Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 1 - ພຣະຄຳພີລາວສະບັບສະໄໝໃໝ່


ລຳດັບ​ເຊື້ອສາຍ​ຂອງ​ພຣະເຢຊູເຈົ້າ
(ລກ 3:23-38; ນຣ 4:18-22; 1ຂຄ 3:10-17)

1 ນີ້​ແມ່ນ​ເຊື້ອສາຍ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ເຊິ່ງ​ມີ​ດັ່ງນີ້:

2 ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ, ອີຊາກ​ເປັນ​ພໍ່​ຂອງ​ຢາໂຄບ, ຢາໂຄບ​ເປັນ​ພໍ່​ຂອງ​ຢູດາ ແລະ ອ້າຍ​ນ້ອງ​ຂອງ​ລາວ,

3 ຢູດາ​ເປັນ​ພໍ່​ຂອງ​ເປເຣັດ ແລະ ເຊຣາ ແມ່​ຂອງ​ພວກເຂົາ​ຊື່​ວ່າ​ຕາມາ, ເປເຣັດ​ເປັນ​ພໍ່​ຂອງ​ເຮຊະໂຣນ, ເຮຊະໂຣນ​ເປັນ​ພໍ່​ຂອງ​ຣາມ,

4 ຣາມ​ເປັນ​ພໍ່​ຂອງ​ອໍາມີນາດາບ, ອາມມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, ນາໂຊນ​ເປັນ​ພໍ່​ຂອງ​ຊັນໂມນ,

5 ຊັນໂມນ​ເປັນ​ພໍ່​ຂອງ​ໂບອາດ ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ, ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແມ່​ຂອງ​ລາວ​ຊື່​ວ່າ​ຣຸດ, ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ,

6 ແລະ ເຢຊີ​ເປັນ​ພໍ່​ຂອງ​ກະສັດ​ດາວິດ. ດາວິດ​ເປັນ​ພໍ່​ຂອງ​ໂຊໂລໂມນ, ແມ່​ຂອງ​ໂຊໂລໂມນ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ​ມາ​ກ່ອນ,

7 ໂຊໂລໂມນ​ເປັນ​ພໍ່​ຂອງ​ເຣໂຫໂບອາມ, ເຣໂຫໂບອາມ​ເປັນ​ພໍ່​ຂອງ​ອາບີຢາ, ອາບີຢາ​ເປັນ​ພໍ່​ຂອງ​ອາຊາ,

8 ອາຊາ​ເປັນ​ພໍ່​ຂອງ​ເຢໂຮຊາຟັດ, ເຢໂຮຊາຟັດ​ເປັນ​ພໍ່​ຂອງ​ເຢໂຮຣາມ, ເຢໂຮຣາມ​ເປັນ​ພໍ່​ຂອງ​ອຸດສີຢາ,

9 ອຸດສີຢາ​ເປັນ​ພໍ່​ຂອງ​ໂຢທາມ, ໂຢທາມ​ເປັນ​ພໍ່​ຂອງ​ອາຮາດ, ອາຮາດ​ເປັນ​ພໍ່​ຂອງ​ເຮເສກີຢາ,

10 ເຮເສກີຢາ​ເປັນ​ພໍ່​ຂອງ​ມານາເຊ, ມານາເຊ​ເປັນ​ພໍ່​ຂອງ​ອາໂມນ, ອາໂມນ​ເປັນ​ພໍ່​ຂອງ​ໂຢຊີຢາ,

11 ແລະ ໂຢຊີຢາ​ເປັນ​ພໍ່​ຂອງ​ເຢໂກນີຢາ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ເມື່ອ​ເວລາ​ທີ່​ຕົກ​ເປັນ​ຊະເລີຍ​ທີ່​ບາບີໂລນ.

12 ຫລັງຈາກ​ຕົກ​ເປັນ​ຊະເລີຍ​ທີ່​ບາບີໂລນ​ມີ​ລາຍ​ຊື່​ດັ່ງນີ້: ເຢໂຮຍອາກິນ​ເປັນ​ພໍ່​ຂອງ​ເຊອານຕີເອນ, ເຊອານຕີເອນ​ເປັນ​ພໍ່​ຂອງ​ເຊຣຸບບາເບນ,

13 ເຊຣຸບບາເບນ​ເປັນ​ພໍ່​ຂອງ​ອາບີອຸດ, ອາບີອຸດ​ເປັນ​ພໍ່​ຂອງ​ເອລີອາກີມ, ເອລີອາກີມ​ເປັນ​ພໍ່​ຂອງ​ອາເຊີ,

