ລູກາ 15 - ພຣະຄຳພີລາວສະບັບສະໄໝໃໝ່ຄຳອຸປະມາເລື່ອງແກະຫລົງຫາຍ (ມທ 18:12-14) 1 ໃນເວລານັ້ນ ພວກຄົນເກັບພາສີ ແລະ ພວກຄົນບາບໄດ້ມາເຕົ້າໂຮມກັນເພື່ອຟັງພຣະເຢຊູເຈົ້າ. 2 ແຕ່ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດໄດ້ຈົ່ມວ່າ, “ຊາຍຄົນນີ້ໄດ້ຕ້ອນຮັບພວກຄົນບາບ ແລະ ຮ່ວມກິນອາຫານກັບພວກເຂົາ”. 3 ແລ້ວພຣະເຢຊູເຈົ້າຈຶ່ງກ່າວຄຳອຸປະມາໃຫ້ພວກເຂົາຟັງວ່າ: 4 “ສົມມຸດວ່າໃນພວກເຈົ້າມີຄົນໜຶ່ງມີແກະຢູ່ໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈຳນວນນັ້ນຫາຍໄປ, ລາວຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ກາງທົ່ງຫຍ້າ ແລ້ວໄປຊອກຫາໂຕທີ່ຫາຍໄປນັ້ນຈົນກວ່າລາວຈະພົບບໍ? 5 ແລະ ເມື່ອລາວພົບແກະນັ້ນແລ້ວ ລາວກໍແບກແກະນັ້ນໃສ່ບ່າຂອງຕົນດ້ວຍຄວາມຊື່ນຊົມຍິນດີ 6 ແລະ ກັບຄືນເຮືອນ. ຫລັງຈາກນັ້ນລາວກໍເອີ້ນເອົາບັນດາມິດສະຫາຍ ແລະ ເພື່ອນບ້ານຂອງຕົນມາພ້ອມກັນ ແລະ ກ່າວວ່າ, ‘ມາຮ່ວມຍິນດີກັບເຮົາ ເຮົາໄດ້ພົບແກະໂຕທີ່ຫລົງຫາຍນັ້ນແລ້ວ’. 7 ເຮົາບອກພວກເຈົ້າວ່າໃນທຳນອງດຽວກັນນີ້ ໃນສະຫວັນຈະມີຄວາມຊື່ນຊົມຍິນດີຫລາຍທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍກວ່າໃນຄົນຊອບທຳເກົ້າສິບເກົ້າຄົນທີ່ບໍ່ຢາກຖິ້ມໃຈເກົ່າເອົາໃຈໃໝ່. ຄຳອຸປະມາເລື່ອງຫລຽນທີ່ເສຍ 8 “ຫລື ສົມມຸດວ່າຍິງຄົນໜຶ່ງມີຫລຽນເງິນຢູ່ສິບຫລຽນ ແລະ ເສຍໄປໜຶ່ງຫລຽນ. ນາງຈະບໍ່ໄຕ້ຕະກຽງ, ກວາດເຮືອນ ແລະ ຄົ້ນຫາຢ່າງຄັກແນ່ຈົນກວ່ານາງຈະພົບຫລຽນນັ້ນບໍ? 9 ແລະ ເມື່ອພົບຫລຽນນັ້ນແລ້ວ, ນາງກໍເອີ້ນບັນດາມິດສະຫາຍ ແລະ ເພື່ອນບ້ານຂອງຕົນມາພ້ອມໜ້າກັນ ແລະ ກ່າວວ່າ, ‘ມາຮ່ວມຍິນດີກັບເຮົາ ເພາະເຮົາໄດ້ພົບຫລຽນທີ່ເສຍນັ້ນແລ້ວ’. 10 ໃນທຳນອງດຽວກັນນີ້ ເຮົາບອກພວກເຈົ້າວ່າ, ຈະມີຄວາມຊື່ນຊົມຍິນດີໃນທ່າມກາງບັນດາເທວະດາຂອງພຣະເຈົ້າທີ່ມີຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່”. ຄຳອຸປະມາເລື່ອງລູກຊາຍທີ່ເສຍ 11 ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ໄປວ່າ, “ຢູ່ທີ່ນັ້ນມີຊາຍຄົນໜຶ່ງມີລູກຊາຍສອງຄົນ. 12 ຜູ້ເປັນນ້ອງໄດ້ເວົ້າກັບພໍ່ວ່າ, ‘ພໍ່ເອີຍ, ຂໍເອົາຊັບສົມບັດສ່ວນທີ່ເປັນຂອງລູກນັ້ນໃຫ້ລູກສາ’. ດັ່ງນັ້ນ ລາວຈຶ່ງໄດ້ແບ່ງຊັບສົມບັດຂອງຕົນໃຫ້ລູກທັງສອງ. 13 “ຕໍ່ມາບໍ່ດົນເທົ່າໃດ, ລູກຊາຍຫລ້າກໍໄດ້ຮວບຮວມຊັບສົມບັດທັງໝົດຂອງຕົນແລ້ວອອກໄປທ່ຽວແດນໄກ ແລະ ໄດ້ຜານຊັບຂອງຕົນທີ່ມີຢູ່ນັ້ນດ້ວຍການໃຊ້ຊີວິດຢ່າງຟຸມເຟືອຍ. 14 ຫລັງຈາກທີ່ລາວໃຊ້ຈ່າຍຊັບຈົນໝົດແລ້ວ, ກໍເກີດການອຶດຢາກອາຫານຢ່າງຮ້າຍແຮງໃນທົ່ວປະເທດ ແລ້ວລາວກໍເລີ່ມຂັດສົນ. 15 ດັ່ງນັ້ນ ລາວຈຶ່ງໄປຂໍຮັບຈ້າງຢູ່ນຳຊາວເມືອງຄົນໜຶ່ງ ຄົນນັ້ນກໍໃຊ້ລາວອອກໄປລ້ຽງໝູຢູ່ທົ່ງນາ. 16 ລາວຄິດຢາກອີ່ມທ້ອງດ້ວຍໝາກຖົ່ວທີ່ໝູກິນ ແຕ່ບໍ່ມີຜູ້ໃດເອົາອັນໃດໃຫ້ລາວກິນ. 17 “ເມື່ອລາວຄິດໄດ້ລາວຈຶ່ງເວົ້າວ່າ, ‘ພໍ່ຂອງເຮົາມີລູກຈ້າງຫລາຍຄົນ, ພວກເຂົາຍັງມີອາຫານກິນຢ່າງເຫລືອເຟືອ ແຕ່ເຮົາກຳລັງຫິວເກືອບຈະຕາຍຢູ່ທີ່ນີ້! 18 ເຮົາຈະລຸກຂຶ້ນ ແລະ ກັບໄປຫາພໍ່ຂອງເຮົາ ແລະ ເວົ້າກັບເພິ່ນວ່າ: ພໍ່ເອີຍ, ລູກໄດ້ເຮັດບາບຕໍ່ສະຫວັນ ແລະ ຕໍ່ພໍ່ແລ້ວ. 19 ລູກບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ຂໍໃຫ້ລູກເປັນເໝືອນລູກຈ້າງຄົນໜຶ່ງຂອງພໍ່ດ້ວຍ’. 20 ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ແລະ ກັບຄືນໄປຫາພໍ່ຂອງລາວ. “ແຕ່ໃນຂະນະທີ່ລາວຍັງຢູ່ແຕ່ໄກ, ພໍ່ຂອງລາວໄດ້ເຫັນລາວ ແລະ ເຕັມໄປດ້ວຍຄວາມສົງສານລາວ, ພໍ່ຈຶ່ງແລ່ນອອກໄປຫາລູກຊາຍ ແລ້ວໂອບກອດ ແລະ ຈູບລາວ. 21 “ລູກຊາຍໄດ້ເວົ້າກັບພໍ່ວ່າ, ‘ພໍ່ເອີຍ ລູກໄດ້ເຮັດບາບຕໍ່ສະຫວັນ ແລະ ຕໍ່ພໍ່ແລ້ວ, ລູກບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ’. 22 “ແຕ່ຜູ້ເປັນພໍ່ໄດ້ເອີ້ນບອກພວກຄົນຮັບໃຊ້ຂອງຕົນວ່າ, ‘ໄວໆ! ຈົ່ງເອົາເສື້ອຄຸມທີ່ດີທີ່ສຸດມາແລ້ວນຸ່ງໃຫ້ລາວ, ຈົ່ງສວມແຫວນໃສ່ນິ້ວມືຂອງລາວ ແລະ ສຸບເກີບໃສ່ຕີນຂອງລາວ. 23 ຈົ່ງນຳລູກງົວໂຕຕຸ້ຍພີມາຂ້າ ແລ້ວຈັດງານລ້ຽງ ແລະ ສະຫລອງ. 24 ເພາະລູກຊາຍຄົນນີ້ຂອງເຮົາໄດ້ຕາຍແລ້ວ ແລະ ໄດ້ມີຊີວິດອີກ, ລາວເສຍໄປແລ້ວ ແລະ ໄດ້ພົບກັນອີກ’. ດັ່ງນັ້ນ ພວກເຂົາຈຶ່ງເລີ່ມພາກັນສະຫລອງ. 25 “ໃນຂະນະນັ້ນ, ລູກຊາຍກົກຢູ່ທີ່ທົ່ງນາ. ເມື່ອລາວກັບມາໃກ້ຈະຮອດເຮືອນ ລາວກໍໄດ້ຍິນສຽງດົນຕີ ແລະ ສຽງຟ້ອນລຳ. 26 ດັ່ງນັ້ນລາວຈຶ່ງເອີ້ນຄົນຮັບໃຊ້ຄົນໜຶ່ງມາຖາມວ່າເກີດຫຍັງຂຶ້ນ. 27 ຄົນຮັບໃຊ້ຜູ້ນັ້ນຕອບວ່າ, ‘ນ້ອງຊາຍຂອງທ່ານໄດ້ກັບມາແລ້ວ, ແລະ ພໍ່ຂອງທ່ານຈຶ່ງໃຫ້ຂ້າລູກງົວໂຕຕຸ້ຍພີ ເພາະທ່ານໄດ້ລາວກັບຄືນມາຢ່າງປອດໄພ’. 28 “ຝ່າຍຜູ້ເປັນອ້າຍກໍໃຈຮ້າຍ ແລະ ບໍ່ຍອມເຂົ້າມາໃນເຮືອນ, ຜູ້ເປັນພໍ່ຈຶ່ງອອກໄປ ແລະ ຂໍຮ້ອງລາວໃຫ້ເຂົ້າມາ. 29 ແຕ່ລາວໄດ້ຕອບພໍ່ວ່າ, ‘ເບິ່ງແມ! ລູກໄດ້ຮັບໃຊ້ພໍ່ດັ່ງທາດຕະຫລອດມາຫລາຍປີ ແລະ ບໍ່ເຄີຍຝ່າຝືນຄຳສັ່ງຂອງພໍ່ຈັກເທື່ອ. ແມ່ນແຕ່ແບ້ໜຸ່ມໂຕໜຶ່ງພໍ່ກໍຍັງບໍ່ເຄີຍຍົກໃຫ້ລູກເພື່ອຈັດງານລ້ຽງສະຫລອງກັບໝູ່ເພື່ອນ. 30 ແຕ່ເມື່ອລູກຂອງພໍ່ຄົນນີ້ ຜູ້ທີ່ໄດ້ຜານຊັບສົມບັດຂອງພໍ່ໝົດດ້ວຍການໄປຄົບຫາກັບພວກໂສເພນີໄດ້ກັບຄືນມາ, ພໍ່ກໍຍັງຂ້າລູກງົວໂຕຕຸ້ຍພີເພື່ອລາວ’. 31 “ພໍ່ກ່າວວ່າ, ‘ລູກເອີຍ ເຈົ້າຢູ່ກັບພໍ່ຕະຫລອດມາ ແລະ ທຸກສິ່ງທີ່ພໍ່ມີກໍເປັນຂອງເຈົ້າ. 32 ແຕ່ທີ່ພວກເຮົາຕ້ອງສະຫລອງ ແລະ ຊື່ນຊົມຍິນດີນັ້ນ, ເພາະນ້ອງຊາຍຂອງເຈົ້າຄົນນີ້ໄດ້ຕາຍແລ້ວ ແລະ ໄດ້ມີຊີວິດອີກ. ລາວເສຍໄປແລ້ວ ແລະ ໄດ້ພົບກັນອີກ’”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.