Biblia Todo Logo
Bìoball air-loidhne

- Sanasan -

ລູກາ 2 - ພຣະຄຳພີລາວສະບັບສະໄໝໃໝ່


ການ​ເກີດ​ຂອງ​ພຣະເຢຊູເຈົ້າ

1 ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ພົນລະເມືອງ​ໃນ​ທົ່ວ​ທັງ​ຈັກກະພົບ​ໂຣມ​ໄປ​ຈົດທະບຽນ​ສຳມະໂນຄົວ.

2 (ນີ້​ແມ່ນ​ການ​ຈົດທະບຽນ​ສຳມະໂນຄົວ​ຄັ້ງ​ທຳອິດ​ໃນ​ສະໄໝ​ທີ່​ກີເຣນີໂອ​ເປັນ​ຜູ້ປົກຄອງ​ແຂວງ​ຊີເຣຍ.)

3 ທຸກຄົນ​ຕ່າງ​ກໍ​ໄປ​ຈົດທະບຽນ​ສຳມະໂນຄົວ​ຕາມ​ບ້ານເມືອງ​ຂອງ​ຕົນ.

4 ດັ່ງນັ້ນ ໂຢເຊັບ​ຈຶ່ງ​ເດີນທາງ​ຈາກ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ​ຂຶ້ນ​ໄປ​ຍັງ​ເບັດເລເຮັມ​ເມືອງ​ຂອງ​ດາວິດ​ໃນ​ແຂວງ​ຢູດາຍ ເພາະວ່າ​ເພິ່ນ​ເປັນ​ເຊື້ອສາຍ​ຂອງ​ດາວິດ.

5 ເພິ່ນ​ໄດ້​ໄປ​ຈົດທະບຽນ​ຢູ່​ທີ່​ນັ້ນ​ກັບ​ນາງ​ມາຣີ​ຄູ່ໝັ້ນ​ຂອງ​ເພິ່ນ​ທີ່​ກຳລັງ​ຖືພາ​ຢູ່.

6 ໃນ​ຂະນະ​ທີ່​ພວກເພິ່ນ​ຢູ່​ທີ່​ນັ້ນ ກໍ​ພໍ​ດີ​ຄົບ​ກຳນົດ​ທີ່​ນາງ​ມາຣີ​ຈະ​ເກີດ​ລູກ,

7 ນາງ​ໄດ້​ເກີດ​ລູກຊາຍ​ກົກ, ນາງ​ໄດ້​ເອົາ​ຜ້າອ້ອມ​ມາ​ພັນ​ລູກ ແລະ ວາງ​ໄວ້​ໃນ​ຮາງຫຍ້າ ເພາະວ່າ​ໃນ​ໂຮງແຮມ​ບໍ່​ມີ​ຫ້ອງ​ຫວ່າງ​ສຳລັບ​ພວກເພິ່ນ​ເລີຍ.

8 ແລະ ມີ​ຄົນລ້ຽງແກະ​ອາໄສ​ຢູ່​ໃນ​ທົ່ງນາ​ໃກ້​ແຖບ​ນັ້ນ ເຝົ້າ​ຝູງ​ແກະ​ຂອງ​ພວກເຂົາ​ໃນ​ເວລາ​ກາງຄືນ.

9 ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ປາກົດ​ແກ່​ພວກເຂົາ ແລະ ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສ່ອງ​ອ້ອມຮອບ​ພວກເຂົາ, ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ.

10 ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ. ເຮົາ​ນຳ​ຂ່າວດີ​ມາ​ໃຫ້​ພວກທ່ານ ເຊິ່ງ​ເຮັດ​ໃຫ້​ທຸກຄົນ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່.

11 ໃນ​ວັນ​ນີ້​ທີ່​ເມືອງ​ຂອງ​ດາວິດ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ອົງ​ໜຶ່ງ​ໄດ້​ມາ​ບັງເກີດ​ເພື່ອ​ພວກເຈົ້າ, ພຣະອົງ​ຄື​ພຣະເມຊີອາ, ອົງພຣະຜູ້ເປັນເຈົ້າ.

12 ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຈົ້າ​ຄື: ພວກເຈົ້າ​ຈະ​ໄດ້​ພົບ​ເດັກນ້ອຍ​ຄົນ​ໜຶ່ງ​ພັນ​ຜ້າອ້ອມ​ນອນ​ຢູ່​ໃນ​ຮາງຫຍ້າ”.

13 ໃນ​ທັນໃດ​ນັ້ນ ກອງທັບ​ສະຫວັນ​ໝູ່​ໃຫຍ່​ມາ​ປາກົດ​ພ້ອມ​ກັບ​ເທວະດາ​ຕົນ​ນັ້ນ​ຮ່ວມ​ກັນ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ,

14 “ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.

15 ເມື່ອ​ບັນດາ​ເທວະດາ​ເຫລົ່ານັ້ນ​ຈາກ​ພວກເຂົາ​ໄປ ແລະ ກັບ​ຂຶ້ນ​ສູ່​ສະຫວັນ​ແລ້ວ ພວກ​ຜູ້ລ້ຽງແກະ​ກໍ​ເວົ້າ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ຍັງ​ເມືອງ​ເບັດເລເຮັມ ແລະ ໄປ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ບອກ​ພວກເຮົາ”.

16 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຟ້າວ​ໄປ ແລະ ພົບ​ນາງ​ມາຣີ​ກັບ​ໂຢເຊັບ ແລະ ເດັກນ້ອຍ​ທີ່​ນອນ​ຢູ່​ໃນ​ຮາງຫຍ້າ.

17 ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ກໍ​ໄດ້​ກະຈາຍ​ຂ່າວ​ເລື່ອງ​ທີ່​ເທວະດາ​ໄດ້​ບອກ​ເລື່ອງ​ເດັກນ້ອຍ​ຄົນ​ນັ້ນ,

18 ແລະ ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ​ໃນ​ສິ່ງ​ທີ່​ພວກຜູ້ລ້ຽງແກະ​ໄດ້​ບອກ​ແກ່​ພວກເຂົາ.

19 ແຕ່​ນາງ​ມາຣີ​ກໍ​ໄດ້​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້ ແລະ ຄິດ​ທົບທວນ​ຢູ່​ໃນ​ໃຈ.

20 ແລ້ວ​ພວກຜູ້ລ້ຽງແກະ​ກໍ​ກັບ​ຄືນ​ໄປ​ຖວາຍ​ກຽດ ແລະ ສັນລະເສີນ​ພຣະເຈົ້າ​ສຳລັບ​ທຸກສິ່ງ​ທີ່​ພວກເຂົາ​ໄດ້​ຍິນ ແລະ ໄດ້​ເຫັນ ເພາະວ່າ​ເຫດການ​ໄດ້​ເປັນ​ໄປ​ຕາມ​ທີ່​ເທວະດາ​ນັ້ນ​ໄດ້​ບອກ​ພວກເຂົາ​ໄວ້.

21 ໃນ​ວັນ​ທີ​ແປດ ກໍ​ເຖິງ​ເວລາ​ທີ່​ເດັກນ້ອຍ​ຄົນ​ນັ້ນ​ຕ້ອງ​ຮັບ​ພິທີຕັດ, ເດັກນ້ອຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເຢຊູ ຕາມ​ຊື່​ທີ່​ເທວະດາ​ໄດ້​ບອກ​ໄວ້​ກ່ອນ​ທີ່​ນາງ​ມາຣີ​ຍັງ​ບໍ່​ທັນ​ໄດ້​ຖືພາ.


ການ​ຖວາຍ​ພຣະເຢຊູເຈົ້າ​ໃນ​ວິຫານ

22 ເມື່ອ​ເຖິງ​ເວລາ​ທີ່​ຈະ​ເຮັດ​ພິທີ​ຊຳລະ​ຕາມ​ກົດບັນຍັດ​ຂອງ​ໂມເຊ, ໂຢເຊັບ ແລະ ນາງ​ມາຣີ​ຈຶ່ງ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ

23 (ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ, “ລູກຊາຍ​ກົກ​ທຸກຄົນ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ”),

24 ແລະ ເພື່ອ​ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ຄື: “ນົກເຂົາ​ຄູ່​ໜຶ່ງ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ”.

25 ບັດນີ້ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເຢຣູຊາເລັມ​ຊື່​ວ່າ​ຊີເມໂອນ, ເພິ່ນ​ເປັນ​ຄົນ​ຊອບທຳ ແລະ ຢຳເກງ​ພຣະເຈົ້າ. ເພິ່ນ​ກຳລັງ​ຄອຍຖ້າ​ເວລາ​ທີ່​ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າ​ກໍ​ຢູ່​ກັບ​ເພິ່ນ.

26 ພຣະວິນຍານບໍລິສຸດເຈົ້າ​ໄດ້​ສະແດງ​ໃຫ້​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ພຣະເມຊີອາ​ຂອງ​ອົງພຣະຜູ້ເປັນເຈົ້າ.

27 ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ເພິ່ນ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ເມື່ອ​ພໍ່​ແມ່​ໄດ້​ນຳ​ເອົາ​ເດັກນ້ອຍ​ເຢຊູ​ມາ​ເພື່ອ​ປະກອບ​ພິທີ​ໃຫ້​ແກ່​ເດັກນ້ອຍ​ນັ້ນ​ຕາມ​ທຳນຽມ​ຂອງ​ກົດບັນຍັດ​ທີ່​ໄດ້​ກຳນົດ​ໄວ້,

28 ຊີເມໂອນ​ກໍ​ໄດ້​ອູ້ມ​ພຣະເຢຊູເຈົ້າ​ໄວ້​ໃນ​ອ້ອມແຂນ​ຂອງ​ຕົນ ແລະ ສັນລະເສີນ​ພຣະເຈົ້າ​ວ່າ:

29 “ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້, ບັດນີ້ ຂໍ​ພຣະອົງ​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ​ຢ່າງ​ເປັນສຸກ.

30 ເພາະວ່າ​ຕາ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ຄວາມພົ້ນ​ທີ່​ມາ​ຈາກ​ພຣະອົງ​ແລ້ວ,

31 ຄວາມພົ້ນ​ທີ່​ພຣະອົງ​ໄດ້​ຈັດຕຽມ​ໄວ້​ຕໍ່ໜ້າ​ປະຊາຊາດ​ທັງໝົດ​ຄື:

32 ແສງສະຫວ່າງ​ເພື່ອ​ເປີດເຜີຍ​ແກ່​ບັນດາ​ຄົນຕ່າງຊາດ, ແລະ ເພື່ອ​ເປັນ​ສະຫງ່າລາສີ​ແກ່​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ”.

33 ພໍ່​ແມ່​ຂອງ​ເດັກນ້ອຍ​ກໍ​ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ຊີເມໂອນ​ໄດ້​ກ່າວ​ກ່ຽວກັບ​ເດັກນ້ອຍ​ຄົນ​ນັ້ນ.

34 ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,

35 ເພື່ອ​ຄວາມຄິດ​ໃນ​ໃຈ​ຂອງ​ຄົນ​ທັງຫລາຍ​ຈະ​ຖືກ​ເປີດເຜີຍ​ອອກ. ແລະ ດາບ​ຈະ​ແທງ​ຊອດ​ຈິດໃຈ​ຂອງ​ເຈົ້າ​ເອງ​ເໝືອນກັນ”.

36 ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ອານາ, ເປັນ​ລູກສາວ​ຂອງ​ຟານູເອັນ​ຕະກູນ​ອາເຊ. ນາງ​ເປັນ​ຄົນ​ເຖົ້າແກ່​ຫລາຍ​ແລ້ວ, ຫລັງ​ຈາກ​ແຕ່ງງານ​ມາ​ນາງ​ຢູ່​ກັບ​ຜົວ​ໄດ້​ເຈັດ​ປີ,

37 ແລ້ວ​ກໍ​ເປັນ​ໝ້າຍ​ມາ​ຈົນ​ເຖິງ​ອາຍຸ 84 ປີ. ນາງ​ບໍ່​ເຄີຍ​ອອກ​ຈາກ​ບໍລິເວນ​ວິຫານ​ເລີຍ ແຕ່​ເຝົ້າ​ນະມັດສະການ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ, ຖືສິນ​ອົດອາຫານ ແລະ ອະທິຖານ.

38 ໃນ​ເວລາ​ນັ້ນ ນາງ​ໄດ້​ເຂົ້າ​ມາ​ຫາ​ພວກເພິ່ນ​ແລ້ວ​ຂອບພຣະຄຸນ​ພຣະເຈົ້າ ແລະ ເວົ້າ​ເຖິງ​ເດັກນ້ອຍ​ຄົນ​ນີ້​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ໄຖ່​ເຢຣູຊາເລັມ​ຟັງ.

39 ເມື່ອ​ໂຢເຊັບ ແລະ ນາງ​ມາຣີ ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ມາ​ທີ່​ນາຊາເຣັດ​ເມືອງ​ຂອງ​ຕົນ​ໃນ​ແຂວງ​ຄາລີເລ.

40 ແລະ ເດັກນ້ອຍ​ນັ້ນ​ກໍ​ເຕີບໃຫຍ່ ແລະ ແຂງແຮງ, ພຣະອົງ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ພຣະອົງ.


ພຣະເຢຊູເຈົ້າ​ທີ່​ວິຫານ

41 ໃນ​ທຸກ​ປີ ພໍ່ແມ່​ຂອງ​ພຣະເຢຊູເຈົ້າ​ຈະ​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຮ່ວມ​ເທດສະການ​ປັດສະຄາ.

42 ເມື່ອ​ພຣະເຢຊູເຈົ້າ​ມີ​ອາຍຸ​ໄດ້ 12 ປີ, ພວກເພິ່ນ​ກໍ​ໄດ້​ໄປ​ຮ່ວມ​ເທດສະການ​ນີ້​ຕາມ​ທຳນຽມ.

43 ຫລັງຈາກ​ເທດສະການ​ນີ້​ສິ້ນສຸດ​ລົງ​ແລ້ວ, ຂະນະ​ທີ່​ພໍ່ແມ່​ຂອງ​ພຣະອົງ​ກຳລັງ​ເດີນທາງ​ກັບ​ຄືນ​ເມືອ​ເຮືອນ, ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ເຢຣູຊາເລັມ, ແຕ່​ພວກເພິ່ນ​ບໍ່​ຮູ້.

44 ຄິດ​ວ່າ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ມາ​ດ້ວຍ​ກັນ, ເມື່ອ​ພວກເພິ່ນ​ເດີນທາງ​ຕໍ່ໄປ​ໄດ້​ໜຶ່ງ​ວັນ. ແລ້ວ​ພວກ​ເພິ່ນ​ກໍ​ເລີ່ມ​ຊອກຫາ​ພຣະເຢຊູເຈົ້າ​ໃນ​ທ່າມກາງ​ຍາດພີ່ນ້ອງ ແລະ ໝູ່ເພື່ອນ.

45 ເມື່ອ​ພວກເພິ່ນ​ບໍ່​ພົບ​ພຣະອົງ, ພວກເພິ່ນ​ຈຶ່ງ​ກັບ​ໄປ​ຊອກຫາ​ທີ່​ເຢຣູຊາເລັມ.

46 ສາມ​ມື້​ຕໍ່ມາ​ພວກເພິ່ນ​ຈຶ່ງ​ພົບ​ພຣະເຢຊູເຈົ້າ​ຢູ່​ທີ່​ເດີ່ນ​ວິຫານ, ພຣະອົງ​ນັ່ງ​ຢູ່​ໃນ​ທ່າມກາງ​ບັນດາ​ອາຈານ, ກຳລັງ​ຟັງ ແລະ ຖາມ​ບັນດາ​ອາຈານ​ເຫລົ່ານັ້ນ.

47 ທຸກຄົນ​ທີ່​ໄດ້​ຟັງ​ພຣະອົງ​ກ່າວ ຕ່າງ​ກໍ​ປະຫລາດໃຈ​ໃນ​ສະຕິປັນຍາ ແລະ ຄຳຕອບ​ຂອງ​ພຣະອົງ.

48 ເມື່ອ​ພໍ່ແມ່​ໄດ້​ເຫັນ​ພຣະອົງ​ກໍ​ປະຫລາດໃຈ. ຜູ້​ເປັນ​ແມ່​ຈຶ່ງ​ກ່າວ​ແກ່​ພຣະອົງ​ວ່າ, “ລູກ​ເອີຍ, ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ພໍ່​ກັບ​ແມ່​ຮ້ອນຮົນ​ໃຈ​ຕາມ​ຫາ​ລູກ”.

49 ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຕາມ​ຫາ​ເຮົາ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ບ້ານ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ?”

50 ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ພຣະອົງ​ເວົ້າ​ກັບ​ພວກເພິ່ນ.

51 ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກັບ​ຄືນ​ໄປ​ຍັງ​ເມືອງ​ນາຊາເຣັດ​ກັບ​ພວກເພິ່ນ ແລະ ເຊື່ອຟັງ​ພວກເພິ່ນ. ສ່ວນ​ນາງ​ມາຣີ​ກໍ​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.

52 ແລະ ພຣະເຢຊູເຈົ້າ​ກໍ​ເຕີບໃຫຍ່​ຂຶ້ນ​ທັງ​ທາງ​ດ້ານ​ສະຕິປັນຍາ ແລະ ດ້ານ​ຮ່າງກາຍ ແລະ ເປັນ​ທີ່​ພໍໃຈ​ຂອງ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງຫລາຍ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan