Biblia Todo Logo
Bìoball air-loidhne

- Sanasan -

ລູກາ 14 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ທີ່​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ໜຶ່ງ

1 ໃນ​ວັນຊະບາໂຕ​ວັນ​ໜຶ່ງ, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ກິນ​ອາຫານ​ໃນ​ເຮືອນ​ຂອງ​ຜູ້ນຳ​ຊາວ​ຟາຣີຊາຍ​ຄົນ​ໜຶ່ງ, ພຣະອົງ​ຖືກ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ.

2 ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ມີ​ອາການ​ບວມ​ຕາມ​ຮ່າງກາຍ​ມາ​ຢູ່​ຕໍ່ໜ້າ​ພຣະອົງ.

3 ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ວ່າ, “ຜິດ​ກົດບັນຍັດ​ບໍ​ທີ່​ຈະ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ?”

4 ແຕ່​ພວກເຂົາ​ກໍ​ຍັງ​ມິດ​ຢູ່. ພຣະອົງ​ຈຶ່ງ​ປະຄອງ​ຊາຍ​ຄົນ​ນັ້ນ ແລະ ຮັກສາ​ລາວ​ໃຫ້​ຫາຍດີ ແລ້ວ​ກໍ​ປ່ອຍ​ລາວ​ໄປ.

5 ຫລັງຈາກນັ້ນ ພຣະອົງ​ໄດ້​ຖາມ​ພວກເຂົາ​ວ່າ, “ຖ້າ​ລູກ ຫລື ງົວ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຕົກ​ລົງ​ນ້ຳສ້າງ​ໃນ​ວັນຊະບາໂຕ ພວກເຈົ້າ​ຈະ​ບໍ່​ຟ້າວ​ດຶງ​ເອົາ​ມັນ​ຂຶ້ນ​ມາ​ທັນທີ​ບໍ?”

6 ແລ້ວ​ພວກເຂົາ​ກໍ​ບໍ່​ມີ​ສິ່ງໃດ​ຈະ​ເວົ້າ.

7 ເມື່ອ​ພຣະອົງ​ສັງເກດ​ເຫັນ​ວ່າ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ​ນັ້ນ​ໄດ້​ເລືອກ​ບ່ອນນັ່ງ​ທີ່​ມີ​ກຽດ, ພຣະອົງ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ:

8 “ເມື່ອ​ມີ​ບາງຄົນ​ເຊີນ​ເຈົ້າ​ໄປ​ງານລ້ຽງ​ແຕ່ງງານ, ຢ່າ​ເລືອກ​ບ່ອນນັ່ງ​ທີ່​ມີ​ກຽດ ເພາະ​ຄົນ​ທີ່​ສຳຄັນ​ກວ່າ​ເຈົ້າ​ອາດ​ຖືກ​ເຊີນ​ໄວ້​ແລ້ວ.

9 ຖ້າ​ເປັນ​ດັ່ງນັ້ນ, ເຈົ້າພາບ​ຜູ້​ທີ່​ເຊີນ​ເຈົ້າ ແລະ ແຂກ​ອີກ​ຄົນ​ອື່ນ​ກໍ​ຈະ​ມາ​ບອກ​ເຈົ້າ​ວ່າ, ‘ຈົ່ງ​ເອົາ​ບ່ອນ​ທີ່​ເຈົ້າ​ນັ່ງ​ໃຫ້​ແກ່​ທ່ານ​ຜູ້​ນີ້’. ແລ້ວ​ເຈົ້າ​ຕ້ອງ​ຍ້າຍ​ລົງ​ໄປ​ນັ່ງ​ໃນ​ບ່ອນ​ທີ່​ສຳຄັນ​ໜ້ອຍ​ທີ່ສຸດ​ດ້ວຍ​ຄວາມອັບອາຍ.

10 ແຕ່​ເມື່ອ​ເຈົ້າ​ໄດ້​ຖືກ​ເຊີນ​ແລ້ວ, ຈົ່ງ​ໄປ​ນັ່ງ​ໃນ​ບ່ອນ​ທີ່​ຕ່ຳ​ທີ່ສຸດ, ເພື່ອ​ວ່າ​ເມື່ອ​ເຈົ້າພາບ​ມາ ລາວ​ຈະ​ບອກ​ເຈົ້າ​ວ່າ, ‘ສະຫາຍ​ເອີຍ ເຊີນ​ຍ້າຍ​ຂຶ້ນ​ມາ​ນັ່ງ​ບ່ອນ​ທີ່​ດີ​ກວ່າ​ນີ້​ສາ’. ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດ​ຕໍ່ໜ້າ​ແຂກ​ຄົນ​ອື່ນ​ທຸກຄົນ.

11 ດ້ວຍວ່າ ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ, ແລະ ຜູ້ໃດ​ທີ່​ຖ່ອມ​ຕົນ​ເອງ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.

12 ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ອາຫານທ່ຽງ ຫລື ອາຫານຄ່ຳ​ລ້ຽງ ຢ່າ​ໄດ້​ເຊີນ​ບັນດາ​ສະຫາຍ, ອ້າຍ​ເອື້ອຍ​ນ້ອງ, ຍາດພີ່ນ້ອງ ຫລື ເພື່ອນບ້ານ​ຂອງ​ເຈົ້າ​ທີ່​ຮັ່ງມີ, ເພາະ​ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ ພວກເຂົາ​ອາດ​ຈະ​ເຊີນ​ເຈົ້າ​ຄືນ ແລະ ນັ້ນ​ກໍ​ເປັນ​ອັນ​ວ່າ​ເຈົ້າ​ໄດ້​ຮັບ​ການ​ຕອບແທນ​ແລ້ວ.

13 ແຕ່​ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ ຈົ່ງ​ເຊີນ​ຄົນຍາກຈົນ, ຄົນພິການ, ຄົນຂາເສັ້ງ ແລະ ຄົນຕາບອດ.

14 ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ພຣະພອນ. ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ສາມາດ​ຕອບແທນ​ເຈົ້າ​ໄດ້, ແຕ່​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ເມື່ອ​ຜູ້ຊອບທຳ​ເປັນຄືນມາຈາກຕາຍ”.


ຄຳອຸປະມາ​ເລື່ອງ​ງານລ້ຽງ​ໃຫຍ່
(ມທ 22:2-14)

15 ເມື່ອ​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ນັ່ງ​ຮ່ວມ​ໂຕະອາຫານ​ກັບ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ, ລາວ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະພອນ​ມີ​ແກ່​ຜູ້​ທີ່​ໄດ້​ຮ່ວມ​ກິນ​ທີ່​ງານລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.

16 ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ກຳລັງ​ຈັດຕຽມ​ງານລ້ຽງ​ໃຫຍ່ ແລະ ໄດ້​ເຊີນ​ແຂກ​ຫລາຍ​ຄົນ​ມາ​ຮ່ວມ.

17 ເມື່ອ​ເຖິງ​ເວລາ​ເລີ່ມ​ງານລ້ຽງ​ແລ້ວ ເພິ່ນ​ໄດ້​ໃຊ້​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ບອກ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ນັ້ນ​ວ່າ, ‘ເຊີນ​ມາ, ເພາະ​ບັດນີ້​ທຸກ​ຢ່າງ​ກໍ​ຕຽມພ້ອມ​ແລ້ວ’.

18 “ແຕ່​ພວກເຂົາ​ທຸກຄົນ​ພາກັນ​ເລີ່ມ​ຫາ​ຂໍ້​ອ້າງ, ຄົນ​ທຳອິດ​ບອກ​ວ່າ, ‘ຂ້ອຍ​ຫາ​ກໍ​ຊື້​ດິນນາ​ໜຶ່ງ​ທົ່ງ ແລະ ຂ້ອຍ​ຈຳເປັນ​ຕ້ອງ​ໄປ​ເບິ່ງ​ນາ​ນັ້ນ. ຂ້ອຍ​ຕ້ອງ​ຂໍ​ໂທດ​ນຳ​ຫລາຍໆ’.

19 “ອີກ​ຄົນ​ໜຶ່ງ​ບອກ​ວ່າ, ‘ຂ້ອຍ​ຫາ​ກໍ​ຊື້​ງົວ​ມາ​ຫ້າ​ຄູ່ ແລະ ກຳລັງ​ໄປ​ລອງ​ເບິ່ງ​ງົວ​ນັ້ນ. ຂ້ອຍ​ຕ້ອງ​ຂໍ​ໂທດ​ນຳ​ຫລາຍໆ’.

20 “ຍັງ​ມີ​ອີກ​ຄົນ​ໜຶ່ງ​ເວົ້າ​ວ່າ, ‘ຂ້ອຍ​ຫາ​ກໍ​ແຕ່ງງານ, ດັ່ງນັ້ນ​ຂ້ອຍ​ຈຶ່ງ​ໄປ​ບໍ່​ໄດ້’.

21 “ຜູ້ຮັບໃຊ້​ຈຶ່ງ​ກັບ​ມາ ແລະ ໄດ້​ລາຍງານ​ນາຍ​ຂອງ​ຕົນ. ແລ້ວ​ເຈົ້າຂອງເຮືອນ​ກໍ​ໃຈຮ້າຍ​ຫລາຍ ແລະ ສັ່ງ​ຜູ້ຮັບໃຊ້​ຂອງ​ຕົນ​ວ່າ, ‘ຈົ່ງ​ຟ້າວ​ອອກ​ໄປ​ຕາມ​ຖະໜົນຫົນທາງ ແລະ ທຸກ​ມຸມ​ທຸກແຈ​ໃນ​ເມືອງ ແລ້ວ​ພາ​ຄົນຍາກຈົນ, ຄົນພິການ, ຄົນຕາບອດ ແລະ ຄົນຂາເສັ້ງ​ມາ’.

22 “ຜູ້ຮັບໃຊ້​ຕອບ​ວ່າ, ‘ທ່ານ​ເອີຍ, ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ທ່ານ​ສັ່ງ​ແລ້ວ ແຕ່​ກໍ​ຍັງ​ມີ​ບ່ອນ​ຫວ່າງ​ຢູ່’.

23 “ດັ່ງນັ້ນ ນາຍ​ຈຶ່ງ​ບອກ​ຜູ້ຮັບໃຊ້​ນັ້ນ​ວ່າ, ‘ຈົ່ງ​ອອກ​ໄປ​ຕາມ​ຖະໜົນຫົນທາງ​ໃນ​ຊົນນະບົດ ແລະ ນຳ​ເອົາ​ພວກເຂົາ​ເຂົ້າ​ມາ ເພື່ອ​ວ່າ​ເຮືອນ​ຂອງ​ເຮົາ​ຈະ​ເຕັມ.

24 ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ໃນ​ບັນດາ​ຄົນ​ທີ່​ຖືກ​ເຊີນ​ໄວ້​ນັ້ນ​ຈະ​ບໍ່​ໄດ້​ຊີມ​ອາຫານ​ໃນ​ງານກິນລ້ຽງ​ຂອງ​ເຮົາ​ຈັກ​ຄົນ’”.


ລາຄາ​ຂອງ​ການ​ເປັນ​ສາວົກ

25 ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຮ່ວມ​ເດີນທາງ​ໄປ​ກັບ​ພຣະເຢຊູເຈົ້າ ແລະ ພຣະອົງ​ຈຶ່ງ​ຫັນ​ມາ​ກ່າວ​ກັບ​ພວກເຂົາ​ວ່າ,

26 “ຖ້າ​ຜູ້ໃດ​ມາ​ຫາ​ເຮົາ ແລະ ບໍ່​ຊັງ​ພໍ່​ແມ່, ເມຍ, ລູກ ແລະ ອ້າຍ​ເອື້ອຍ​ນ້ອງ ຫລື ແມ່ນແຕ່​ຊີວິດ​ຂອງ​ຕົນ​ເອງ, ຜູ້​ນັ້ນ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.

27 ແລະ ຜູ້ໃດ​ທີ່​ບໍ່​ໄດ້​ແບກ​ກາງແຂນ​ຂອງ​ຕົນ ແລະ ຕາມ​ເຮົາ​ມາ ຜູ້​ນັ້ນ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.

28 “ສົມມຸດ​ວ່າ ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຕ້ອງການ​ຈະ​ສ້າງ​ຫໍຄອຍ​ແຫ່ງ​ໜຶ່ງ. ລາວ​ຈະ​ບໍ່​ນັ່ງ​ລົງ​ຄິດໄລ່​ລາຄາ​ກ່ອນ​ວ່າ​ຕົນ​ຈະ​ມີ​ເງິນ​ພຽງພໍ​ທີ່​ຈະ​ສ້າງ​ໃຫ້​ສຳເລັດ ຫລື ບໍ່?

29 ເພາະວ່າ​ຖ້າ​ພວກເຈົ້າ​ວາງ​ຮາກຖານ​ລົງ​ແລ້ວ ແລະ ບໍ່​ສາມາດ​ສ້າງ​ໃຫ້​ສຳເລັດ​ໄດ້, ທຸກຄົນ​ທີ່​ເຫັນ​ກໍ​ຈະ​ກ່າວ​ເຢາະເຢີ້ຍ​ພວກເຈົ້າ,

30 ໂດຍ​ກ່າວ​ວ່າ, ‘ຄົນ​ນີ້​ເລີ່ມຕົ້ນ​ກໍ່ສ້າງ ແຕ່​ບໍ່​ສາມາດ​ເຮັດ​ໃຫ້​ສຳເລັດ’.

31 “ຫລື ສົມມຸດ​ວ່າ​ມີ​ກະສັດ​ຜູ້​ໜຶ່ງ​ກຳລັງ​ຈະ​ອອກ​ໄປ​ເຮັດ​ສົງຄາມ​ກັບ​ກະສັດ​ຜູ້​ໜຶ່ງ​ອີກ. ເພິ່ນ​ຈະ​ບໍ່​ນັ່ງ​ລົງ​ແລ້ວ​ພິຈາລະນາ​ເບິ່ງ​ວ່າ​ຕົນ​ມີ​ກຳລັງ​ສິບພັນ​ຄົນ​ຈະ​ສາມາດ​ຕໍ່ຕ້ານ​ກັບ​ຜູ້​ທີ່​ມາ​ຕໍ່ສູ້​ເພິ່ນ​ທີ່​ມີ​ກຳລັງ​ຊາວພັນ​ຄົນ​ບໍ?

32 ຖ້າ​ເພິ່ນ​ບໍ່​ສາມາດ​ຕໍ່ຕ້ານ​ໄດ້, ເພິ່ນ​ກໍ​ຈະ​ສົ່ງ​ທູດ​ໄປ​ຕັ້ງແຕ່​ອີກ​ຝ່າຍ​ໜຶ່ງ​ຍັງ​ຢູ່​ໄກ ແລະ ຖາມ​ເງື່ອນໄຂ​ຂອງ​ການ​ສະຫງົບເສິກ.

33 ໃນ​ທຳນອງ​ດຽວ​ກັນ, ທຸກຄົນ​ໃນ​ພວກເຈົ້າ​ທີ່​ບໍ່​ໄດ້​ສະຫລະ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່, ພວກເຈົ້າ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.

34 “ເກືອ​ເປັນ​ຂອງ​ດີ, ແຕ່​ຖ້າ​ເກືອ​ໝົດ​ຄວາມເຄັມ​ແລ້ວ​ຈະ​ເຮັດ​ໃຫ້​ກັບ​ຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ?

35 ຈະ​ໃຊ້​ເປັນ​ຝຸ່ນ​ໃສ່​ດິນ ຫລື ຈະ​ໃຊ້​ປະສົມ​ກັບ​ກອງ​ຂີ້ສັດ​ກໍ​ບໍ່​ໄດ້, ເກືອ​ນັ້ນ​ຍ່ອມ​ຖືກ​ຖິ້ມ​ໄປ. “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan