ລູກາ 7 - ພຣະຄຳພີລາວສະບັບສະໄໝໃໝ່ຄວາມເຊື່ອຂອງນາຍຮ້ອຍ (ມທ 8:5-13) 1 ເມື່ອພຣະເຢຊູເຈົ້າກ່າວສິ່ງເຫລົ່ານີ້ໃຫ້ປະຊາຊົນຟັງຈົນຈົບແລ້ວ, ພຣະອົງກໍເຂົ້າໄປໃນເມືອງກາເປນາອູມ. 2 ຢູ່ທີ່ນັ້ນມີຄົນຮັບໃຊ້ຂອງນາຍຮ້ອຍຄົນໜຶ່ງ, ເຊິ່ງນາຍຮັກຫລາຍ, ລາວປ່ວຍໜັກ ແລະ ໃກ້ຈະຕາຍ. 3 ເມື່ອນາຍຮ້ອຍໄດ້ຍິນເຖິງເລື່ອງຂອງພຣະເຢຊູເຈົ້າແລ້ວ ເພິ່ນຈຶ່ງໄດ້ໃຊ້ພວກເຖົ້າແກ່ບາງຄົນຂອງພວກຢິວໄປເຊີນພຣະເຢຊູເຈົ້າໃຫ້ມາຮັກສາຄົນຮັບໃຊ້ຂອງເພິ່ນ. 4 ເມື່ອພວກເຂົາມາຮອດພຣະເຢຊູເຈົ້າແລ້ວ ພວກເຂົາກໍຮ້ອງຂໍພຣະເຢຊູເຈົ້າດ້ວຍໃຈຮ້ອນຮົນວ່າ, “ນາຍຮ້ອຍຄົນນີ້ເປັນຄົນທີ່ພຣະອົງສົມຄວນຈະໄປຊ່ວຍແທ້, 5 ເພາະເພິ່ນຮັກຊົນຊາດຂອງພວກເຮົາ ແລະ ໄດ້ສ້າງທຳມະສາລາໃຫ້ພວກເຮົາ”. 6 ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງໄປກັບພວກເຂົາ. ເມື່ອພຣະອົງມາໃກ້ຈະຮອດເຮືອນນັ້ນແລ້ວ, ນາຍຮ້ອຍໄດ້ໃຊ້ບັນດາໝູ່ມາເວົ້າກັບພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າໃຫ້ເປັນການລຳບາກພຣະອົງເລີຍ, ເພາະຂ້ານ້ອຍບໍ່ສົມຄວນທີ່ຈະໃຫ້ພຣະອົງເຂົ້າໄປໃນລຸ່ມຫລັງຄາເຮືອນຂອງຂ້ານ້ອຍ. 7 ດ້ວຍເຫດນີ້ ຂ້ານ້ອຍຈຶ່ງຄິດວ່າຕົນເອງບໍ່ສົມຄວນແມ່ນແຕ່ຈະມາຫາພຣະອົງ. ຂໍພຽງແຕ່ພຣະອົງກ່າວເທົ່ານັ້ນ ແລະ ຄົນຮັບໃຊ້ຂອງຂ້ານ້ອຍກໍຈະຫາຍດີ. 8 ເພາະວ່າຂ້ານ້ອຍເອງມີທັງຜູ້ບັງຄັບບັນຊາ ແລະ ມີທະຫານທີ່ຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ. ຂ້ານ້ອຍສັ່ງຄົນນີ້ວ່າ, ‘ໄປ’ ແລ້ວລາວກໍໄປ, ສັ່ງຄົນນັ້ນວ່າ, ‘ມາ’ ແລ້ວລາວກໍມາ, ຂ້ານ້ອຍສັ່ງຄົນຮັບໃຊ້ວ່າ, ‘ຈົ່ງເຮັດສິ່ງນີ້’ ແລ້ວລາວກໍເຮັດຕາມ”. 9 ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນ ພຣະອົງກໍປະຫລາດໃຈໃນລາວ ແລ້ວຫັນມາກ່າວກັບປະຊາຊົນທີ່ຕິດຕາມພຣະອົງມານັ້ນວ່າ, “ເຮົາບອກພວກເຈົ້າວ່າເຮົາບໍ່ເຄີຍພົບຄວາມເຊື່ອໃຫຍ່ເທົ່ານີ້ແມ່ນແຕ່ໃນອິດສະຣາເອນ”. 10 ແລ້ວຄົນເຫລົ່ານັ້ນທີ່ຖືກໃຊ້ມາກໍກັບຄືນໄປເຮືອນ ແລະ ພົບວ່າຄົນຮັບໃຊ້ຜູ້ນັ້ນຫາຍດີແລ້ວ. ພຣະເຢຊູເຈົ້າເຮັດໃຫ້ລູກຊາຍຂອງແມ່ໝ້າຍເປັນຄືນມາຈາກຕາຍ (1ກສ 17:17-24; 2ກສ 4:32-37; ມຣກ 5:21-24,35-43; ຢຮ 11:1-44) 11 ຫລັງຈາກນັ້ນບໍ່ດົນ, ພຣະເຢຊູເຈົ້າໄດ້ໄປໃນເມືອງໜຶ່ງຊື່ວ່ານາອິນ, ພວກສາວົກ ແລະ ປະຊາຊົນຈຳນວນຫລວງຫລາຍໄດ້ຕິດຕາມພຣະອົງໄປ. 12 ເມື່ອພຣະອົງມາເກືອບຮອດປະຕູເມືອງ, ກໍມີຄົນຫາມສົບຊາຍໜຸ່ມຄົນໜຶ່ງອອກມາ ລາວເປັນລູກຊາຍຄົນດຽວຂອງຍິງຄົນໜຶ່ງທີ່ເປັນແມ່ໝ້າຍ. ແລະ ປະຊາຊົນຈຳນວນຫລວງຫລາຍກໍມາຈາກເມືອງພ້ອມກັບຍິງນັ້ນ. 13 ເມື່ອອົງພຣະຜູ້ເປັນເຈົ້າໄດ້ເຫັນຍິງນັ້ນ, ພຣະອົງກໍສົງສານນາງຫລາຍ ແລະ ກ່າວວ່າ, “ຢ່າຮ້ອງໄຫ້ເລີຍ”. 14 ແລ້ວພຣະອົງກໍໄດ້ເຂົ້າໄປໃກ້ ແລະ ແຕະຫີບສົບທີ່ພວກເຂົາກຳລັງຫາມຢູ່ນັ້ນ ບັນດາຄົນທີ່ຫາມຫີບສົບກໍຢຸດຢືນຢູ່. ພຣະອົງກ່າວວ່າ, “ຊາຍໜຸ່ມເອີຍ, ເຮົາສັ່ງເຈົ້າວ່າຈົ່ງລຸກຂຶ້ນ!” 15 ແລ້ວຄົນທີ່ຕາຍນັ້ນກໍລຸກຂຶ້ນນັ່ງ ແລະ ເລີ່ມເວົ້າ, ພຣະເຢຊູເຈົ້າຈຶ່ງມອບຊາຍຄົນນັ້ນຄືນໃຫ້ແມ່ຂອງລາວ. 16 ຄົນທັງຫລາຍກໍເຕັມໄປດ້ວຍຄວາມຢ້ານກົວ ແລະ ສັນລະເສີນພຣະເຈົ້າ. ພວກເຂົາເວົ້າວ່າ, “ຜູ້ທຳນວາຍຍິ່ງໃຫຍ່ຜູ້ໜຶ່ງໄດ້ມາປາກົດໃນທ່າມກາງພວກເຮົາແລ້ວ. ພຣະເຈົ້າໄດ້ມາຊ່ວຍປະຊາຊົນຂອງພຣະອົງແລ້ວ”. 17 ຂ່າວກ່ຽວກັບພຣະເຢຊູເຈົ້ານີ້ກໍໄດ້ແຜ່ລາມໄປທົ່ວແຂວງຢູດາຍ ແລະ ຂົງເຂດທີ່ຢູ່ອ້ອມຮອບນັ້ນ. ພຣະເຢຊູເຈົ້າກັບໂຢຮັນຜູ້ໃຫ້ບັບຕິສະມາ (ມທ 11:2-19) 18 ພວກລູກສິດຂອງໂຢຮັນກໍໄດ້ເລົ່າສິ່ງທັງໝົດເຫລົ່ານີ້ໃຫ້ເພິ່ນຟັງ. ໂຢຮັນຈຶ່ງເອີ້ນລູກສິດສອງຄົນມາ 19 ແລະ ໃຊ້ພວກເຂົາໄປພົບອົງພຣະຜູ້ເປັນເຈົ້າ ເພື່ອຖາມວ່າ, “ທ່ານແມ່ນຜູ້ທີ່ຈະມານັ້ນບໍ, ຫລື ພວກຂ້ານ້ອຍຈະຕ້ອງຄອຍຖ້າຜູ້ອື່ນອີກ?” 20 ເມື່ອພວກເຂົາພົບພຣະເຢຊູເຈົ້າແລ້ວ ພວກເຂົາກໍເວົ້າກັບພຣະອົງວ່າ, “ໂຢຮັນບັບຕິສະໂຕໄດ້ໃຊ້ພວກຂ້ານ້ອຍມາຖາມທ່ານວ່າ, ‘ທ່ານແມ່ນຜູ້ທີ່ຈະມານັ້ນບໍ, ຫລື ພວກຂ້ານ້ອຍຈະຕ້ອງຄອຍຖ້າຜູ້ອື່ນອີກ?’” 21 ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ຮັກສາຫລາຍຄົນທີ່ເປັນພະຍາດຕ່າງໆ, ຄົນເຈັບປ່ວຍ ແລະ ຄົນທີ່ມີວິນຍານຊົ່ວຮ້າຍເຂົ້າສິງ ແລະ ເຮັດໃຫ້ຄົນຕາບອດຫລາຍຄົນເບິ່ງເຫັນ. 22 ດັ່ງນັ້ນ ພຣະອົງຈຶ່ງກ່າວກັບສອງຄົນນັ້ນວ່າ, “ຈົ່ງກັບໄປລາຍງານຕໍ່ໂຢຮັນຕາມສິ່ງທີ່ພວກເຈົ້າໄດ້ເຫັນ ແລະ ໄດ້ຍິນຄື: ຄົນຕາບອດເບິ່ງເຫັນໄດ້, ຄົນເປ້ຍຍ່າງໄດ້, ຄົນຂີ້ທູດກໍໄດ້ຖືກຊຳລະໃຫ້ສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະ ຂ່າວປະເສີດໄດ້ປະກາດແກ່ຄົນຍາກຈົນ. 23 ພຣະພອນມີແກ່ຄົນທີ່ບໍ່ສະດຸດກ່ຽວກັບເລື່ອງຂອງເຮົາ”. 24 ຫລັງຈາກຄົນທີ່ໂຢຮັນໄດ້ໃຊ້ມານັ້ນກັບໄປແລ້ວ ພຣະເຢຊູເຈົ້າຈຶ່ງເລີ່ມກ່າວກັບປະຊາຊົນກ່ຽວກັບໂຢຮັນວ່າ: “ພວກເຈົ້າທັງຫລາຍອອກໄປຖິ່ນແຫ້ງແລ້ງກັນດານເພື່ອຢາກເບິ່ງຫຍັງ? ຢາກເບິ່ງຕົ້ນອໍ້ໄຫວໄປມາຕາມລົມພັດບໍ? 25 ຖ້າບໍ່ແມ່ນ, ພວກເຈົ້າອອກໄປເບິ່ງຫຍັງ? ເບິ່ງຄົນນຸ່ງເຄື່ອງທີ່ລະອຽດຈົບງາມບໍ? ບໍ່ແມ່ນ, ບັນດາຄົນທີ່ນຸ່ງເຄື່ອງລາຄາແພງ ແລະ ຢູ່ກິນດ້ວຍຂອງປານີດນັ້ນກໍຢູ່ໃນວັງ. 26 ແຕ່ພວກເຈົ້າອອກໄປເບິ່ງຫຍັງ? ໄປເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວ, ເຮົາບອກພວກເຈົ້າວ່າທ່ານຜູ້ນັ້ນຍິ່ງໃຫຍ່ກວ່າຜູ້ທຳນວາຍອີກ. 27 ແມ່ນຜູ້ນີ້ແຫລະທີ່ພຣະຄຳພີຂຽນໄວ້ເຖິງເພິ່ນວ່າ: “‘ເຮົາຈະໃຊ້ທູດຂອງເຮົາມາກ່ອນທ່ານ ເພື່ອຈັດຕຽມຫົນທາງໄວ້ສຳລັບທ່ານລ່ວງໜ້າ’. 28 ເຮົາບອກພວກເຈົ້າວ່າ, ໃນບັນດາຜູ້ທີ່ເກີດຈາກແມ່ຍິງບໍ່ມີຜູ້ໃດຍິ່ງໃຫຍ່ກວ່າໂຢຮັນ; ດັ່ງນັ້ນ ຜູ້ຕໍ່າຕ້ອຍທີ່ສຸດໃນອານາຈັກຂອງພຣະເຈົ້າກໍຍິ່ງໃຫຍ່ກວ່າເພິ່ນ”. 29 (ປະຊາຊົນທັງໝົດແມ່ນແຕ່ຄົນເກັບພາສີເມື່ອໄດ້ຍິນຖ້ອຍຄຳຂອງພຣະເຢຊູເຈົ້າກໍຍອມຮັບວ່າທາງຂອງພຣະເຈົ້າຖືກຕ້ອງ ເພາະພວກເຂົາໄດ້ຮັບບັບຕິສະມາຈາກໂຢຮັນແລ້ວ. 30 ແຕ່ພວກຟາຣີຊາຍ ແລະ ພວກຜູ້ຊຳນານດ້ານກົດບັນຍັດບໍ່ຍອມຮັບເຈດຕະນາຂອງພຣະເຈົ້າທີ່ມີຕໍ່ພວກເຂົາ, ເພາະພວກເຂົາບໍ່ໄດ້ບັບຕິສະມາຈາກໂຢຮັນ.) 31 ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ດັ່ງນັ້ນ ເຮົາຈະປຽບທຽບຄົນໃນສະໄໝນີ້ຄືກັບອັນໃດດີ? ພວກເຂົາເປັນເໝືອນຫຍັງ? 32 ພວກເຂົາກໍປຽບເໝືອນເດັກນ້ອຍທີ່ກຳລັງນັ່ງຢູ່ກາງຕະຫລາດ ແລະ ຮ້ອງໃສ່ກັນວ່າ: “‘ພວກເຮົາເປົ່າປີ່ໃຫ້ພວກເຈົ້າ, ແລະ ພວກເຈົ້າກໍບໍ່ຟ້ອນລຳ; ພວກເຮົາຮ້ອງເພງໄວ້ອາໄລ, ພວກເຈົ້າກໍບໍ່ຮ້ອງໄຫ້’. 33 ເພາະວ່າໂຢຮັນບັບຕິສະໂຕມາ ເພິ່ນບໍ່ກິນເຂົ້າຈີ່ ຫລື ບໍ່ດື່ມເຫລົ້າອະງຸ່ນ, ພວກເຈົ້າກໍເວົ້າວ່າ, ‘ເພິ່ນມີຜີມານຮ້າຍສິງຢູ່’. 34 ສ່ວນບຸດມະນຸດມາທັງກິນ ແລະ ດື່ມ ພວກເຈົ້າກໍເວົ້າວ່າ, ‘ເບິ່ງແມ ລາວເປັນຄົນກິນຫລາຍ ແລະ ຄົນມັກເມົາ, ທັງເປັນເພື່ອນຂອງຄົນເກັບພາສີ ແລະ ຄົນບາບທັງຫລາຍ’. 35 ແຕ່ສະຕິປັນຍາຂອງພຣະອົງກໍໄດ້ຮັບການພິສູດແລ້ວວ່າຖືກຕ້ອງໂດຍຄົນທັງຫລາຍທີ່ປະຕິບັດຕາມປັນຍານັ້ນ”. ພຣະເຢຊູເຈົ້າຮັບການຫົດສົງຈາກຍິງບາບ (ມທ 18:23-34; 26:6-13; ມຣກ 14:3-9; ຢຮ 12:1-8) 36 ມີຄົນຟາຣີຊາຍຄົນໜຶ່ງໄດ້ເຊີນພຣະເຢຊູເຈົ້າໄປຮັບປະທານອາຫານຄໍ່າກັບຕົນ, ພຣະອົງຈຶ່ງເຂົ້າໄປໃນເຮືອນຂອງຟາຣີຊາຍຄົນນັ້ນ ແລະ ນັ່ງເອນໂຕຢູ່ທີ່ໂຕະ. 37 ມີຍິງຄົນໜຶ່ງໃນເມືອງນັ້ນທີ່ໄດ້ດຳເນີນຊີວິດຢູ່ໃນຄວາມບາບ ເມື່ອໄດ້ຍິນວ່າພຣະເຢຊູເຈົ້າກຳລັງຮັບປະທານອາຫານຢູ່ທີ່ເຮືອນຂອງຟາຣີຊາຍຄົນນັ້ນ, ນາງຈຶ່ງໄດ້ໄປທີ່ນັ້ນພ້ອມດ້ວຍເຕົ້າຫີນຂາວທີ່ບັນຈຸນ້ຳຫອມ. 38 ໃນຂະນະທີ່ນາງຢືນຢູ່ທາງຫລັງໃກ້ຕີນຂອງພຣະອົງຮ້ອງໄຫ້, ນາງກໍເລີ່ມເຮັດໃຫ້ຕີນຂອງພຣະອົງປຽກດ້ວຍນໍ້າຕາຂອງນາງ, ແລ້ວນາງກໍເຊັດຕີນຂອງພຣະອົງດ້ວຍຜົມຂອງຕົນ, ທັງຈູບ ແລະ ຖອກນ້ຳຫອມຫົດຕີນຂອງພຣະອົງ. 39 ເມື່ອຄົນຟາຣີຊາຍຜູ້ທີ່ເຊີນພຣະເຢຊູເຈົ້າໄດ້ເຫັນຢ່າງນັ້ນກໍຄິດໃນໃຈວ່າ, “ຖ້າຜູ້ນີ້ເປັນຜູ້ທຳນວາຍແທ້ ເພິ່ນຄົງຮູ້ວ່າຜູ້ທີ່ມາແຕະຕ້ອງເພິ່ນນັ້ນເປັນຜູ້ໃດ ແລະ ເປັນຍິງປະເພດໃດ ນາງເປັນຄົນບາບ”. 40 ພຣະເຢຊູເຈົ້າຕອບລາວວ່າ, “ຊີໂມນເອີຍ, ເຮົາມີສິ່ງໜຶ່ງຈະບອກເຈົ້າ”. ລາວຕອບວ່າ, “ທ່ານອາຈານເອີຍ, ເຊີນກ່າວມາເລີຍ”. 41 ພຣະອົງກ່າວວ່າ, “ມີຊາຍສອງຄົນທີ່ເປັນໜີ້ເງິນຂອງເຈົ້າໜີ້ຄົນໜຶ່ງ, ຄົນໜຶ່ງເປັນໜີ້ເງິນຢູ່ຫ້າຮ້ອຍຫລຽນເດນາຣິອົນ ແລະ ອີກຄົນໜຶ່ງເປັນໜີ້ເງິນຢູ່ຫ້າສິບຫລຽນ. 42 ເມື່ອທັງສອງຄົນບໍ່ມີເງິນຈະໃຊ້ໜີ້ ເພິ່ນຈຶ່ງຍົກໜີ້ໃຫ້ພວກເຂົາທັງສອງ. ໃນສອງຄົນນີ້ແມ່ນຜູ້ໃດຈະຮັກເຈົ້າໜີ້ຫລາຍກວ່າກັນ?” 43 ຊີໂມນຕອບວ່າ, “ຂ້ານ້ອຍຄິດວ່າຄົນທີ່ເປັນໜີ້ຫລາຍແລ້ວໄດ້ຮັບການຍົກໜີ້ໃຫ້”. ພຣະເຢຊູເຈົ້າກ່າວວ່າ, “ເຈົ້າຕັດສິນຖືກຕ້ອງແລ້ວ”. 44 ແລ້ວພຣະອົງກໍຫລຽວໄປເບິ່ງຍິງຄົນນັ້ນ ແລະ ກ່າວກັບຊີໂມນວ່າ, “ເຈົ້າເຫັນຍິງຄົນນີ້ ຫລື ບໍ່? ເຮົາໄດ້ເຂົ້າມາໃນເຮືອນຂອງເຈົ້າ. ເຈົ້າບໍ່ໄດ້ເອົານ້ຳມາໃຫ້ເຮົາລ້າງຕີນ, ສ່ວນນາງໄດ້ລ້າງຕີນຂອງເຮົາດ້ວຍນໍ້າຕາ ແລະ ເຊັດຕີນຂອງເຮົາດ້ວຍຜົມຂອງນາງ. 45 ເຈົ້າບໍ່ໄດ້ຈູບເຮົາ ແຕ່ຍິງຜູ້ນີ້ ຕັ້ງແຕ່ເຮົາເຂົ້າມາໃນເຮືອນ ນາງຈູບຕີນຂອງເຮົາບໍ່ຢຸດເລີຍ. 46 ເຈົ້າບໍ່ໄດ້ເອົານ້ຳມັນຫົດຫົວຂອງເຮົາ, ແຕ່ນາງໄດ້ເອົານ້ຳຫອມຫົດຕີນຂອງເຮົາ. 47 ເຫດສະນັ້ນ ເຮົາຈຶ່ງບອກເຈົ້າວ່າ, ຄວາມບາບທັງຫລາຍຂອງນາງໄດ້ຮັບການອະໄພແລ້ວຕາມທີ່ໄດ້ເຫັນຈາກຄວາມຮັກອັນຫລວງຫລາຍຂອງນາງ ແຕ່ຜູ້ທີ່ໄດ້ຮັບການອະໄພໜ້ອຍກໍຮັກໜ້ອຍ”. 48 ແລ້ວພຣະເຢຊູເຈົ້າກ່າວກັບຍິງນັ້ນວ່າ, “ຄວາມບາບທັງຫລາຍຂອງເຈົ້າໄດ້ຮັບການອະໄພແລ້ວ”. 49 ບັນດາແຂກຮັບເຊີນທັງຫລາຍກໍເລີ່ມເວົ້າກັນວ່າ, “ຜູ້ນີ້ແມ່ນຜູ້ໃດ ຈຶ່ງໃຫ້ອະໄພຄວາມບາບໄດ້?” 50 ພຣະເຢຊູເຈົ້າກ່າວກັບຍິງຄົນນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນແລ້ວ, ຈົ່ງໄປດ້ວຍສັນຕິສຸກເທີ້ນ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.