Biblia Todo Logo
Bìoball air-loidhne

- Sanasan -

ລູກາ 11 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳສອນ​ຂອງ​ພຣະເຢຊູເຈົ້າ​ເລື່ອງ​ການອະທິຖານ
(ມທ 6:9-13; 7:7-11)

1 ວັນ​ໜຶ່ງ​ພຣະເຢຊູເຈົ້າ​ອະທິຖານ​ຢູ່​ໃນ​ສະຖານທີ່​ແຫ່ງ​ໜຶ່ງ. ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ສອນ​ພວກຂ້ານ້ອຍ​ອະທິຖານ​ເໝືອນ​ດັ່ງ​ທີ່​ໂຢຮັນ​ໄດ້​ສອນ​ພວກລູກສິດ​ຂອງ​ເພິ່ນ​ດ້ວຍ”.

2 ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ອະທິຖານ ຈົ່ງ​ກ່າວ​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ, ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່,

3 ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ພວກ​ຂ້ານ້ອຍ​ໃນ​ແຕ່ລະວັນ.

4 ຂໍ​ໂຜດ​ຍົກໂທດ​ຄວາມບາບ​ຂອງ​ພວກ​ຂ້ານ້ອຍ, ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ຍົກໂທດ​ໃຫ້​ທຸກຄົນ​ທີ່​ເຮັດ​ຜິດ​ບາບ​ຕໍ່​ພວກ​ຂ້ານ້ອຍ​ເໝືອນກັນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ’”.

5 ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ມິດສະຫາຍ​ຄົນ​ໜຶ່ງ, ແລະ ຈະ​ໄປ​ຫາ​ມິດສະຫາຍ​ຄົນ​ນັ້ນ​ໃນ​ເວລາ​ທ່ຽງ​ຄືນ ແລະ ເວົ້າ​ວ່າ, ‘ສະຫາຍ​ເອີຍ ຂໍ​ໃຫ້​ເຮົາ​ຢືມ​ເຂົ້າ​ຈີ່​ຈັກ​ສາມ​ກ້ອນ​ແດ່

6 ເພາະ​ມີ​ເພື່ອນ​ຄົນ​ໜຶ່ງ​ຂອງ​ເຮົາ​ເດີນທາງ​ມາ​ແວ່ ແລະ ເຮົາ​ບໍ່​ມີ​ຫຍັງ​ຈະ​ໃຫ້​ລາວ​ກິນ’.

7 “ແລ້ວ​ຄົນ​ທີ່​ຢູ່​ໃນ​ເຮືອນ​ກໍ​ຈະ​ຕອບ​ວ່າ, ‘ຢ່າ​ລົບກວນ​ເຮົາ​ເລີຍ. ປະຕູ​ກໍ​ອັດ​ແລ້ວ ແລະ ພວກລູກ​ຂອງ​ເຮົາ​ກໍ​ນອນ​ຢູ່​ກັບ​ເຮົາ​ເທິງ​ຕຽງ. ເຮົາ​ລຸກ​ຂຶ້ນ​ໄປ​ເອົາ​ສິ່ງໃດ​ໃຫ້​ເຈົ້າ​ບໍ່​ໄດ້​ດອກ’.

8 ເຮົາ​ບອກ​ພວກເຈົ້າ​ວ່າ, ເຖິງ​ແມ່ນ​ວ່າ​ລາວ​ຈະ​ບໍ່​ຍອມ​ລຸກຂຶ້ນ ແລະ ເອົາ​ເຂົ້າຈີ່​ໃຫ້​ພວກເຈົ້າ​ເພາະ​ເຫັນ​ແກ່​ຄວາມ​ເປັນ​ເພື່ອນ​ກັນ, ແຕ່​ເພາະ​ຄວາມກ້າ​ທີ່​ບໍ່​ມີ​ຄວາມອາຍ​ຂອງ​ພວກເຈົ້າ, ລາວ​ກໍ​ຈະ​ລຸກຂຶ້ນ ແລະ ເອົາ​ໃຫ້​ຕາມ​ທີ່​ພວກເຈົ້າ​ຕ້ອງການ​ແນ່ນອນ.

9 “ດັ່ງນັ້ນ ເຮົາ​ບອກ​ພວກເຈົ້າ​ວ່າ: ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ສະແຫວງ​ຫາ​ແລ້ວ​ພວກເຈົ້າ​ຈະ​ພົບ, ຈົ່ງ​ເຄາະ​ແລ້ວ​ປະຕູ​ຈະ​ເປີດ​ໃຫ້​ແກ່​ພວກເຈົ້າ.

10 ເພາະ​ທຸກຄົນ​ທີ່​ຂໍ​ກໍ​ໄດ້​ຮັບ, ທຸກຄົນ​ທີ່​ສະແຫວງ​ຫາ​ກໍ​ໄດ້​ພົບ, ແລະ ທຸກຄົນ​ທີ່​ເຄາະ ປະຕູ​ກໍ​ຈະ​ເປີດ​ໃຫ້.

11 “ມີ​ຜູ້ໃດ​ໃນ​ພວກເຈົ້າ​ທີ່​ເປັນ​ພໍ່ ຖ້າ​ລູກຊາຍ​ຂໍ​ປາ​ກໍ​ຈະ​ເອົາ​ງູ​ໃຫ້​ແທນ?

12 ຫລື ຖ້າ​ລູກ​ຂໍ​ໄຂ່​ກໍ​ຈະ​ເອົາ​ແມງງອດ​ໃຫ້?

13 ເຫດສະນັ້ນ ເຖິງແມ່ນວ່າ​ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ຈະ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ບັນດາ​ຜູ້​ທີ່​ຂໍ​ຈາກ​ພຣະອົງ​ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ!”


ພຣະເຢຊູເຈົ້າ​ກັບ​ເບເອນເຊບູນ
(ມທ 12:22,24-29,43-45; ມຣກ 3:23-27)

14 ພຣະເຢຊູເຈົ້າ​ກຳລັງ​ຂັບໄລ່​ຜີປາກກືກ​ໂຕ​ໜຶ່ງ​ອອກ, ເມື່ອ​ຜີປາກກືກ​ອອກ​ໄປ​ແລ້ວ ຄົນ​ປາກກືກ​ນັ້ນ​ຈຶ່ງ​ເວົ້າ​ໄດ້ ແລະ ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ.

15 ແຕ່​ບາງຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ໂດຍ ອຳນາດ​ເບເອນເຊບູນ​ນາຍ​ຂອງ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.

16 ສ່ວນ​ຄົນ​ອື່ນ​ນັ້ນ​ກໍ​ໄດ້​ທົດລອງ​ພຣະອົງ​ໂດຍ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.

17 ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ຂອງ​ພວກເຂົາ ແລະ ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ: “ອານາຈັກ​ໃດ​ແຕກແຍກ​ຕໍ່ສູ້​ກັນ​ເອງ​ກໍ​ຈະ​ຖືກ​ທຳລາຍ ແລະ ຄອບຄົວ​ໃດ​ແຕກແຍກ​ຕໍ່ສູ້​ກັນ​ເອງ​ກໍ​ຈະ​ຫລົ້ມຈົມ.

18 ຖ້າ​ມານຊາຕານ​ແຕກແຍກ​ຕໍ່ສູ້​ກັນ​ເອງ, ອານາຈັກ​ຂອງ​ມັນ​ຈະ​ຕັ້ງໝັ້ນຄົງ​ຢູ່​ໄດ້​ຢ່າງໃດ? ເຮົາ​ເວົ້າ​ຢ່າງ​ນີ້​ເພາະ​ເຈົ້າ​ເວົ້າ​ວ່າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໂດຍ​ເບເອນເຊບູນ.

19 ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ ແລ້ວ​ພວກ​ລູກສິດ​ຂອງ​ພວກເຈົ້າ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້, ພວກເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ.

20 ແຕ່​ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ນິ້ວມື​ຂອງ​ພຣະເຈົ້າ, ດັ່ງນັ້ນ ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.

21 “ເມື່ອ​ຄົນແຂງແຮງ​ຜູ້​ໜຶ່ງ​ຖື​ອາວຸດ​ຄົບຊຸດ ແລະ ເຝົ້າ​ລະວັງ​ເຮືອນ​ຂອງ​ຕົນ​ຢູ່, ຊັບສິນ​ຂອງ​ລາວ​ທັງໝົດ​ກໍ​ປອດໄພ.

22 ແຕ່​ເມື່ອ​ມີ​ຄົນ​ທີ່​ແຂງແຮງ​ກວ່າ​ເຂົ້າ​ມາ​ໂຈມຕີ ແລະ ເອົາ​ຊະນະ​ລາວ​ໄດ້, ຄົນ​ນັ້ນ​ກໍ​ຈະ​ເອົາ​ອາວຸດ​ທັງໝົດ​ທີ່​ເຈົ້າຂອງ​ເຮືອນ​ໄວ້ໃຈ​ນັ້ນ​ໄປ ແລະ ແບ່ງປັນ​ສິ່ງຂອງ​ທີ່​ຢຶດ​ມາ​ໄດ້.

23 “ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ​ກໍ​ຕໍ່ສູ້​ເຮົາ, ແລະ ຜູ້ໃດ​ບໍ່​ຮວມເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ກະຈັດກະຈາຍ​ໄປ.

24 “ເມື່ອ​ວິນຍານສົກກະປົກ​ອອກ​ຈາກ​ຄົນ​ແລ້ວ, ມັນ​ກໍ​ໄປ​ທົ່ວ​ບ່ອນ​ແຫ້ງແລ້ງ​ເພື່ອ​ຊອກຫາ​ບ່ອນຢູ່ ແລະ ເມື່ອ​ຊອກຫາ​ບ່ອນຢູ່​ບໍ່​ພົບ, ມັນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ຄືນ​ໄປ​ເຮືອນ​ທີ່​ເຮົາ​ໄດ້​ອອກ​ມາ’.

25 ເມື່ອ​ມັນ​ມາ​ເຖິງ​ກໍ​ພົບ​ວ່າ​ເຮືອນ​ນັ້ນ​ປັດກວາດ​ສະອາດ ແລະ ຈັດ​ເປັນ​ລະບຽບຮຽບຮ້ອຍ​ແລ້ວ.

26 ມັນ​ຈຶ່ງ​ອອກ​ໄປ​ນຳ​ເອົາ​ວິນຍານຊົ່ວ​ອື່ນໆ​ອີກ​ເຈັດ​ໂຕ​ທີ່​ຊົ່ວຮ້າຍ​ກວ່າ​ມັນ​ອີກ ແລ້ວ​ພວກມັນ​ກໍ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ແລະ ໃນທີ່ສຸດ​ສະພາບ​ຂອງ​ຄົນ​ນັ້ນ​ກໍ​ຊົ່ວຮ້າຍ​ລົງ​ກວ່າ​ຕອນ​ຕົ້ນ​ອີກ”.

27 ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ສິ່ງ​ເຫລົ່ານີ້​ຢູ່, ກໍ​ມີ​ຍິງ​ຄົນ​ໜຶ່ງ​ໃນ​ຝູງຊົນ​ຮ້ອງ​ຂຶ້ນ​ວ່າ, “ພຣະພອນ​ມີ​ແກ່​ແມ່​ຜູ້​ໃຫ້​ກຳເນີດ​ທ່ານ ແລະ ລ້ຽງດູ​ທ່ານ”.

28 ພຣະອົງ​ຕອບ​ວ່າ, “ພຣະພອນ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ເຊື່ອຟັງ​ຫລາຍ​ກວ່າ”.


ໝາຍສຳຄັນ​ຂອງ​ໂຢນາ
(ມທ 12:39-42)

29 ຂະນະ​ທີ່​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ຫລາຍ​ຂຶ້ນ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຄົນ​ໃນ​ຍຸກ​ນີ້​ຊົ່ວຮ້າຍ. ພວກເຂົາ​ຂໍ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ.

30 ເພາະ​ໂຢນາ​ເປັນ​ໝາຍສຳຄັນ​ແກ່​ຊາວ​ນີເນເວ, ບຸດມະນຸດ​ກໍ​ເປັນ​ໝາຍສຳຄັນ​ແກ່​ຄົນ​ຍຸກ​ນີ້​ເໝືອນກັນ.

31 ໃນ​ວັນ​ພິພາກສາ, ລາຊີນີ​ຈາກ​ທິດໃຕ້​ຈະ​ລຸກຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ, ເພາະ​ນາງ​ໄດ້​ເດີນທາງ​ມາ​ຈາກ​ສຸດປາຍ​ແຜ່ນດິນໂລກ​ເພື່ອ​ມາ​ຟັງ​ສະຕິປັນຍາ​ຂອງ​ໂຊໂລໂມນ, ແລະ ບັດນີ້ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຊໂລໂມນ​ກໍ​ຢູ່​ທີ່​ນີ້.

32 ໃນ​ວັນ​ພິພາກສາ, ຊາວ​ເມືອງ​ນີເນເວ​ຈະ​ຢືນ​ຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ ເພາະ​ຊາວ​ນີເນເວ​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່​ເພາະ​ຄຳເທດສະໜາ​ຂອງ​ໂຢນາ, ແລະ ບັດນີ້ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ​ກໍ​ຢູ່​ທີ່​ນີ້.


ຕະກຽງ​ຂອງ​ຮ່າງກາຍ
( ມທ 6:22 , 23 )

33 “ບໍ່​ມີ​ຜູ້ໃດ​ໄຕ້​ຕະກຽງ​ແລ້ວ​ຕັ້ງ​ໄວ້​ໃນ​ບ່ອນ​ລັບ​ບັງ ຫລື ເອົາ​ກະບຸງ​ມາ​ງວາມ​ໄວ້, ແຕ່​ພວກເຂົາ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ ເພື່ອ​ວ່າ​ຄົນ​ທັງຫລາຍ​ທີ່​ເຂົ້າ​ມາ​ຈະ​ໄດ້​ເຫັນ​ແສງສະຫວ່າງ.

34 ຕາ​ຂອງ​ເຈົ້າ​ເປັນ​ຕະກຽງ​ຂອງ​ຮ່າງກາຍ. ເມື່ອ​ຕາ​ຂອງ​ເຈົ້າ​ປົກກະຕິ​ດີ, ຮ່າງກາຍ​ຂອງ​ເຈົ້າ​ທຸກ​ສ່ວນ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ. ແຕ່​ເມື່ອ​ຕາ​ຂອງ​ເຈົ້າ​ຜິດ​ປົກກະຕິ, ຮ່າງກາຍ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມມືດ​ເໝືອນກັນ.

35 ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ​ຢ່າ​ໃຫ້​ຄວາມສະຫວ່າງ​ທີ່​ມີ​ຢູ່​ໃນ​ເຈົ້າ​ນັ້ນ​ມືດ​ໄປ.

36 ເຫດສະນັ້ນ ຖ້າ​ຮ່າງກາຍ​ຂອງ​ເຈົ້າ​ທຸກ​ສ່ວນ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ ແລະ ບໍ່​ມີ​ສ່ວນ​ໃດ​ໃນ​ຄວາມມືດ, ຮ່າງກາຍ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ​ເໝືອນດັ່ງ​ເວລາ​ທີ່​ແສງ​ຕະກຽງ​ສ່ອງ​ມາ​ໃສ່​ເຈົ້າ”.


ວິບັດ​ແກ່​ພວກ​ຟາຣີຊາຍ ແລະ ພວກຜູ້ຊຳນານ​ດ້ານ​ກົດບັນຍັດ

37 ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຈົບ​ແລ້ວ, ກໍ​ມີ​ຄົນ​ຟາຣີຊາຍ​ຜູ້​ໜຶ່ງ​ເຊີນ​ພຣະອົງ​ໄປ​ຮ່ວມ​ກິນ​ອາຫານ​ກັບ​ລາວ, ພຣະອົງ​ຈຶ່ງ​ເຂົ້າ​ໄປ ແລະ ນັ່ງເອນໂຕ​ລົງ​ຢູ່​ທີ່​ໂຕະ.

38 ແຕ່​ຄົນ​ຟາຣີຊາຍ​ຜູ້​ນັ້ນ​ກໍ​ແປກໃຈ​ເມື່ອ​ສັງເກດ​ເຫັນ​ວ່າ​ພຣະອົງ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ.

39 ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ບັດນີ້, ເຈົ້າ ພວກ​ຟາຣີຊາຍ​ເອີຍ, ພວກເຈົ້າ​ລ້າງ​ຈອກ ແລະ ຖ້ວຍຊາມ​ໃຫ້​ສະອາດ​ແຕ່​ພາຍນອກ ແຕ່​ພາຍໃນ​ຂອງ​ພວກເຈົ້າ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມໂລບ ແລະ ຄວາມ​ຊົ່ວຮ້າຍ.

40 ພວກ​ຄົນໂງ່​ເອີຍ! ພຣະເຈົ້າ​ຜູ້​ທີ່​ສ້າງ​ພາຍນອກ​ກໍ​ສ້າງ​ພາຍໃນ​ເໝືອນກັນ​ບໍ່​ແມ່ນ​ບໍ?

41 ແຕ່​ບັດນີ້​ສິ່ງ​ທີ່​ມີ​ຢູ່​ພາຍໃນ​ພວກເຈົ້າ​ຈົ່ງ​ເຜື່ອແຜ່​ແກ່​ຄົນທຸກຍາກ ແລ້ວ​ທຸກສິ່ງ​ກໍ​ຈະ​ສະອາດ​ສຳລັບ​ເຈົ້າ.

42 “ວິບັດ​ແກ່​ພວກເຈົ້າ ພວກ​ຟາຣີຊາຍ​ເອີຍ, ເພາະ​ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ຜັກຫອມລາບ, ຜັກຣູ ແລະ ຜັກ​ສະໝຸນໄພ​ອື່ນໆ​ທຸກ​ຊະນິດ​ຂອງ​ພວກເຈົ້າ​ໃຫ້​ແກ່​ພຣະເຈົ້າ, ແຕ່​ພວກເຈົ້າ​ໄດ້​ລະເລີຍ​ຄວາມຍຸຕິທຳ ແລະ ຄວາມຮັກ​ຂອງ​ພຣະເຈົ້າ. ພວກເຈົ້າ​ຄວນ​ປະຕິບັດ​ສິ່ງ​ຕໍ່ມາ​ໂດຍ​ບໍ່​ປະຖິ້ມ​ສິ່ງ​ທຳອິດ.

43 “ວິບັດ​ແກ່​ພວກເຈົ້າ ພວກ​ຟາຣີຊາຍ, ເພາະ​ພວກເຈົ້າ​ມັກ​ບ່ອນນັ່ງ​ທີ່​ສຳຄັນ​ທີ່ສຸດ​ໃນ​ທຳມະສາລາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ.

44 “ວິບັດ​ແກ່​ພວກເຈົ້າ ເພາະ​ພວກເຈົ້າ​ເປັນ​ເໝືອນ​ຂຸມຝັງສົບ​ທີ່​ບໍ່​ມີ​ເຄື່ອງໝາຍ​ໄວ້, ເຊິ່ງ​ຄົນ​ທັງຫລາຍ​ຍ່າງ​ຢຽບ​ໄປ​ມາ​ໂດຍ​ບໍ່​ຮູ້​ວ່າ​ເປັນ​ຂຸມຝັງສົບ”.

45 ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ໜຶ່ງ​ໄດ້​ຕອບ​ພຣະອົງ​ວ່າ, “ທ່ານ​ອາຈານ​ເອີຍ, ເມື່ອ​ທ່ານ​ກ່າວ​ສິ່ງ​ເຫລົ່ານີ້ ທ່ານ​ກໍ​ໝິ່ນປະໝາດ​ພວກເຮົາ​ເໝືອນກັນ”.

46 ພຣະເຢຊູເຈົ້າ​ຕອບ​ວ່າ, “ວິບັດ​ແກ່​ພວກເຈົ້າ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ, ເພາະວ່າ​ພວກເຈົ້າ​ວາງ​ພາລະໜັກ​ທີ່​ແບກ​ເກືອບ​ບໍ່​ໄຫວ​ແກ່​ຄົນ​ອື່ນ, ສ່ວນ​ພວກເຈົ້າ​ເອງ​ແມ່ນ​ແຕ່​ມື​ນິ້ວ​ດຽວ​ກໍ​ບໍ່​ຍົກ​ຊ່ວຍ​ພວກເຂົາ.

47 “ວິບັດ​ແກ່​ພວກເຈົ້າ ເພາະ​ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ໃຫ້​ບັນດາ​ຜູ້ທຳນວາຍ ແລະ ບັນພະບຸລຸດ​ຂອງ​ພວກເຈົ້າ​ເອງ​ທີ່​ໄດ້​ຂ້າ​ພວກເຂົາ.

48 ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນພະຍານ​ໄດ້​ວ່າ​ພວກເຈົ້າ​ເຫັນພ້ອມ​ກັບ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ຕົນ​ໄດ້​ເຮັດ​ໄວ້. ພວກເຂົາ​ໄດ້​ຂ້າ​ພວກຜູ້ທຳນວາຍ, ສ່ວນ​ພວກເຈົ້າ​ກໍ​ເປັນ​ຜູ້​ສ້າງ​ຂຸມຝັງສົບ​ໃຫ້​ພວກເຂົາ.

49 ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ກ່າວ​ດ້ວຍ​ປັນຍາ​ຂອງ​ພຣະອົງ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ໄປ​ຫາ​ພວກເຂົາ ເຊິ່ງ​ບາງຄົນ​ຈະ​ຖືກ​ພວກເຂົາ​ຂ້າ ແລະ ບາງຄົນ​ຈະ​ຖືກ​ພວກເຂົາ​ຂົ່ມເຫັງ’.

50 ເຫດສະນັ້ນ ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ໄດ້​ຮັບຜິດຊອບ​ເລືອດ​ຂອງ​ຜູ້ທຳນວາຍ​ທັງໝົດ​ທີ່​ໄຫລ​ອອກ​ຕັ້ງແຕ່​ເລີ່ມ​ສ້າງ​ໂລກ,

51 ນັບ​ຈາກ​ເລືອດ​ຂອງ​ອາເບັນ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ, ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ວິຫານ. ເຮົາ​ບອກ​ພວກເຈົ້າ​ວ່າ, ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້.

52 “ວິບັດ​ແກ່​ພວກເຈົ້າ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ, ເພາະ​ພວກເຈົ້າ​ໄດ້​ເອົາ​ກະແຈ​ແຫ່ງ​ຄວາມຮູ້​ໄປ, ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ເຫລົ່ານັ້ນ​ທີ່​ກຳລັງ​ເຂົ້າ​ໄປ”.

53 ເມື່ອ​ພຣະເຢຊູເຈົ້າ​ອອກໄປ​ຂ້າງນອກ, ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ກໍ​ເລີ່ມ​ຕໍ່ຕ້ານ​ພຣະອົງ​ຢ່າງ​ຮຸນແຮງ ແລະ ເລີ່ມ​ພາກັນ​ຕັ້ງ​ຄຳຖາມ​ໃສ່​ພຣະອົງ,

54 ເພື່ອ​ຄອຍຖ້າ​ຈັບຜິດ​ສິ່ງ​ທີ່​ພຣະອົງ​ຈະ​ເວົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan