Biblia Todo Logo
Bìoball air-loidhne

- Sanasan -

ລູກາ 10 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ໃຊ້​ເຈັດສິບສອງ​ຄົນ​ອອກໄປ
(ມທ 11:21-23,25-27; 13:16 , 17 ; ລກ 9:3-5)

1 ຕໍ່ມາ​ອົງພຣະຜູ້ເປັນເຈົ້າ​ແຕ່ງຕັ້ງ​ອີກ​ເຈັດສິບສອງ​ຄົນ ແລະ ສົ່ງ​ພວກເພິ່ນ​ອອກໄປ​ເປັນ​ຄູ່​ລ່ວງໜ້າ​ພຣະອົງ​ໄປ​ຍັງ​ທຸກ​ເມືອງ ແລະ ທຸກ​ບ່ອນ​ທີ່​ພຣະອົງ​ກຳລັງ​ຈະ​ໄປ.

2 ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ການ​ເກັບກ່ຽວ​ກໍ​ມີ​ຫລາຍ, ແຕ່​ຄົນງານ​ກໍ​ຍັງ​ມີ​ໜ້ອຍ​ຢູ່. ເຫດສະນັ້ນ, ຈົ່ງ​ຂໍ​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ການ​ເກັບກ່ຽວ, ເພື່ອ​ໃຫ້​ສົ່ງ​ຄົນງານ​ມາ​ໃນ​ທົ່ງນາ​ແຫ່ງ​ການ​ເກັບກ່ຽວ​ຂອງ​ພຣະອົງ.

3 ຈົ່ງ​ໄປ! ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນດັ່ງ​ລູກແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ.

4 ຢ່າ​ຖື​ຖົງເງິນ ຫລື ຖົງເຄື່ອງ ຫລື ເກີບ​ໄປ​ນຳ ແລະ ຢ່າ​ແວ່​ທັກທາຍ​ຜູ້ໃດ​ຕາມ​ທາງ.

5 “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ກໍ​ຕາມ ກ່ອນ​ອື່ນ​ໃຫ້​ກ່າວ​ວ່າ, ‘ສັນຕິສຸກ​ຈົ່ງ​ມີ​ແກ່​ເຮືອນ​ຫລັງ​ນີ້’.

6 ຖ້າ​ມີ​ຄົນ​ຮັກ​ສັນຕິສຸກ​ຢູ່​ໃນ​ເຮືອນ​ນັ້ນ, ສັນຕິສຸກ​ຂອງ​ພວກເຈົ້າ​ກໍ​ຈະ​ຢູ່​ກັບ​ພວກເຂົາ, ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ ສັນຕິສຸກ​ກໍ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ.

7 ຈົ່ງ​ພັກ​ຢູ່​ທີ່​ເຮືອນ​ນັ້ນ, ກິນ ແລະ ດື່ມ​ຕາມ​ທີ່​ພວກເຂົາ​ຈັດ​ມາ​ໃຫ້​ພວກເຈົ້າ, ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງ​ຕົນ. ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ໄປ​ສູ່​ເຮືອນ​ອື່ນ.

8 “ເມື່ອ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ກໍ​ຕາມ ແລະ ໄດ້​ຮັບ​ການຕ້ອນຮັບ, ຈົ່ງ​ກິນ​ຕາມ​ທີ່​ພວກເຂົາ​ຈັດຫາ​ໃຫ້​ພວກເຈົ້າ.

9 ຈົ່ງ​ຮັກສາ​ຄົນເຈັບປ່ວຍ​ຢູ່​ໃນ​ເມືອງ​ນັ້ນ ແລະ ບອກ​ພວກເຂົາ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ພວກເຈົ້າ​ແລ້ວ’.

10 ແຕ່​ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໜຶ່ງ ແລະ ບໍ່​ໄດ້​ຮັບ​ການ​ຕ້ອນຮັບ, ຈົ່ງ​ອອກ​ໄປ​ທີ່​ກາງ​ຖະໜົນ​ຂອງ​ເມືອງ​ນັ້ນ ແລະ ເວົ້າ​ວ່າ,

11 ‘ແມ່ນ​ແຕ່​ຂີ້ຝຸ່ນ​ຂອງ​ເມືອງ​ນີ້​ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ເຊັດ​ອອກ​ເພື່ອ​ເປັນ​ການ​ເຕືອນ​ພວກເຈົ້າ. ແຕ່​ຈົ່ງ​ຈຳ​ໄວ້​ໃນ​ຂໍ້​ນີ້​ວ່າ: ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ’.

12 ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ນັ້ນ​ໂທດ​ຂອງ​ເມືອງ​ໂຊໂດມ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.

13 “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ.

14 ແຕ່​ໃນ​ວັນ​ພິພາກສາ​ນັ້ນ ໂທດ​ຂອງ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.

15 ສ່ວນ​ເຈົ້າ ເມືອງ​ກາເປນາອູມ, ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ສູງ​ພຽງ​ຟ້າສະຫວັນ​ບໍ? ບໍ່​ເລີຍ ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ນະລົກ.

16 “ຜູ້ໃດ​ກໍ​ຕາມ​ທີ່​ຟັງ​ພວກເຈົ້າ​ກໍ​ໄດ້​ຟັງ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ພວກເຈົ້າ​ກໍ​ບໍ່​ຍອມຮັບ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ເຮົາ​ກໍ​ບໍ່​ຍອມຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ”.

17 ພວກ​ເຈັດສິບສອງ​ຄົນ​ນັ້ນ​ກໍ​ກັບ​ມາ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນ​ແຕ່​ພວກ​ຜີມານຮ້າຍ​ກໍ​ຍອມ​ຟັງ​ພວກຂ້ານ້ອຍ ເມື່ອ​ພວກຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງ​ພຣະອົງ”.

18 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກ​ລົງ​ຈາກ​ສະຫວັນ​ເໝືອນ​ດັ່ງ​ຟ້າແມບ.

19 ເຮົາ​ໄດ້​ໃຫ້​ສິດອຳນາດ​ແກ່​ພວກເຈົ້າ​ທີ່​ຈະ​ຢຽບ​ງູ ແລະ ແມງງອດ ແລະ ໃຫ້​ມີ​ໄຊຊະນະ​ເໜືອ​ອຳນາດ​ທັງໝົດ​ຂອງ​ສັດຕູ ແລະ ບໍ່​ມີ​ສິ່ງໃດ​ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້.

20 ແຕ່​ຢ່າ​ຍິນດີ​ທີ່​ວິນຍານ​ຕ່າງໆ​ຍອມ​ຟັງ​ພວກເຈົ້າ, ແຕ່​ຈົ່ງ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ຖືກ​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ”.

21 ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ເຕັມລົ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຄົນ​ສະຫລາດ ແລະ ນັກ​ຮຽນຮູ້, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ. ພຣະບິດາເຈົ້າ​ເອີຍ, ແມ່ນ​ແລ້ວ ເພາະ​ນີ້​ຄື​ສິ່ງ​ທີ່​ພຣະອົງ​ຍິນດີ​ຈະ​ເຮັດ.

22 “ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບຸດ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບິດາເຈົ້າ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ​ແກ່​ພວກເຂົາ”.

23 ຫລັງຈາກ​ນັ້ນ ພຣະອົງ​ຫັນ​ໄປ​ຫາ​ພວກສາວົກ ແລະ ກ່າວ​ກັບ​ພວກເພິ່ນ​ເປັນ​ການ​ສ່ວນ​ໂຕ​ວ່າ, “ພຣະພອນ​ມີ​ແກ່​ຕາ​ທັງຫລາຍ​ທີ່​ໄດ້​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ.

24 ເຮົາ​ບອກ​ພວກເຈົ້າ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ກະສັດ​ທັງຫລາຍ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ, ແລະ ຢາກ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ ແຕ່​ກໍ​ບໍ່​ໄດ້​ຍິນ”.


ຄຳອຸປະມາ​ເລື່ອງ​ຊາວ​ຊາມາເຣຍ​ຜູ້​ໃຈ​ດີ
(ມທ 22:34-40; ມຣກ 12:28-31)

25 ຄັ້ງ​ໜຶ່ງ ມີ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ໜຶ່ງ​ໄດ້​ຢືນ​ຂຶ້ນ​ທົດລອງ​ພຣະເຢຊູເຈົ້າ​ໂດຍ​ຖາມ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”

26 ພຣະອົງ​ຈຶ່ງ​ຕອບ​ວ່າ, “ກົດບັນຍັດ​ມີ​ຂຽນ​ໄວ້​ວ່າ​ຢ່າງໃດ? ເມື່ອ​ທ່ານ​ອ່ານ​ແລ້ວ​ເຂົ້າໃຈ​ວ່າ​ຢ່າງໃດ?”

27 ລາວ​ຕອບ​ວ່າ, “‘ຈົ່ງ​ຮັກ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ ແລະ ດ້ວຍ​ສຸດ​ຈິດ ແລະ ດ້ວຍ​ສຸດ​ກຳລັງ ແລະ ດ້ວຍ​ສຸດ​ຄວາມຄິດ​ຂອງ​ເຈົ້າ’ ແລະ ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ’”.

28 ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ຕອບ​ຖືກ​ແລ້ວ ຈົ່ງ​ປະຕິບັດ​ຕາມ​ນີ້​ແລ້ວ​ທ່ານ​ຈະ​ໄດ້​ຊີວິດ”.

29 ແຕ່​ຄົນ​ນັ້ນ​ຢາກ​ສະແດງ​ຕົນ​ວ່າ​ເປັນ​ຄົນ​ມີ​ສິນທຳ, ລາວ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ແລ້ວ​ແມ່ນ​ຜູ້ໃດ​ເປັນ​ເພື່ອນບ້ານ​ຂອງ​ຂ້ານ້ອຍ?”

30 ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເຢຣູຊາເລັມ​ລົງ​ໄປ​ສູ່​ເມືອງ​ເຢຣີໂກ, ເມື່ອ​ລາວ​ຖືກ​ໂຈມຕີ​ໂດຍ​ພວກນັກປຸ້ນ. ພວກເຂົາ​ໄດ້​ແກ້​ເອົາ​ເຄື່ອງນຸ່ງ​ຂອງ​ລາວ​ອອກ, ຕີ​ລາວ​ຈົນ​ເກືອບ​ຕາຍ​ແລ້ວ​ກໍ​ຈາກ​ໄປ, ປະຖິ້ມ​ລາວ​ໄວ້.

31 ມີ​ປະໂລຫິດ​ຄົນ​ໜຶ່ງ​ບັງເອີນ​ໄດ້​ລົງ​ໄປ​ທາງ​ດຽວ​ກັນ​ນັ້ນ ແລະ ເມື່ອ​ລາວ​ໄດ້​ເຫັນ​ຊາຍ​ຄົນ​ນັ້ນ​ລາວ​ກໍ​ຫລີກ​ໄປ​ອີກ​ຟາກ​ອື່ນ.

32 ມີ​ຊາວ​ເລວີ​ຄົນ​ໜຶ່ງ​ກໍ​ເຮັດ​ເໝືອນກັນ ເມື່ອ​ມາ​ເຖິງ​ບ່ອນ​ນັ້ນ ແລະ ເຫັນ​ຊາຍ​ຄົນ​ນັ້ນ​ລາວ​ກໍ​ຍ່າງ​ຫລີກ​ໄປ​ອີກ​ຟາກ​ອື່ນ.

33 ແຕ່​ມີ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ​ເດີນທາງ​ມາ​ເຖິງ​ບ່ອນ​ທີ່​ຊາຍ​ຄົນ​ນັ້ນ​ຢູ່, ເມື່ອ​ຊາວ​ຊາມາເຣຍ​ຄົນ​ນັ້ນ​ເຫັນ​ລາວ​ແລ້ວ​ກໍ​ສົງສານ​ລາວ.

34 ຊາວ​ຊາມາເຣຍ​ຄົນ​ນັ້ນ​ກໍ​ເຂົ້າ​ໄປ​ຫາ​ລາວ ແລ້ວ​ເອົາ​ເຫລົ້າອະງຸ່ນ​ກັບ​ນ້ຳມັນ​ຖອກ​ໃສ່​ບາດແຜ​ນັ້ນ ແລະ ເອົາ​ຜ້າ​ພັນ​ບາດ​ໃຫ້ ແລ້ວ​ກໍ​ໂຈມ​ຊາຍ​ຄົນ​ນັ້ນ​ຂຶ້ນ​ຂີ່​ລໍ​ຂອງ​ຕົນ, ພາ​ລາວ​ໄປ​ທີ່​ໂຮງແຮມ ແລະ ເບິ່ງແຍງ​ລາວ.

35 ມື້​ຕໍ່ມາ​ລາວ​ໄດ້​ມອບ​ເງິນ​ສອງ​ຫລຽນ​ເດນາຣິອົນ​ໃຫ້​ເຈົ້າຂອງ​ໂຮງແຮມ​ພ້ອມ​ກັບ​ບອກ​ວ່າ, ‘ຈົ່ງ​ຊ່ວຍ​ເບິ່ງແຍງ​ຊາຍ​ຄົນ​ນີ້​ໃຫ້​ດີ ແລະ ເມື່ອ​ຂ້ອຍ​ກັບ​ມາ ຖ້າ​ມີ​ສ່ວນ​ເກີນ​ຂ້ອຍ​ຈະ​ຈ່າຍ​ຄືນ​ໃຫ້’.

36 “ໃນ​ສາມ​ຄົນ​ນີ້ ທ່ານ​ຄິດ​ວ່າ​ຜູ້ໃດ​ທີ່​ເປັນ​ເພື່ອນບ້ານ​ຂອງ​ຊາຍ​ທີ່​ຖືກ​ພວກໂຈນ​ປຸ້ນ​ນັ້ນ?”

37 ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ນັ້ນ​ຕອບ​ວ່າ, “ແມ່ນ​ຜູ້​ທີ່​ໄດ້​ສະແດງ​ຄວາມເມດຕາ​ຕໍ່​ລາວ”. ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ທ່ານ​ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ”.


ທີ່​ເຮືອນ​ຂອງ​ມາທາ ແລະ ມາຣີ

38 ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ, ພຣະອົງ​ກໍ​ມາ​ເຖິງ​ບ້ານ​ແຫ່ງ​ໜຶ່ງ ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ​ມາທາ ນາງ​ໄດ້​ເປີດ​ບ້ານ​ຂອງ​ຕົນ​ຕ້ອນຮັບ​ພຣະອົງ.

39 ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ​ມາຣີ ຜູ້​ທີ່​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

40 ຝ່າຍ​ມາທາ​ນັ້ນ​ວຸ້ນວາຍ​ຢູ່​ກັບ​ການຈັດຕຽມ​ສິ່ງ​ຕ່າງໆ​ທີ່​ຕ້ອງ​ເຮັດ. ດັ່ງນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ບໍ່​ສົນໃຈ​ແດ່​ບໍ​ທີ່​ນ້ອງສາວ​ຂອງ​ຂ້ານ້ອຍ​ປະ​ໃຫ້​ຂ້ານ້ອຍ​ເຮັດ​ວຽກ​ຢູ່​ຄົນ​ດຽວ, ບອກ​ໃຫ້​ນາງ​ມາ​ຊ່ວຍ​ຂ້ານ້ອຍ​ແດ່!”

41 ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ມາທາ ມາທາ​ເອີຍ, ເຈົ້າ​ກັງວົນ ແລະ ວຸ້ນວາຍ​ນຳ​ຫລາຍ​ສິ່ງ​ແທ້​ນໍ,

42 ແຕ່​ມີ​ພຽງ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຈຳເປັນ. ມາຣີ​ໄດ້​ເລືອກ​ສິ່ງ​ທີ່​ດີ​ກວ່າ ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ສິ່ງ​ນັ້ນ​ໄປ​ຈາກ​ນາງ​ໄດ້”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan