Biblia Todo Logo
Bìoball air-loidhne

- Sanasan -

ລູກາ 24 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ໄດ້​ເປັນຄືນມາຈາກຕາຍ
(ມທ 28:1-8; ມຣກ 16:1-8; ຢຮ 20:1-8)

1 ແຕ່​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ ພວກແມ່ຍິງ​ໄດ້​ນຳ​ເອົາ​ເຄື່ອງຫອມ​ທີ່​ຕຽມ​ໄວ້​ນັ້ນ​ມາ​ທີ່​ອຸບມຸງ.

2 ພວກເຂົາ​ໄດ້​ເຫັນ​ວ່າ​ກ້ອນຫີນ​ໄດ້​ຖືກ​ກຶ່ງອອກ​ຈາກ​ປາກ​ອຸບມຸງ​ແລ້ວ,

3 ແຕ່​ເມື່ອ​ພວກເຂົາ​ເຂົ້າ​ໄປ ພວກເຂົາ​ກໍ​ບໍ່​ພົບ​ສົບ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.

4 ໃນຂະນະ​ທີ່​ພວກເຂົາ​ກຳລັງ​ສົງໄສ​ກ່ຽວກັບ​ເລື່ອງ​ນີ້​ຢູ່, ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ນຸ່ງເຄື່ອງ​ທີ່​ຮຸ່ງ​ເຫລື້ອມ​ເໝືອນ​ຟ້າແມບ​ມາ​ຢືນ​ຢູ່​ທາງ​ຂ້າງ​ພວກເຂົາ.

5 ດ້ວຍ​ຄວາມຢ້ານກົວ​ຂອງ​ພວກເຂົາ ພວກແມ່ຍິງ​ຈຶ່ງ​ໄດ້​ໝອບລົງ​ທີ່​ພື້ນດິນ ແຕ່​ຊາຍ​ສອງ​ຄົນ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຊອກຫາ​ຄົນເປັນ​ໃນ​ທ່າມກາງ​ຄົນຕາຍ?

6 ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້, ພຣະອົງ​ເປັນຄືນມາ​ແລ້ວ! ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ກັບ​ພວກເຈົ້າ​ໃນ​ແຂວງ​ຄາລີເລ​ວ່າ:

7 ‘ບຸດມະນຸດ​ຈະ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ບັນດາ​ຄົນບາບ, ພຣະອົງ​ຈະ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ ໃນ​ວັນ​ທີ​ສາມ​ຈະ​ເປັນຄືນມາ​ອີກ’”.

8 ແລ້ວ​ພວກເຂົາ​ຈຶ່ງ​ລະນຶກ​ເຖິງ​ຖ້ອຍຄຳ​ຂອງ​ພຣະອົງ.

9 ເມື່ອ​ພວກເຂົາ​ກັບ​ມາ​ຈາກ​ອຸບມຸງ​ແລ້ວ, ພວກເຂົາ​ກໍ​ເລົ່າ​ເຫດການ​ທັງໝົດ​ນີ້​ໃຫ້​ພວກ​ອັກຄະສາວົກ​ສິບເອັດ​ຄົນ ແລະ ຄົນ​ອື່ນ​ທັງໝົດ​ຟັງ.

10 ເຊິ່ງ​ມີ​ມາຣີ​ຊາວ​ມັກດາລາ, ໂຢຮັນນາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ພ້ອມ​ກັບ​ແມ່ຍິງ​ຄົນ​ອື່ນ​ທີ່​ຢູ່​ກັບ​ພວກເຂົາ​ທີ່​ໄດ້​ເລົ່າ​ເຫດການ​ນີ້​ໃຫ້​ພວກ​ອັກຄະສາວົກ​ຟັງ.

11 ແຕ່​ພວກເພິ່ນ​ບໍ່ເຊື່ອ​ພວກແມ່ຍິງ ເພາະ​ຄຳເວົ້າ​ຂອງ​ພວກເຂົາ​ເບິ່ງ​ຄື​ໄຮ້ສາລະ.

12 ເຖິງ​ຢ່າງໃດກໍຕາມ ເປໂຕ​ໄດ້​ລຸກຂຶ້ນ​ແລ້ວ​ແລ່ນ​ໄປ​ທີ່​ອຸບມຸງ. ເພິ່ນ​ກົ້ມລົງ​ເບິ່ງ​ໄປ​ທົ່ວ. ເພິ່ນ​ເຫັນ​ແຕ່​ຜ້າຝ້າຍລິນິນ​ກອງ​ຢູ່ ແລະ ເພິ່ນ​ກໍ​ກັບ​ຄືນ​ໄປ​ດ້ວຍ​ຄວາມຄິດ​ສົງໄສ​ໃນ​ສິ່ງ​ທີ່​ເກີດຂຶ້ນ.


ຕາມ​ທາງ​ໄປ​ບ້ານ​ເອມາອູດ

13 ບັດນີ້ ໃນ​ວັນ​ດຽວ​ກັນ​ນັ້ນ​ສາວົກ​ສອງ​ຄົນ​ກຳລັງ​ເດີນທາງ​ໄປ​ບ້ານ​ໜຶ່ງ​ທີ່​ມີ​ຊື່​ວ່າ​ເອມາອູດ, ເຊິ່ງ​ໄກ​ຈາກ​ເຢຣູຊາເລັມ​ປະມານ 7 ໄມ.

14 ພວກເພິ່ນ​ໄດ້​ສົນທະນາ​ກັນ​ກ່ຽວກັບ​ທຸກສິ່ງ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.

15 ຂະນະ​ທີ່​ພວກເພິ່ນ​ກຳລັງ​ສົນທະນາ ແລະ ປຶກສາ​ກັນ​ເຖິງ​ສິ່ງ​ເຫລົ່ານັ້ນ​ຢູ່, ພຣະເຢຊູເຈົ້າ​ເອງ​ໄດ້​ມາ ແລະ ຍ່າງ​ໄປ​ກັບ​ພວກເພິ່ນ,

16 ແຕ່​ພວກເພິ່ນ​ກໍ​ຖືກ​ເຮັດ​ໃຫ້​ຈື່​ພຣະອົງ​ບໍ່​ໄດ້.

17 ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ຂະນະ​ທີ່​ຍ່າງ​ມາ​ຕາມ​ທາງ​ນັ້ນ​ພວກເຈົ້າ​ໄດ້​ສົນທະນາ​ກັນ​ເຖິງ​ເລື່ອງ​ຫຍັງ?” ແລ້ວ​ພວກເພິ່ນ​ກໍ​ຢຸດ​ຢືນ​ຢູ່, ຕ່າງ​ກໍ​ມີ​ສີ​ໜ້າ​ໂສກເສົ້າ.

18 ແລ້ວ​ຄົນ​ໜຶ່ງ​ຊື່​ກະໂລປາ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ເປັນ​ພຽງ​ແຂກ​ທີ່​ມາ​ຢ້ຽມຢາມ​ເຢຣູຊາເລັມ​ຈຶ່ງ​ບໍ່​ຮູ້​ເຫດການ​ຕ່າງໆ​ທີ່​ເກີດຂຶ້ນ​ລະຫວ່າງ​ວັນ​ເຫລົ່ານັ້ນ​ບໍ?”

19 ພຣະອົງ​ຖາມ​ວ່າ, “ເຫດການ​ອັນໃດ?” ພວກເພິ່ນ​ຈຶ່ງ​ຕອບ​ວ່າ, “ເລື່ອງ​ພຣະເຢຊູເຈົ້າ​ໄທນາຊາເຣັດ, ພຣະອົງ​ເປັນ​ຜູ້ທຳນວາຍ, ມີ​ລິດອຳນາດ​ໃນ​ຖ້ອຍຄຳ ແລະ ການ​ກະທຳ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ຄົນ​ທັງປວງ.

20 ພວກ​ຫົວໜ້າ​ປະໂລຫິດ ແລະ ພວກຜູ້ປົກຄອງ​ຂອງ​ພວກເຮົາ​ໄດ້​ມອບ​ພຣະອົງ​ໄວ້​ໃຫ້​ຮັບ​ໂທດ​ເຖິງ​ຕາຍ, ພວກເຂົາ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,

21 ແຕ່​ພວກເຮົາ​ຫວັງ​ວ່າ​ພຣະອົງ​ຄື​ຜູ້​ທີ່​ຈະ​ມາ​ໄຖ່​ຊົນຊາດ​ອິດສະຣາເອນ. ແລະ ຫລາຍ​ກວ່າ​ນັ້ນ​ອີກ ວັນ​ນີ້​ກໍ​ເປັນ​ວັນ​ທີ​ສາມ​ແລ້ວ​ນັບ​ຕັ້ງແຕ່​ເຫດການ​ນັ້ນ​ໄດ້​ເກີດຂຶ້ນ.

22 ນອກ​ຈາກ​ນີ້ ແມ່ຍິງ​ບາງຄົນ​ໃນ​ພວກເຮົາ​ຍັງ​ເຮັດ​ໃຫ້​ພວກເຮົາ​ປະຫລາດໃຈ​ຄື ພວກເຂົາ​ໄດ້​ໄປ​ທີ່​ອຸບມຸງ​ແຕ່​ຮຸ່ງເຊົ້າ​ວັນ​ນີ້.

23 ແຕ່​ບໍ່​ພົບ​ສົບ​ຂອງ​ພຣະອົງ. ພວກເຂົາ​ໄດ້​ກັບ​ມາ​ບອກ​ພວກເຮົາ​ວ່າ​ພວກເຂົາ​ໄດ້​ເຫັນ​ນິມິດ​ຄື​ມີ​ເທວະດາ​ມາ​ບອກ​ວ່າ​ພຣະອົງ​ຍັງ​ມີຊີວິດ​ຢູ່.

24 ແລ້ວ​ສະຫາຍ​ຂອງ​ພວກເຮົາ​ບາງ​ຄົນ​ກໍ​ໄດ້​ໄປ​ທີ່​ອຸບມຸງ ແລະ ໄດ້​ພົບເຫັນ​ເໝືອນ​ທີ່​ພວກແມ່ຍິງ​ໄດ້​ບອກ​ນັ້ນ, ແຕ່​ພວກເພິ່ນ​ບໍ່​ໄດ້​ເຫັນ​ພຣະເຢຊູເຈົ້າ”.

25 ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຄື​ໂງ່​ແທ້ ແລະ ຊ້າ​ທີ່​ຈະ​ເຊື່ອ​ທຸກ​ຄຳ​ທີ່​ບັນດາ​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້!

26 ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”

27 ຈາກ​ນັ້ນ ພຣະອົງ​ຈຶ່ງ​ອະທິບາຍ​ທຸກຢ່າງ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ​ເອງ​ໃຫ້​ພວກເພິ່ນ​ທັງ​ສອງ​ຟັງ​ຕັ້ງແຕ່​ໂມເຊ​ຕະຫລອດ​ຈົນ​ບັນດາ​ຜູ້ທຳນວາຍ​ທັງໝົດ.

28 ເມື່ອ​ພວກເພິ່ນ​ມາ​ໃກ້​ບ້ານ​ທີ່​ພວກເພິ່ນ​ກຳລັງ​ຈະ​ໄປ​ນັ້ນ, ພຣະເຢຊູເຈົ້າ​ເຮັດ​ຄື​ຈະ​ຜ່ານ​ໄປ​ເລີຍ.

29 ແຕ່​ພວກເພິ່ນ​ໄດ້​ໜ່ວງໜ່ຽວ​ພຣະອົງ​ວ່າ, “ແວ່​ພັກເຊົາ​ຢູ່​ກັບ​ພວກເຮົາ​ກ່ອນ​ເພາະ​ໃກ້​ຈະ​ຄ່ຳ, ກາງເວັນ​ກໍ​ຈະ​ໝົດ​ໄປ​ແລ້ວ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກເຊົາ​ຢູ່​ກັບ​ພວກເພິ່ນ.

30 ເມື່ອ​ພຣະອົງ​ນັ່ງ​ຮ່ວມ​ໂຕະ​ກັບ​ພວກເພິ່ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ເລີ່ມ​ຍື່ນ​ໃຫ້​ພວກເພິ່ນ.

31 ຫລັງຈາກນັ້ນ ຕາ​ຂອງ​ພວກເພິ່ນ​ກໍ​ຖືກ​ເປີດ​ອອກ ແລະ ພວກເພິ່ນ​ຈື່​ພຣະອົງ​ໄດ້ ແລ້ວ​ພຣະອົງ​ກໍ​ຫາຍ​ໄປ​ຈາກ​ສາຍຕາ​ຂອງ​ພວກເພິ່ນ.

32 ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ຢູ່​ພາຍໃນ​ຂະນະ​ທີ່​ພຣະອົງ​ກ່າວ​ກັບ​ພວກເຮົາ​ຕາມ​ທາງ ແລະ ໄດ້​ຍົກ​ພຣະຄຳພີ​ມາ​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ບໍ່​ແມ່ນ​ບໍ?”

33 ພວກເພິ່ນ​ທັງ​ສອງ​ກໍ​ລຸກຂຶ້ນ​ກັບ​ໄປ​ທີ່​ເຢຣູຊາເລັມ​ທັນທີ. ພວກເພິ່ນ​ໄດ້​ພົບ​ສາວົກ​ສິບເອັດ​ຄົນ​ກັບ​ຄົນ​ອື່ນໆ​ເຕົ້າໂຮມ​ກັນ​ຢູ່

34 ແລະ ກຳລັງ​ເວົ້າ​ກັນ​ວ່າ, “ເປັນ​ຄວາມຈິງ​ແທ້! ອົງພຣະຜູ້ເປັນເຈົ້າ​ເປັນຄືນມາ​ແລ້ວ, ແລະ ພຣະອົງ​ໄດ້​ປາກົດ​ແກ່​ຊີໂມນ”.

35 ແລ້ວ​ທັງ​ສອງ​ຄົນ​ນັ້ນ​ກໍ​ໄດ້​ເລົ່າ​ເຫດການ​ທີ່​ເກີດຂຶ້ນ​ຕາມ​ທາງ ແລະ ທີ່​ພວກເພິ່ນ​ຈື່​ພຣະເຢຊູເຈົ້າ​ໄດ້​ແມ່ນ​ເວລາ​ທີ່​ພຣະອົງ​ຫັກ​ເຂົ້າຈີ່.


ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ

36 ຂະນະ​ທີ່​ພວກເຂົາ​ກຳລັງ​ເລົ່າ​ເຫດການ​ນີ້​ຢູ່, ພຣະເຢຊູເຈົ້າ​ເອງ​ກໍ​ໄດ້​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ”.

37 ພວກເພິ່ນ​ສະດຸ້ງ​ຕົກໃຈ​ຢ້ານ​ຫລາຍ, ຄິດ​ວ່າ​ຕົນ​ເຫັນ​ຜີ.

38 ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ວຸ້ນວາຍໃຈ? ເປັນຫຍັງ​ຈຶ່ງ​ຄິດ​ສົງໄສ​ຂຶ້ນ​ໃນ​ຈິດໃຈ​ຂອງ​ພວກເຈົ້າ?

39 ຈົ່ງ​ເບິ່ງ​ມື ແລະ ຕີນ​ຂອງ​ເຮົາ. ນີ້​ແມ່ນ​ເຮົາ​ເອງ! ສຳພັດ​ເຮົາ​ເບິ່ງ; ເພາະວ່າ​ຜີ​ບໍ່​ມີ​ເນື້ອໜັງ ແລະ ກະດູກ ເໝືອນ​ທີ່​ພວກເຈົ້າ​ເຫັນ​ຢູ່​ວ່າ​ເຮົາ​ມີ”.

40 ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ໄດ້​ໃຫ້​ພວກເພິ່ນ​ເບິ່ງ​ມື ແລະ ຕີນ​ຂອງ​ພຣະອົງ.

41 ແລະ ໃນຂະນະ​ທີ່​ພວກເພິ່ນ​ຍັງ​ບໍ່ເຊື່ອ​ເລື່ອງ​ນີ້​ເພາະ​ຄວາມຊື່ນຊົມຍິນດີ ແລະ ຍັງ​ປະຫລາດໃຈ​ຢູ່, ພຣະອົງ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ຢູ່​ທີ່​ນີ້​ພວກເຈົ້າ​ມີ​ຫຍັງ​ໃຫ້​ກິນ​ບໍ?”

42 ພວກເພິ່ນ​ກໍ​ເອົາ​ປາ​ປີ້ງ​ຕ່ອນ​ໜຶ່ງ​ມາ​ໃຫ້​ພຣະອົງ,

43 ແລະ ພຣະອົງ​ຮັບ​ເອົາ​ປາ​ມາ​ກິນ​ຕໍ່ໜ້າ​ພວກເພິ່ນ.

44 ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.

45 ຫລັງຈາກນັ້ນ ພຣະອົງ​ໄດ້​ເປີດ​ຈິດໃຈ​ຂອງ​ພວກເພິ່ນ​ເພື່ອ​ພວກເພິ່ນ​ຈະ​ສາມາດ​ເຂົ້າ​ໃຈ​ພຣະຄຳພີ.

46 ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ຂຽນ​ໄວ້​ຄື ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ ແລະ ຕ້ອງ​ເປັນຄືນມາຈາກຕາຍ​ໃນ​ວັນ​ທີ​ສາມ,

47 ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.

48 ພວກເຈົ້າ​ທັງຫລາຍ​ຄື​ພະຍານ​ໃນ​ເລື່ອງ​ເຫລົ່ານີ້.

49 ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ມາ​ໃຫ້​ພວກເຈົ້າ, ແຕ່​ຈົ່ງ​ຢູ່​ໃນ​ເມືອງ​ນີ້​ຈົນ​ກວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ລິດອຳນາດ​ທີ່​ມາ​ຈາກ​ເບື້ອງເທິງ”.


ການ​ຂຶ້ນ​ສູ່​ສະຫວັນ​ຂອງ​ພຣະເຢຊູເຈົ້າ

50 ເມື່ອ​ພຣະອົງ​ພາ​ພວກເພິ່ນ​ອອກ​ໄປ​ທີ່​ຂົງເຂດ​ໃກ້ຄຽງ​ໃນ​ເບັດທານີ​ແລ້ວ, ພຣະອົງ​ຍົກ​ມື​ຂອງ​ພຣະອົງ​ຂຶ້ນ​ອວຍພອນ​ພວກເພິ່ນ.

51 ໃນຂະນະ​ທີ່​ພຣະອົງ​ກຳລັງ​ອວຍພອນ​ພວກເພິ່ນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.

52 ພວກເພິ່ນ​ທັງຫລາຍ​ຈຶ່ງ​ນະມັດສະການ​ພຣະອົງ ແລະ ກັບຄືນ​ໄປ​ທີ່​ເຢຣູຊາເລັມ​ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່.

53 ແລະ ພວກເພິ່ນ​ໄດ້​ຢູ່​ໃນ​ບໍລິເວນ​ວິຫານ​ເປັນ​ປະຈຳ​ເພື່ອ​ສັນລະເສີນ​ພຣະເຈົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan