Biblia Todo Logo
Bìoball air-loidhne

- Sanasan -

ລູກາ 4 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ຖືກ​ທົດລອງ​ໃນ​ຖິ່ນແຫ້ງແລ້ງກັນດານ
(ມທ 4:1-11; ມຣກ 1:12 , 13 )

1 ພຣະເຢຊູເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ພຣະອົງ​ກັບ​ມາ​ຈາກ​ແມ່ນ້ຳ​ຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້າ​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,

2 ພຣະອົງ​ຖືກ​ມານຮ້າຍ​ທົດລອງ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ. ໃນ​ລະຫວ່າງ​ວັນ​ເຫລົ່ານັ້ນ​ພຣະອົງ​ບໍ່​ໄດ້​ກິນ​ຫຍັງ​ເລີຍ ແລະ ເມື່ອ​ສິ້ນສຸດ​ສີ່ສິບ​ວັນ​ແລ້ວ​ພຣະອົງ​ກໍ​ຢາກ​ອາຫານ.

3 ມານຮ້າຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.

4 ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ດ້ວຍ​ອາຫານ​ພຽງ​ຢ່າງ​ດຽວ​ກໍ​ບໍ່​ໄດ້’”.

5 ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະອົງ​ຂຶ້ນ​ໄປ​ບ່ອນ​ທີ່​ສູງ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ​ໃຫ້​ພຣະອົງ​ເຫັນ​ໃນ​ພິບ​ຕາ​ດຽວ.

6 ແລະ ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ສິດອຳນາດ ແລະ ສະຫງ່າລາສີ​ທັງໝົດ​ນີ້​ແກ່​ທ່ານ ເພາະ​ສິ່ງ​ທັງໝົດ​ເຫລົ່ານີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ ເຮົາ​ຈະ​ມອບ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ຕ້ອງການ.

7 ດັ່ງນັ້ນ ຖ້າ​ທ່ານ​ນະມັດສະການ​ເຮົາ ສິ່ງ​ທັງໝົດ​ນີ້​ຈະ​ເປັນ​ຂອງ​ທ່ານ”.

8 ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ’”.

9 ມານຮ້າຍ​ໄດ້​ນຳ​ພຣະອົງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຈຸດ​ສູງ​ສຸດ​ຂອງ​ວິຫານ​ແລ້ວ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ໄປ​ຈາກ​ທີ່​ນີ້.

10 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ຂອງ​ພຣະອົງ ມາ​ຄອຍ​ລະວັງ​ປົກປັກຮັກສາ​ທ່ານ.

11 ບັນດາ​ເທວະດາ​ຈະ​ເອົາ​ມື​ຂອງ​ຕົນ​ອູ້ມ​ທ່ານ​ໄວ້ ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ທ່ານ​ຕຳ​ກ້ອນຫີນ’”.

12 ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ຢ່າ​ທົດລອງ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ’”.

13 ເມື່ອ​ມານຮ້າຍ​ໄດ້​ທົດລອງ​ທຸກ​ຢ່າງ​ນີ້​ແລ້ວ, ມັນ​ກໍ​ຈາກ​ພຣະອົງ​ໄປ​ຈົນ​ກວ່າ​ເຖິງ​ເວລາ​ທີ່​ມີ​ໂອກາດ​ອີກ.


ຊາວ​ນາຊາເຣັດ​ບໍ່​ຕ້ອນຮັບ​ພຣະເຢຊູເຈົ້າ

14 ພຣະເຢຊູເຈົ້າ​ໄດ້​ກັບ​ຄືນ​ມາ​ແຂວງ​ຄາລີເລ​ດ້ວຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ແລະ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ກະຈາຍ​ໄປ​ທົ່ວ​ເຂດ​ນັ້ນ.

15 ພຣະອົງ​ສັ່ງສອນ​ໃນ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ທຸກຄົນ​ພາກັນ​ສັນລະເສີນ​ພຣະເຈົ້າ.

16 ແລ້ວ​ພຣະອົງ​ໄປ​ທີ່​ນາຊາເຣັດ​ບ່ອນ​ທີ່​ພຣະອົງ​ຈະເລີນ​ເຕີບໃຫຍ່​ຂຶ້ນ, ແລະ ໃນ​ວັນຊະບາໂຕ ພຣະອົງ​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ປົກກະຕິ ແລະ ໄດ້​ຢືນ​ຂຶ້ນ​ອ່ານ​ພຣະຄຳ.

17 ພວກເຂົາ​ໄດ້​ຍື່ນ​ໜັງສື​ມ້ວນ​ຂອງ​ຜູ້ທຳນວາຍ​ເອຊາຢາ​ໃຫ້​ພຣະອົງ. ເມື່ອ​ເປີດ​ອອກ​ມາ​ກໍ​ພົບ​ຂໍ້ຄວາມ​ທີ່​ຂຽນ​ໄວ້​ວ່າ:

18 “ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ເຈີມ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ອິດສະຫລະພາບ​ແກ່​ນັກໂທດ ແລະ ໃຫ້​ຄົນຕາບອດ​ໄດ້​ເຫັນຮຸ່ງ, ປົດປ່ອຍ​ຜູ້​ທີ່​ຖືກ​ກົດຂີ່ຂົ່ມເຫັງ​ໃຫ້​ເປັນ​ອິດສະຫລະ,

19 ໃຫ້​ປະກາດ​ປີ​ແຫ່ງ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ”.

20 ແລ້ວ​ພຣະອົງ​ກໍ​ໄດ້​ມ້ວນ​ໜັງສືມ້ວນ​ໄວ້ ແລ້ວ​ໄດ້​ສົ່ງ​ໜັງສືມ້ວນ​ນັ້ນ​ຄືນ​ໃຫ້​ແກ່​ເຈົ້າໜ້າທີ່​ແລ້ວ​ນັ່ງ​ລົງ. ສາຍຕາ​ຂອງ​ທຸກຄົນ​ໃນ​ທຳມະສາລາ​ກໍ​ຈ້ອງ​ເບິ່ງ​ພຣະອົງ,

21 ພຣະເຢຊູເຈົ້າ​ກ່າວ​ຂຶ້ນ​ວ່າ, “ໃນ​ວັນ​ນີ້​ພຣະຄຳພີ​ຕອນ​ທີ່​ພວກທ່ານ​ໄດ້​ຟັງ​ນັ້ນ​ເປັນຈິງ​ແລ້ວ”.

22 ຄົນ​ທັງປວງ​ເວົ້າ​ຍົກຍ້ອງ​ພຣະອົງ ແລະ ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ເຕັມ​ດ້ວຍ​ຄວາມ​ເມດຕາ​ຈາກ​ປາກ​ຂອງ​ພຣະອົງ. ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ?”

23 ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ແນ່ນອນ ພວກເຈົ້າ​ຄົງ​ຈະ​ຍົກ​ສຸພາສິດ​ນີ້​ກ່າວ​ຕໍ່​ເຮົາ​ວ່າ: ‘ທ່ານ​ໝໍ, ຈົ່ງ​ປິ່ນປົວ​ຕົນ​ເອງ​ສາ!’ ແລະ ພວກເຈົ້າ​ຈະ​ເວົ້າ​ຕໍ່​ເຮົາ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ​ວ່າ​ທ່ານ​ເຮັດ​ຢູ່​ໃນ​ເມືອງ​ກາເປນາອູມ​ນັ້ນ ຈົ່ງ​ເຮັດ​ໃນ​ເມືອງ​ຂອງ​ຕົນ​ບ່ອນ​ນີ້​ເໝືອນກັນ’”.

24 ພຣະອົງ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ທຳນວາຍ​ຄົນ​ໃດ​ທີ່​ໄດ້​ຮັບ​ການ​ຍອມຮັບ​ໃນ​ບ້ານເມືອງ​ຂອງ​ຕົນ.

25 ເຮົາ​ຢືນຢັນ​ກັບ​ພວກເຈົ້າ​ວ່າ​ມີ​ແມ່ໝ້າຍ​ຫລາຍ​ຄົນ​ຢູ່​ອິດສະຣາເອນ​ໃນ​ຂອງ​ສະໄໝ​ເອລີຢາ, ເມື່ອ​ເວລາ​ທີ່​ທ້ອງຟ້າ​ຖືກ​ປິດ​ບໍ່​ໃຫ້​ຝົນ​ຕົກ​ເປັນ​ເວລາ​ສາມ​ປີ​ເຄິ່ງ ແລະ ເກີດ​ການອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ທົ່ວ​ແຜ່ນດິນ,

26 ແຕ່​ເອລີຢາ​ກໍ​ບໍ່​ໄດ້​ຖືກ​ສົ່ງ​ໄປ​ຫາ​ຜູ້ໃດ​ຈັກ​ຄົນ ນອກຈາກ​ແມ່ໝ້າຍ​ຄົນ​ໜຶ່ງ​ທີ່​ເມືອງ​ຊາເຣັບຕາ​ໃນ​ຂົງເຂດ​ຊີໂດນ​ເທົ່ານັ້ນ.

27 ແລະ ໃນ​ສະໄໝ​ຂອງ​ຜູ້ທຳນວາຍ​ເອລີຊາ​ກໍ​ມີ​ຄົນຂີ້ທູດ​ຈຳນວນ​ຫລວງຫລາຍ​ໃນ​ອິດສະຣາເອນ ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຂົາ​ຖືກ​ຊຳລະ​ໃຫ້​ສະອາດ​ນອກຈາກ​ນາອາມານ​ຊາວ​ຊີເຣຍ​ເທົ່ານັ້ນ”.

28 ເມື່ອ​ຄົນ​ທັງຫລາຍ​ໃນ​ທຳມະສາລາ​ໄດ້​ຍິນ​ດັ່ງນີ້​ກໍ​ໃຈຮ້າຍ​ທີ່​ສຸດ.

29 ພວກເຂົາ​ຈຶ່ງ​ລຸກຂຶ້ນ​ຂັບໄລ່​ພຣະອົງ​ອອກ​ໄປ​ຈາກ​ເມືອງ ແລະ ນຳ​ພຣະອົງ​ໄປ​ຍັງ​ໜ້າຜາ​ຂອງ​ເນີນພູ​ທີ່​ເມືອງ​ຕັ້ງ​ຢູ່​ນັ້ນ ເພື່ອ​ຈະ​ຊຸກ​ພຣະອົງ​ລົງ​ໄປ​ຈາກ​ໜ້າຜາ.

30 ແຕ່​ພຣະອົງ​ຍ່າງ​ຜ່າ​ປະຊາຊົນ ແລະ ຈາກ​ໄປ​ຕາມ​ທາງ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ຂັບໄລ່​ວິນຍານສົກກະປົກ
(ມຣກ 1:21-28)

31 ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄປ​ຍັງ​ເມືອງ​ກາເປນາອູມ ເຊິ່ງ​ເປັນ​ເມືອງ​ໜຶ່ງ​ໃນ​ແຂວງ​ຄາລີເລ, ແລະ ພຣະອົງ​ເລີ່ມຕົ້ນ​ສັ່ງສອນ​ປະຊາຊົນ​ໃນ​ວັນຊະບາໂຕ.

32 ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ ເພາະ​ຖ້ອຍຄຳ​ຂອງ​ພຣະອົງ​ນັ້ນ​ມີ​ສິດອຳນາດ.

33 ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ມີ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່ ເຊິ່ງ​ເປັນ​ວິນຍານສົກກະປົກ. ມັນ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ,

34 “ຈົ່ງ​ອອກ​ໄປ! ເຢຊູ​ຊາວ​ນາຊາເຣັດ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ເພື່ອ​ທຳລາຍ​ພວກຂ້ານ້ອຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້ໃດ ທ່ານ​ຄື​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ!”

35 ພຣະເຢຊູເຈົ້າ​ສັ່ງ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!” ແລ້ວ​ຜີມານຮ້າຍ​ໄດ້​ເຮັດ​ໃຫ້​ຄົນ​ນີ້​ລົ້ມລົງ​ຕໍ່ໜ້າ​ພວກເຂົາ​ທັງໝົດ ແລະ ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່​ໄດ້​ເຮັດ​ອັນຕະລາຍ​ແຕ່​ຢ່າງໃດ.

36 ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ຖ້ອຍຄຳ​ເຫລົ່ານີ້​ແມ່ນ​ຫຍັງ? ເພາະວ່າ​ເພິ່ນ​ໄດ້​ສັ່ງ​ວິນຍານສົກກະປົກ​ເຫລົ່ານີ້​ດ້ວຍ​ສິດອຳນາດ ແລະ ລິດເດດ ແລ້ວ​ມັນ​ກໍ​ອອກ​ມາ!”

37 ແລ້ວ​ຊື່ສຽງ​ຂອງ​ພຣະອົງ​ຈຶ່ງ​ແຜ່​ໄປ​ທົ່ວ​ທຸກ​ບ່ອນ​ໃນ​ຂົງເຂດ​ນັ້ນ.


ພຣະເຢຊູເຈົ້າ​ຮັກສາ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ
(ມທ 8:14-17; ມຣກ 1:29-38)

38 ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ທຳມະສາລາ ແລະ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຊີໂມນ. ໃນ​ຂະນະ​ນັ້ນ ແມ່​ເມຍ​ຂອງ​ຊີໂມນ​ກຳລັງ​ທຸກທໍລະມານ​ເພາະ​ມີ​ໄຂ້​ຂຶ້ນ​ສູງ, ແລະ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະເຢຊູເຈົ້າ​ຊ່ວຍ​ນາງ.

39 ດັ່ງນັ້ນ ພຣະອົງ​ຈຶ່ງ​ໂນ້ມ​ໂຕ​ລົງ ແລະ ສັ່ງ​ຫ້າມ​ໄຂ້​ນັ້ນ ແລ້ວ​ໄຂ້​ນັ້ນ​ກໍ​ຫາຍ​ໄປ​ຈາກ​ນາງ. ນາງ​ຈຶ່ງ​ລຸກຂຶ້ນ​ທັນທີ ແລະ ເລີ່ມ​ຮັບໃຊ້​ພຣະອົງ​ກັບ​ພວກສາວົກ.

40 ເມື່ອ​ຕາເວັນ​ກຳລັງ​ຕົກ​ດິນ ປະຊາຊົນ​ໄດ້​ນຳ​ຄົນ​ເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ຫາ​ພຣະເຢຊູເຈົ້າ, ພຣະອົງ​ໄດ້​ວາງ​ມື​ໃສ່​ພວກເຂົາ​ແຕ່ລະຄົນ ແລະ ປິ່ນປົວ​ພວກເຂົາ​ໃຫ້​ຫາຍດີ.

41 ຫລາຍກວ່າ​ນັ້ນ​ອີກ, ມີ​ຜີມານຮ້າຍ​ໄດ້​ອອກ​ມາ​ຈາກ​ຫລາຍ​ຄົນ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!” ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກມັນ ແລະ ບໍ່​ອະນຸຍາດ​ໃຫ້​ພວກມັນ​ເວົ້າ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.

42 ພໍ​ຮຸ່ງເຊົ້າ​ມາ ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຍັງ​ບ່ອນ​ທີ່​ງຽບສະຫງົບ. ປະຊາຊົນ​ຕ່າງ​ກໍ​ຊອກຫາ​ພຣະອົງ ແລະ ເມື່ອ​ພວກເຂົາ​ພົບ​ພຣະອົງ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ໜ່ວງໜ່ຽວ​ພຣະອົງ​ໄວ້​ບໍ່​ໃຫ້​ໄປ​ຈາກ​ພວກເຂົາ.

43 ແຕ່​ພຣະອົງ​ກ່າວ​ວ່າ, “ເຮົາ​ຕ້ອງ​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ແກ່​ເມືອງ​ອື່ນໆ​ເໝືອນກັນ ເພາະ​ເຮົາ​ຖືກ​ໃຊ້​ມາ​ກໍ​ເພື່ອ​ພາລະກິດ​ນີ້​ແຫລະ”.

44 ແລະ ພຣະອົງ​ໄດ້​ສືບຕໍ່​ເທດສະໜາ​ໃນ​ທຳມະສາລາ​ຕ່າງໆ​ໃນ​ແຂວງ​ຢູດາຍ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan