Biblia Todo Logo
Bìoball air-loidhne

- Sanasan -

ລູກາ 22 - ພຣະຄຳພີລາວສະບັບສະໄໝໃໝ່


ຢູດາ​ຍອມ​ທີ່​ຈະ​ທໍລະຍົດ​ພຣະເຢຊູເຈົ້າ
(ມທ 26:2-5; ມຣກ 14:1 , 2 , 10 , 11 )

1 ບັດນີ້ ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ທີ່​ເອີ້ນ​ວ່າ​ປັດສະຄາ​ກໍ​ມາ​ໃກ້​ແລ້ວ,

2 ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ພະຍາຍາມ​ຊອກຫາ​ທາງ​ທີ່​ຈະ​ກຳຈັດ​ພຣະເຢຊູເຈົ້າ ແຕ່​ພວກເຂົາ​ກໍ​ຢ້ານ​ປະຊາຊົນ.

3 ແລ້ວ​ມານຊາຕານ​ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ອິດສະກາຣີອົດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ.

4 ແລະ ຢູດາ​ຈຶ່ງ​ໄດ້​ອອກ​ໄປ​ພົບ​ພວກ​ຫົວໜ້າ​ປະໂລຫິດ ແລະ ນາຍທະຫານ​ເຝົ້າຍາມ​ວິຫານ ແລະ ປຶກສາ​ກັບ​ພວກເຂົາ​ວ່າ​ລາວ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ໄດ້​ຢ່າງໃດ.

5 ຄົນ​ເຫລົ່ານັ້ນ​ຕ່າງ​ກໍ​ດີໃຈ ແລະ ຕົກລົງ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ.

6 ສ່ວນ​ຢູດາ​ກໍ​ຕົກລົງ​ຕາມ​ນັ້ນ ແລະ ຊອກຫາ​ໂອກາດ​ທີ່​ຈະ​ມອບ​ພຣະອົງ​ໃຫ້​ພວກເຂົາ​ເມື່ອ​ປະຊາຊົນ​ບໍ່​ຢູ່​ທີ່​ນັ້ນ.


ອາຫານ​ຄາບ​ສຸດທ້າຍ
(ມທ 20:25-28; 26:17-35; ມຣກ 10:42-45; 14:12-25,29-31; ຢຮ 13:21-30,37,38; 1ກຣທ 11:23-25)

7 ເມື່ອ​ເຖິງ​ວັນ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ ເຊິ່ງ​ຈະ​ຕ້ອງ​ຖວາຍ​ແກະ​ສຳລັບ​ປັດສະຄາ,

8 ພຣະເຢຊູເຈົ້າ​ໃຊ້​ເປໂຕ​ກັບ​ໂຢຮັນ​ອອກ​ໄປ ໂດຍ​ສັ່ງ​ວ່າ, “ຈົ່ງ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໄວ້​ເພື່ອ​ພວກເຮົາ​ຈະ​ໄດ້​ກິນ”.

9 ພວກເພິ່ນ​ຖາມ​ວ່າ, “ພຣະອົງ​ຕ້ອງການ​ໃຫ້​ພວກຂ້ານ້ອຍ​ຈັດຕຽມ​ອາຫານ​ປັດສະຄາ​ຢູ່​ທີ່​ໃດ?”

10 ພຣະອົງ​ຕອບ​ວ່າ, “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໄຫນ້ຳ​ມາ​ພົບ​ພວກເຈົ້າ ຈົ່ງ​ຕາມ​ລາວ​ໄປ​ໃນ​ເຮືອນ​ທີ່​ລາວ​ເຂົ້າ​ໄປ​ນັ້ນ

11 ແລະ ຈົ່ງ​ບອກ​ເຈົ້າຂອງ​ເຮືອນ​ວ່າ, ‘ທ່ານ​ອາຈານ​ຖາມ​ວ່າ: ຫ້ອງ​ຮັບແຂກ​ຢູ່​ທີ່​ໃດ, ບ່ອນ​ທີ່​ເຮົາ​ຈະ​ກິນ​ອາຫານ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ໃດ?’

12 ເຈົ້າຂອງ​ເຮືອນ​ຈະ​ໃຫ້​ພວກເຈົ້າ​ເຫັນ​ຫ້ອງ​ໃຫຍ່​ຊັ້ນເທິງ, ເຊິ່ງ​ຕົບແຕ່ງ​ຕຽມ​ໄວ້​ຮຽບຮ້ອຍ​ແລ້ວ. ຈົ່ງ​ຈັດຕຽມ​ປັດສະຄາ​ຢູ່​ບ່ອນ​ນັ້ນ”.

13 ແລ້ວ​ພວກເພິ່ນ​ກໍ​ໄປ ແລະ ໄດ້​ພົບ​ສິ່ງ​ຕ່າງໆ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ຈັດຕຽມ​ປັດສະຄາ​ໄວ້.

14 ເມື່ອ​ເຖິງ​ເວລາ​ແລ້ວ, ພຣະເຢຊູເຈົ້າ​ກໍ​ໄດ້​ນັ່ງ​ຮ່ວມ​ໂຕະ​ກັບ​ພວກ​ອັກຄະສາວົກ.

15 ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ປາຖະໜາ​ຫລາຍ​ທີ່​ຈະ​ກິນ​ປັດສະຄາ​ນີ້​ຮ່ວມ​ກັບ​ພວກເຈົ້າ​ກ່ອນ​ທີ່​ເຮົາ​ຈະ​ທົນທຸກທໍລະມານ.

16 ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ປັດສະຄາ​ນີ້​ອີກ​ຈົນ​ກວ່າ​ປັດສະຄາ​ນີ້​ຈະ​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.

17 ພຣະອົງ​ຈັບ​ເອົາ​ຈອກ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຈອກ​ນີ້ ແລະ ຢາຍ​ໃຫ້​ກັນ​ດື່ມ.

18 ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ​ອີກ​ຈົນ​ກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ເຖິງ”.

19 ແລະ ພຣະອົງ​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ຍື່ນ​ໃຫ້​ພວກເພິ່ນ ແລະ ກ່າວ​ວ່າ: “ນີ້​ຄື​ກາຍ​ຂອງ​ເຮົາ ເຊິ່ງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ, ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການ​ລະນຶກ​ເຖິງ​ເຮົາ”.

20 ຫລັງຈາກ​ກິນ​ອາຫານແລງ​ແລ້ວ ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ ແລະ ເຮັດ​ຢ່າງ​ດຽວ​ກັນ ໂດຍ​ກ່າວ​ວ່າ, “ຈອກ​ນີ້​ຄື​ພັນທະສັນຍາ​ໃໝ່​ດ້ວຍ​ເລືອດ​ຂອງ​ເຮົາ ເຊິ່ງ​ຖອກ​ອອກ​ມາ​ເພື່ອ​ພວກເຈົ້າ​ທັງຫລາຍ.

21 ແຕ່​ມື​ຂອງ​ຜູ້​ທີ່​ຈະ​ທໍລະຍົດ​ເຮົາ​ກໍ​ຢູ່​ເທິງ​ໂຕະ​ນີ້​ດ້ວຍ​ກັນ​ກັບ​ເຮົາ.

22 ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ໄດ້​ກຳນົດ​ໄວ້ ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ”.

23 ພວກສາວົກ​ຈຶ່ງ​ເລີ່ມ​ຖາມ​ກັນ​ເອງ​ວ່າ​ແມ່ນ​ຜູ້ໃດ​ໃນ​ພວກເພິ່ນ​ທີ່​ຈະ​ເຮັດ​ຢ່າງ​ນີ້.

24 ແລ້ວ​ກໍ​ມີ​ການ​ໂຕ້ຖຽງ​ກັນ​ໃນ​ທ່າມກາງ​ພວກເພິ່ນ​ວ່າ​ໃນ​ພວກເພິ່ນ​ຜູ້ໃດ​ທີ່​ເປັນ​ຜູ້ໃຫຍ່​ທີ່ສຸດ.

25 ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ກະສັດ​ຂອງ​ຄົນຕ່າງຊາດ​ຍ່ອມ​ເປັນ​ເຈົ້ານາຍ​ເໜືອ​ພວກເຂົາ ແລະ ບັນດາ​ຜູ້​ທີ່​ໃຊ້​ສິດອຳນາດ​ເໜືອ​ພວກເຂົາ​ຕ່າງ​ກໍ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຜູ້​ມີ​ບຸນຄຸນ.

26 ແຕ່​ສຳລັບ​ພວກເຈົ້າ​ແລ້ວ​ບໍ່​ເປັນ​ດັ່ງນັ້ນ. ກົງກັນຂ້າມ​ຜູ້​ທີ່​ເປັນ​ໃຫຍ່​ທີ່ສຸດ​ໃນ​ທ່າມກາງ​ພວກເຈົ້າ ຕ້ອງ​ເປັນ​ເໝືອນດັ່ງ​ຜູ້​ນ້ອຍ​ທີ່ສຸດ ແລະ ຜູ້​ທີ່​ປົກຄອງ​ໃຫ້​ເປັນ​ເໝືອນດັ່ງ​ຜູ້​ທີ່​ຮັບໃຊ້.

27 ດ້ວຍວ່າ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ ຫລື ຜູ້​ທີ່​ຮັບໃຊ້? ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ​ບໍ່​ແມ່ນ​ບໍ? ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ເໝືອນດັ່ງ​ຄົນຮັບໃຊ້.

28 ພວກເຈົ້າ​ເປັນ​ຜູ້​ທີ່​ຢືນ​ຢູ່​ຄຽງຂ້າງ​ເຮົາ​ໃນ​ຍາມ​ທີ່​ເຮົາ​ປະເຊີນ​ກັບ​ການທົດລອງ.

29 ແລະ ເຮົາ​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ພວກເຈົ້າ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ເຮົາ​ເໝືອນກັນ,

30 ເພື່ອ​ພວກເຈົ້າ​ຈະ​ຮ່ວມ​ກິນ ແລະ ດື່ມ​ທີ່​ໂຕະ​ຂອງ​ເຮົາ​ໃນ​ອານາຈັກ​ຂອງ​ເຮົາ ແລະ ນັ່ງ​ເທິງ​ບັນລັງ, ຕັດສິນ​ອິດສະຣາເອນ​ສິບສອງ​ເຜົ່າ.

31 “ຊີໂມນ, ຊີໂມນ​ເອີຍ, ມານຊາຕານ​ໄດ້​ຂໍ​ໃຫ້​ຝັດຮ່ອນ​ເຈົ້າ​ທັງໝົດ​ເໝືອນ​ຝັດຮ່ອນ​ເຂົ້າຫວີດ.

32 ແຕ່​ຊີໂມນ​ເອີຍ ເຮົາ​ໄດ້​ອະທິຖານ​ເພື່ອ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ລົ້ມເຫລວ ແລະ ເມື່ອ​ເຈົ້າ​ຫັນ​ຄືນ​ກັບ​ມາ​ແລ້ວ ຈົ່ງ​ຊູ​ກຳລັງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ”.

33 ແຕ່​ເປໂຕ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ພ້ອມ​ທີ່​ຈະ​ໄປ​ກັບ​ພຣະອົງ​ບໍ່​ວ່າ​ຈະ​ຖືກ​ຄຸກ ຫລື ຕ້ອງ​ຕາຍ”.

34 ພຣະເຢຊູເຈົ້າ​ຕອບ​ວ່າ, “ເປໂຕ ເຮົາ​ບອກ​ເຈົ້າ​ວ່າ, ວັນ​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”.

35 ຫລັງຈາກນັ້ນ ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເມື່ອ​ເຮົາ​ໄດ້​ໃຊ້​ພວກເຈົ້າ​ອອກ​ໄປ​ໂດຍ​ບໍ່​ມີ​ຖົງເງິນ, ຖົງເຄື່ອງ ຫລື ເກີບ ພວກເຈົ້າ​ໄດ້​ຂາດເຂີນ​ສິ່ງໃດ​ບໍ?” ພວກເພິ່ນ​ຕອບ​ວ່າ, “ບໍ່​ຂາດເຂີນ​ສິ່ງໃດ​ເລີຍ”.

36 ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ແຕ່​ບັດນີ້​ຖ້າ​ພວກເຈົ້າ​ມີ​ຖົງເງິນ ກໍ​ຈົ່ງ​ເອົາ​ໄປ​ນຳ ແລະ ຖົງເຄື່ອງ​ກໍ​ເໝືອນ​ກັນ ແລະ ຖ້າ​ເຈົ້າ​ບໍ່​ມີ​ດາບ ຈົ່ງ​ຂາຍ​ເສື້ອຄຸມ ແລະ ໄປ​ຊື້​ດາບ​ດວງ​ໜຶ່ງ​ໄວ້.

37 ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ແລະ ທ່ານ​ຖືກ​ນັບ​ເຂົ້າ​ເປັນ​ພວກ​ດຽວ​ກັນ​ກັບ​ຄົນ​ລ່ວງລະເມີດ’ ແລະ ເຮົາ​ບອກ​ພວກເຈົ້າ​ວ່າ​ຂໍ້ຄວາມ​ນີ້​ຈະ​ຕ້ອງ​ສຳເລັດ​ໃນ​ເຮົາ. ແມ່ນ​ແລ້ວ, ສິ່ງ​ທີ່​ຂຽນ​ໄວ້​ກ່ຽວກັບ​ເຮົາ​ກຳລັງ​ຈະ​ສຳເລັດ”.

38 ພວກສາວົກ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງ​ແມ ດາບ​ສອງ​ດວງ​ນີ້”. ພຣະອົງ​ຕອບ​ວ່າ, “ພໍ​ແລ້ວ”.


ພຣະເຢຊູເຈົ້າ​ອະທິຖານ​ຢູ່​ເທິງ​ພູເຂົາ​ໝາກກອກ
(ມທ 26:36-46; ມຣກ 14:32-42)

39 ພຣະເຢຊູເຈົ້າ​ໄປ​ຍັງ​ພູເຂົາ​ໝາກກອກ​ຕາມ​ເຄີຍ ແລະ ພວກສາວົກ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ​ດ້ວຍ.

40 ເມື່ອ​ມາ​ເຖິງ​ທີ່​ນັ້ນ​ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ອະທິຖານ​ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ”.

41 ແລ້ວ​ພຣະອົງ​ຖອຍ​ອອກ​ຈາກ​ພວກເພິ່ນ​ໄປ​ປະມານ​ໄລຍະ​ທີ່​ແກວ່ງ​ກ້ອນຫີນ​ເຖິງ, ພຣະອົງ​ຄຸເຂົ່າ​ລົງ​ອະທິຖານ​ວ່າ,

42 “ພຣະບິດາເຈົ້າ​ເອີຍ, ຖ້າ​ເປັນ​ພຣະອົງ​ຍິນດີ ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ; ແຕ່​ເຖິງຢ່າງໃດ​ກໍ​ຕາມ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ສຳເລັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.

43 ແລ້ວ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຈາກ​ສະຫວັນ​ມາ​ປາກົດ​ແກ່​ພຣະອົງ ແລະ ຊູ​ກຳລັງ​ພຣະອົງ​ຂຶ້ນ.

44 ພຣະເຢຊູເຈົ້າ​ທຸກໃຈ​ຫລາຍ, ພຣະອົງ​ຕັ້ງໃຈ​ອະທິຖານ​ຫລາຍ​ຂຶ້ນ ແລະ ເຫື່ອ​ຂອງ​ພຣະອົງ​ເປັນ​ຄື​ເລືອດ​ໄຫລ​ຢາດ​ລົງ​ທີ່​ພື້ນດິນ.

45 ເມື່ອ​ພຣະອົງ​ລຸກ​ຂຶ້ນ​ຈາກ​ການ​ອະທິຖານ ແລະ ກັບມາ​ຫາ​ພວກສາວົກ, ພຣະອົງ​ພົບ​ວ່າ​ພວກເພິ່ນ​ກຳລັງ​ນອນຫລັບ​ຢູ່, ຕ່າງ​ກໍ​ພາກັນ​ໝົດ​ແຮງ​ເພາະ​ຄວາມ​ໂສກເສົ້າ.

46 ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ນອນຫລັບ​ຢູ່? ຈົ່ງ​ລຸກຂຶ້ນ ແລະ ອະທິຖານ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ”.


ພຣະເຢຊູເຈົ້າ​ຖືກ​ຈັບ
(ມທ 26:47-56; ມຣກ 14:43-50; ຢຮ 18:3-11)

47 ເມື່ອ​ພຣະອົງ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ​ກໍ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ເຂົ້າ​ມາ ແລະ ຜູ້​ໜຶ່ງ​ທີ່​ມີ​ຊື່​ວ່າ​ຢູດາ ເປັນ​ຄົນ​ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ນັ້ນ. ຢູດາ​ເຂົ້າ​ມາ​ໃກ້​ພຣະເຢຊູເຈົ້າ​ເພື່ອ​ຈູບ​ພຣະອົງ,

48 ແຕ່​ພຣະເຢຊູເຈົ້າ​ຖາມ​ລາວ​ວ່າ, “ຢູດາ ເຈົ້າ​ກຳລັງ​ຈະ​ທໍລະຍົດ​ບຸດມະນຸດ​ດ້ວຍ​ການ​ຈູບ​ບໍ?”

49 ເມື່ອ​ບັນດາ​ຜູ້​ຕິດຕາມ​ພຣະເຢຊູເຈົ້າ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ໃຫ້​ພວກຂ້ານ້ອຍ​ເອົາ​ດາບ​ຟັນ​ເລີຍ​ບໍ?”

50 ແລ້ວ​ສາວົກ​ຄົນ​ໜຶ່ງ​ໄດ້​ຟັນ​ຫູ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງຂວາ.

51 ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ຢ່າ​ເຮັດ​ອີກ!” ແລະ ພຣະອົງ​ບາຍ​ຫູ​ຂອງ​ຄົນ​ນັ້ນ ແລະ ຮັກສາ​ລາວ​ໃຫ້​ຫາຍດີ.

52 ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກ​ຫົວໜ້າ​ປະໂລຫິດ, ພວກນາຍທະຫານ​ເຝົ້າຍາມ​ວິຫານ ແລະ ພວກ​ເຖົ້າແກ່​ທີ່​ມາ​ຈັບ​ພຣະອົງ​ນັ້ນ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ?

53 ທຸກ​ວັນ​ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ເດີ່ນ​ວິຫານ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ນີ້​ເປັນ​ຊົ່ວໂມງ​ຂອງ​ພວກເຈົ້າ ເມື່ອ​ຄວາມມືດ​ປົກຄອງ”.


ເປໂຕ​ປະຕິເສດ​ພຣະເຢຊູເຈົ້າ
(ມທ 26:69-75; ມຣກ 14:66-72; ຢຮ 18:16-18,25-27)

54 ຫລັງຈາກ​ຈັບ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ໄດ້​ພາ​ພຣະອົງ​ເຂົ້າໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ. ເປໂຕ​ກໍ​ໄດ້​ຕິດຕາມ​ໄປ​ໃນ​ໄລຍະ​ຫ່າງໆ.

55 ແລະ ເມື່ອ​ພວກເຂົາ​ດັງ​ໄຟ​ທີ່​ກາງ​ເດີ່ນບ້ານ ແລະ ພາກັນ​ນັ່ງລົງ ເປໂຕ​ກໍ​ນັ່ງ​ກັບ​ພວກເຂົາ.

56 ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ໄດ້​ເຫັນ​ເປໂຕ​ນັ່ງ​ຝີງ​ໄຟ​ຢູ່ ນາງ​ຈຶ່ງ​ຈ້ອງ​ເບິ່ງ​ລາວ ແລະ ເວົ້າ​ວ່າ, “ຊາຍ​ຜູ້​ນີ້​ກໍ​ຢູ່​ກັບ​ຄົນ​ນັ້ນ”.

57 ແຕ່​ເປໂຕ​ໄດ້​ຕອບ​ປະຕິເສດ​ວ່າ, “ນາງ​ເອີຍ ຂ້ອຍ​ບໍ່​ຮູ້ຈັກ​ລາວ”.

58 ຕໍ່ມາ​ໜ້ອຍໜຶ່ງ ກໍ​ມີ​ບາງຄົນ​ເຫັນ​ເປໂຕ ແລະ ເວົ້າ​ວ່າ, “ເຈົ້າ​ກໍ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ​ເໝືອນກັນ”. ເປໂຕ​ໄດ້​ຕອບ​ປະຕິເສດ​ວ່າ, “ຊາຍ​ເອີຍ ຂ້ອຍ​ບໍ່​ໄດ້​ເປັນ!”

59 ຢູ່​ມາ​ປະມານ​ອີກ​ຊົ່ວໂມງ​ໜຶ່ງ​ກໍ​ມີ​ຄົນ​ໜຶ່ງ​ອີກ​ຢືນຢັນ​ວ່າ, “ຄົນ​ນີ້​ຢູ່​ກັບ​ລາວ​ແທ້ໆ ເພາະວ່າ​ລາວ​ເປັນ​ຊາວ​ຄາລີເລ​ເໝືອນກັນ”.

60 ເປໂຕ​ຕອບ​ວ່າ, “ຊາຍ​ເອີຍ ຂ້ອຍ​ບໍ່​ຮູ້ຈັກ​ວ່າ​ເຈົ້າ​ກຳລັງ​ເວົ້າ​ເຖິງ​ເລື່ອງໃດ!” ເປໂຕ​ເວົ້າ​ຍັງ​ບໍ່​ທັນ​ສຸດຄຳ​ໄກ່​ກໍ​ຂັນ.

61 ອົງພຣະຜູ້ເປັນເຈົ້າ​ໄດ້​ຫັນ​ມາ​ເບິ່ງ​ເປໂຕ. ແລ້ວ​ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ໄວ້​ວ່າ: “ວັນນີ້, ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ເຮົາ​ເຖິງ​ສາມ​ເທື່ອ”.

62 ແລ້ວ​ເພິ່ນ​ຈຶ່ງ​ອອກ​ໄປ​ທາງ​ນອກ ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ຜູ້ເຝົ້າຍາມ​ວິຫານ​ເຢາະເຢີ້ຍ​ພຣະເຢຊູເຈົ້າ
( ມທ 26:67 , 68 ; ມຣກ 14:65 ; ຢຮ 18:22 , 23 )

63 ບັນດາ​ຜູ້​ທີ່​ຄຸມ​ໂຕ​ພຣະເຢຊູເຈົ້າ​ຕ່າງ​ກໍ​ພາ​ກັນ​ເລີ່ມ​ເຢາະເຢີ້ຍ ແລະ ທຸບຕີ​ພຣະອົງ.

64 ພວກເຂົາ​ເອົາ​ຜ້າ​ປິດ​ຕາ​ພຣະອົງ​ໄວ້ ແລະ ຖາມ​ພຣະອົງ​ວ່າ, “ທວາຍ​ເບິ່ງ​ດູ! ແມ່ນ​ຜູ້ໃດ​ຕີ​ເຈົ້າ?”

65 ແລະ ພວກເຂົາ​ກໍ​ເວົ້າ​ດູຖູກ​ພຣະອົງ​ອີກ​ຫລາຍ​ປະການ.


ພຣະເຢຊູເຈົ້າ​ຢູ່​ຕໍ່ໜ້າ​ປີລາດ ແລະ ເຮໂຣດ
(ມທ 26:63-66; 27:11-26; ມຣກ 14:61-63; 15:2-15; ຢຮ 18:19-21,29-37; 18:39–19:16 )

66 ເມື່ອ​ຮຸ່ງເຊົ້າ​ມາ ສະພາ​ຂອງ​ພວກ​ເຖົ້າແກ່​ໃນ​ກຸ່ມ​ປະຊາຊົນ ລວມ​ທັງ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ, ພຣະເຢຊູເຈົ້າ​ຖືກ​ນຳ​ໂຕ​ມາ​ຢູ່​ຕໍ່ໜ້າ​ພວກເຂົາ.

67 ພວກເຂົາ​ໄດ້​ຖາມ​ວ່າ, “ຖ້າ​ເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”. ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ບອກ​ພວກເຈົ້າ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ​ເຮົາ,

68 ແລະ ຖ້າ​ເຮົາ​ຖາມ​ພວກເຈົ້າ ພວກເຈົ້າ​ກໍ​ຈະ​ບໍ່​ຕອບ​ເຮົາ.

69 ແຕ່​ວ່າ​ຕັ້ງແຕ່​ນີ້​ໄປ ບຸດມະນຸດ​ຈະ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່”.

70 ແລ້ວ​ພວກເຂົາ​ກໍ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ບໍ?” ພຣະອົງ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ທັງຫລາຍ​ເວົ້າ​ຖືກ​ແລ້ວ​ວ່າ​ເຮົາ​ເປັນ”.

71 ແລ້ວ​ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ພວກເຮົາ​ຈະ​ຕ້ອງການ​ພະຍານ​ອື່ນ​ອີກ​ເຮັດຫຍັງ? ພວກເຮົາ​ເອງ​ກໍ​ໄດ້​ຍິນ​ສິ່ງ​ນີ້​ຈາກ​ປາກ​ຂອງ​ມັນ​ເອງ​ແລ້ວ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan