Biblia Todo Logo
Bìoball air-loidhne

- Sanasan -

ລູກາ 9 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ໃຊ້​ສາວົກ​ສິບສອງ​ຄົນ​ອອກໄປ
(ມທ 10:9-15; 14:1 , 2 ; ມຣກ 6:8-11,14-16)

1 ເມື່ອ​ພຣະເຢຊູເຈົ້າ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ​ພ້ອມກັນ, ພຣະອົງ​ໄດ້​ມອບ​ລິດອຳນາດ ແລະ ສິດອຳນາດ​ໃຫ້​ແກ່​ພວກເພິ່ນ​ເພື່ອ​ຂັບໄລ່​ຜີມານຮ້າຍ​ທັງໝົດ ແລະ ເພື່ອ​ຮັກສາ​ພະຍາດ​ຕ່າງໆ,

2 ແລະ ພຣະອົງ​ໃຊ້​ພວກເພິ່ນ​ອອກ​ໄປ​ເພື່ອ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ເພື່ອ​ຮັກສາ​ຄົນເຈັບປ່ວຍ.

3 ພຣະອົງ​ໄດ້​ສັ່ງ​ພວກເພິ່ນ​ວ່າ: “ເມື່ອ​ເດີນທາງ​ໄປ​ນັ້ນ ບໍ່​ໃຫ້​ນຳເອົາ​ສິ່ງໃດ​ຕິດໂຕ​ໄປ​ນຳ ບໍ່​ວ່າ​ຈະ​ເປັນ​ໄມ້ຄ້ອນເທົ້າ, ຖົງ, ອາຫານ, ເງິນ ຫລື ເສື້ອ​ອີກ​ຜືນ​ໜຶ່ງ.

4 ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ໃດ ຈົ່ງ​ພັກ​ຢູ່​ທີ່​ນັ້ນ​ຈົນກວ່າ​ພວກເຈົ້າ​ຈະ​ໄປ​ຈາກ​ເມືອງ​ນັ້ນ.

5 ຖ້າ​ປະຊາຊົນ​ບໍ່​ຕ້ອນຮັບ​ພວກເຈົ້າ, ຈົ່ງ​ອອກ​ຈາກ​ເມືອງ​ຂອງ​ພວກເຂົາ​ໄປ ແລະ ຈົ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.

6 ແລ້ວ​ພວກສາວົກ​ຈຶ່ງ​ອອກ​ເດີນທາງ​ໄປ​ຕາມ​ບ້ານ​ຕ່າງໆ ເພື່ອ​ປະກາດ​ຂ່າວປະເສີດ ແລະ ເພື່ອ​ຮັກສາ​ຄົນ​ເຈັບປ່ວຍ​ທຸກບ່ອນ​ໃຫ້​ຫາຍດີ.

7 ຝ່າຍ​ເຮໂຣດ ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ເລື່ອງ​ທີ່​ເກີດ​ຂຶ້ນ​ທັງໝົດ ເພິ່ນ​ຈຶ່ງ​ກັງວົນໃຈ​ເພາະວ່າ​ບາງຄົນ​ກໍ​ເວົ້າ​ວ່າ​ໂຢຮັນ​ເປັນຄືນມາຈາກຕາຍ,

8 ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ​ເອລີຢາ​ໄດ້​ມາ​ປາກົດ​ໂຕ, ແລະ ທັງ​ຍັງ​ມີ​ຄົນ​ອື່ນໆ​ອີກ​ທີ່​ບອກ​ວ່າ​ແມ່ນ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ສະໄໝ​ກ່ອນ​ໄດ້​ເປັນຄືນມາຈາກຕາຍ.

9 ແຕ່​ເຮໂຣດ​ເວົ້າ​ວ່າ, “ເຮົາ​ໄດ້​ຕັດ​ຫົວ​ໂຢຮັນ​ແລ້ວ. ແຕ່​ຄົນ​ທີ່​ເຮົາ​ໄດ້​ຍິນ​ຊື່​ສຽງ​ນີ້​ແມ່ນ​ຜູ້ໃດ?” ແລ້ວ​ເຮໂຣດ​ຈຶ່ງ​ຫາ​ໂອກາດ​ທີ່​ຈະ​ພົບ​ພຣະອົງ.


ພຣະເຢຊູເຈົ້າ​ລ້ຽງ​ຫ້າພັນ​ຄົນ
(ມທ 14:13-21; ມຣກ 6:32-44; ຢຮ 6:5-13)

10 ເມື່ອ​ພວກ​ອັກຄະສາວົກ​ກັບ​ຄືນ​ມາ​ແລ້ວ, ພວກເພິ່ນ​ກໍ​ໄດ້​ລາຍງານ​ພຣະເຢຊູເຈົ້າ​ເຖິງ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ. ແລ້ວ​ພຣະອົງ​ຈຶ່ງ​ພາ​ພວກເພິ່ນ​ແຍກໂຕ​ອອກ​ໄປ​ຕ່າງຫາກ​ທີ່​ເມືອງ​ໜຶ່ງ​ຊື່​ວ່າ​ເບັດຊາອີດາ,

11 ແຕ່​ເມື່ອ​ປະຊາຊົນ​ຮູ້​ເຖິງ​ເລື່ອງ​ນີ້​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ. ພຣະອົງ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ ແລະ ກ່າວ​ກັບ​ພວກເຂົາ​ເຖິງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຮັກສາ​ບັນດາ​ຜູ້​ທີ່​ຕ້ອງການ​ການຮັກສາ.

12 ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກດິນ ພວກສາວົກ​ທັງ​ສິບສອງ​ຄົນ​ກໍ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ຂໍ​ໃຫ້​ປະຊາຊົນ​ກັບ​ເມືອ​ເພື່ອ​ພວກເຂົາ​ຈະ​ໄດ້​ຊອກຫາ​ອາຫານ ແລະ ຊອກຫາ​ທີ່ພັກ​ຕາມ​ໝູ່ບ້ານ​ຕ່າງໆ ແລະ ຕາມ​ຊົນນະບົດ​ໃນ​ແຖບ​ນີ້ ເພາະ​ພວກເຮົາ​ຢູ່​ໃນ​ບ່ອນ​ຫ່າງໄກສອກຫລີກ”.

13 ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”. ພວກເພິ່ນ​ຕອບ​ວ່າ, “ພວກຂ້ານ້ອຍ​ມີ​ພຽງ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ເທົ່ານັ້ນ ນອກຈາກ​ວ່າ​ພວກຂ້ານ້ອຍ​ຈະ​ໄປ​ຊື້​ອາຫານ​ມາ​ໃຫ້​ປະຊາຊົນ​ທັງໝົດ​ນີ້”.

14 (ໃນ​ທີ່​ນັ້ນ​ມີ​ຜູ້ຊາຍ​ປະມານ​ຫ້າພັນ​ຄົນ.) ແຕ່​ພຣະອົງ​ກ່າວ​ກັບ​ພວກສາວົກ​ວ່າ, “ໃຫ້​ພວກເຂົາ​ນັ່ງ​ລົງ​ເປັນ​ກຸ່ມ ກຸ່ມ​ລະ​ປະມານ​ຫ້າສິບ​ຄົນ”.

15 ພວກສາວົກ​ກໍ​ເຮັດ​ຕາມ​ນັ້ນ, ທຸກຄົນ​ຈຶ່ງ​ນັ່ງ​ລົງ.

16 ພຣະເຢຊູເຈົ້າ​ກໍ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ມາ ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ​ເພື່ອ​ແຈກຢາຍ​ແກ່​ປະຊາຊົນ.

17 ພວກເຂົາ​ທຸກຄົນ​ໄດ້​ກິນອີ່ມ ແລະ ພວກສາວົກ​ກໍ​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ​ໄວ້​ໄດ້​ເຕັມ​ສິບສອງ​ກະບຸງ.


ເປໂຕ​ປະກາດ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ
(ມທ 16:13-16,21-28; ມຣກ 8:27–9:1 )

18 ຢູ່​ມາ​ມື້​ໜຶ່ງ ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ອະທິຖານ​ເປັນ​ການ​ສ່ວນໂຕ​ຢູ່ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ຢູ່​ນຳ​ພຣະອົງ​ດ້ວຍ, ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ປະຊາຊົນ​ເວົ້າ​ກັນ​ວ່າ​ເຮົາ​ເປັນ​ຜູ້ໃດ?”

19 ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບຕິສະມາ, ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ເອລີຢາ ແລະ ຍັງ​ມີ​ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ສະໄໝ​ກ່ອນ​ໄດ້​ຟື້ນ​ຂຶ້ນ​ມາ”.

20 ພຣະອົງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ເດ? ພວກເຈົ້າ​ວ່າ​ເຮົາ​ເປັນ​ຜູ້ໃດ?” ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະເມຊີອາ​ຂອງ​ພຣະເຈົ້າ”.


ພຣະເຢຊູເຈົ້າ​ທຳນວາຍ​ເຖິງ​ການ​ຕາຍ​ຂອງ​ພຣະອົງ

21 ພຣະເຢຊູເຈົ້າ​ເຕືອນ​ພວກເພິ່ນ​ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ

22 ແລະ​ກ່າວ​ອີກ​ວ່າ, “ບຸດມະນຸດ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ຈະ​ເປັນຄືນມາ​ສູ່​ຊີວິດ”.

23 ແລ້ວ​ພຣະອົງ​ກ່າວ​ກັບ​ພວກເພິ່ນ​ທັງໝົດ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕິດຕາມ​ເຮົາ​ມາ, ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນ​ເອງ ແລ້ວ​ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ທຸກ​ວັນ ແລະ ຕິດຕາມ​ເຮົາ​ມາ.

24 ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ຢາກ​ຮັກສາ​ຊີວິດ​ຂອງ​ຕົນ​ໄວ້​ໃຫ້​ພົ້ນ ຜູ້​ນັ້ນ​ຈະ​ເສຍ​ຊີວິດ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ກໍ​ຈະ​ຊ່ວຍ​ຊີວິດ​ຂອງ​ຕົນ​ໃຫ້​ພົ້ນ.

25 ຈະ​ມີ​ປະໂຫຍດ​ອັນໃດ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ, ແຕ່​ຕ້ອງ​ສູນເສຍ ຫລື ສູນເສຍ​ໂຕ​ເອງ​ໄປ?

26 ຜູ້ໃດ​ກໍ​ຕາມ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຜູ້​ນັ້ນ​ເມື່ອ​ພຣະອົງ​ມາ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ພ້ອມ​ທັງ​ສະຫງ່າລາສີ​ຂອງ​ບັນດາ​ເທວະດາ​ບໍລິສຸດ.

27 “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ”.


ການ​ປ່ຽນ​ລັກສະນະ
(ມທ 17:1-8; ມຣກ 9:2-8)

28 ປະມານ​ແປດ​ວັນ​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ​ແລ້ວ, ພຣະອົງ​ພາ​ເປໂຕ ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ກັບ​ພຣະອົງ​ເພື່ອ​ອະທິຖານ.

29 ຂະນະ​ທີ່​ພຣະອົງ​ກຳລັງ​ອະທິຖານ​ຢູ່​ນັ້ນ, ໃບໜ້າ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຮຸ່ງເຫລື້ອມ​ດັ່ງ​ແສງ​ຟ້າແມບ.

30 ມີ​ຊາຍ​ສອງ​ຄົນ​ຄື: ໂມເຊ ແລະ ເອລີຢາ ມາ​ປາກົດ​ໂຕ​ດ້ວຍ​ສະຫງ່າລາສີ​ເປັ່ງປະກາຍ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.

31 ພວກເພິ່ນ​ໄດ້​ສົນທະນາ​ເຖິງ​ການ​ຈາກ​ໄປ​ຂອງ​ພຣະອົງ, ເຊິ່ງ​ພຣະອົງ​ກຳລັງ​ຈະ​ເຮັດ​ໃຫ້​ສຳເລັດ​ທີ່​ເຢຣູຊາເລັມ.

32 ເປໂຕ ແລະ ບັນດາ​ເພື່ອນ​ຂອງ​ຕົນ​ຕ່າງ​ກໍ​ເຫງົານອນ​ຫລາຍ, ແຕ່​ເມື່ອ​ພວກເພິ່ນ​ຕື່ນ​ຂຶ້ນ​ແລ້ວ, ພວກເພິ່ນ​ກໍ​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ເຫັນ​ຊາຍ​ສອງ​ຄົນ​ຢືນ​ຢູ່​ກັບ​ພຣະອົງ.

33 ຂະນະ​ທີ່​ສອງ​ຄົນ​ນັ້ນ​ກຳລັງ​ຈະ​ຈາກ​ພຣະເຢຊູເຈົ້າ​ໄປ, ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ນາຍ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ອີກ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ”. (ເປໂຕ​ບໍ່​ຮູ້​ວ່າ​ຕົນ​ເອງ​ກຳລັງ​ເວົ້າ​ຫຍັງ​ຢູ່.)

34 ໃນຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ, ກໍ​ມີ​ກ້ອນເມກ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ພວກເພິ່ນ​ກໍ​ຢ້ານ​ຫລາຍ​ເມື່ອ​ຢູ່​ໃນ​ກ້ອນເມກ​ນັ້ນ.

35 ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ນີ້​ເປັນ​ບຸດ​ຂອງ​ເຮົາ ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຈົ່ງ​ເຊື່ອຟັງ​ເພິ່ນ”.

36 ເມື່ອ​ສຽງ​ນັ້ນ​ສະຫງົບ​ລົງ​ແລ້ວ ພວກເພິ່ນ​ກໍ​ເຫັນ​ວ່າ​ມີ​ແຕ່​ພຣະເຢຊູເຈົ້າ​ອົງ​ດຽວ. ສ່ວນ​ພວກສາວົກ​ກໍ​ເກັບ​ເລື່ອງ​ນີ້​ໄວ້​ໃນ​ໃຈ ແລະ ພວກເພິ່ນ​ບໍ່​ໄດ້​ບອກ​ຜູ້ໃດ​ເຖິງ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຫັນ​ໃນ​ເວລາ​ນັ້ນ.


ພຣະເຢຊູເຈົ້າ​ປິ່ນປົວ​ເດັກ​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ຜີມານຮ້າຍ​ເຂົ້າ​ສິງ
(ມທ 17:14-18,22,23; ມຣກ 9:14-27,30-32)

37 ວັນ​ຕໍ່ມາ ເມື່ອ​ພວກເພິ່ນ​ໄດ້​ລົງ​ມາ​ຈາກ​ພູ​ແລ້ວ, ກໍ​ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ມາ​ພົບ​ພຣະອົງ.

38 ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ປະຊາຊົນ​ນັ້ນ​ຮ້ອງ​ຂຶ້ນ​ວ່າ, “ອາຈານ​ເອີຍ, ຂໍ​ພຣະອົງ​ມາ​ເບິ່ງ​ລູກຊາຍ​ຂອງ​ຂ້ານ້ອຍ​ດ້ວຍ ເພາະ​ລາວ​ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຂ້ານ້ອຍ.

39 ມີ​ວິນຍານ​ເຂົ້າ​ສິງ​ລາວ ແລະ ລາວ​ກໍ​ຮ້ອງ​ຂຶ້ນ​ທັນທີ, ມັນ​ເຮັດ​ໃຫ້​ລາວ​ຊັກດິ້ນ​ຢ່າງ​ແຮງ​ຈົນ​ນໍ້າລາຍ​ຟູມ​ປາກ. ມັນ​ບໍ່​ຍອມ​ອອກ​ຈາກ​ໂຕ​ລາວ​ເລີຍ ແລະ ມັນ​ທຳລາຍ​ລາວ.

40 ຂ້ານ້ອຍ​ໄດ້​ຂໍຮ້ອງ​ພວກສາວົກ​ຂອງ​ພຣະອົງ​ໃຫ້​ຂັບໄລ່​ມັນ​ອອກ ແຕ່​ພວກເພິ່ນ​ກໍ​ເຮັດ​ບໍ່​ໄດ້”.

41 ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດຄວາມເຊື່ອ ແລະ ຊົ່ວຊ້າ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ແລະ ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ທີ່​ນີ້”.

42 ແມ່ນ​ແຕ່​ໃນ​ຂະນະ​ທີ່​ເດັກນ້ອຍ​ນັ້ນ​ກຳລັງ​ມາ ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມ​ຊັກດິ້ນ​ລົງ​ພື້ນດິນ​ກິ້ງເກືອກ​ໄປ​ມາ. ແຕ່​ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ນັ້ນ​ໃຫ້​ອອກ​ໄປ ແລະ ຮັກສາ​ເດັກນ້ອຍ​ຄົນ​ນັ້ນ​ໃຫ້​ຫາຍດີ ແລ້ວ​ສົ່ງ​ຄືນ​ໃຫ້​ພໍ່​ຂອງ​ລາວ.

43 ພວກເຂົາ​ທັງຫລາຍ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ. ໃນ​ຂະນະ​ທີ່​ທຸກຄົນ​ຍັງ​ປະຫລາດໃຈ​ໃນ​ທຸກສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ຢູ່​ນັ້ນ, ພຣະອົງ​ກໍ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ,


ພຣະເຢຊູເຈົ້າ​ທຳນວາຍ​ເຖິງ​ຄວາມຕາຍ​ຂອງ​ພຣະອົງ​ຄັ້ງ​ທີ​ສອງ

44 “ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ບອກ​ພວກເຈົ້າ​ໃຫ້​ດີ​ຄື: ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ”.

45 ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ຖ້ອຍຄຳ​ເຫລົ່ານີ້. ເພາະ​ຖ້ອຍຄຳ​ນີ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ເພື່ອ​ວ່າ​ພວກເພິ່ນ​ຈະ​ບໍ່​ເຂົ້າໃຈ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.


ຜູ້ໃດ​ຈະ​ເປັນ​ໃຫຍ່​ກວ່າ​ໝູ່?
(ມທ 18:1-5; ມຣກ 9:33-40)

46 ການ​ໂຕ້ຖຽງ​ກັນ​ໄດ້​ເລີ່ມ​ຂຶ້ນ​ໃນ​ທ່າມກາງ​ພວກສາວົກ​ວ່າ​ຜູ້ໃດ​ໃນ​ພວກເພິ່ນ​ຈະ​ເປັນ​ຜູ້ໃຫຍ່​ທີ່ສຸດ.

47 ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ໃນ​ໃຈ​ຂອງ​ພວກເພິ່ນ, ຈຶ່ງ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທາງຂ້າງ​ພຣະອົງ

48 ແລ້ວ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ນີ້​ໃນ​ນາມ​ຂອງ​ເຮົາ​ກໍ​ຕ້ອນຮັບ​ເຮົາ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ເພາະ​ວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ພວກເຈົ້າ​ທັງໝົດ​ຄື​ຜູ້​ຍິ່ງໃຫຍ່​ທີ່ສຸດ”.

49 ແລ້ວ​ໂຢຮັນ​ເວົ້າ​ວ່າ, “ນາຍ​ເອີຍ ພວກຂ້ານ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ທ່ານ ແລະ ພວກຂ້ານ້ອຍ​ຈຶ່ງ​ຫ້າມ​ລາວ​ເພາະ​ລາວ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ພວກເຮົາ”.

50 ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ, ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກທ່ານ​ກໍ​ເປັນ​ຝ່າຍ​ພວກທ່ານ​ແລ້ວ”.


ຊາວ​ຊາມາເຣຍ​ຕໍ່ຕ້ານ​ພຣະເຢຊູເຈົ້າ

51 ເມື່ອ​ໃກ້​ເຖິງ​ເວລາ​ທີ່​ພຣະອົງ​ຈະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ​ແລ້ວ, ພຣະເຢຊູເຈົ້າ​ຕັ້ງໃຈ​ຈະ​ໄປ​ທີ່​ເຢຣູຊາເລັມ

52 ແລະ ພຣະອົງ​ໄດ້​ສົ່ງ​ຜູ້ຮັບໃຊ້​ລ່ວງໜ້າ​ໄປ​ກ່ອນ, ພວກເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ແຫ່ງ​ໜຶ່ງ​ຂອງ​ຊາວ​ຊາມາເຣຍ ເພື່ອ​ຕຽມ​ທຸກສິ່ງ​ໄວ້​ສຳລັບ​ພຣະອົງ,

53 ແຕ່​ປະຊາຊົນ​ຢູ່​ທີ່​ນັ້ນ​ບໍ່​ຕ້ອນຮັບ​ພຣະອົງ ເພາະ​ພຣະອົງ​ມຸ່ງໜ້າ​ໄປ​ທີ່​ເຢຣູຊາເລັມ.

54 ເມື່ອ​ສາວົກ​ຂອງ​ພຣະອົງ ຢາໂກໂບ ແລະ ໂຢຮັນ​ເຫັນ​ຢ່າງ​ນັ້ນ​ພວກເພິ່ນ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ສັ່ງ​ໄຟ​ຈາກ​ສະຫວັນ​ລົງ​ມາ​ທຳລາຍ​ພວກເຂົາ​ບໍ?”

55 ແຕ່​ພຣະເຢຊູເຈົ້າ​ຫັນໜ້າ​ມາ​ກ່າວ​ຕຳໜິ​ພວກເພິ່ນ.

56 ແລ້ວ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ໄປ​ຍັງ​ບ້ານ​ອື່ນ.


ຄຸນຄ່າ​ຂອງ​ການຕິດຕາມ​ພຣະເຢຊູເຈົ້າ
(ມທ 8:19-22)

57 ຂະນະ​ທີ່​ພຣະເຢຊູເຈົ້າ​ກັບ​ພວກສາວົກ​ຂອງ​ພຣະອົງ​ຍ່າງ​ໄປ​ຕາມ​ທາງ, ກໍ​ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຂ້ານ້ອຍ​ຈະ​ຕິດຕາມ​ພຣະອົງ​ບໍ່​ວ່າ​ພຣະອົງ​ຈະ​ໄປ​ບ່ອນໃດ”.

58 ພຣະເຢຊູເຈົ້າ​ຕອບ​ວ່າ, “ໝາຈິ້ງຈອກ​ກໍ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ, ແຕ່​ບຸດມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ລົງ”.

59 ພຣະອົງ​ກ່າວ​ແກ່​ຊາຍ​ຄົນ​ໜຶ່ງ​ອີກ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”. ແຕ່​ລາວ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ຂ້ານ້ອຍ​ໄປ​ຝັງ​ສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ”.

60 ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ຄົນຕາຍ​ຝັງ​ກັນ​ເອງ​ສາ, ສ່ວນ​ເຈົ້າ​ຈົ່ງ​ໄປ​ປະກາດ​ອານາຈັກ​ຂອງ​ພຣະເຈົ້າ”.

61 ມີ​ຄົນ​ອື່ນ​ອີກ​ໄດ້​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ຈະ​ຕິດຕາມ​ພຣະອົງ​ໄປ ແຕ່​ຂໍ​ໃຫ້​ຂ້ານ້ອຍ​ກັບ​ເມືອ​ສັ່ງລາ​ຄອບຄົວ​ຂອງ​ຂ້ານ້ອຍ​ກ່ອນ”.

62 ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຜູ້ໃດ​ທີ່​ເອົາ​ມື​ຈັບ​ງ້ອນ​ໄຖ​ແລ້ວ​ຍັງ​ຫລຽວ​ຄືນ​ຫລັງ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັບ​ການຮັບໃຊ້​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan