Biblia Todo Logo
Bìoball air-loidhne

- Sanasan -

ລູກາ 5 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ເອີ້ນ​ເອົາ​ສາວົກ​ກຸ່ມ​ທຳອິດ
(ມທ 4:18-22; ມຣກ 1:16-20; ຢຮ 1:40-42)

1 ວັນ​ໜຶ່ງ​ຂະນະ​ທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ​ໂດຍ​ມີ​ປະຊາຊົນ​ກຳລັງ​ຫຸ້ມ​ອ້ອມ​ພຣະອົງ ເພື່ອ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ,

2 ພຣະອົງ​ຫລຽວ​ເຫັນ​ເຮືອ​ສອງ​ລຳ​ຈອດ​ຢູ່​ແຄມຝັ່ງ ສ່ວນ​ຄົນຫາປາ​ກໍ​ຂຶ້ນ​ຈາກ​ເຮືອ​ແລ້ວ​ກຳລັງ​ລ້າງ​ມອງ​ຢູ່.

3 ພຣະອົງ​ຈຶ່ງ​ລົງ​ເຮືອ​ລຳ​ໜຶ່ງ ເຊິ່ງ​ເປັນ​ເຮືອ​ຂອງ​ຊີໂມນ ແລະ ຂໍ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ໄປ​ຈາກ​ຝັ່ງ​ໜ້ອຍໜຶ່ງ. ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ ແລະ ສັ່ງສອນ​ປະຊາຊົນ​ຈາກ​ເທິງ​ເຮືອ.

4 ຫລັງຈາກ​ພຣະອົງ​ສັ່ງສອນ​ຈົບ​ແລ້ວ, ພຣະອົງ​ຈຶ່ງ​ກ່າວ​ກັບ​ຊີໂມນ​ວ່າ, “ຈົ່ງ​ຖອຍ​ເຮືອ​ອອກ​ໄປ​ສູ່​ບ່ອນ​ນ້ຳ​ເລິກ ແລ້ວ​ຈົ່ງ​ຢ່ອນ​ມອງ​ລົງ​ເພື່ອ​ຈັບ​ປາ”.

5 ຊີໂມນ​ຕອບ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຫາປາ​ຢ່າງ​ໜັກໜ່ວງ​ມາ​ຕະຫລອດ​ຄືນ ແລະ ຈັບ​ປາ​ບໍ່​ໄດ້​ປາ​ຈັກ​ໂຕ. ແຕ່​ເພາະ​ພຣະອົງ​ບອກ​ຢ່າງ​ນັ້ນ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ”.

6 ເມື່ອ​ພວກເພິ່ນ​ໄດ້​ຢ່ອນ​ມອງ​ລົງ, ພວກເພິ່ນ​ກໍ​ຈັບ​ປາ​ໄດ້​ຈຳນວນ​ຫລວງຫລາຍ​ຈົນ​ມອງ​ຂອງ​ພວກເພິ່ນ​ກຳລັງ​ຈະ​ຂາດ.

7 ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສັນຍານ​ໃຫ້​ໝູ່​ທີ່​ຢູ່​ໃນ​ເຮືອ​ລຳ​ອື່ນ​ມາ​ຊ່ວຍ, ພວກເຂົາ​ຈຶ່ງ​ມາ​ຊ່ວຍ ແລະ ໄດ້​ປາ​ເຕັມ​ເຮືອ​ທັງ​ສອງ​ລຳ​ຈົນ​ເຮືອ​ແຊມ​ເກືອບ​ຫລົ້ມ.

8 ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”

9 ເພາະ​ເພິ່ນ​ກັບ​ໝູ່​ຂອງ​ເພິ່ນ​ທັງໝົດ​ໄດ້​ປະຫລາດໃຈ​ທີ່​ພວກເຂົາ​ຈັບ​ປາ​ໄດ້​ຢ່າງ​ຫລວງຫລາຍ​ເຊັ່ນ​ນີ້,

10 ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ຜູ້​ຮ່ວມງານ​ຂອງ​ຊີໂມນ​ກໍ​ປະຫລາດໃຈ​ເໝືອນກັນ. ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ຊີໂມນ​ວ່າ, “ຢ່າ​ຢ້ານ​ເລີຍ, ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ເປັນ​ຜູ້ຫາຄົນ”.

11 ດັ່ງນັ້ນ ພວກເຂົາ​ຈຶ່ງ​ດຶງ​ເຮືອ​ຂຶ້ນ​ແຄມ​ຝັ່ງ, ແລ້ວ​ປະຖິ້ມ​ທຸກສິ່ງ ແລະ ຕິດຕາມ​ພຣະອົງ​ໄປ.


ພຣະເຢຊູເຈົ້າ​ຮັກສາ​ຊາຍ​ຄົນ​ໜຶ່ງ​ໃຫ້​ດີ​ພະຍາດ​ຂີ້ທູດ
(ມທ 8:2-4; ມຣກ 1:40-44)

12 ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ເມືອງ​ແຫ່ງ​ໜຶ່ງ, ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ພະຍາດ​ຂີ້ທູດ​ເຕັມໂຕ​ຍ່າງ​ມາ​ຕາມ​ທາງ. ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ​ລາວ​ຈຶ່ງ​ກົ້ມໜ້າ​ໝອບ​ລົງ​ພື້ນດິນ ແລະ ອ້ອນວອນ​ຂໍ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຖ້າ​ພຣະອົງ​ເຕັມໃຈ ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ສະອາດ​ໄດ້”.

13 ພຣະເຢຊູເຈົ້າ​ເດ່​ມື​ອອກ​ໄປ​ແຕະ​ລາວ ແລະ ກ່າວ​ວ່າ, “ເຮົາ​ເຕັມໃຈ​ຈະ​ຮັກສາ ຈົ່ງ​ດີ​ສະອາດ​ສາ!” ໃນ​ທັນໃດ​ນັ້ນ ພະຍາດຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ລາວ.

14 ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ລາວ​ວ່າ, “ຢ່າ​ບອກ​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.

15 ແຕ່​ຂ່າວ​ກ່ຽວກັບ​ພຣະອົງ​ກໍ​ໄດ້​ກະຈາຍ​ອອກ​ໄປ​ຫລາຍ​ຂຶ້ນ ຈົນ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຟັງ​ພຣະອົງ ແລະ ຮັບ​ການຮັກສາ​ໃຫ້​ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຂອງ​ພວກເຂົາ.

16 ແຕ່​ພຣະເຢຊູເຈົ້າ​ມັກ​ຈະ​ແຍກ​ໂຕ​ໄປ​ຢູ່​ໃນ​ບ່ອນ​ທີ່​ສະຫງົບ ແລະ ອະທິຖານ.


ພຣະເຢຊູເຈົ້າ​ຮັກສາ​ຄົນເປ້ຍ​ຜູ້​ໜຶ່ງ
(ມທ 9:2-8; ມຣກ 2:3-12)

17 ມື້​ໜຶ່ງ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່, ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ. ພວກເຂົາ​ມາ​ຈາກ​ທຸກ​ບ້ານ​ໃນ​ແຂວງ​ຄາລີເລ ແລະ ຈາກ​ແຂວງ​ຢູດາຍ ແລະ ຈາກ​ນະຄອນ​ເຢຣູຊາເລັມ. ລິດອຳນາດ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຢູ່​ນຳ​ພຣະອົງ​ເພື່ອ​ຮັກສາ​ຄົນເຈັບ.

18 ແລ້ວ​ກໍ​ມີ​ຄົນ​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ທີ່​ນອນ​ຢູ່​ເທິງ​ບ່ອນນອນ​ມາ ແລະ ພະຍາຍາມ​ຈະ​ຫາມ​ລາວ​ເຂົ້າ​ໄປ​ໃນ​ເຮືອນ​ເພື່ອ​ວາງ​ລາວ​ລົງ​ຕໍ່ໜ້າ​ພຣະເຢຊູເຈົ້າ.

19 ເມື່ອ​ພວກເຂົາ​ຊອກຫາ​ທາງ​ທີ່​ຈະ​ເຮັດ​ບໍ່​ໄດ້​ເພາະ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ, ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ແລ້ວ​ຢ່ອນ​ບ່ອນນອນ​ທີ່​ຄົນເປ້ຍ​ນັ້ນ​ນອນ​ຢູ່ ຜ່ານ​ປ່ອງ​ຫລັງຄາ​ລົງ​ມາ​ທາງ​ກາງ​ປະຊາຊົນ ເຊິ່ງ​ຢູ່​ຕໍ່ໜ້າ​ພຣະເຢຊູເຈົ້າ.

20 ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ, ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສະຫາຍ​ເອີຍ ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.

21 ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເລີ່ມ​ຄິດໃນໃຈ​ວ່າ, “ຄົນ​ທີ່​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຄົນ​ນີ້​ແມ່ນ​ຜູ້ໃດ? ນອກຈາກ​ພຣະເຈົ້າ​ແລ້ວ​ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”

22 ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ຄິດ​ສິ່ງ​ໃດ​ຢູ່ ແລະ ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ໃນ​ໃຈ​ຢ່າງ​ນັ້ນ?

23 ທີ່​ຈະ​ກ່າວ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ກັບ ‘ຈົ່ງ​ລຸກຂຶ້ນ ແລະ ຍ່າງ​ໄປ’ ອັນໃດ​ຈະ​ງ່າຍ​ກວ່າ​ກັນ?

24 ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ບຸດມະນຸດ​ມີ​ສິດອຳນາດ​ໃນ​ໂລກ​ທີ່​ຈະ​ອະໄພ​ຄວາມບາບ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ຄົນເປ້ຍ​ນັ້ນ​ວ່າ, “ເຮົາ​ສັ່ງ​ເຈົ້າ​ວ່າ ຈົ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ກັບ​ເມືອ​ເຮືອນ​ສາ”.

25 ໃນທັນໃດ​ນັ້ນ ລາວ​ຈຶ່ງ​ລຸກຂຶ້ນ​ຕໍ່ໜ້າ​ຄົນ​ທັງຫລາຍ​ແລ້ວ​ຍົກ​ເອົາ​ບ່ອນນອນ ແລະ ກັບ​ເມືອ​ເຮືອນ​ພ້ອມທັງ​ຮ້ອງ​ສັນລະເສີນ​ພຣະເຈົ້າ.

26 ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ຢ້ານກົວ​ຫລາຍ​ຈຶ່ງ​ກ່າວ​ວ່າ, “ວັນນີ້​ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ”.


ພຣະເຢຊູເຈົ້າ​ເອີ້ນ​ເອົາ​ເລວີ ແລະ ຮ່ວມ​ກິນ​ອາຫານ​ກັບ​ຄົນບາບ
(ມທ 9:9-13; ມຣກ 2:14-17)

27 ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ອອກ​ໄປ ແລະ ເຫັນ​ຄົນເກັບພາສີ​ຜູ້​ໜຶ່ງ​ຊື່​ວ່າ​ເລວີ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ. ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”

28 ແລ້ວ​ເລວີ​ກໍ​ລຸກຂຶ້ນ ແລະ ປະຖິ້ມ​ທຸກສິ່ງ​ຕິດຕາມ​ພຣະອົງ​ໄປ.

29 ແລ້ວ​ເລວີ​ກໍ​ໄດ້​ຈັດ​ງານລ້ຽງ​ໃຫຍ່​ຂຶ້ນ​ທີ່​ເຮືອນ​ຂອງ​ລາວ​ຖວາຍ​ແກ່​ພຣະເຢຊູເຈົ້າ, ມີ​ຄົນເກັບພາສີ​ກຸ່ມ​ໃຫຍ່ ແລະ ຄົນ​ອື່ນໆ​ອີກ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ​ດ້ວຍ.

30 ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ ແລະ ດື່ມ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”

31 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ ແຕ່​ຄົນເຈັບ​ຕ້ອງການ​ໝໍ.

32 ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ຄົນຊອບທຳ ແຕ່​ມາ​ເພື່ອ​ເອີ້ນ​ຄົນບາບ​ໃຫ້​ກັບໃຈໃໝ່”.


ຖາມ​ພຣະເຢຊູເຈົ້າ​ເລື່ອງ​ການ​ຖືສິນອົດອາຫານ
(ມທ 9:14-17; ມຣກ 2:18-22)

33 ພວກເຂົາ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ພວກລູກສິດ​ຂອງ​ໂຢຮັນ​ມັກ​ຖືສິນອົດອາຫານ ແລະ ອະທິຖານ​ຢູ່​ສະເໝີ, ແລະ ສາວົກ​ຂອງ​ພວກ​ຟາຣີຊາຍ​ກໍ​ເຮັດ​ເໝືອນກັນ ແຕ່​ພວກ​ສາວົກ​ຂອງ​ທ່ານ​ພັດ​ກິນ ແລະ ດື່ມ”.

34 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ໃຫ້​ບັນດາ​ເພື່ອນ​ຂອງ​ເຈົ້າບ່າວ​ຖືສິນອົດອາຫານ​ໃນ​ຂະນະ​ທີ່​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ​ໄດ້​ບໍ?

35 ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນຳ​ໂຕ​ໄປ​ຈາກ​ພວກເຂົາ, ໃນ​ວັນ​ເຫລົ່ານັ້ນ​ພວກເຂົາ​ຈະ​ຖືສິນອົດອາຫານ”.

36 ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ໃຫ້​ພວກເຂົາ​ຟັງ​ວ່າ, “ບໍ່​ມີ​ຜູ້ໃດ​ທີ່​ຈີກ​ເອົາ​ຜ້າ​ຈາກ​ເສື້ອ​ໃໝ່​ໄປ​ຕາບ​ເສື້ອ​ເກົ່າ. ຖ້າ​ເຮັດ​ດັ່ງນັ້ນ​ພວກເຂົາ​ກໍ​ຈະ​ເຮັດ​ໃຫ້​ເສື້ອ​ໃໝ່​ຂາດ​ເສຍ​ໄປ ແລະ ຜ້າ​ຕ່ອນ​ໃໝ່​ກໍ​ບໍ່​ສົມ​ກັບ​ເສື້ອ​ເກົ່າ.

37 ແລະ ບໍ່​ມີ​ຜູ້ໃດ​ທີ່​ຖອກ​ເຫລົ້າອະງຸ່ນ​ໃໝ່​ໃສ່​ຖົງໜັງ​ເກົ່າ. ຖ້າ​ເຮັດ​ຢ່າງ​ນັ້ນ​ເຫລົ້າອະງຸ່ນ​ໃໝ່​ຈະ​ເຮັດ​ໃຫ້​ຖົງໜັງ​ນັ້ນ​ແຕກ, ເຫລົ້າອະງຸ່ນ​ຈະ​ໄຫລ​ອອກ​ມາ ແລະ ຖົງໜັງ​ກໍ​ຈະ​ເສຍຫາຍ.

38 ບໍ່​ດອກ, ເຫລົ້າອະງຸ່ນ​ໃໝ່​ຈະ​ຕ້ອງ​ຖອກ​ໃສ່​ໃນ​ຖົງໜັງ​ໃໝ່

39 ແລະ ບໍ່​ມີ​ຜູ້ໃດ​ເມື່ອ​ໄດ້​ດື່ມ​ເຫລົ້າອະງຸ່ນ​ເກົ່າ​ແລ້ວ​ຈະ​ຢາກ​ໄດ້​ເຫລົ້າອະງຸ່ນ​ໃໝ່ ເພາະ​ພວກເຂົາ​ຍ່ອມ​ເວົ້າ​ວ່າ, ‘ອັນ​ເກົ່າ​ນັ້ນ​ດີ​ກວ່າ’”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan