ້​ອັກຄະສາວົກ​ສິບສອງ​ຄົນ​ອອກໄປ
(ມຣກ 3:13-19; 6:7-13; ລກ 6:12-16; 9:1-6)

1 ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ມາ ແລະ ໄດ້​ມອບ​ສິດອຳນາດ​ໃຫ້​ແກ່​ພວກເພິ່ນ​ເພື່ອ​ຂັບໄລ່​ວິນຍານສົກກະປົກ ແລະ ຮັກສາ​ພະຍາດ​ພ້ອມ​ທັງ​ຄວາມເຈັບໄຂ້ໄດ້ປ່ວຍ​ທຸກ​ຢ່າງ.

2 ລາຍຊື່​ຂອງ​ອັກຄະສາວົກ​ສິບສອງ​ຄົນ​ແມ່ນ​ມີ​ດັ່ງນີ້: ຄົນ​ທຳອິດ​ຊື່​ວ່າ: ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງ​ເພິ່ນ, ຢາໂກໂບ ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ,

3 ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນເກັບພາສີ, ຢາໂກໂບ ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,

4 ຊີໂມນ​ພັກຊາດນິຍົມ ແລະ ຢູດາ​ອິດສະກາຣີອົດ, ຜູ້​ທໍລະຍົດ​ຕໍ່​ພຣະອົງ.

5 ພຣະເຢຊູເຈົ້າ​ໃຊ້​ສິບສອງ​ຄົນ​ນີ້​ອອກໄປ​ພ້ອມ​ກັບ​ໃຫ້​ຄຳແນະນໍາ​ດັ່ງນີ້: “ຢ່າ​ໄປ​ໃນ​ທ່າມກາງ​ຄົນຕ່າງຊາດ ຫລື ຢ່າ​ເຂົ້າໄປ​ໃນ​ເມືອງ​ໃດ​ຂອງ​ຊາວຊາມາເຣຍ.

6 ແຕ່​ຈົ່ງ​ໄປ​ຫາ​ແກະ​ທີ່​ຫລົງເສຍ​ຂອງ​ອິດສະຣາເອນ.

7 ຄະນະ​ທີ່​ເດີນທາງ​ໄປ, ຈົ່ງ​ປະກາດ​ຂໍ້ຄວາມ​ນີ້​ວ່າ, ‘ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ’.

8 ຈົ່ງ​ຮັກສາ​ຄົນ​ເຈັບໄຂ້​ໃຫ້​ຫາຍດີ, ຈົ່ງ​ເຮັດ​ໃຫ້​ຄົນຕາຍ​ຟື້ນຄືນ​ມາ, ຈົ່ງ​ເຮັດ​ໃຫ້​ຄົນ​ທີ່​ເປັນ​ພະຍາດຂີ້ທູດ​ຫາຍດີ ແລະ ຂັບໄລ່​ຜີມານຮ້າຍ​ອອກ. ພວກເຈົ້າ​ທັງຫລາຍ​ໄດ້​ຮັບ​ລ້າໆ​ກໍ​ຈົ່ງ​ໃຫ້​ລ້າໆ.

9 ຢ່າ​ຖື​ເງິນ ຫລື ຄຳ ຫລື ຫລຽນທອງແດງ​ໄວ້​ໃນ​ສາຍແອວ​ໄປ​ນໍາ

10 ຢ່າ​ເອົາ​ຖົງ ຫລື ເສື້ອ​ອີກ​ໂຕ​ໜຶ່ງ ຫລື ເກີບ ຫລື ໄມ້ຄ້ອນເທົ້າ​ໄປ​ນຳ ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ການລ້ຽງດູ.

11 “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໃດ ຫລື ບ້ານ​ໃດ, ຈົ່ງ​ຊອກຫາ​ຄົນ​ທີ່​ເໝາະສົມ​ຢູ່​ທີ່​ນັ້ນ ແລະ ໃຫ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ພວກເຂົາ​ຈົນ​ກວ່າ​ພວກເຈົ້າ​ຈະ​ຈາກ​ໄປ.

12 ເມື່ອ​ພວກເຈົ້າ​ເຂົ້າໄປ​ໃນ​ເຮືອນ​ຫລັງ​ໃດ, ຈົ່ງ​ອວຍພອນ​ພວກເຂົາ.

13 ຖ້າ​ເຮືອນ​ນັ້ນ​ຕ້ອນຮັບ​ພວກເຈົ້າ​ຢ່າງ​ດີ ກໍ​ຂໍ​ໃຫ້​ສັນຕິສຸກ​ຂອງ​ພວກເຈົ້າ​ຢູ່​ກັບ​ເຮືອນ​ນັ້ນ, ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ, ສັນຕິສຸກ​ນັ້ນ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກເຈົ້າ.

14 ຖ້າ​ຜູ້ໃດ​ບໍ່​ຕ້ອນຮັບ ຫລື ບໍ່​ຟັງ​ຄຳ​ຂອງ​ພວກເຈົ້າ, ຈົ່ງ​ອອກ​ໄປ​ຈາກ​ບ້ານ ຫລື ເມືອງ​ນັ້ນ ແລະ ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ.

15 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ວັນ​ພິພາກສາ​ໂທດ​ຂອງ​ເມືອງ​ໂຊໂດມ ແລະ ໂກໂມຣາ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.

16 ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ໄປ​ເໝືອນດັ່ງ​ແກະ​ຢູ່​ທ່າມກາງ​ຝູງ​ໝາໄນ. ເຫດສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ ອ່ອນສຸພາບ​ເໝືອນ​ນົກເຂົາ.

17 “ຈົ່ງ​ລະວັງ​ໂຕ​ໃຫ້​ດີ ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ.

18 ພວກເຈົ້າ​ຈະ​ຖືກ​ນຳ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ບັນດາ​ກະສັດ​ເພື່ອ​ຈະ​ເປັນ​ພະຍານ​ແກ່​ພວກເຂົາ ແລະ ຄົນຕ່າງຊາດ​ເພາະ​ເຫັນ​ແກ່​ເຮົາ.

19 ແຕ່​ເມື່ອ​ພວກເຂົາ​ຈັບກຸມ​ພວກເຈົ້າ, ຢ່າ​ກັງວົນ​ວ່າ​ຈະ​ເວົ້າ​ສິ່ງໃດ ຫລື ຈະ​ເວົ້າ​ຢ່າງໃດ. ໃນ​ເວລາ​ນັ້ນ​ພວກເຈົ້າ​ຈະ​ໄດ້​ຮັບ​ຖ້ອຍຄຳ​ທີ່​ຈະ​ຕ້ອງ​ເວົ້າ,

20 ເພາະ​ບໍ່​ແມ່ນ​ພວກເຈົ້າ​ເອງ​ທີ່​ກຳລັງ​ເວົ້າ, ແຕ່​ແມ່ນ​ພຣະວິນຍານ​ຂອງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ກ່າວ​ຜ່ານ​ພວກເຈົ້າ.

21 “ອ້າຍ​ເອື້ອຍ​ນ້ອງ​ຈະ​ທໍລະຍົດ​ກັນ​ໃຫ້​ເຖິງ​ຕາຍ ແລະ ພໍ່​ຈະ​ທໍລະຍົດ​ລູກ​ຂອງ​ຕົນ, ລູກ​ຈະ​ລຸກຂຶ້ນ​ຕໍ່ສູ້​ພໍ່​ແມ່​ຂອງ​ຕົນ​ຈົນ​ເຖິງ​ແກ່​ຄວາມຕາຍ.

22 ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.

23 ເມື່ອ​ພວກເຈົ້າ​ຖືກ​ຂົ່ມເຫັງ​ໃນ​ບ່ອນ​ໜຶ່ງ, ຈົ່ງ​ໜີ​ໄປ​ຍັງ​ອີກ​ບ່ອນ​ໜຶ່ງ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ບໍ່​ທັນ​ໜີ​ໄປ​ຄົບ​ທຸກ​ເມືອງ​ຂອງ​ອິດສະຣາເອນ​ກ່ອນ​ທີ່​ບຸດມະນຸດ​ມາ.

24 “ລູກສິດ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຄູ​ຂອງ​ຕົນ, ຜູ້ຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ.

25 ໃຫ້​ລູກສິດ​ສະເໝີ​ກັບ​ຄູ ແລະ ຜູ້ຮັບໃຊ້​ສະເໝີ​ກັບ​ນາຍ​ຂອງ​ຕົນ​ກໍ​ພໍ​ແລ້ວ. ຖ້າ​ຫົວໜ້າ​ຄອບຄົວ​ຖືກ​ເອີ້ນ​ວ່າ​ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ຂອງ​ເຂົາ​ກໍ​ຈະ​ຖືກ​ເອີ້ນ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າໃດ​ນໍ!

26 “ດັ່ງນັ້ນ ຢ່າ​ຢ້ານ​ພວກເຂົາ​ເລີຍ, ເພາະວ່າ​ບໍ່​ມີ​ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ຈະ​ບໍ່​ໄດ້​ຮັບ​ການເປີດເຜີຍ, ຫລື ເຊື່ອງຊ້ອນ​ໄວ້​ຈະ​ບໍ່​ຖືກ​ເປີດເຜີຍ​ໃຫ້​ຮູ້.

27 ສິ່ງ​ທີ່​ເຮົາ​ກ່າວ​ກັບ​ພວກເຈົ້າ​ໃນ​ບ່ອນ​ມືດ, ພວກເຈົ້າ​ຈົ່ງ​ກ່າວ​ໃນ​ບ່ອນ​ແຈ້ງ. ສິ່ງ​ທີ່​ຊິ່ມ​ໃສ່​ຫູ​ຂອງ​ພວກເຈົ້າ, ຈົ່ງ​ປະກາດ​ເທິງ​ຫລັງຄາ.

28 ຢ່າ​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ​ແຕ່​ບໍ່​ສາມາດ​ຂ້າ​ຈິດວິນຍານ​ໄດ້. ແຕ່​ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ສາມາດ​ທຳລາຍ​ໄດ້​ທັງ​ຈິດວິນຍານ ແລະ ຮ່າງກາຍ​ໃນ​ນະລົກ.

29 ນົກຈອກ​ສອງ​ໂຕ​ຂາຍ​ລາຄາ​ອັດ​ໜຶ່ງ​ບໍ່​ແມ່ນ​ບໍ? ເຖິງປານນັ້ນ​ກໍ​ບໍ່​ມີ​ຈັກໂຕ​ຈະ​ຕົກ​ລົງ​ພື້ນດິນ ຖ້າ​ພຣະບິດາ​ຂອງ​ພວກເຈົ້າ​ບໍ່​ເຫັນ​ພ້ອມ.

30 ແລະ ແມ່ນ​ແຕ່​ຜົມ​ທຸກ​ເສັ້ນ​ຢູ່​ເທິງ​ຫົວ​ຂອງ​ພວກເຈົ້າ​ກໍ​ຖືກ​ນັບ​ໄວ້​ທັງໝົດ​ແລ້ວ.

31 ດັ່ງນັ້ນ ຢ່າ​ຢ້ານ​ເລີຍ; ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ນົກຈອກ​ຫລາຍ​ໂຕ.

32 “ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ເຮົາ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ໃນ​ສະຫວັນ​ເໝືອນກັນ.

33 ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ, ເຮົາ​ກໍ​ຈະ​ປະຕິເສດ​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ໃນ​ສະຫວັນ.

34 “ຢ່າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ນຳ​ສັນຕິສຸກ​ມາ​ສູ່​ໂລກ, ເຮົາ​ບໍ່​ໄດ້​ນຳ​ສັນຕິສຸກ​ມາ, ແຕ່​ນຳ​ດາບ​ມາ.

35 ເພາະ​ເຮົາ​ໄດ້​ມາ​ເພື່ອ​ຈະ​ເຮັດ​ໃຫ້, “‘ລູກຊາຍ​ບໍ່​ຖືກ​ກັນ​ກັບ​ພໍ່, ລູກສາວ​ບໍ່​ຖືກ​ກັນ​ກັບ​ແມ່, ລູກໃພ້​ບໍ່​ຖືກ​ກັນ​ກັບ​ແມ່ຍ່າ,

36 ສັດຕູ​ຂອງ​ພວກເຂົາ​ຈະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພວກເຂົາ​ເອງ’.

37 “ຜູ້ໃດ​ທີ່​ຮັກ​ພໍ່ ຫລື ແມ່​ຂອງ​ຕົນ​ເອງ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ກັບ​ເຮົາ, ຜູ້ໃດ​ທີ່​ຮັກ​ລູກຊາຍ​ລູກສາວ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ຈະ​ຢູ່​ກັບ​ເຮົາ.

38 ຜູ້ໃດ​ທີ່​ບໍ່​ຮັບ​ເອົາ​ໄມ້ກາງແຂນ​ຂອງ​ຕົນ ແລະ ຕາມ​ເຮົາ​ມາ ກໍ​ບໍ່​ສົມ​ກັບ​ເຮົາ.

39 ຜູ້ໃດ​ກໍ​ຕາມ​ທີ່​ສະແຫວງຫາ​ຊີວິດ​ຂອງ​ຕົນ​ກໍ​ຈະ​ເສຍ​ຊີວິດ ແລະ ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ​ກໍ​ຈະ​ພົບ​ຊີວິດ.

40 “ຜູ້ໃດ​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ, ແລະ ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.

41 ຜູ້ໃດ​ທີ່​ຕ້ອນຮັບ​ຜູ້ທຳນວາຍ​ເພາະ​ເປັນ​ຜູ້ທຳນວາຍ ກໍ​ຈະ​ໄດ້​ຮັບ​ບຳເໜັດ​ເໝືອນ​ຜູ້ທຳນວາຍ, ແລະ ຜູ້ໃດ​ທີ່​ຕ້ອນຮັບ​ຄົນຊອບທຳ​ເພາະ​ເປັນ​ຄົນຊອບທຳ ກໍ​ຈະ​ໄດ້​ຮັບ​ບຳເໜັດ​ເໝືອນ​ຄົນຊອບທຳ.

42 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ທີ່​ເອົາ​ນ້ຳ​ເຢັນ​ແມ່ນ​ແຕ່​ຈອກ​ໜຶ່ງ​ໃຫ້​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ຕໍ່າຕ້ອຍ​ເຫລົ່ານີ້​ເພາະ​ລາວ​ເປັນ​ສາວົກ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ​ແນ່ນອນ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan