ລູກາ 3 - ພຣະຄຳພີລາວສະບັບສະໄໝໃໝ່ການຈັດຕຽມຫົນທາງຂອງໂຢຮັນຜູ້ໃຫ້ບັບຕິສະມາ (ມທ 3:1-12; ມຣກ 1:3-5,7,8) 1 ໃນລາຊະການປີທີສິບຫ້າຂອງຕີເບຣີໂອກາຍຊາ, ໃນເວລານັ້ນປົນທຽວປີລາດເປັນຜູ້ປົກຄອງແຂວງຢູດາຍ, ເຮໂຣດໄດ້ເປັນຜູ້ປົກຄອງແຂວງຄາລີເລ, ສ່ວນຟີລິບນ້ອງຊາຍຂອງເຮໂຣດເປັນຜູ້ປົກຄອງແຂວງອີຕູຣາຍ ແລະ ທາໂຄນິດ, ລີຊາເນຍເປັນຜູ້ປົກຄອງແຂວງອາບີເລັນ. 2 ໃນສະໄໝທີ່ອັນນາ ແລະ ກາຢະຟາເປັນມະຫາປະໂລຫິດ, ພຣະຄຳຂອງພຣະເຈົ້າກໍໄດ້ມາເຖິງໂຢຮັນລູກຊາຍຂອງເຊກາຣີຢາໃນຖິ່ນແຫ້ງແລ້ງກັນດານ. 3 ເພິ່ນໄດ້ອອກໄປທົ່ວຂົງເຂດແມ່ນ້ຳຈໍແດນ, ໄດ້ເທດສະໜາເລື່ອງການຮັບບັບຕິສະມາທີ່ສະແດງເຖິງການຖິ້ມໃຈເກົ່າເອົາໃຈໃໝ່ເພື່ອຮັບການອະໄພບາບ. 4 ດັ່ງທີ່ມີຄຳຂຽນໄວ້ໃນໜັງສືຂອງຜູ້ທຳນວາຍເອຊາຢາວ່າ: “ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ, ຈົ່ງເຮັດຫົນທາງໃຫ້ຊື່ສຳລັບພຣະອົງ. 5 ຮ່ອມພູທຸກບ່ອນຈະຕ້ອງຖົມໃຫ້ເຕັມ, ພູ ແລະ ເນີນພູທຸກໜ່ວຍຕ້ອງເຮັດໃຫ້ຕ່ຳລົງ. ທາງຄົດລ້ຽວຈະຕ້ອງກາຍເປັນທາງຊື່, ທາງທີ່ມີຕໍຈົ່ງເຮັດໃຫ້ກ້ຽງດີ. 6 ແລະ ມະນຸດທຸກຄົນຈະໄດ້ເຫັນຄວາມພົ້ນຂອງພຣະເຈົ້າ’”. 7 ໂຢຮັນຈຶ່ງກ່າວກັບປະຊາຊົນທີ່ມາຮັບບັບຕິສະມານໍາເພິ່ນວ່າ, “ເຈົ້າພວກງູຮ້າຍ! ຜູ້ໃດຕັກເຕືອນພວກເຈົ້າໃຫ້ໜີຈາກຄວາມໂກດຮ້າຍທີ່ຈະມາເຖິງນັ້ນ? 8 ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ກໍໄດ້. 9 ຂວານວາງຢູ່ເຫງົ້າໄມ້ແລ້ວ, ແລະ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກຕັດ ແລະ ໂຍນຖິ້ມໃສ່ໄຟ”. 10 ປະຊາຊົນຈຶ່ງຖາມວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?” 11 ໂຢຮັນຕອບວ່າ, “ຄົນທີ່ມີເສື້ອສອງໂຕຈົ່ງແບ່ງປັນໃຫ້ແກ່ຄົນທີ່ບໍ່ມີ, ແລ້ວຜູ້ໃດທີ່ມີອາຫານກໍຈົ່ງແບ່ງປັນໃຫ້ແກ່ຄົນທີ່ບໍ່ມີເໝືອນກັນ”. 12 ແມ່ນແຕ່ບັນດາຄົນເກັບພາສີກໍມາຂໍຮັບບັບຕິສະມາ. ພວກເຂົາຖາມວ່າ, “ທ່ານອາຈານ, ພວກເຮົາຄວນຈະເຮັດຢ່າງໃດ?” 13 ເພິ່ນບອກພວກເຂົາວ່າ, “ຢ່າເກັບພາສີເກີນກວ່າທີ່ພວກທ່ານໄດ້ຮັບຄຳສັ່ງ”. 14 ແລ້ວພວກທະຫານກໍມາຖາມເພິ່ນວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?” ເພິ່ນຕອບວ່າ, “ຢ່າຂົ່ມຂູ່ເອົາເງິນ ແລະ ຢ່າໃສ່ຮ້າຍຜູ້ໃດ ຈົ່ງພໍໃຈກັບຄ່າຈ້າງຂອງຕົນ”. 15 ປະຊາຊົນກຳລັງລໍຖ້າຢ່າງຄາດຫວັງ ແລະ ທຸກຄົນຕ່າງກໍພາກັນສົງໄສໃນໃຈວ່າໂຢຮັນອາດຈະເປັນພຣະຄຣິດເຈົ້າ. 16 ໂຢຮັນຕອບພວກເຂົາທັງໝົດວ່າ, “ເຮົາໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນ້ຳ. ແຕ່ມີຜູ້ໜຶ່ງທີ່ມີລິດອຳນາດໃຫຍ່ກວ່າເຮົາຈະມາ ເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບໃຫ້ເພິ່ນ. ພຣະອົງຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍໄຟ. 17 ໃນມືຂອງພຣະອົງຖືກະດົ້ງຝັດເຂົ້າເພື່ອຈະເຮັດລານເຂົ້າຂອງພຣະອົງໃຫ້ກ້ຽງດີ ແລະ ເພື່ອຈະຮວບຮວມເອົາເຂົ້າຫວີດມາໃສ່ໄວ້ໃນເລົ້າຂອງພຣະອົງ, ແຕ່ພຣະອົງຈະເຜົາແກບດ້ວຍໄຟທີ່ບໍ່ຮູ້ມອດ”. 18 ແລະ ໂຢຮັນໄດ້ແນະນຳຕັກເຕືອນປະຊາຊົນອີກຫລາຍຢ່າງ ແລະ ປະກາດຂ່າວປະເສີດກັບພວກເຂົາ. 19 ແຕ່ເມື່ອໂຢຮັນຕຳໜິເຮໂຣດຜູ້ປົກຄອງເມືອງເພາະເພິ່ນໄດ້ແຕ່ງງານກັບນາງເຮໂຣເດຍ, ເມຍຂອງນ້ອງຊາຍຂອງຕົນ ແລະ ສິ່ງຊົ່ວຮ້າຍຫລາຍຢ່າງທີ່ເພິ່ນໄດ້ເຮັດ, 20 ເຮໂຣດກໍເຮັດຊົ່ວໜັກຂຶ້ນຕື່ມອີກໂດຍຈັບໂຢຮັນຂັງໄວ້ໃນຄຸກ. ການຮັບບັບຕິສະມາ ແລະ ລຳດັບວົງຕະກູນຂອງພຣະເຢຊູເຈົ້າ (ມທ 1:1-17; 3:13-17; ມຣກ 1:9-11) 21 ເມື່ອຄົນທັງຫລາຍກຳລັງຮັບບັບຕິສະມາຢູ່, ພຣະເຢຊູເຈົ້າກໍຮັບບັບຕິສະມາເໝືອນກັນ. ໃນຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ, ສະຫວັນກໍເປີດອອກ 22 ແລະ ພຣະວິນຍານບໍລິສຸດເຈົ້າໃນຮູບຮ່າງເໝືອນນົກເຂົາລົງມາຢູ່ເທິງພຣະອົງ ແລ້ວມີສຽງໜຶ່ງດັງມາຈາກສະຫວັນວ່າ: “ທ່ານເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ; ເຮົາພໍໃຈທ່ານຫລາຍ”. 23 ບັດນີ້ ພຣະເຢຊູເຈົ້າເລີ່ມປະຕິບັດພາລະກິດຂອງພຣະອົງເມື່ອພຣະອົງມີອາຍຸໄດ້ປະມານສາມສິບປີ. ຄົນທັງຫລາຍຄິດວ່າພຣະອົງເປັນລູກຊາຍຂອງໂຢເຊັບ, ຜູ້ເປັນລູກຊາຍຂອງເຮລີ, 24 ຜູ້ເປັນລູກຊາຍຂອງມັດທາດ, ຜູ້ເປັນລູກຊາຍຂອງເລວີ, ຜູ້ເປັນລູກຊາຍຂອງເມລະຂີ, ຜູ້ເປັນລູກຊາຍຂອງຢັນນາ, ຜູ້ເປັນລູກຊາຍຂອງໂຢເຊັບ, 25 ຜູ້ເປັນລູກຊາຍຂອງມັດຕາເທຍ, ຜູ້ເປັນລູກຊາຍຂອງອາໂມ, ຜູ້ເປັນລູກຊາຍຂອງນາຮູມ, ຜູ້ເປັນລູກຊາຍຂອງເອຊະລີ, ຜູ້ເປັນລູກຊາຍຂອງນາຄາຍ, 26 ຜູ້ເປັນລູກຊາຍຂອງມາອາດ, ຜູ້ເປັນລູກຊາຍຂອງມັດຕາເທຍ, ຜູ້ເປັນລູກຊາຍຂອງເຊເມອິນ, ຜູ້ເປັນລູກຊາຍຂອງໂຢເຊັກ, ຜູ້ເປັນລູກຊາຍຂອງໂຢດາ, 27 ຜູ້ເປັນລູກຊາຍຂອງໂຢຮານັນ, ຜູ້ເປັນລູກຊາຍຂອງເຣສາ, ຜູ້ເປັນລູກຊາຍຂອງເຊຣຸບບາເບນ, ຜູ້ເປັນລູກຊາຍຂອງເຊອານຕີເອນ, ຜູ້ເປັນລູກຊາຍຂອງເນຣິ, 28 ຜູ້ເປັນລູກຊາຍຂອງເມລະຂີ, ຜູ້ເປັນລູກຊາຍຂອງອັດດີ, ຜູ້ເປັນລູກຊາຍຂອງໂກຊາມ, ຜູ້ເປັນລູກຊາຍຂອງເອັນມາດາມ, ຜູ້ເປັນລູກຊາຍຂອງເອຣະ, 29 ຜູ້ເປັນລູກຊາຍຂອງໂຢຊວຍ, ຜູ້ເປັນລູກຊາຍຂອງເອລີເອເຊ, ຜູ້ເປັນລູກຊາຍຂອງໂຢຣີມ, ຜູ້ເປັນລູກຊາຍຂອງມັດທາດ, ຜູ້ເປັນລູກຊາຍຂອງເລວີ, 30 ຜູ້ເປັນລູກຊາຍຂອງຊີເມໂອນ, ຜູ້ເປັນລູກຊາຍຂອງຢູດາ, ຜູ້ເປັນລູກຊາຍຂອງໂຢເຊັບ, ຜູ້ເປັນລູກຊາຍຂອງໂຢນາມ, ຜູ້ເປັນລູກຊາຍຂອງເອລີອາກີມ, 31 ຜູ້ເປັນລູກຊາຍຂອງເມເລອາ, ຜູ້ເປັນລູກຊາຍຂອງເມັນນາ, ຜູ້ເປັນລູກຊາຍຂອງມັດຕາທາ, ຜູ້ເປັນລູກຊາຍຂອງນາທານ, ຜູ້ເປັນລູກຊາຍຂອງດາວິດ, 32 ຜູ້ເປັນລູກຊາຍຂອງເຢຊີ, ຜູ້ເປັນລູກຊາຍຂອງໂອເບັດ, ຜູ້ເປັນລູກຊາຍຂອງໂບອາດ, ຜູ້ເປັນລູກຊາຍຂອງສານໂມນ, ຜູ້ເປັນລູກຊາຍຂອງນາໂຊນ, 33 ຜູ້ເປັນລູກຊາຍຂອງອາມມີນາດາບ, ຜູ້ເປັນລູກຊາຍຂອງຣາມ, ຜູ້ເປັນລູກຊາຍຂອງເຮຊະໂຣນ, ຜູ້ເປັນລູກຊາຍຂອງເປເຣັດ, ຜູ້ເປັນລູກຊາຍຂອງຢູດາ, 34 ຜູ້ເປັນລູກຊາຍຂອງຢາໂຄບ, ຜູ້ເປັນລູກຊາຍຂອງອີຊາກ, ຜູ້ເປັນລູກຊາຍຂອງອັບຣາຮາມ, ຜູ້ເປັນລູກຊາຍຂອງເຕຣາ, ຜູ້ເປັນລູກຊາຍຂອງນາໂຮ, 35 ຜູ້ເປັນລູກຊາຍຂອງເສຣຸກ, ຜູ້ເປັນລູກຊາຍຂອງເຣອູ, ຜູ້ເປັນລູກຊາຍຂອງເປເລັກ, ຜູ້ເປັນລູກຊາຍຂອງເອເບ, ຜູ້ເປັນລູກຊາຍຂອງເສລາ, 36 ຜູ້ເປັນລູກຊາຍຂອງກາຍນານ, ຜູ້ເປັນລູກຊາຍຂອງອາກຟາສາດ, ຜູ້ເປັນລູກຊາຍຂອງເຊມ, ຜູ້ເປັນລູກຊາຍຂອງໂນອາ, ຜູ້ເປັນລູກຊາຍຂອງລາເມັກ, 37 ຜູ້ເປັນລູກຊາຍຂອງເມທຸເສລາ, ຜູ້ເປັນລູກຊາຍຂອງເອນົກ, ຜູ້ເປັນລູກຊາຍຂອງຢາເຣັດ, ຜູ້ເປັນລູກຊາຍຂອງມະຫາລາເລນ, ຜູ້ເປັນລູກຊາຍຂອງເກນານ, 38 ຜູ້ເປັນລູກຊາຍຂອງເອໂນດ, ຜູ້ເປັນລູກຊາຍຂອງເຊດ, ຜູ້ເປັນລູກຊາຍຂອງອາດາມ, ຜູ້ເປັນລູກຊາຍຂອງພຣະເຈົ້າ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.