Biblia Todo Logo
Bìoball air-loidhne

- Sanasan -

ຢູດາ 1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ:

2 ຂໍ​ໃຫ້​ຄວາມ​ເມດຕາ, ສັນຕິສຸກ ແລະ ຄວາມຮັກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຢ່າງ​ເຫລືອລົ້ນ.


ຄວາມບາບ ແລະ ຄວາມຈິບຫາຍ​ຂອງ​ຄົນອະທຳ

3 ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.

4 ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.

5 ເຖິງແມ່ນວ່າ​ພວກເຈົ້າ​ຮູ້​ຂໍ້ຄວາມ​ເຫລົ່ານີ້​ໝົດ​ແລ້ວ ເຮົາ​ກໍ​ຍັງ​ຢາກ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ປົດປ່ອຍ​ຄົນ​ຂອງ​ພຣະອົງ​ອອກຈາກ​ເອຢິບ ແຕ່​ຕໍ່ມາ​ກໍ​ທຳລາຍ​ບັນດາ​ຜູ້​ທີ່​ບໍ່​ເຊື່ອ.

6 ແລະ ບັນດາ​ເທວະດາ​ຜູ້​ທີ່​ບໍ່​ຮັກສາ​ອຳນາດ​ຫນ້າທີ່​ຂອງ​ຕົນ ແຕ່​ໄດ້​ປະຖິ້ມ​ຖິ່ນຖານ​ທີ່​ຢູ່​ຂອງ​ຕົນເອງ ພຣະອົງ​ໄດ້​ກັກຂັງ​ເທວະດາ​ເຫລົ່ານີ້​ໄວ້​ໃນ​ບ່ອນ​ມືດ, ລ່າມ​ດ້ວຍ​ໂສ້​ຕະຫລອດໄປ​ເປັນນິດ​ເພື່ອ​ລໍຖ້າ​ການພິພາກສາ​ໃນ​ວັນ​ອັນ​ຍິ່ງໃຫຍ່​ນັ້ນ.

7 ໃນ​ທຳນອງ​ດຽວ​ກັນ, ເມືອງ​ໂຊໂດມ, ເມືອງ​ໂກໂມຣາ ແລະ ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ທີ່​ນັ້ນ​ໄດ້​ປ່ອຍ​ຕົນເອງ​ໃຫ້​ເຮັດ​ຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາ​ເປັນ​ຕົວຢ່າງ​ຂອງ​ບັນດາ​ຜູ້​ທີ່​ຈະ​ຮັບໂທດ​ໃນ​ໄຟ​ນິລັນດອນ.

8 ໃນ​ທາງ​ດຽວ​ກັນ ໃນ​ຄວາມເພີ້ຝັນ​ຂອງ​ພວກເຂົາ​ຄົນອະທຳ​ເຫລົ່ານີ້​ກໍ​ເປັນ​ແບບ​ດຽວ​ກັນ​ເລີຍ ພວກເຂົາ​ປ່ອຍ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປື້ອນເປິ, ປະຕິເສດ​ສິດອຳນາດ ແລະ ດ່າ​ເທວະດາ​ເບື້ອງເທິງ.

9 ແມ່ນ​ແຕ່​ມີຄາເອນ​ຫົວໜ້າ​ເທວະດາ ເມື່ອ​ເພິ່ນ​ໂຕ້ແຍ້ງ​ກັບ​ມານຮ້າຍ​ເລື່ອງ​ສົບ​ຂອງ​ໂມເຊ​ນັ້ນ​ກໍ​ຍັງ​ບໍ່​ກ້າ​ກ່າວ​ໂທດ​ມານຮ້າຍ​ທີ່​ກ່າວ​ໃສ່ຮ້າຍ ແຕ່​ເວົ້າ​ວ່າ, “ໃຫ້​ອົງພຣະຜູ້ເປັນເຈົ້າ​ຈັດການ​ກັບ​ເຈົ້າ!”

10 ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.

11 ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.

12 ຄົນ​ເຫລົ່ານີ້​ເປັນ​ຮອຍ​ຕຳໜິ​ໃນ​ງານລ້ຽງ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ພວກເຂົາ​ຮ່ວມ​ກິນ​ກັບ​ພວກເຈົ້າ​ໂດຍ​ບໍ່​ຢ້ານກົວ​ເລິີຍ ເປັນ​ເໝືອນ​ຄົນລ້ຽງແກະ​ທີ່​ລ້ຽງ​ແຕ່​ຕົນເອງ. ພວກເຂົາ​ເປັນ​ເມກ​ທີ່​ບໍ່​ມີ​ຝົນ, ຖືກ​ພັດ​ໄປ​ຕາມ​ລົມ, ເປັນ​ຕົ້ນໄມ້​ທີ່​ບໍ່​ເກີດຜົນ​ຕາມ​ລະດູ ແລະ ຖືກ​ຖອນ​ຮາກ​ຖອນ​ເຫງົ້າ​ຕາຍ​ແລ້ວ​ຕາຍ​ອີກ.

13 ພວກເຂົາ​ເປັນ​ຄື້ນ​ຟອງ​ນໍ້າ​ໃນ​ທະເລ​ທີ່​ຊັດ​ຄວາມອັບອາຍ​ຂອງ​ຕົນ​ຂຶ້ນ​ເປັນ​ຟອງ, ພວກເຂົາ​ເປັນ​ບັນດາ​ດາວ​ທີ່​ຫລຸດ​ອອກ​ຈາກ​ວົງໂຄຈອນ, ຄວາມມືດ​ທີ່ສຸດ​ໄດ້​ຖືກ​ສະຫງວນ​ໄວ້​ໃຫ້​ພວກເຂົາ​ຕະຫລອດໄປ.

14 ເອນົກ ເປັນ​ລຸ້ນ​ທີ​ເຈັດ​ນັບ​ຈາກ​ອາດາມ ໄດ້​ທຳນວາຍ​ກ່ຽວກັບ​ພວກເຂົາ​ວ່າ: “ເບິ່ງ​ແມ, ອົງພຣະຜູ້ເປັນເຈົ້າ​ກຳລັງ​ມາ​ພ້ອມດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະອົງ​ນັບ​ເປັນ​ພັນໆ

15 ເພື່ອ​ພິພາກສາ​ທຸກຄົນ ແລະ ລົງໂທດ​ພວກເຂົາ​ທັງໝົດ​ຈາກ​ການອະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ຕາມ​ທາງ​ອະທຳ​ຂອງ​ພວກເຂົາ ແລະ ທຸກ​ຄຳ​ຕໍ່ຕ້ານ​ທີ່​ຄົນບາບ​ຄົນອະທຳ​ໄດ້​ກ່າວ​ຕໍ່ສູ້​ພຣະອົງ”

16 ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນເອງ.


ຮຽກຮ້ອງ​ໃຫ້​ມີ​ຄວາມອົດທົນ

17 ແຕ່​ເພື່ອນ​ທີ່ຮັກ​ທັງຫລາຍ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ບັນດາ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ລ່ວງໜ້າ​ແລ້ວ.

18 ພວກເພິ່ນ​ໄດ້​ກ່າວ​ກັບ​ພວກທ່ານ​ວ່າ, “ໃນ​ຍຸກສຸດທ້າຍ​ຈະ​ມີ​ຄົນ​ມັກ​ເຢາະເຢີ້ຍ ເຊິ່ງ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ​ເອງ”.

19 ຄົນ​ເຫລົ່ານີ້​ເຮັດ​ໃຫ້​ພວກທ່ານ​ແຕກແຍກ​ກັນ, ພວກເຂົາ​ເຮັດ​ຕາມ​ສັນຊາດຕະຍານ​ເທົ່ານັ້ນ ແລະ ບໍ່​ມີ​ພຣະວິນຍານ.

20 ສ່ວນ​ພວກທ່ານ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເສີມສ້າງ​ກັນ​ຂຶ້ນ​ໃນ​ຄວາມເຊື່ອ​ອັນ​ບໍລິສຸດ​ທີ່​ພວກທ່ານ​ມີ​ຢູ່ ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານບໍລິສຸດເຈົ້າ

21 ຈົ່ງ​ຮັກສາ​ຕົນເອງ​ໄວ້​ໃນ​ຄວາມຮັກ​ຂອງ​ພຣະເຈົ້າ​ຂະນະ​ທີ່​ພວກທ່ານ​ລໍຖ້າ​ຄວາມ​ເມດຕາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃຫ້​ນຳ​ພວກທ່ານ​ໄປ​ສູ່​ຊີວິດ​ນິລັນດອນ.

22 ຈົ່ງ​ສະແດງ​ຄວາມເມດຕາ​ແກ່​ຜູ້​ທີ່​ສົງໄສ,

23 ຈົ່ງ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ໂດຍ​ການ​ດຶງ​ພວກເຂົາ​ອອກ​ມາ​ຈາກ​ໄຟ, ຈົ່ງ​ສະແດງ​ຄວາມເມດຕາ​ແກ່​ຄົນ​ອື່ນ ແຕ່​ຈົ່ງ​ຢ້ານ​ຄື ຈົ່ງ​ກຽດຊັງ​ແມ່ນແຕ່​ເສື້ອຜ້າ​ທີ່​ເປື້ອນເປິ​ດ້ວຍ​ລາຄະຕັນຫາ​ຂອງ​ເນື້ອໜັງ.


ບົດເພງສັນເສີນ

24 ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່

25 ຄື​ແດ່​ພຣະເຈົ້າ​ອົງ​ດຽວ​ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ. ຂໍ​ໃຫ້​ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງ​ມີ​ແກ່​ພຣະອົງ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ທຸກ​ຍຸກ​ທັງ​ໃນ​ອະດີດ, ປັດຈຸບັນ ແລະ ສືບໆ​ໄປ​ເປັນນິດ! ອາແມນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan