ລູກາ 6 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ (ມທ 12:1-14; ມຣກ 2:23–3:6 ) 1 ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າກຳລັງຍ່າງຜ່ານທົ່ງນາ ແລະ ພວກສາວົກຂອງພຣະອົງກໍເລີ່ມເດັດຮວງເຂົ້າມາຖູໃນມື ແລະ ກິນເມັດເຂົ້ານັ້ນ. 2 ພວກຟາຣີຊາຍບາງຄົນຈຶ່ງຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງທີ່ຜິດກົດບັນຍັດໃນວັນຊະບາໂຕ?” 3 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານໃນສິ່ງທີ່ດາວິດເຮັດເມື່ອເພິ່ນ ແລະ ຄົນຂອງເພິ່ນຫິວເຂົ້ານັ້ນບໍ? 4 ດາວິດໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າ ແລະ ເອົາເຂົ້າຈີ່ສັກສິດມາກິນ ເຊິ່ງຕາມກົດບັນຍັດແລ້ວມີແຕ່ປະໂລຫິດເທົ່ານັ້ນທີ່ຈະກິນໄດ້ ແລະ ດາວິດຍັງໄດ້ເອົາເຂົ້າຈີ່ນັ້ນໃຫ້ຄົນຂອງເພິ່ນກິນນຳດ້ວຍ”. 5 ແລ້ວພຣະເຢຊູເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ບຸດມະນຸດເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ”. 6 ໃນວັນຊະບາໂຕອີກວັນໜຶ່ງ ພຣະອົງໄດ້ເຂົ້າໄປໃນທຳມະສາລາ ແລະ ກຳລັງສັ່ງສອນຢູ່ ແລະ ທີ່ນັ້ນມີຊາຍຄົນໜຶ່ງມືເບື້ອງຂວາລີບ. 7 ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກຳລັງຈ້ອງຈັບຜິດພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງຕິດຕາມພຣະອົງຢ່າງໃກ້ຊິດເພື່ອເບິ່ງວ່າພຣະອົງຈະຮັກສາຄົນເຈັບໃນວັນຊະບາໂຕບໍ່. 8 ແຕ່ພຣະເຢຊູເຈົ້າຮູ້ວ່າພວກເຂົາກຳລັງຄິດສິ່ງໃດຢູ່ ຈຶ່ງກ່າວກັບຊາຍມືລີບວ່າ, “ຈົ່ງລຸກຂຶ້ນ ແລະ ຢືນຕໍ່ໜ້າທຸກຄົນ”. ດັ່ງນັ້ນລາວຈຶ່ງລຸກຂຶ້ນ ແລະ ໄປຢືນຢູ່ທີ່ນັ້ນ. 9 ແລ້ວພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາຂໍຖາມພວກເຈົ້າວ່າ, ເຮັດດີ ຫລື ເຮັດຊົ່ວ, ຊ່ວຍຊີວິດ ຫລື ທຳລາຍຊີວິດ ອັນໃດທີ່ຖືກຕ້ອງຕາມກົດບັນຍັດໃນວັນຊະບາໂຕ?” 10 ພຣະອົງເບິ່ງໄປອ້ອມຮອບພວກເຂົາທຸກຄົນ ແລະ ກ່າວກັບຊາຍຄົນນັ້ນວ່າ, “ຈົ່ງຢຽດມືອອກມາ” ລາວກໍເຮັດຕາມ ແລະ ມືຂອງລາວກໍດີເປັນປົກກະຕິທຸກຢ່າງ. 11 ແຕ່ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະ ເລີ່ມປຶກສາກັນວ່າຈະເຮັດຢ່າງໃດກັບພຣະເຢຊູເຈົ້າ. ອັກຄະສາວົກສິບສອງຄົນ (ມທ 10:2-4; ມຣກ 3:16-19; ກຈກ 1:13 ) 12 ວັນໜຶ່ງພຣະເຢຊູເຈົ້າອອກໄປທີ່ພູໜ່ວຍໜຶ່ງເພື່ອອະທິຖານ ແລະ ໃຊ້ເວລາອະທິຖານຕໍ່ພຣະເຈົ້າຕະຫລອດຄືນ. 13 ເມື່ອຮຸ່ງເຊົ້າມາ, ພຣະອົງໄດ້ເອີ້ນພວກສາວົກມາຫາພຣະອົງ ແລະ ໄດ້ເລືອກເອົາພວກເພິ່ນສິບສອງຄົນ, ເຊິ່ງພຣະອົງແຕ່ງຕັ້ງໃຫ້ເປັນອັກຄະສາວົກຄື: 14 ຊີໂມນ (ເຊິ່ງພຣະອົງຕັ້ງຊື່ໃຫ້ວ່າເປໂຕ), ອັນເດອານ້ອງຊາຍຂອງເປໂຕ, ຢາໂກໂບ, ໂຢຮັນ, ຟີລິບ, ບາຣະໂທໂລມາຍ, 15 ມັດທາຍ, ໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນຜູ້ທີ່ເອີ້ນວ່າພັກຊາດນິຍົມ, 16 ຢູດາລູກຊາຍຂອງຢາໂກໂບ, ແລະ ຢູດາ ອິດສະກາຣີອົດຜູ້ທີ່ກາຍເປັນຄົນທໍລະຍົດ. ພຣະພອນ ແລະ ວິບັດ (ມທ 5:3-12) 17 ພຣະອົງລົງມາກັບພວກເພິ່ນ ແລະ ຢືນຢູ່ໃນທີ່ຮາບພຽງແຫ່ງໜຶ່ງ. ມີພວກສາວົກຂອງພຣະອົງກໍຢູ່ທີ່ນັ້ນ ແລະ ປະຊາຊົນຈຳນວນຫລວງຫລາຍມາຈາກທົ່ວແຂວງຢູດາຍ, ຈາກເຢຣູຊາເລັມ ແລະ ຈາກຝັ່ງທະເລເມືອງຕີເຣ ແລະ ເມືອງຊີໂດນ, 18 ພວກເຂົາມາເພື່ອຈະຟັງພຣະອົງ ແລະ ເພື່ອຈະຮັບການຮັກສາພະຍາດຕ່າງໆຂອງພວກເຂົາ. ຄົນທີ່ຖືກວິນຍານສົກກະປົກລົບກວນກໍໄດ້ຮັບການຮັກສາໃຫ້ຫາຍດີ, 19 ແລະ ປະຊາຊົນທັງຫລາຍໄດ້ພະຍາຍາມແຕະຕົວພຣະອົງ ເພາະລິດອຳນາດໄດ້ອອກມາຈາກພຣະອົງ ແລະ ຮັກສາພວກເຂົາທຸກຄົນໃຫ້ຫາຍດີ. 20 ພຣະເຢຊູເຈົ້າຫລຽວເບິ່ງພວກສາວົກຂອງພຣະອົງ ແລະ ກ່າວວ່າ: “ພຣະພອນມີແກ່ພວກເຈົ້າຜູ້ທີ່ຍາກຈົນ, ເພາະອານາຈັກຂອງພຣະເຈົ້າເປັນຂອງພວກເຈົ້າແລ້ວ. 21 ພຣະພອນມີແກ່ພວກເຈົ້າຜູ້ທີ່ອຶດຫິວໃນເວລານີ້ ເພາະພວກເຈົ້າຈະໄດ້ອີ່ມບໍລິບູນ. ພຣະພອນມີແກ່ພວກເຈົ້າຜູ້ທີ່ຮ້ອງໄຫ້ຢູ່ໃນເວລານີ້ ເພາະວ່າພວກເຈົ້າຈະໄດ້ຫົວຂັວນ. 22 ພຣະພອນມີແກ່ພວກເຈົ້າເມື່ອຄົນກຽດຊັງພວກເຈົ້າ ເມື່ອຄົນທັງຫລາຍຕັດພວກເຈົ້າອອກ ແລະ ດູຖູກພວກເຈົ້າ ແລະ ໃສ່ຮ້າຍພວກເຈົ້າວ່າຊົ່ວຊ້າ ເພາະເຫັນແກ່ບຸດມະນຸດ. 23 “ໃນວັນນັ້ນ ຈົ່ງຊື່ນຊົມຍິນດີ ແລະ ກະໂດດເຕັ້ນດ້ວຍຄວາມຍິນດີ ເພາະບຳເໜັດຂອງພວກເຈົ້າໃນສະຫວັນນັ້ນຍິ່ງໃຫຍ່. ເພາະວ່າບັນພະບຸລຸດຂອງພວກເຂົາ ກໍໄດ້ເຮັດຢ່າງດຽວກັນນັ້ນກັບບັນດາຜູ້ທຳນວາຍ. 24 “ແຕ່ວິບັດມີແກ່ພວກເຈົ້າຜູ້ຮັ່ງມີ ເພາະພວກເຈົ້າໄດ້ຮັບຄວາມສຸກສະບາຍແລ້ວ. 25 ວິບັດມີແກ່ພວກເຈົ້າທີ່ອີ່ມເຕັມຢູ່ເວລານີ້, ເພາະວ່າພວກເຈົ້າຈະອຶດຫິວ. ວິບັດມີແກ່ພວກເຈົ້າທີ່ກຳລັງຫົວຂັວນຢູ່ເວລານີ້ ເພາະພວກເຈົ້າຈະໂສກເສົ້າ ແລະ ຮ້ອງໄຫ້. 26 ວິບັດມີແກ່ພວກເຈົ້າເມື່ອທຸກຄົນຍົກຍ້ອງພວກເຈົ້າ ເພາະບັນພະບຸລຸດຂອງພວກເຂົາກໍໄດ້ເຮັດຢ່າງດຽວກັນນີ້ກັບບັນດາຜູ້ທຳນວາຍປອມ. ຄວາມຮັກຕໍ່ສັດຕູ (ມທ 5:39-42) 27 “ແຕ່ເຮົາບອກພວກເຈົ້າທີ່ກຳລັງຟັງເຮົາກ່າວຢູ່ວ່າ: ຈົ່ງຮັກສັດຕູຂອງພວກເຈົ້າ, ຈົ່ງເຮັດດີຕໍ່ຜູ້ທີ່ກຽດຊັງພວກເຈົ້າ, 28 ຈົ່ງອວຍພອນຜູ້ທີ່ປ້ອຍດ່າພວກເຈົ້າ, ຈົ່ງອະທິຖານເພື່ອຜູ້ທີ່ຂົ່ມເຫັງພວກເຈົ້າ. 29 ຖ້າຜູ້ໃດຕົບແກ້ມຂອງພວກເຈົ້າເບື້ອງໜຶ່ງ ຈົ່ງປິ່ນແກ້ມອີກເບື້ອງໜຶ່ງໃຫ້ພວກເຂົາ. ຖ້າຜູ້ໃດເອົາເສື້ອຊັ້ນນອກຂອງເຈົ້າໄປ ກໍຢ່າໄດ້ຫວງຫ້າມພວກເຂົາ. 30 ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກພວກເຈົ້າ ແລະ ຖ້າຜູ້ໃດເອົາສິ່ງທີ່ເປັນຂອງພວກເຈົ້າໄປ ຢ່າທວງເອົາສິ່ງນັ້ນກັບຄືນມາ. 31 ຖ້າພວກເຈົ້າຢາກໃຫ້ຄົນອື່ນເຮັດຢ່າງໃດແກ່ພວກເຈົ້າ ກໍຈົ່ງເຮັດຕໍ່ພວກເຂົາຢ່າງນັ້ນເໝືອນກັນ. 32 “ຖ້າພວກເຈົ້າຮັກແຕ່ຜູ້ທີ່ຮັກພວກເຈົ້າເທົ່ານັ້ນ ພວກເຈົ້າຈະໄດ້ປະໂຫຍດອັນໃດ? ແມ່ນແຕ່ບັນດາຄົນບາບກໍຍັງຮັກຄົນທີ່ຮັກພວກເຂົາເໝືອນກັນ. 33 ແລະ ຖ້າພວກເຈົ້າເຮັດດີຕໍ່ຄົນທີ່ດີຕໍ່ເຈົ້າເທົ່ານັ້ນ, ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ບັນດາຄົນບາບກໍຍັງເຮັດຢ່າງນັ້ນເໝືອນກັນ. 34 ແລະ ຖ້າພວກເຈົ້າໃຫ້ຄົນຢືມໂດຍຫວັງວ່າຈະໄດ້ຄືນຈາກພວກເຂົາ, ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ບັນດາຄົນບາບກໍຍັງໃຫ້ຄົນບາບຢືມ, ໂດຍຫວັງວ່າຈະໄດ້ຄືນຄົບຖ້ວນ. 35 ແຕ່ຈົ່ງຮັກສັດຕູຂອງພວກເຈົ້າ, ຈົ່ງເຮັດດີຕໍ່ພວກເຂົາ ແລະ ຈົ່ງໃຫ້ພວກເຂົາຢືມໂດຍບໍ່ຫວັງວ່າຈະໄດ້ສິ່ງໃດຄືນມາ. ແລ້ວພວກເຈົ້າກໍຈະໄດ້ຮັບບຳເໜັດອັນໃຫຍ່ ແລະ ພວກເຈົ້າຈະໄດ້ເປັນລູກຂອງພຣະເຈົ້າຜູ້ສູງສຸດ, ເພາະວ່າພຣະອົງຍັງກະລຸນາຕໍ່ຄົນເນລະຄຸນ ແລະ ຄົນຊົ່ວ. 36 ຈົ່ງມີຄວາມເມດຕາເໝືອນດັ່ງທີ່ພຣະບິດາເຈົ້າຂອງພວກເຈົ້າມີຄວາມເມດຕາ. ການຕັດສິນຄົນອື່ນ (ມທ 7:1-5) 37 “ຢ່າຕັດສິນຄົນອື່ນ ແລ້ວພວກເຈົ້າຈະບໍ່ຖືກຕັດສິນ. ຢ່າກ່າວໂທດຄົນອື່ນ ແລ້ວພວກເຈົ້າຈະບໍ່ຖືກກ່າວໂທດ. ຈົ່ງຍົກໂທດໃຫ້ຄົນອື່ນ ເພື່ອພວກເຈົ້າຈະໄດ້ຮັບການຍົກໂທດ. 38 ຈົ່ງໃຫ້ແລ້ວພວກເຈົ້າຈະໄດ້ຮັບ. ດ້ວຍເຄື່ອງຜອງທີ່ຍັດສັ່ນລົງແໜ້ນເຕັມລົ້ນຈະຖືກເທລົງໃນຕັກຂອງພວກເຈົ້າ. ເພາະວ່າພວກເຈົ້າຈະໃຊ້ເຄື່ອງຜອງອັນໃດກໍຈະໃຊ້ເຄື່ອງຜອງອັນດຽວກັນນັ້ນຕວງໃຫ້ພວກເຈົ້າ”. 39 ພຣະອົງຍັງກ່າວຄຳອຸປະມານີ້ແກ່ພວກເຂົາອີກວ່າ, “ຄົນຕາບອດຈະນຳທາງຄົນຕາບອດໄດ້ບໍ? ພວກເຂົາຈະບໍ່ຕົກຂຸມບໍ? 40 ລູກສິດຈະບໍ່ເໜືອກວ່າຄູຂອງຕົນ ແຕ່ລູກສິດທຸກຄົນທີ່ໄດ້ຮັບການຝຶກອົບຮົມຢ່າງຄົບຖ້ວນສົມບູນແລ້ວ ກໍຈະເປັນເໝືອນຄູຂອງຕົນ. 41 “ເປັນຫຍັງເຈົ້າຈຶ່ງແນມເບິ່ງຜົງຂີ້ເລື່ອຍທີ່ຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ ແຕ່ບໍ່ສົນໃຈກັບໄມ້ທັງທ່ອນຢູ່ໃນຕາຂອງເຈົ້າເອງ? 42 ດ້ວຍເຫດໃດ ເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ພີ່ນ້ອງ, ຈົ່ງໃຫ້ຂ້ອຍເຂ່ຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າ’ ໃນເມື່ອໂຕເຈົ້າເອງກໍຍັງບໍ່ເຫັນໄມ້ທັງທ່ອນຢູ່ໃນຕາຂອງຕົນ? ພວກຄົນໜ້າຊື່ໃຈຄົດ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນເຈົ້າກໍຈະເຫັນແຈ້ງດີ ຈຶ່ງຈະເຂ່ຍຜົງຂີ້ເລື່ອຍອອກຈາກຕາຂອງພີ່ນ້ອງຂອງເຈົ້າໄດ້. ຕົ້ນໄມ້ ແລະ ຜົນຂອງມັນ ( ມທ 7:16 , 18 , 20 ) 43 “ຕົ້ນໄມ້ດີຍ່ອມບໍ່ໃຫ້ຜົນຊົ່ວ ແລະ ຕົ້ນໄມ້ຊົ່ວຍ່ອມບໍ່ໃຫ້ຜົນດີ. 44 ເຮົາຈະຮູ້ຈັກຕົ້ນໄມ້ແຕ່ລະຕົ້ນໄດ້ດ້ວຍຜົນຂອງມັນ. ຄົນຈະບໍ່ເກັບໝາກເດື່ອຈາກຟຸ່ມໜາມ ຫລື ຈະບໍ່ເກັບໝາກອະງຸ່ນຈາກເຄືອໜາມ. 45 ຄົນດີຍ່ອມນຳສິ່ງດີອອກມາຈາກຄວາມດີທີ່ສະສົມໄວ້ໃນໃຈຂອງຕົນ, ສ່ວນຄົນຊົ່ວກໍນຳສິ່ງຊົ່ວອອກມາຈາກຄວາມຊົ່ວທີ່ສະສົມໄວ້ໃນໃຈຂອງຕົນ. ເພາະໃຈເຕັມລົ້ນດ້ວຍສິ່ງໃດປາກກໍເວົ້າສິ່ງນັ້ນອອກມາ. ຄົນໂງ່ ແລະ ຄົນສະຫລາດ (ມທ 7:24-27) 46 “ດ້ວຍເຫດໃດພວກເຈົ້າຈຶ່ງເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ແລະ ບໍ່ໄດ້ປະຕິບັດຕາມສິ່ງທີ່ເຮົາບອກ? 47 ທຸກຄົນທີ່ມາຫາເຮົາ ແລະ ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາ ແລະ ນຳເອົາໄປປະຕິບັດ, ເຮົາຈະສະແດງໃຫ້ພວກເຈົ້າຮູ້ວ່າພວກເຂົາປຽບເໝືອນຜູ້ໃດ. 48 ພວກເຂົາປຽບເໝືອນຄົນຜູ້ໜຶ່ງທີ່ກໍ່ສ້າງເຮືອນ, ລາວຂຸດດິນລົງເລິກ ແລະ ວາງຮາກຖານເຮືອນໃສ່ເທິງດານຫີນ. ເມື່ອນ້ຳມາຖ້ວມ, ແລ້ວກະແສນ້ຳໄຫລແຮງພັດໃສ່ເຮືອນ ແຕ່ບໍ່ສາມາດສັ່ນສະເທືອນເຮືອນໄດ້ເພາະເຮືອນນັ້ນສ້າງໄວ້ຢ່າງດີ. 49 ແຕ່ສ່ວນຜູ້ທີ່ໄດ້ຍິນຖ້ອຍຄຳທັງຫລາຍຂອງເຮົາ ແລະ ບໍ່ໄດ້ນຳເອົາໄປປະຕິບັດຕາມ ລາວກໍປຽບເໝືອນຄົນຜູ້ໜຶ່ງທີ່ກໍ່ສ້າງເຮືອນຂອງຕົນຢູ່ເທິງພື້ນດິນໂດຍບໍ່ໄດ້ວາງຮາກຖານ. ເມື່ອກະແສນ້ຳໄຫລແຮງພັດໃສ່ເຮືອນ, ເຮືອນນັ້ນກໍພັງທະລາຍລົງ ແລະ ຖືກທຳລາຍໝົດເລີຍ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.