14 ອາເຊີ​ເປັນ​ພໍ່​ຂອງ​ຊາດົກ, ຊາດົກ​ເປັນ​ພໍ່​ຂອງ​ອາກີມ, ອາກີມ​ເປັນ​ພໍ່​ຂອງ​ເອລີອຸດ,

15 ເອລີອຸດ​ເປັນ​ພໍ່​ຂອງ​ເອເລອາຊາ, ເອເລອາຊາ​ເປັນ​ພໍ່​ຂອງ​ມັດທານ, ມັດທານ​ເປັນ​ພໍ່​ຂອງ​ຢາໂຄບ,

16 ແລະ ຢາໂຄບ​ເປັນ​ພໍ່​ຂອງ​ໂຢເຊັບ​ຜົວ​ຂອງ​ມາຣີ​ຜູ້​ໃຫ້​ກຳເນີດ​ພຣະເຢຊູເຈົ້າ​ຜູ້​ທີ່​ມີ​ຊື່​ວ່າ: ພຣະຄຣິດເຈົ້າ.

17 ດັ່ງນັ້ນ ຕັ້ງແຕ່​ອັບຣາຮາມ​ລົງ​ມາ​ຈົນ​ເຖິງ​ດາວິດ​ຈຶ່ງ​ມີ​ທັງໝົດ​ສິບສີ່​ຊົ່ວຄົນ, ຕັ້ງແຕ່​ດາວິດ​ມາ​ຈົນ​ເຖິງ​ເມື່ອ​ຄາວ​ທີ່​ຕົກ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ ມີ​ສິບສີ່​ຊົ່ວຄົນ ແລະ ຕັ້ງແຕ່​ຄາວ​ຕົກ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ​ຈົນ​ເຖິງ​ພຣະຄຣິດເຈົ້າ ມີ​ສິບສີ່​ຊົ່ວຄົນ.


ການເກີດ​ຂອງ​ພຣະເຢຊູຄຣິດເຈົ້າ

18 ເລື່ອງລາວ​ການເກີດ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ​ມີ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ແຕ່​ກ່ອນ​ທີ່​ທັງສອງ​ຈະ​ຢູ່​ກິນ​ຮ່ວມກັນ, ກໍ​ປາກົດ​ວ່າ​ມາຣີ​ໄດ້​ຖືພາ​ແລ້ວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.

19 ເນື່ອງຈາກວ່າ​ໂຢເຊັບ​ຄູ່ໝັ້ນ​ຂອງ​ນາງ​ເປັນ​ຄົນສັດຊື່​ຕໍ່​ກົດບັນຍັດ ແລະ ເຖິງ​ຢ່າງໃດ​ກໍ​ຕາມ ລາວ​ບໍ່​ຕ້ອງການ​ຈະ​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ນາງ​ອັບອາຍ​ຕໍ່ໜ້າ​ມະຫາຊົນ, ລາວ​ຈຶ່ງ​ຄິດໃນໃຈ​ວ່າ​ຈະ​ຖອນໝັ້ນ​ນາງ​ຢ່າງ​ງຽບໆ.

20 ແຕ່​ຫລັງຈາກ​ທີ່​ໂຢເຊັບ​ໄດ້​ພິຈາລະນາ​ເລື່ອງ​ນີ້​ແລ້ວ, ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ຕໍ່​ລາວ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ໂຢເຊັບ​ບຸດ​ດາວິດ​ເອີຍ, ຢ່າ​ຢ້ານ​ເລີຍ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ, ເພາະວ່າ​ຜູ້​ທີ່​ປະຕິສົນທິ​ໃນ​ທ້ອງ​ຂອງ​ນາງ​ນັ້ນ​ແມ່ນ​ມາ​ຈາກ​ພຣະວິນຍານບໍລິສຸດເຈົ້າ.

21 ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ, ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.

22 ເລື່ອງ​ທັງໝົດ​ທີ່​ເກີດຂຶ້ນ​ນີ້ ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ:

23 “ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).

24 ເມື່ອ​ໂຢເຊັບ​ຕື່ນ​ຂຶ້ນ, ລາວ​ຈຶ່ງ​ປະຕິບັດ​ຕາມ​ທີ່​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ລາວ​ໄວ້, ຄື​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ຕົນ

25 ແຕ່​ລາວ​ບໍ່​ໄດ້​ສົມສູ່​ກັບ​ນາງ​ຈົນກວ່າ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂຢເຊັບ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ, ເຢຊູ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan