Biblia Todo Logo
Bìoball air-loidhne

- Sanasan -

ລູກາ 12 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳເຕືອນ ແລະ ຄຳໜູນໃຈ
(ມທ 10:26-33)

1 ໃນ​ຂະນະ​ດຽວກັນ​ນັ້ນ, ເມື່ອ​ປະຊາຊົນ​ຫລາຍ​ພັນ​ຄົນ​ມາ​ເຕົ້າໂຮມ​ກັນ ຈົນ​ພວກເຂົາ​ບຽດ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ຄື​ຄວາມ​ໜ້າຊື່ໃຈຄົດ.

2 ບໍ່​ມີ​ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ຈະ​ບໍ່​ຖືກ​ເປີດເຜີຍ ຫລື ເຊື່ອງຊ້ອນ​ໄວ້​ຈະ​ບໍ່​ຖືກ​ເປີດເຜີຍ​ໃຫ້​ຮູ້.

3 ສິ່ງ​ທີ່​ພວກເຈົ້າ​ກ່າວ​ໃນ​ບ່ອນ​ມືດ​ຈະ​ໄດ້​ຍິນ​ໃນ​ບ່ອນ​ແຈ້ງ, ແລະ ສິ່ງ​ທີ່​ພວກເຈົ້າ​ຊິ່ມ​ໃສ່​ຫູ​ຢູ່​ໃນ​ຫ້ອງ​ດ້ານ​ໃນ ກໍ​ຈະ​ຖືກ​ປະກາດ​ຈາກ​ຫລັງຄາ.

4 “ມິດສະຫາຍ​ຂອງ​ເຮົາ​ເອີຍ, ເຮົາ​ບອກ​ພວກເຈົ້າ​ວ່າ, ຢ່າ​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ ແລ້ວ​ຫລັງຈາກ​ນັ້ນ​ກໍ​ເຮັດ​ສິ່ງໃດ​ບໍ່​ໄດ້​ອີກ.

5 ແຕ່​ເຮົາ​ຈະ​ສະແດງ​ໃຫ້​ພວກເຈົ້າ​ເຫັນ​ວ່າ​ພວກເຈົ້າ​ຄວນ​ຢ້ານ​ຜູ້ໃດ​ຄື: ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ຈະ​ຂ້າ​ຮ່າງກາຍ​ຂອງ​ເຈົ້າ​ແລ້ວ​ກໍ​ຍັງ​ມີ​ສິດອຳນາດ​ທີ່​ຈະ​ຖິ້ມ​ພວກເຈົ້າ​ລົງ​ນະລົກ​ໄດ້. ເຮົາ​ບອກ​ພວກເຈົ້າ​ວ່າ, ແມ່ນ​ແລ້ວ ຈົ່ງ​ຢ້ານ​ພຣະອົງ.

6 ນົກຈອກ​ຫ້າ​ໂຕ​ຂາຍ​ລາຄາ​ສອງ​ອັດ​ບໍ່​ແມ່ນ​ບໍ? ເຖິງ​ປານ​ນັ້ນ​ກໍ​ບໍ່​ມີ​ຈັກໂຕ​ທີ່​ພຣະເຈົ້າ​ລືມ.

7 ແມ່ນ​ແຕ່​ຜົມ​ທຸກ​ເສັ້ນ​ຢູ່​ເທິງ​ຫົວ​ຂອງ​ພວກເຈົ້າ​ກໍ​ຖືກ​ນັບ​ໄວ້​ທັງໝົດ​ແລ້ວ. ຢ່າ​ຢ້ານ​ເລີຍ, ພວກເຈົ້າ​ມີ​ຄ່າ​ຫລາຍ​ກວ່າ​ນົກຈອກ​ຫລາຍ​ໂຕ.

8 “ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ບຸດມະນຸດ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.

9 ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້​ນັ້ນ​ກໍ​ຈະ​ຖືກ​ປະຕິເສດ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.

10 ແລະ ຜູ້ໃດ​ທີ່​ເວົ້າ​ຄຳ​ໜຶ່ງ​ຕໍ່ສູ້​ບຸດມະນຸດ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ, ແຕ່​ຜູ້ໃດ​ທີ່​ເວົ້າ​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ.

11 “ເມື່ອ​ພວກເຈົ້າ​ຖືກ​ນຳ​ເຂົ້າໄປ​ຢູ່​ຕໍ່ໜ້າ​ທຳມະສາລາ, ບັນດາ​ຜູ້ປົກຄອງ ຫລື ຜູ້​ມີ​ສິດອຳນາດ, ຢ່າ​ຄິດ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ປ້ອງກັນ​ຕົນ​ເອງ​ຢ່າງໃດ ຫລື ຈະ​ເວົ້າ​ສິ່ງໃດ,

12 ເພາະ​ໃນ​ເວລາ​ນັ້ນ​ພຣະວິນຍານບໍລິສຸດເຈົ້າ​ຈະ​ສອນ​ພວກເຈົ້າ​ວ່າ​ພວກເຈົ້າ​ຄວນ​ເວົ້າ​ສິ່ງໃດ”.


ຄຳອຸປະມາ​ເລື່ອງ​ເສດຖີ​ໂງ່

13 ມີ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ອາຈານ, ຊ່ວຍ​ບອກ​ອ້າຍ​ຂອງ​ຂ້ານ້ອຍ​ໃຫ້​ແບ່ງປັນ​ມໍລະດົກ​ແກ່​ຂ້ານ້ອຍ​ດ້ວຍ”.

14 ພຣະເຢຊູເຈົ້າ​ຕອບ​ວ່າ, “ຊາຍ​ເອີຍ, ຜູ້ໃດ​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ພິພາກສາ ຫລື ເປັນ​ຜູ້​ແບ່ງ​ມໍລະດົກ​ລະຫວ່າງ​ພວກເຈົ້າ?”

15 ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຮັກສາ​ໂຕ​ໄວ້​ໃຫ້​ພົ້ນ​ຈາກ​ຄວາມໂລບ​ທຸກ​ຢ່າງ, ເພາະ​ຊີວິດ​ຂອງ​ມະນຸດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ອຸດົມສົມບູນ”.

16 ແລະ ພຣະອົງ​ໄດ້​ບອກ​ຄຳອຸປະມາ​ນີ້​ແກ່​ພວກເຂົາ​ວ່າ, “ທີ່​ດິນ​ຂອງ​ເສດຖີ​ຄົນ​ໜຶ່ງ​ໄດ້​ໃຫ້​ຜົນລະປູກ​ຢ່າງ​ອຸດົມສົມບູນ.

17 ລາວ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວໃດ​ດີ? ເຮົາ​ບໍ່​ມີ​ບ່ອນ​ທີ່​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້’.

18 “ແລ້ວ​ລາວ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ເຮັດ​ດັ່ງນີ້​ຄື ເຮົາ​ຈະ​ມ້າງ​ເລົ້າ​ທັງຫລາຍ​ຂອງ​ເຮົາ​ລົງ​ແລ້ວ​ສ້າງ​ເລົ້າ​ໃໝ່​ຂຶ້ນ​ໃຫ້​ໃຫຍ່​ກວ່າ​ເກົ່າ ແລະ ຈະ​ເອົາ​ຜົນລະປູກ​ສວ່ນ​ທີ່​ເຫລືອ​ຂອງ​ເຮົາ​ເກັບ​ໄວ້​ຢູ່​ບ່ອນ​ນັ້ນ.

19 ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົນ​ເອງ​ວ່າ, “ເຈົ້າ​ມີ​ຜົນລະປູກ​ເກັບ​ໄວ້​ພຽງພໍ​ສຳລັບ​ຫລາຍ​ປີ, ຈົ່ງ​ໃຊ້​ຊີວິດ​ໃຫ້​ສະບາຍ, ກິນ, ດື່ມ ແລະ ສະໜຸກສະໜານ​ສາ”’.

20 “ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນໂງ່​ເອີຍ! ຄືນ​ນີ້​ຊີວິດ​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ເອົາ​ຄືນ​ຈາກ​ເຈົ້າ. ແລ້ວ​ຜູ້ໃດ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ສິ່ງຂອງ​ທີ່​ເຈົ້າ​ຕຽມ​ໄວ້​ສຳລັບ​ເຈົ້າ​ເອງ?’

21 “ຜູ້ໃດ​ທີ່​ສະສົມ​ສິ່ງຂອງ​ໄວ້​ສຳລັບ​ຕົນ​ເອງ​ແຕ່​ບໍ່​ໄດ້​ຮັ່ງມີ​ເພື່ອ​ພຣະເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”.


ຢ່າ​ກະວົນກະວາຍ
(ມທ 6:25-33)

22 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກ່າວ​ພວກສາວົກ​ວ່າ, “ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ​ຈະ​ກິນ​ຫຍັງ ຫລື ຮ່າງກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງຫົ່ມ​ຫຍັງ.

23 ເພາະວ່າ​ຊີວິດ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ອາຫານ ແລະ ຮ່າງກາຍ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ເຄື່ອງນຸ່ງຫົ່ມ.

24 ຈົ່ງ​ພິຈາລະນາ​ເບິ່ງ​ຝູງ​ກາ: ພວກມັນ​ບໍ່​ໄດ້​ຫວ່ານ ຫລື ບໍ່​ໄດ້​ເກັບກ່ຽວ, ພວກມັນ​ບໍ່​ມີ​ບ່ອນ​ເກັບ​ສິ່ງຂອງ ຫລື ບໍ່​ມີ​ເລົ້າ, ແຕ່​ພຣະເຈົ້າ​ກໍ​ຍັງ​ລ້ຽງດູ​ພວກມັນ. ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ຝູງ​ນົກ​ເຫລົ່ານັ້ນ!

25 ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນກະວາຍ​ແລ້ວ​ສາມາດ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ອອກ​ໄປ​ອີກ​ຈັກ​ຊົ່ວໂມງ​ໜຶ່ງ​ໄດ້?

26 ໃນ​ເມື່ອ​ພວກເຈົ້າ​ເຮັດ​ໃນ​ສິ່ງ​ເລັກນ້ອຍ​ນີ້​ບໍ່​ໄດ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ສິ່ງ​ອື່ນໆ?

27 “ຈົ່ງ​ສັງເກດ​ເບິ່ງ​ວ່າ​ດອກໄມ້ປ່າ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງໃດ, ມັນ​ບໍ່​ໄດ້​ອອກແຮງ ຫລື ເຂັນຝ້າຍ. ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ແມ່ນ​ແຕ່​ໂຊໂລໂມນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ ກໍ​ຍັງ​ບໍ່​ໄດ້​ໃສ່​ເຄື່ອງນຸ່ງ​ທີ່​ງາມສະຫງ່າ​ເໝືອນ​ດອກໄມ້​ເຫລົ່ານີ້​ດອກ​ໜຶ່ງ.

28 ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ?

29 ແລະ ຢ່າ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ.

30 ເພາະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ທົ່ວ​ໂລກ​ກໍ​ສະແຫວງຫາ​ສິ່ງ​ທັງໝົດ​ເຫລົ່ານີ້ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ຕ້ອງການ​ສິ່ງ​ເຫລົ່ານີ້.

31 ແຕ່​ຈົ່ງ​ສະແຫວງຫາ​ອານາຈັກ​ຂອງ​ພຣະເຈົ້າ, ແລ້ວ​ພຣະອົງ​ຈະ​ມອບ​ສິ່ງ​ເຫລົ່ານີ້​ໃຫ້​ແກ່​ພວກເຈົ້າ​ດ້ວຍ.

32 “ແກະ​ຝູງ​ນ້ອຍ ຢ່າ​ຢ້ານ​ເລີຍ, ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ພໍໃຈ​ທີ່​ຈະ​ມອບ​ອານາຈັກ​ນັ້ນ​ໃຫ້​ແກ່​ພວກເຈົ້າ.

33 ຈົ່ງ​ຂາຍ​ສິ່ງຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ ແລະ ບໍລິຈາກ​ແກ່​ຄົນທຸກຍາກ. ຈົ່ງ​ຈັດຕຽມ​ຖົງເງິນ​ທີ່​ບໍ່​ມີ​ມື້​ຫລຸ້ຍຫ້ຽນ​ໄວ້​ສຳລັບ​ຕົນ​ເອງ ຄື​ຊັບສົມບັດ​ໃນ​ສະຫວັນ​ທີ່​ບໍ່​ໝົດ​ຈັກເທື່ອ, ໃນ​ບ່ອນ​ທີ່​ບໍ່​ມີ​ໂຈນ​ເຂົ້າ​ໃກ້ ແລະ ບໍ່​ມີ​ມອດ​ມາ​ທຳລາຍ.

34 ເພາະ​ຊັບສົມບັດ​ຂອງ​ພວກເຈົ້າ​ຢູ່​ທີ່ໃດ, ໃຈ​ຂອງ​ພວກເຈົ້າ​ກໍ​ຢູ່​ທີ່​ນັ້ນ​ເໝືອນກັນ.


ຈົ່ງ​ເຝົ້າ​ລະວັງ​ຢູ່
(ມທ 24:43-51; 25:1-13; ມຣກ 13:33-37)

35 “ຈົ່ງ​ແຕ່ງກາຍ​ໃຫ້​ພ້ອມ​ເພື່ອ​ການຮັບໃຊ້ ແລະ ຮັກສາ​ບັນດາ​ຕະກຽງ​ຂອງ​ພວກເຈົ້າ​ໃຫ້​ລຸກ​ໄໝ້​ຢູ່,

36 ເໝືອນດັ່ງ​ຄົນຮັບໃຊ້​ທີ່​ກຳລັງ​ຄອຍຖ້າ​ຮັບ​ນາຍ​ຂອງ​ຕົນ​ທີ່​ຈະ​ກັບ​ຈາກ​ງານລ້ຽງ​ສະຫລອງ​ແຕ່ງງານ ເພື່ອວ່າ​ເມື່ອ​ນາຍ​ກັບ​ມາ ແລະ ເຄາະ​ປະຕູ ພວກເຂົາ​ຈະ​ເປີດ​ປະຕູ​ຮັບ​ນາຍ​ໄດ້​ທັນທີ.

37 ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ນາຍ​ກັບ​ມາ​ແລ້ວ​ພົບ​ວ່າ​ພວກເຂົາ​ກຳລັງ​ຄອຍຖ້າ​ຢູ່. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ແຕ່ງກາຍ​ຂອງ​ຕົນ​ໃຫ້​ພ້ອມ​ທີ່​ຈະ​ຮັບໃຊ້ ແລະ ໃຫ້​ຄົນຮັບໃຊ້​ເຫລົ່ານັ້ນ​ນັ່ງລົງ​ທີ່​ໂຕະ ແລ້ວ​ນາຍ​ຈະ​ມາ​ຄອຍ​ບົວລະບັດ​ພວກເຂົາ.

38 ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ເມື່ອ​ນາຍ​ພົບ​ວ່າ​ພວກເຂົາ​ຕຽມພ້ອມ​ຢູ່, ແມ່ນແຕ່​ນາຍ​ນັ້ນ​ມາ​ໃນ​ເວລາ​ທ່ຽງຄືນ ຫລື ຂ້ອນແຈ້ງ.

39 ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ຄື: ຖ້າ​ເຈົ້າຂອງ​ເຮືອນ​ຮູ້​ກ່ອນ​ວ່າ​ຂະໂມຍ​ຈະ​ມາ​ໃນ​ຊົ່ວໂມງ​ໃດ, ລາວ​ກໍ​ຄົງ​ຈະ​ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ​ໄດ້.

40 ພວກເຈົ້າ​ຈະ​ຕ້ອງ​ຕຽມພ້ອມ​ເໝືອນກັນ ເພາະວ່າ​ບຸດມະນຸດ​ຈະ​ມາ​ໃນ​ເວລາ​ທີ່​ພວກເຈົ້າ​ບໍ່​ຄາດຄິດ”.

41 ແລ້ວ​ເປໂຕ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກຂ້ານ້ອຍ ຫລື ແກ່​ທຸກຄົນ?”

42 ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?

43 ຈະ​ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ຜູ້​ນັ້ນ​ເມື່ອ​ນາຍ​ກັບ​ມາ​ພົບ​ວ່າ​ລາວ​ເຮັດ​ຕາມ​ໜ້າທີ່.

44 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງ​ນາຍ.

45 ແຕ່​ຖ້າ​ຄົນຮັບໃຊ້​ຄິດ​ໃນ​ໃຈ​ວ່າ, ‘ຍັງ​ອີກ​ດົນ​ທີ່​ນາຍ​ຂອງ​ຕົນ​ຈະ​ກັບມາ’ ລາວ​ຈຶ່ງ​ເລີ່ມ​ຂ້ຽນຕີ​ເພື່ອນ​ຄົນຮັບໃຊ້​ທັງ​ຜູ້ຊາຍ ແລະ ແມ່ຍິງ, ກິນ ແລະ ດື່ມ​ຈົນ​ເມົາ.

46 ນາຍ​ຂອງ​ຄົນຮັບໃຊ້​ຜູ້​ນັ້ນ​ຈະ​ກັບມາ​ໃນ​ວັນ​ທີ່​ລາວ​ບໍ່​ຄາດຄິດ ແລະ ໃນ​ເວລາ​ທີ່​ລາວ​ບໍ່​ຮູ້. ນາຍ​ຈະ​ຕັດ​ລາວ​ເປັນ​ຕ່ອນໆ ແລະ ຈັດ​ໃຫ້​ລາວ​ໄປ​ຢູ່​ໃນ​ບ່ອນ​ຂອງ​ຄົນ​ທີ່​ບໍ່ເຊື່ອ.

47 “ຄົນຮັບໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ​ແຕ່​ບໍ່​ໄດ້​ຕຽມພ້ອມ ແລະ ບໍ່​ເຮັດ​ໃນ​ສິ່ງ​ທີ່​ນາຍ​ຕ້ອງການ​ກໍ​ຈະ​ຕ້ອງ​ຖືກ​ຂ້ຽນຕີ​ຢ່າງ​ໜັກ.

48 ສ່ວນ​ຄົນ​ທີ່​ບໍ່​ຮູ້ຈັກ ແລະ ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ລົງໂທດ​ກໍ​ຈະ​ຖືກ​ຂ້ຽນ​ໜ້ອຍ. ທຸກຄົນ​ທີ່​ໄດ້​ຮັບ​ຫລາຍ​ຈະ​ຖືກ​ຮຽກຮ້ອງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ ແລະ ຄົນ​ທີ່​ໄດ້​ຮັບ​ມອບໝາຍ​ໄວ້​ຫລາຍ ກໍ​ຈະ​ຖືກ​ທວງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ.


ບໍ່​ແມ່ນ​ສັນຕິສຸກ​ແຕ່​ເປັນ​ການແຕກແຍກ
(ມທ 10:34-36)

49 “ເຮົາ​ມາ​ເພື່ອ​ນຳ​ເອົາ​ໄຟ​ມາ​ສູ່​ໂລກ ແລະ ເຮົາ​ປາຖະໜາ​ຢ່າງ​ທີ່​ຈະ​ໃຫ້​ໄຟ​ນັ້ນ​ລຸກ​ຂຶ້ນ​ແລ້ວ!

50 ແຕ່​ເຮົາ​ຈະ​ຕ້ອງ​ຜ່ານ​ບັບຕິສະມາ​ຢ່າງ​ໜຶ່ງ ແລະ ເຮົາ​ກໍ​ເປັນ​ທຸກໃຈ​ຫລາຍ​ຈົນ​ກວ່າ​ບັບຕິສະມາ​ນັ້ນ​ຈະ​ສຳເລັດ​ຄົບຖ້ວນ!

51 ພວກເຈົ້າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ນຳ​ເອົາ​ສັນຕິສຸກ​ມາ​ສູ່​ໂລກ​ບໍ? ບໍ່​ເລີຍ, ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ນຳ​ເອົາ​ການ​ແຕກແຍກ​ມາ.

52 ນັບ​ແຕ່​ນີ້​ຕໍ່​ໄປ ຫ້າ​ຄົນ​ໃນ​ຄອບຄົວ​ດຽວ​ຈະ​ແຕກແຍກ​ກັນ​ຄື: ສາມ​ຕໍ່ສູ້​ສອງ ແລະ ສອງ​ຕໍ່ສູ້​ສາມ.

53 ພວກເຂົາ​ຈະ​ແຕກແຍກ​ກັນ, ພໍ່​ຈະ​ຕໍ່ສູ້​ລູກຊາຍ ແລະ ລູກຊາຍ​ຈະ​ຕໍ່ສູ້​ພໍ່, ແມ່​ຈະ​ຕໍ່ສູ້​ລູກສາວ ແລະ ລູກສາວ​ຈະ​ຕໍ່ສູ້​ແມ່, ແມ່ຍ່າ​ຈະ​ຕໍ່ສູ້​ລູກໃພ້ ແລະ ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ”.


ສັງເກດ​ຄວາມ​ເປັນ​ໄປ​ຂອງ​ຍຸກ​ນີ້

54 ແລ້ວ​ພຣະອົງ​ກ່າວ​ແກ່​ປະຊາຊົນ​ອີກ​ວ່າ: “ເມື່ອ​ພວກເຈົ້າ​ທັງຫລາຍ​ເຫັນ​ເມກ​ກຳລັງ​ລອຍ​ຂຶ້ນ​ທາງ​ທິດຕາເວັນຕົກ ພວກເຈົ້າ​ກໍ​ເວົ້າ​ທັນທີ​ວ່າ, ‘ຝົນ​ກຳລັງ​ຈະ​ຕົກ’ ແລະ ຝົນ​ກໍ​ຕົກ.

55 ແລະ ເມື່ອ​ລົມ​ພັດ​ມາ​ທາງ​ທິດໃຕ້, ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ອາກາດ​ຈະ​ຮ້ອນ’ ແລະ ກໍ​ເປັນ​ດັ່ງນັ້ນ​ແທ້.

56 ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ຮູ້ຈັກ​ຕີຄວາມໝາຍ​ປາກົດການ​ຂອງ​ແຜ່ນດິນໂລກ ແລະ ທ້ອງຟ້າ. ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ຕີ​ຄວາມໝາຍ​ປາກົດການ​ຂອງ​ປັດຈຸບັນ​ນີ້?

57 “ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ບໍ່​ຕັດສິນ​ເອງ​ວ່າ​ສິ່ງໃດ​ຖືກຕ້ອງ?

58 ຂະນະ​ທີ່​ເຈົ້າ​ໄປ​ກັບ​ໂຈດ​ຂອງ​ເຈົ້າ​ເພື່ອ​ພົບ​ຜູ້ພິພາກສາ, ຈົ່ງ​ພະຍາຍາມ​ຫາ​ທາງ​ຕົກລົງ​ກັບ​ລາວ​ໃຫ້​ໄດ້​ເມື່ອ​ຍັງ​ຢູ່​ກາງທາງ, ໂຈດ​ຂອງ​ເຈົ້າ​ອາດ​ຈະ​ລາກ​ເຈົ້າ​ໄປ​ພົບ​ຜູ້ພິພາກສາ ແລະ ຜູ້ພິພາກສາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່​ຈະ​ຈັບ​ເຈົ້າ​ເຂົ້າ​ຄຸກ.

59 ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈະ​ອອກ​ມາ​ບໍ່​ໄດ້​ຈົນກວ່າ​ເຈົ້າ​ຈະ​ໃຊ້​ໜີ້​ຄົບ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan