Biblia Todo Logo
Bìoball air-loidhne

- Sanasan -

ລູກາ 1 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳນຳ

1 ມີ​ຫລາຍ​ຄົນ​ໄດ້​ຮຽບຮຽງ​ເລື່ອງລາວ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ,

2 ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ.

3 ດັ່ງນັ້ນ ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສືບສວນ​ທຸກ​ສິ່ງ​ຢ່າງ​ລະອຽດ​ມາ​ຕັ້ງແຕ່​ຕົ້ນ​ແລ້ວ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຂຽນ​ລຳດັບ​ເຫດການ​ເພື່ອ​ທ່ານ ເທໂອຟີໂລ​ທີ່​ນັບຖື,

4 ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ຕ່າງໆ​ທີ່​ທ່ານ​ໄດ້​ຮຽນຮູ້​ມາ​ນັ້ນ​ເຊື່ອຖື​ໄດ້​ແນ່ນອນ.


ທຳນວາຍ​ເຖິງ​ການ​ເກີດ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບຕິສະມາ

5 ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ​ແຫ່ງ​ຢູດາຍ ມີ​ປະໂລຫິດ​ຄົນ​ໜຶ່ງ​ຊື່​ວ່າ ເຊກາຣີຢາ ຢູ່​ໃນ​ສັງ​ກັດ​ຂອງ​ປະໂລຫິດ​ອາບີຢາ, ເມຍ​ຂອງ​ເພິ່ນ​ຊື່ ເອລີຊາເບັດ ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ເໝືອນ​ກັນ.

6 ທັງ​ສອງ​ຄົນ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ, ຢຶດ​ຖື​ຄຳສັ່ງ ແລະ ທຸກ​ຂໍ້ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່ມີຕຳໜິ.

7 ແຕ່​ພວກເພິ່ນ​ບໍ່​ມີ​ລູກ​ເພາະ​ນາງ​ເອລີຊາເບັດ​ເປັນໝັນ ແລະ ທັງ​ສອງ​ກໍ​ເຖົ້າແກ່​ແລ້ວ.

8 ຄັ້ງ​ໜຶ່ງ​ເມື່ອ​ກອງ​ເວນ​ຂອງ​ເຊກາຣີຢາ​ຖືກ​ເຂົ້າ​ປະຕິບັດ​ໜ້າທີ່ ແລະ ເພິ່ນ​ກຳລັງ​ປະຕິບັດ​ໜ້າທີ່​ໃນ​ຖານະ​ເປັນ​ປະໂລຫິດ​ຕໍ່ໜ້າ​ພຣະເຈົ້າ,

9 ເພິ່ນ​ໄດ້​ຮັບ​ເລືອກ​ໂດຍ​ການ​ຈັບ​ສະຫລາກ​ຕາມ​ທຳນຽມ​ຂອງ​ປະໂລຫິດ​ເພື່ອ​ເຂົ້າ​ໄປ​ເຜົາ​ເຄື່ອງຫອມ​ໃນ​ວິຫານ​ຂອງ​ອົງພຣະຜູ້ເປັນເຈົ້າ.

10 ແລະ ເມື່ອ​ເຖິງ​ເວລາ​ເຜົາ​ເຄື່ອງຫອມ ຜູ້​ນະມັດສະການ​ທຸກຄົນ​ທີ່​ເຕົ້າໂຮມ​ກັນ​ກໍ​ອະທິຖານ​ຢູ່​ຂ້າງນອກ.

11 ແລ້ວ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ມາ​ປາກົດ​ແກ່​ເພິ່ນ​ໂດຍ​ຢືນ​ຢູ່​ເບື້ອງຂວາ​ຂອງ​ແທ່ນເຜົາ​ເຄື່ອງຫອມ.

12 ເມື່ອ​ເຊກາຣີຢາ​ເຫັນ​ເທວະດາ​ນັ້ນ​ກໍ​ຕື່ນຕົກໃຈ ແລະ ມີ​ຄວາມ​ຢ້ານກົວ.

13 ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ກັບ​ເພິ່ນ​ວ່າ: “ເຊກາຣີຢາ, ຢ່າ​ຢ້ານ​ເລີຍ, ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ​ແລ້ວ. ເອລີຊາເບັດ​ເມຍ​ຂອງ​ເຈົ້າ​ຈະ​ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ໃຫ້​ເພິ່ນ​ວ່າ​ໂຢຮັນ.

14 ເພິ່ນ​ຈະ​ເປັນ​ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ສຸກໃຈ​ຂອງ​ເຈົ້າ ແລະ ຄົນ​ທັງຫລາຍ​ຈະ​ຍິນດີ​ເມື່ອ​ເພິ່ນ​ເກີດ​ມາ,

15 ເພາະ​ເພິ່ນ​ຈະ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ. ເພິ່ນ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ ແລະ ຂອງ​ມຶນເມົາ ແລະ ເພິ່ນ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ເກີດ​ມາ.

16 ເພິ່ນ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ຈຳນວນ​ຫລວງຫລາຍ​ກັບ​ຄືນ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຂົາ.

17 ແລະ ເພິ່ນ​ຈະ​ອອກໜ້າ​ກ່ອນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຈິດວິນຍານ ແລະ ລິດອຳນາດ​ຂອງ​ເອລີຢາ, ເພື່ອ​ໃຫ້​ຈິດໃຈ​ຂອງ​ພໍ່​ຫັນ​ມາ​ຫາ​ລູກ ແລະ ນຳ​ຄົນບໍ່ເຊື່ອຟັງ​ຫັນ​ມາ​ສູ່​ປັນຍາ​ຂອງ​ຄົນຊອບທຳ ເພື່ອ​ຈັດຕຽມ​ຊົນຊາດ​ໜຶ່ງ​ໄວ້​ສຳລັບ​ອົງພຣະຜູ້ເປັນເຈົ້າ”.

18 ເຊກາຣີຢາ​ຖາມ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ແນ່ໃຈ​ໃນ​ເລື່ອງ​ນີ້​ໄດ້​ແນວໃດ? ຂ້ານ້ອຍ​ເປັນ​ຊາຍ​ທີ່​ເຖົ້າແກ່ ແລະ ເມຍ​ຂອງ​ຂ້ານ້ອຍ​ກໍ​ມີ​ອາຍຸ​ຫລາຍ​ແລ້ວ”.

19 ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ເຮົາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ, ພຣະອົງ​ສົ່ງ​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ ໃຫ້​ມາ​ບອກ​ຂ່າວດີ​ນີ້​ແກ່​ເຈົ້າ.

20 ແລະ ບັດນີ້​ເຈົ້າ​ຈະ​ເປັນ​ໃບ້ ແລະ ບໍ່​ສາມາດ​ເວົ້າ​ໄດ້​ຈົນ​ເຖິງ​ວັນ​ທີ່​ເຫດການ​ເຫລົ່ານີ້​ຈະ​ເກີດ​ຂຶ້ນ, ເພາະ​ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງ​ເຮົາ, ເຊິ່ງ​ຈະ​ເປັນຈິງ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້”.

21 ໃນ​ຂະນະ​ນັ້ນ ປະຊາຊົນ​ກໍ​ກຳລັງ​ລໍຖ້າ​ເຊກາຣີຢາ ແລະ ກຳລັງ​ສົງໄສ​ວ່າ​ເປັນຫຍັງ​ເພິ່ນ​ຈຶ່ງ​ຢູ່​ໃນ​ວິຫານ​ດົນ​ແທ້.

22 ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່​ໄດ້. ພວກເຂົາ​ຈຶ່ງ​ເຂົ້າໃຈ​ວ່າ​ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ວິຫານ, ເພາະ​ເພິ່ນ​ໄດ້​ພະຍາຍາມ​ໃຊ້​ມື​ສື່ສານ​ກັບ​ພວກເຂົາ ແຕ່​ກໍ​ຍັງ​ບໍ່​ສາມາດ​ເວົ້າ​ໄດ້.

23 ເມື່ອ​ເພິ່ນ​ເຮັດ​ໜ້າທີ່​ຈົນ​ຄົບ​ກຳນົດ​ເວລາ​ແລ້ວ ເພິ່ນ​ກໍ​ກັບ​ບ້ານ.

24 ຫລັງຈາກ​ນັ້ນ ນາງ​ເອລີຊາເບັດ​ເມຍ​ຂອງ​ເພິ່ນ​ກໍ​ຖືພາ ແລະ ບໍ່​ໄດ້​ອອກ​ໄປ​ໃສ​ເປັນ​ເວລາ​ຫ້າ​ເດືອນ.

25 ນາງ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ກະທຳ​ການ​ນີ້​ເພື່ອ​ຂ້ານ້ອຍ. ໃນ​ວັນ​ເຫລົ່ານີ້​ພຣະອົງ​ໄດ້​ສະແດງ​ຄວາມ​ກະລຸນາ​ຂອງ​ພຣະອົງ ແລະ ເອົາ​ຄວາມອັບອາຍ​ຂອງ​ຂ້ານ້ອຍ​ທີ່​ມີ​ຢູ່​ໃນ​ທ່າມກາງ​ຄົນ​ທັງຫລາຍ​ອອກ​ໄປ”.


ທຳນວາຍ​ເຖິງ​ການ​ເກີດ​ຂອງ​ພຣະເຢຊູເຈົ້າ

26 ໃນ​ເດືອນ​ທີ​ຫົກ​ທີ່​ນາງ​ເອລີຊາເບັດ​ກຳລັງ​ຖືພາ​ຢູ່​ນັ້ນ, ພຣະເຈົ້າ​ໄດ້​ສົ່ງ​ເທວະດາ​ຄັບຣີເອນ​ມາ​ຍັງ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ,

27 ໃຫ້​ມາ​ຫາ​ສາວບໍລິສຸດ​ຄົນ​ໜຶ່ງ​ທີ່​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ດາວິດ. ສາວບໍລິສຸດ​ຄົນ​ນັ້ນ​ມີ​ຊື່​ວ່າ​ມາຣີ.

28 ເທວະດາ​ຕົນ​ນັ້ນ​ໄດ້​ໄປ​ຫາ​ນາງ ແລະ ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ເປັນ​ທີ່​ພໍໃຈ​ຫລາຍ! ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ເຈົ້າ”.

29 ນາງ​ມາຣີ​ຈຶ່ງ​ກະວົນກະວາຍ​ໃຈ​ຫລາຍ​ໃນ​ຖ້ອຍຄຳ​ຂອງ​ເພິ່ນ ແລະ ສົງໄສ​ວ່າ​ການ​ທັກທາຍ​ແບບ​ນີ້​ໝາຍ​ເຖິງ​ອັນໃດ.

30 ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ນາງ​ວ່າ, “ມາຣີ​ເອີຍ, ຢ່າ​ຢ້ານ​ເລີຍ ເຈົ້າ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ.

31 ເຈົ້າ​ຈະ​ຖືພາ ແລະ ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ລູກ​ນັ້ນ​ວ່າ​ເຢຊູ.

32 ພຣະອົງ​ຈະ​ຍິ່ງໃຫຍ່ ແລະ ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ມອບ​ບັນລັງ​ຂອງ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພຣະອົງ​ໃຫ້​ແກ່​ພຣະອົງ,

33 ແລະ ພຣະອົງ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ, ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ມີ​ວັນ​ສິ້ນສຸດ​ເລີຍ”.

34 ນາງ​ມາຣີ​ຈຶ່ງ​ຖາມ​ເທວະດາ​ນັ້ນ​ວ່າ, “ຈະ​ເປັນ​ຢ່າງ​ນັ້ນ​ໄດ້​ແນວໃດ​ໃນ​ເມື່ອ​ຂ້ານ້ອຍ​ຍັງ​ເປັນ​ສາວບໍລິສຸດ​ຢູ່?”

35 ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.

36 ແມ່ນ​ແຕ່​ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ກໍ​ຈະ​ໄດ້​ລູກຊາຍ​ໃນ​ໄວ​ເຖົ້າ ແລະ ຍິງ​ທີ່​ຄົນ​ເວົ້າ​ວ່າ​ເປັນໝັນ​ກໍ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ.

37 ເພາະ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ບໍ່​ມີ​ວັນ​ລົ້ມເຫລວ”.

38 ນາງ​ມາຣີ​ກ່າວ​ວ່າ, “ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ເປັນ​ຈິງ​ຕາມ​ຄຳ​ຂອງ​ທ່ານ”. ແລ້ວ​ເທວະດາ​ນັ້ນ​ກໍ​ຈາກ​ນາງ​ໄປ.


ນາງ​ມາຣີ​ໄປ​ຢ້ຽມຢາມ​ເອລີຊາເບັດ

39 ໃນ​ເວລາ​ນັ້ນ​ມາຣີ​ໄດ້​ຕຽມຕົວ ແລະ ຟ້າວ​ໄປ​ຍັງ​ເມືອງ​ໜຶ່ງ​ທີ່​ຢູ່​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ,

40 ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊກາຣີຢາ ແລະ ກ່າວ​ທັກທາຍ​ນາງ​ເອລີຊາເບັດ.

41 ເມື່ອ​ນາງ​ເອລີຊາເບັດ​ໄດ້​ຍິນ​ຄຳທັກທາຍ​ຂອງ​ນາງ​ມາຣີ, ລູກ​ໃນ​ທ້ອງ​ຂອງ​ນາງ​ກໍ​ດີ້ນ ແລະ ນາງ​ເອລີຊາເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ.

42 ນາງ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ທີ່ສຸດ​ໃນ​ທ່າມກາງ​ແມ່ຍິງ​ທັງຫລາຍ ແລະ ລູກ​ທີ່​ເຈົ້າ​ຈະ​ເກີດ​ອອກ​ມາ​ນັ້ນ​ກໍ​ໄດ້​ຮັບ​ພອນ​ດ້ວຍ!

43 ແຕ່​ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຫລາຍ​ເຊັ່ນ​ນີ້ ທີ່​ແມ່​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ຂ້ານ້ອຍ?

44 ພໍ​ແຕ່​ຂ້ານ້ອຍ​ໄດ້​ຍິນ​ສຽງ​ທັກທາຍ​ຂອງ​ນາງ ລູກ​ໃນ​ທ້ອງ​ຂອງ​ຂ້ານ້ອຍ​ກໍ​ດີ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ.

45 ພອນ​ນັ້ນ​ເປັນ​ຂອງ​ນາງ​ທີ່​ເຊື່ອ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ຕາມ​ສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ນາງ!”


ບົດເພງ​ຂອງ​ນາງ​ມາຣີ
(1ຊມອ 2:1-10)

46 ແລະ ນາງ​ມາຣີ​ຈຶ່ງ​ກ່າວ​ວ່າ: “ຈິດໃຈ​ຂອງ​ຂ້ານ້ອຍ​ຍົກຍ້ອງ​ອົງພຣະຜູ້ເປັນເຈົ້າ

47 ແລະ ຈິດວິນຍານ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,

48 ເພາະ​ພຣະອົງ​ໄດ້​ໃສ່​ໃຈ ຕໍ່​ຖານະ​ອັນ​ຕ່ຳຕ້ອຍ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ. ຈາກ​ນີ້​ໄປ​ຄົນ​ທຸກ​ຍຸກ​ຈະ​ເອີ້ນ​ຂ້ານ້ອຍ​ວ່າ​ຜູ້​ໄດ້​ຮັບ​ພອນ,

49 ເພາະ​ວ່າ​ພຣະອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ເພື່ອ​ຂ້ານ້ອຍ ນາມ​ຂອງ​ພຣະອົງ​ບໍລິສຸດ.

50 ຄວາມ​ເມດຕາ​ຂອງ​ພຣະອົງ​ກໍ​ແຜ່​ມາ​ເຖິງ​ບັນດາ​ຄົນ​ທີ່​ຢຳເກງ​ພຣະອົງ, ຈາກ​ຄົນ​ຊົ່ວ​ອາຍຸ​ນີ້​ໄປ​ຫາ​ຄົນ​ຊົ່ວ​ອາຍຸ​ໜ້າ.

51 ພຣະອົງ​ກະທຳ​ການ​ຍິ່ງໃຫຍ່​ດ້ວຍ​ແຂນ​ຂອງ​ພຣະອົງ, ພຣະອົງ​ເຮັດ​ໃຫ້​ຄົນ​ທີ່​ມີ​ໃຈ​ອວດອ້າງ​ຈອງຫອງ​ກະຈັດກະຈາຍ​ໄປ.

52 ພຣະອົງ​ໄດ້​ປົດ​ບັນດາ​ຜູ້ປົກຄອງ​ລົງ​ຈາກ​ບັນລັງ​ຂອງ​ພວກເຂົາ ແຕ່​ໄດ້​ຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ.

53 ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ສິ່ງ​ດີ ແຕ່​ສົ່ງ​ຄົນ​ຮັ່ງມີ​ໜີ​ໄປ​ມື​ເປົ່າ.

54 ພຣະອົງ​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂດຍ​ພຣະອົງ​ບໍ່​ລືມ​ທີ່​ຈະ​ເມດຕາ

55 ຕໍ່​ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດໄປ, ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ”.

56 ນາງ​ມາຣີ​ໄດ້​ພັກເຊົາ​ຢູ່​ກັບ​ເອລີຊາເບັດ​ປະມານ​ສາມ​ເດືອນ​ແລ້ວ​ຈຶ່ງ​ກັບ​ເຮືອນ.


ການ​ເກີດ​ຂອງ​ໂຢຮັນ​ບັບຕິສະໂຕ

57 ເມື່ອ​ເຖິງ​ກຳນົດ​ເວລາ​ທີ່​ນາງ​ເອລີຊາເບັດ​ຈະ​ເກີດ​ລູກ, ນາງ​ກໍ​ເກີດ​ລູກຊາຍ​ຄົນ​ໜຶ່ງ.

58 ບັນດາ​ເພື່ອນ​ບ້ານ ແລະ ຍາດພີ່ນ້ອງ​ຂອງ​ນາງ​ໄດ້​ຍິນ​ວ່າ​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ແກ່​ນາງ ແລະ ພວກເຂົາ​ກໍ​ໄດ້​ມາ​ຮ່ວມ​ຍິນດີ​ກັບ​ນາງ.

59 ໃນ​ວັນ​ທີ​ແປດ ພວກເພິ່ນ​ກໍ​ໃຫ້​ເດັກນ້ອຍ​ນັ້ນ​ຮັບ​ພິທີຕັດ ແລະ ພວກເພິ່ນ​ກຳລັງ​ຈະ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ເຊກາຣີຢາ​ຕາມ​ຊື່​ຂອງ​ພໍ່,

60 ແຕ່​ແມ່​ຂອງ​ເດັກນ້ອຍ​ໄດ້​ທ້ວງ​ຂຶ້ນ​ວ່າ, “ບໍ່​ໄດ້! ລາວ​ຕ້ອງ​ມີ​ຊື່​ວ່າ​ໂຢຮັນ”.

61 ພວກເຂົາ​ກ່າວ​ກັບ​ນາງ​ວ່າ, “ໃນ​ບັນດາ​ຍາດພີ່ນ້ອງ​ຂອງ​ເຈົ້າ​ບໍ່​ມີ​ຜູ້ໃດ​ທີ່​ໃຊ້​ຊື່​ນັ້ນ”.

62 ແລ້ວ​ພວກເຂົາ​ໃຊ້​ພາສາ​ໃບ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ເພື່ອ​ຕ້ອງການ​ຮູ້​ວ່າ​ເພິ່ນ​ຢາກ​ຕັ້ງ​ຊື່​ລູກ​ວ່າ​ແນວໃດ.

63 ເພິ່ນ​ຈຶ່ງ​ຂໍ​ໃຫ້​ເອົາ​ແຜ່ນກະດານ​ມາ​ແລ້ວ​ຂຽນ​ລົງ​ໄປ​ວ່າ, “ຊື່​ຂອງ​ລາວ​ແມ່ນ​ໂຢຮັນ” ເຊິ່ງ​ສ້າງ​ຄວາມປະຫລາດໃຈ​ແກ່​ທຸກຄົນ.

64 ໃນ​ທັນໃດ​ນັ້ນ ປາກ​ຂອງ​ເພິ່ນ​ກໍ​ເປີດ​ອອກ ແລະ ລີ້ນ​ຂອງ​ເພິ່ນ​ກໍ​ເຊົາ​ຕິດຂັດ ແລ້ວ​ເພິ່ນ​ກໍ​ເລີ່ມ​ກ່າວ ແລະ ສັນລະເສີນ​ພຣະເຈົ້າ.

65 ເພື່ອນ​ບ້ານ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ ແລະ ຄົນ​ທັງຫລາຍ​ກໍ​ພາກັນ​ເວົ້າ​ເຖິງ​ເລື່ອງ​ເຫລົ່ານີ້​ໄປ​ທົ່ວ​ເຂດ​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ.

66 ທຸກຄົນ​ທີ່​ໄດ້​ຍິນ​ເລື່ອງ​ນີ້​ຕ່າງ​ກໍ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ແລ້ວ​ເດັກນ້ອຍ​ຄົນ​ນີ້​ຈະ​ເປັນ​ແນວໃດ​ນໍ?” ເພາະ​ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ນຳ​ລາວ.


ບົດເພງ​ຂອງ​ເຊກາຣີຢາ

67 ຝ່າຍ​ເຊກາຣີຢາ​ຜູ້​ເປັນ​ພໍ່​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ທຳນວາຍ​ວ່າ:

68 ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ, ເພາະ​ພຣະອົງ​ມາ​ຢ້ຽມຢາມ​ບັນດາ​ຄົນ​ຂອງ​ພຣະອົງ ແລະ ໄຖ່​ພວກເຂົາ.

69 ພຣະອົງ​ຍົກຊູ​ເຂົາສັດ​ແຫ່ງ​ຄວາມພົ້ນ​ສຳລັບ​ພວກເຮົາ ໃນ​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ

70 (ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ຜ່ານ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງແຕ່​ສະໄໝ​ບູຮານ),

71 ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ພວກເຮົາ ແລະ ພົ້ນ​ຈາກ​ມື​ຂອງ​ທຸກຄົນ​ທີ່​ກຽດຊັງ​ພວກເຮົາ

72 ເພື່ອ​ສະແດງ​ຄວາມເມດຕາ​ຕໍ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ ເພື່ອ​ເປັນ​ການ​ລະນຶກ​ເຖິງ​ພັນທະສັນຍາ​ອັນ​ບໍລິສຸດ​ຂອງ​ພຣະອົງ,

73 ຄຳສາບານ​ທີ່​ພຣະອົງ​ໄດ້​ສາບານ​ໄວ້​ກັບ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຄື:

74 ຈະ​ກອບກູ້​ພວກເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ຂອງ​ພວກເຮົາ, ແລະ ໃຫ້​ພວກເຮົາ​ສາມາດ​ຮັບໃຊ້​ພຣະອົງ​ໂດຍ​ປາດສະຈາກ​ຄວາມຢ້ານ

75 ໃນ​ຄວາມບໍລິສຸດ ແລະ ຄວາມຊອບທຳ​ຕໍ່ໜ້າ​ພຣະອົງ​ຕະຫລອດ​ຊີວິດ​ຂອງ​ພວກເຮົາ.

76 “ແລະ ສ່ວນ​ເຈົ້າ, ລູກ​ຂອງ​ພໍ່, ເຈົ້າ​ຈະ​ໄດ້​ຊື່​ວ່າ​ຜູ້ທຳນວາຍ​ຂອງ​ອົງ​ສູງສຸດ, ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນໜ້າ​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຈັດຕຽມ​ທາງ​ສຳລັບ​ພຣະອົງ,

77 ເພື່ອ​ຈະ​ໃຫ້​ຄົນ​ຂອງ​ພຣະອົງ​ຮູ້​ເຖິງ​ຄວາມພົ້ນ ຜ່ານ​ການ​ອະໄພ​ບາບ​ຂອງ​ພວກເຂົາ,

78 ເພາະ​ໂດຍ​ຄວາມ​ເມດຕາ​ອັນ​ອ່ອນໂຍນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງເຊົ້າ​ຈາກ​ສະຫວັນ​ຈະ​ມາ​ຫາ​ພວກເຮົາ

79 ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ, ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.

80 ແລ້ວ​ເດັກນ້ອຍ​ຄົນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ ແລະ ຝ່າຍ​ວິນຍານ​ກໍ​ເຂັ້ມແຂງ, ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຈົນ​ເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ປະຊາຊົນ​ອິດສະຣາເອນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan