Biblia Todo Logo
Bìoball air-loidhne

- Sanasan -

ລູກາ 17 - ພຣະຄຳພີລາວສະບັບສະໄໝໃໝ່


ຄວາມບາບ, ຄວາມເຊື່ອ ແລະ ໜ້າທີ່

1 ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ຄົນ​ສະດຸດລົ້ມ​ຈະ​ມີ​ມາ​ແນ່ນອນ, ແຕ່​ວິບັດ​ແກ່​ທຸກ​ຄົນ​ທີ່​ເປັນ​ຕົ້ນເຫດ​ໃຫ້​ສິ່ງ​ເຫລົ່ານັ້ນ​ມາ.

2 ເອົາ​ຫີນໂມ້ແປ້ງ​ຜູກ​ໃສ່​ຄໍ​ຂອງ​ພວກເຂົາ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ກໍ​ຍັງ​ດີ​ກວ່າ​ປ່ອຍ​ໃຫ້​ພວກເຂົາ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຄົນ​ໜຶ່ງ​ໃນ​ຜູ້​ເລັກນ້ອຍ​ເຫລົ່ານີ້​ສະດຸດລົ້ມ.

3 ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ. “ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເຮັດ​ບາບ​ຕໍ່​ພວກເຈົ້າ, ຈົ່ງ​ຕັກເຕືອນ​ພວກເຂົາ ແລະ ຖ້າ​ພວກເຂົາ​ກັບໃຈໃໝ່ ຈົ່ງ​ອະໄພ​ໃຫ້​ພວກເຂົາ.

4 ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ເຈົ້າ​ເຈັດ​ເທື່ອ​ໃນ​ວັນ​ດຽວ ແລະ ກັບ​ມາ​ຫາ​ເຈົ້າ​ເຈັດ​ເທື່ອ​ແລ້ວ​ເວົ້າ​ວ່າ, ‘ຂ້ອຍ​ກັບໃຈໃໝ່​ແລ້ວ’ ພວກເຈົ້າ​ຈະ​ຕ້ອງ​ຍົກໂທດ​ໃຫ້​ພວກເຂົາ”.

5 ພວກ​ອັກຄະສາວົກ​ເວົ້າ​ຕໍ່​ອົງພຣະຜູ້ເປັນເຈົ້າ​ວ່າ, “ຂໍ​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກຂ້ານ້ອຍ​ດ້ວຍ!”

6 ພຣະອົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ພຽງ​ເລັກນ້ອຍ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ພວກເຈົ້າ​ຈະ​ສັ່ງ​ຕົ້ນມອນ​ນີ້​ວ່າ, ‘ຈົ່ງ​ຖອນ​ຮາກ​ອອກ​ໄປ​ປູກ​ໃນ​ທະເລ’ ແລະ ມັນ​ກໍ​ຈະ​ເຊື່ອຟັງ​ພວກເຈົ້າ.

7 “ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ຄົນຮັບໃຊ້​ໄຖນາ ຫລື ເບິ່ງແຍງ​ແກະ. ເມື່ອ​ຄົນຮັບໃຊ້​ກັບ​ມາ​ຈາກ​ທົ່ງນາ​ລາວ​ຈະ​ບອກ​ຄົນຮັບໃຊ້​ຄົນ​ນັ້ນ​ບໍ​ວ່າ, ‘ມາ​ດຽວນີ້ ມາ​ນັ່ງ​ກິນ​ອາຫານ’?

8 ລາວ​ຈະ​ບໍ່​ເວົ້າ​ບໍ​ວ່າ, ‘ຈົ່ງ​ຕຽມ​ອາຫານຄໍ່າ​ໃຫ້​ເຮົາ, ຕຽມໂຕ​ໃຫ້​ພ້ອມ ແລະ ເຝົ້າ​ຮັບໃຊ້​ເຮົາ​ໃນ​ຂະນະ​ທີ່​ເຮົາ​ກິນ ແລະ ດື່ມ, ຫລັງຈາກນັ້ນ​ເຈົ້າ​ຈຶ່ງ​ກິນ ແລະ ດື່ມ’?

9 ນາຍ​ຈະ​ຂອບໃຈ​ຄົນຮັບໃຊ້​ເພາະ​ລາວ​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ບໍ?

10 ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ, ເມື່ອ​ພວກເຈົ້າ​ໄດ້​ປະຕິບັດ​ທຸກສິ່ງ​ຕາມ​ຄຳສັ່ງ​ທີ່​ໃຫ້​ເຮັດ​ແລ້ວ ກໍ​ຄວນ​ເວົ້າ​ວ່າ, ‘ພວກຂ້ານ້ອຍ​ເປັນ​ຄົນຮັບໃຊ້​ທີ່​ບໍ່​ມີ​ຄຸນຄ່າ, ພວກຂ້ານ້ອຍ​ພຽງ​ແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ຂອງ​ພວກຂ້ານ້ອຍ​ເທົ່ານັ້ນ’”.


ພຣະເຢຊູເຈົ້າ​ຮັກສາ​ຄົນ​ຂີ້ທູດ​ສິບ​ຄົນ

11 ລະຫວ່າງ​ທາງ​ໄປ​ເຢຣູຊາເລັມ, ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເຂດແດນ​ລະຫວ່າງ​ແຂວງ​ຊາມາເຣຍ ແລະ ຄາລີເລ.

12 ຂະນະ​ທີ່​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ໝູ່ບ້ານ​ແຫ່ງ​ໜຶ່ງ, ມີ​ຊາຍ​ຂີ້ທູດ​ສິບ​ຄົນ​ລໍຖ້າ​ພົບ​ພຣະອົງ. ພວກເຂົາ​ຢືນ​ຢູ່​ແຕ່​ໄກ.

13 ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ພຣະເຢຊູເຈົ້າ ນາຍ​ເອີຍ, ສົງສານ​ພວກເຮົາ​ດ້ວຍ!”

14 ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ກໍ​ກ່າວ​ວ່າ, “ຈົ່ງ​ໄປ​ສະແດງ​ໂຕ​ກັບ​ພວກ​ປະໂລຫິດ”. ຂະນະ​ທີ່​ພວກເຂົາ​ກຳລັງ​ຍ່າງ​ໄປ​ນັ້ນ ພວກເຂົາ​ກໍ​ຫາຍດີ.

15 ຄົນ​ໜຶ່ງ​ໃນ​ພວກເຂົາ​ເມື່ອ​ເຫັນ​ວ່າ​ຕົນ​ໄດ້​ດີ​ພະຍາດ​ແລ້ວ​ຈຶ່ງ​ກັບ​ມາ ແລະ ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງ​ດັງ.

16 ລາວ​ຖິ້ມ​ໂຕ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ​ແລ້ວ​ຂອບພຣະຄຸນ​ພຣະອົງ. ລາວ​ເປັນ​ຊາວ​ຊາມາເຣຍ.

17 ພຣະເຢຊູເຈົ້າ​ຖາມ​ວ່າ, “ມີ​ສິບ​ຄົນ​ດີ​ພະຍາດ​ບໍ່​ແມ່ນ​ບໍ? ອີກ​ເກົ້າ​ຄົນ​ນັ້ນ​ຢູ່​ໃສ?

18 ບໍ່​ມີ​ຈັກ​ຄົນ​ກັບ​ຄືນ​ມາ​ສັນລະເສີນ​ພຣະເຈົ້າ​ນອກຈາກ​ຄົນຕ່າງຊາດ​ຄົນ​ນີ້​ບໍ?”

19 ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ ໄປ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ດີ​ພະຍາດ​ແລ້ວ”.


ການ​ມາ​ປາກົດ​ຂອງ​ອານາຈັກ​ພຣະເຈົ້າ
(ມທ 24:37-39)

20 ຄັ້ງ​ໜຶ່ງ ມີ​ພວກ​ຟາຣີຊາຍ​ໄດ້​ຖາມ​ວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ເຖິງ​ເມື່ອໃດ, ພຣະເຢຊູເຈົ້າ​ຕອບ​ວ່າ, “ການ​ມາ​ຂອງ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ແມ່ນ​ສິ່ງ​ທີ່​ສັງເກດ​ໄດ້,

21 ຫລື ຄົນ​ທັງຫລາຍ​ຈະ​ບໍ່​ເວົ້າ​ວ່າ, ‘ອານາຈັກ​ນັ້ນ​ຢູ່​ທີ່​ນີ້’ ຫລື ‘ຢູ່​ທີ່​ນັ້ນ’ ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ​ພວກເຈົ້າ”.

22 ຫລັງຈາກ​ນັ້ນ ພຣະອົງ​ກໍ​ກ່າວ​ກັບ​ພວກສາວົກ​ວ່າ, “ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ພວກເຈົ້າ​ຢາກ​ຈະ​ເຫັນ​ພຽງ​ແຕ່​ວັນ​ໜຶ່ງ​ຂອງ​ບຸດມະນຸດ ແຕ່​ພວກເຈົ້າ​ຈະ​ບໍ່​ເຫັນ.

23 ຄົນ​ທັງຫລາຍ​ຈະ​ບອກ​ພວກເຈົ້າ​ວ່າ, ‘ພຣະອົງ​ຢູ່​ທີ່​ນັ້ນ!’ ຫລື ‘ພຣະອົງ​ຢູ່​ທີ່​ນີ້!’ ຢ່າ​ໄປ​ແລ່ນ​ຕາມ​ພວກເຂົາ.

24 ດ້ວຍ​ວ່າ ໃນ​ວັນ​ຂອງ​ບຸດມະນຸດ​ຈະ​ມາ​ເໝືອນດັ່ງ​ສາຍ​ຟ້າແມບ​ທີ່​ສ່ອງແສງ​ສະຫວ່າງ​ຈາກ​ຂອບຟ້າ​ເບື້ອງໜຶ່ງ​ຈົນ​ເຖິງ​ຂອບຟ້າ​ອີກ​ເບື້ອງໜຶ່ງ.

25 ແຕ່​ກ່ອນ​ໜ້າ​ນັ້ນ ພຣະອົງ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຄົນ​ໃນ​ສະໄໝ​ນີ້​ຈະ​ປະຕິເສດ​ພຣະອົງ.

26 “ເຫດການ​ໃນ​ສະໄໝ​ຂອງ​ໂນອາ​ເປັນ​ຢ່າງໃດ ໃນ​ສະໄໝ​ຂອງ​ບຸດມະນຸດ​ກໍ​ຈະ​ເປັນ​ຢ່າງນັ້ນ,

27 ຄົນ​ທັງຫລາຍ​ໄດ້​ກິນ, ໄດ້​ດື່ມ, ໄດ້​ແຕ່ງງານ ແລະ ໄດ້​ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ຈົນ​ເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າ​ໄປ​ໃນ​ເຮືອ. ຫລັງຈາກ​ນັ້ນ ນ້ຳ​ກໍ​ມາ​ຖ້ວມ ແລະ ໄດ້​ທຳລາຍ​ພວກເຂົາ​ທັງໝົດ.

28 “ໃນ​ສະໄໝ​ຂອງ​ໂລດ​ກໍ​ເໝືອນກັນ. ຄົນ​ທັງຫລາຍ​ໄດ້​ກິນ ແລະ ໄດ້​ດື່ມ, ໄດ້​ຊື້ ແລະ ໄດ້​ຂາຍ, ໄດ້​ປູກ​ຝັງ ແລະ ໄດ້​ກໍ່​ສ້າງ.

29 ແຕ່​ໃນ​ວັນ​ທີ່​ໂລດ​ໄດ້​ອອກໄປ​ຈາກ​ເມືອງ​ໂຊໂດມ, ໄຟ ແລະ ມາດ​ໄດ້​ຕົກ​ມາ​ຈາກ​ຟ້າ ແລະ ໄດ້​ທຳລາຍ​ພວກເຂົາ​ທຸກ​ຄົນ.

30 “ຈະ​ເປັນ​ດັ່ງ​ນີ້​ແຫລະ​ໃນ​ວັນ​ທີ່​ບຸດມະນຸດ​ມາ.

31 ໃນ​ວັນ​ນັ້ນ ຄົນ​ທີ່​ຢູ່​ເທິງ​ຫລັງຄາ, ກໍ​ບໍ່​ຕ້ອງ​ລົງ​ມາ​ເພື່ອ​ເກັບ​ເອົາ​ສິ່ງຂອງ​ທີ່​ຢູ່​ໃນ​ເຮືອນ. ເຊັ່ນ​ດຽວ​ກັນ​ກັບ​ຄົນ​ທີ່​ຢູ່​ໃນ​ທົ່ງນາ​ກໍ​ບໍ່​ຕ້ອງ​ກັບ​ຄືນ​ມາ​ເອົາ​ສິ່ງ​ໃດ.

32 ຈົ່ງ​ລະນຶກ​ເຖິງ​ເມຍ​ຂອງ​ໂລດ!

33 ຜູ້ໃດ​ກໍ​ຕາມ​ທີ່​ພະຍາຍາມ​ຮັກສາ​ຊີວິດ​ຂອງ​ຕົນ ຜູ້​ນັ້ນ​ຈະ​ເສຍ​ຊີວິດ, ແລະ ຜູ້ໃດ​ກໍ​ຕາມ​ທີ່​ສະຫລະ​ຊີວິດ ຜູ້​ນັ້ນ​ກໍ​ຮັກສາ​ຊີວິດ​ໄວ້.

34 ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ຄືນ​ນັ້ນ​ຈະ​ມີ​ສອງ​ຄົນ​ນອນ​ຢູ່​ໃນ​ຕຽງ​ດຽວ​ກັນ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.

35 ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້ແປ້ງ​ຢູ່​ນຳ​ກັນ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້”.

36 ສອງ​ຄົນ​ຢູ່​ໃນ​ທົ່ງນາ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.

37 ພວກເຂົາ​ຖາມ​ວ່າ, “ຢູ່​ບ່ອນ​ໃດ, ອົງພຣະຜູ້ເປັນເຈົ້າ?” ພຣະອົງ​ຕອບ​ວ່າ, “ຊາກ​ສົບ​ຢູ່​ບ່ອນໃດ ຝູງ​ແຮ້ງ​ກໍ​ຈະ​ເຕົ້າໂຮມ​ກັນ​ຢູ່​ບ່ອນ​ນັ້ນ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan