Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 8 - ພຣະຄຳພີລາວສະບັບສະໄໝໃໝ່

1 ແຕ່​ພຣະເຢຊູເຈົ້າ​ໄດ້​ໄປ​ຍັງ​ພູເຂົາ​ໝາກກອກ.

2 ພໍ​ຮຸ່ງເຊົ້າ​ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ອີກ, ບ່ອນ​ທີ່​ຄົນ​ທັງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ພຣະອົງ​ນັ່ງລົງ​ເພື່ອ​ສັ່ງສອນ​ພວກເຂົາ.

3 ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ໄດ້​ນຳເອົາ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ໃນ​ຖານ​ຫລິ້ນຊູ້​ມາ. ພວກເຂົາ​ໄດ້​ໃຫ້​ນາງ​ຢືນ​ຢູ່​ຕໍ່ໜ້າ​ຄົນ​ກຸ່ມ​ນັ້ນ

4 ແລ້ວ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ຍິງ​ຜູ້​ນີ້​ຖືກ​ຈັບ​ໃນ​ເວລາ​ທີ່​ກຳລັງ​ຫລິ້ນຊູ້​ຢູ່.

5 ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ​ໄດ້​ສັ່ງ​ໃຫ້​ພວກເຮົາ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ແມ່ຍິງ​ທີ່​ເຮັດ​ຢ່າງ​ນີ້. ສ່ວນ​ທ່ານ​ຈະ​ວ່າ​ຢ່າງໃດ?”

6 ພວກເຂົາ​ໃຊ້​ຄຳຖາມ​ນີ້​ເປັນ​ບ້ວງແຮ້ວ​ເພື່ອ​ຊອກຫາ​ເຫດ​ກ່າວຫາ​ພຣະອົງ. ແຕ່​ພຣະເຢຊູເຈົ້າ​ກົ້ມລົງ ແລະ ໃຊ້​ນິ້ວມື​ຂຽນ​ລົງ​ທີ່​ພື້ນດິນ.

7 ເມື່ອ​ພວກເຂົາ​ຍັງ​ຖາມ​ບໍ່​ຢຸດ ພຣະອົງ​ຈຶ່ງ​ຢືດ​ໂຕ​ຂຶ້ນ​ແລ້ວ​ກ່າວ​ກັບ​ພວກເຂົາ​ວ່າ, “ຜູ້ໃດ​ໃນ​ພວກເຈົ້າ​ທີ່​ບໍ່ມີບາບ​ໃຫ້​ຜູ້​ນັ້ນ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ນາງ​ເປັນ​ຄົນ​ທຳອິດ”.

8 ແລ້ວ​ພຣະອົງ​ກໍ​ກົ້ມລົງ​ຂຽນ​ໃສ່​ພື້ນດິນ​ອີກ.

9 ໃນ​ເວລາ​ນັ້ນ, ບັນດາ​ຄົນ​ທີ່​ໄດ້​ຍິນ​ກໍ​ເລີ່ມ​ໜີ​ອອກໄປ​ເທື່ອ​ລະ​ຄົນ ເລີ່ມ​ຈາກ​ຜູ້ເຖົ້າ​ກ່ອນ​ຈົນ​ເຫລືອ​ແຕ່​ພຣະເຢຊູເຈົ້າ​ກັບ​ຍິງ​ຄົນ​ນັ້ນ​ທີ່​ຍັງ​ຢືນ​ຢູ່​ທີ່​ນັ້ນ.

10 ພຣະເຢຊູເຈົ້າ​ຈຶ່ງ​ຢືດ​ໂຕ​ຂຶ້ນ ແລະ ຖາມ​ວ່າ, “ນາງ​ເອີຍ, ພວກເຂົາ​ໄປ​ໃສ​ໝົດ? ບໍ່​ມີ​ຜູ້ໃດ​ລົງໂທດ​ເຈົ້າ​ບໍ?”

11 ນາງ​ຕອບ​ວ່າ, “ນາຍ​ເອີຍ, ບໍ່​ມີ​ຜູ້ໃດ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ກໍ​ບໍ່​ຕັດສິນລົງໂທດ​ເຈົ້າ​ເໝືອນກັນ. ບັດນີ້ ຈົ່ງ​ໄປ​ສາ ແລະ ຈົ່ງ​ລະ​ຖິ້ມ​ວິຖີ​ຊີວິດ​ບາບ​ຂອງ​ເຈົ້າ”. ————————————————————


ຄຳພະຍານ​ຂອງ​ພຣະເຢຊູເຈົ້າ​ເຊື່ອຖື​ໄດ້

12 ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.

13 ພວກ​ຟາຣີຊາຍ​ຈຶ່ງ​ທ້າທາຍ​ພຣະອົງ​ວ່າ, “ເບິ່ງແມ! ທ່ານ​ເປັນ​ພະຍານ​ໃຫ້​ແກ່​ຕົນເອງ ຄຳພະຍານ​ຂອງ​ທ່ານ​ກໍ​ເຊື່ອຖື​ບໍ່​ໄດ້”.

14 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຖິງ​ແມ່ນ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ, ຄຳພະຍານ​ຂອງ​ເຮົາ​ກໍ​ຖືກຕ້ອງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ແລະ ຈະ​ໄປ​ໃສ. ແຕ່​ພວກເຈົ້າ​ບໍ່​ຮູ້​ເລີຍ​ວ່າ​ເຮົາ​ມາ​ແຕ່​ໃສ ຫລື ຈະ​ໄປ​ໃສ.

15 ພວກເຈົ້າ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ; ສ່ວນ​ເຮົາ​ບໍ່​ຕັດສິນ​ຜູ້ໃດ.

16 ແຕ່​ຖ້າ​ເຮົາ​ຕັດສິນ, ຄຳຕັດສິນ​ຂອງ​ເຮົາ​ກໍ​ຖືກຕ້ອງ ເພາະ​ເຮົາ​ບໍ່​ໄດ້​ເຮັດ​ໂດຍ​ເຮົາ​ເອງ​ຜູ້​ດຽວ ພຣະບິດາເຈົ້າ​ຜູ້​ໃຊ້​ເຮົາ​ມາ​ໄດ້​ສະຖິດ​ຢູ່​ກັບ​ເຮົາ.

17 ໃນ​ໜັງສື​ກົດບັນຍັດ​ຂອງ​ພວກເຈົ້າ​ເອງ​ກໍ​ຂຽນ​ໄວ້​ວ່າ​ຄຳພະຍານ​ຂອງ​ສອງ​ຄົນ​ກໍ​ເປັນ​ຄວາມ​ຈິງ.

18 ເຮົາ​ເປັນ​ພະຍານ​ໃຫ້​ໂຕ​ເຮົາ​ເອງ ແລະ ພະຍານ​ອີກ​ຜູ້​ໜຶ່ງ​ຂອງ​ເຮົາ​ກໍ​ຄື​ພຣະບິດາເຈົ້າ​ຜູ້​ໃຊ້​ເຮົາ​ມາ”.

19 ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງ​ທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ ຫລື ພຣະບິດາເຈົ້າ​ຂອງ​ເຮົາ, ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ”.

20 ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫລົ່ານີ້​ໃນ​ຂະນະ​ທີ່​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ໃກ້​ກັບ​ບ່ອນວາງ​ເຄື່ອງຖວາຍ. ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັບ​ພຣະອົງ, ເພາະ​ຍັງ​ບໍ່​ເຖິງ​ເວລາ​ຂອງ​ພຣະອົງ​ເທື່ອ.

21 ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເຂົາ​ອີກ​ເທື່ອ​ໜຶ່ງ​ວ່າ, “ເຮົາ​ກຳລັງ​ຈະ​ໄປ ແລ້ວ​ພວກເຈົ້າ​ຈະ​ຊອກຫາ​ເຮົາ ແລະ ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ. ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.

22 ຖ້ອຍຄຳ​ນີ້​ເຮັດ​ໃຫ້​ພວກ​ຢິວ​ຖາມ​ກັນ​ວ່າ, “ລາວ​ຈະ​ຂ້າໂຕຕາຍ​ບໍ? ເພາະ​ລາວ​ເວົ້າ​ວ່າ, ‘ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້’?”

23 ແຕ່​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມາ​ຈາກ​ເບື້ອງລຸ່ມ ເຮົາ​ມາ​ຈາກ​ເບື້ອງເທິງ. ພວກເຈົ້າ​ເປັນ​ຂອງ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ໄດ້​ເປັນ​ຂອງ​ຝ່າຍ​ໂລກ​ນີ້.

24 ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ, ຖ້າ​ພວກເຈົ້າ​ບໍ່​ເຊື່ອ​ວ່າ​ເຮົາ​ເປັນ​ຜູ້​ນັ້ນ ພວກເຈົ້າ​ຈະ​ຕາຍ​ໃນ​ບາບ​ຂອງ​ພວກເຈົ້າ​ຢ່າງ​ແນ່ນອນ”.

25 ພວກເຂົາ​ຈຶ່ງ​ຖາມວ່າ, “ທ່ານ​ແມ່ນ​ຜູ້ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ​ຜູ້​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ຕັ້ງແຕ່​ຕົ້ນ​ນັ້ນ.

26 ເຮົາ​ມີ​ຫລາຍ​ຢ່າງ​ທີ່​ຈະ​ກ່າວ​ໃນ​ການ​ຕັດສິນ​ພວກເຈົ້າ ແຕ່​ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ເຊື່ອຖື​ໄດ້ ແລະ ສິ່ງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກ​ພຣະອົງ​ນັ້ນ​ເຮົາ​ກໍ​ແຈ້ງ​ແກ່​ໂລກ”.

27 ພວກເຂົາ​ບໍ່​ໄດ້​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ບອກ​ພວກເຂົາ​ກ່ຽວກັບ​ພຣະບິດາເຈົ້າ​ຂອງ​ພຣະອົງ.

28 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເມື່ອໃດ​ພວກເຈົ້າ​ທັງຫລາຍ​ຍົກ​ບຸດມະນຸດ​ຂຶ້ນ​ແລ້ວ ເມື່ອ​ນັ້ນ​ແຫລະ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ​ເຮົາ​ເປັນ​ຜູ້​ນັ້ນ ແລະ ເຮົາ​ບໍ່​ໄດ້​ເຮັດ​ສິ່ງໃດ​ຕາມໃຈ​ຂອງ​ເຮົາ​ເອງ ແຕ່​ກ່າວ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສອນ​ເຮົາ​ໄວ້.

29 ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ກໍ​ສະຖິດ​ຢູ່​ກັບ​ເຮົາ, ພຣະອົງ​ບໍ່​ໄດ້​ປະຖິ້ມ​ເຮົາ​ໄວ້​ພຽງ​ຄົນ​ດຽວ ເພາະ​ເຮົາ​ເຮັດ​ສິ່ງ​ທີ່​ພຣະອົງ​ພໍໃຈ​ສະເໝີ”.

30 ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ຫລາຍ​ຄົນ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.


ການ​ຖົກຖຽງ​ກັນ​ເລື່ອງ​ລູກ​ຂອງ​ຜູ້ໃດ​ທີ່​ເປັນ​ຜູ້ຄັດຄ້ານ​ພຣະເຢຊູເຈົ້າ

31 ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກ​ຢິວ​ທີ່​ໄດ້​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄຳສັ່ງສອນ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງ​ເຮົາ.

32 ແລ້ວ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ​ຄວາມຈິງ ແລະ ຄວາມຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ”.

33 ພວກເຂົາ​ຕອບ​ວ່າ, “ພວກເຮົາ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ບໍ່​ເຄີຍ​ເປັນ​ຂ້າທາດ​ຂອງ​ຜູ້ໃດ. ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ​ພວກເຮົາ​ຈະ​ເປັນ​ອິດສະຫລະ?”

34 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ບາບ​ກໍ​ເປັນ​ຂ້າທາດ​ຂອງ​ບາບ​ນັ້ນ.

35 ຂ້າທາດ​ບໍ່​ໄດ້​ຢູ່​ໃນ​ຄອບຄົວ​ຕະຫລອດໄປ ແຕ່​ລູກຊາຍ​ກໍ​ຢູ່​ໃນ​ຄອບຄົວ​ຕະຫລອດໄປ.

36 ດັ່ງນັ້ນ ຖ້າ​ພຣະບຸດ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ ພວກເຈົ້າ​ກໍ​ຈະ​ເປັນ​ອິດສະຫລະ​ຢ່າງ​ແທ້ຈິງ.

37 ເຮົາ​ຮູ້​ວ່າ​ພວກເຈົ້າ​ເປັນ​ລູກຫລານ​ຂອງ​ອັບຣາຮາມ. ພວກເຈົ້າ​ຊອກຫາ​ໂອກາດ​ເພື່ອ​ຈະ​ຂ້າ​ເຮົາ ເພາະ​ຄຳສັ່ງສອນ​ຂອງ​ເຮົາ​ບໍ່​ໄດ້​ເຂົ້າ​ສູ່​ໃຈ​ຂອງ​ພວກເຈົ້າ.

38 ເຮົາ​ກຳລັງ​ບອກ​ພວກເຈົ້າ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ເມື່ອ​ຢູ່​ກັບ​ພຣະບິດາເຈົ້າ ແລະ ພວກເຈົ້າ​ກໍ​ເຮັດ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ຈາກ​ພໍ່​ຂອງ​ພວກເຈົ້າ”.

39 ພວກເຂົາ​ຕອບ​ວ່າ, “ພໍ່​ຂອງ​ພວກເຮົາ​ແມ່ນ​ອັບຣາຮາມ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ເປັນ​ລູກ​ຂອງ​ອັບຣາຮາມ ພວກເຈົ້າ​ກໍ​ຈະ​ເຮັດ​ສິ່ງ​ທີ່​ອັບຣາຮາມ​ໄດ້​ເຮັດ.

40 ແຕ່​ບັດນີ້ ພວກເຈົ້າ​ຕັ້ງໃຈ​ຊອກຫາ​ໂອກາດ​ທີ່​ຈະ​ຂ້າ​ເຮົາ, ຜູ້​ທີ່​ໄດ້​ບອກ​ພວກເຈົ້າ​ເຖິງ​ຄວາມຈິງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກ​ພຣະເຈົ້າ. ອັບຣາຮາມ​ບໍ່​ໄດ້​ເຮັດ​ຢ່າງ​ນີ້.

41 ພວກເຈົ້າ​ກຳລັງ​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ເອງ​ໄດ້​ເຮັດ”. ພວກເຂົາ​ຄັດຄ້ານ​ວ່າ, “ພວກເຮົາ​ບໍ່​ແມ່ນ​ລູກ​ທີ່​ເກີດ​ນອກກົດໝາຍ ພວກເຮົາ​ມີ​ພຣະບິດາເຈົ້າ​ອົງ​ດຽວ​ຄື​ພຣະເຈົ້າ​ເທົ່ານັ້ນ”.


ລູກ​ຂອງ​ມານຮ້າຍ

42 ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຖ້າ​ພຣະເຈົ້າ​ເປັນ​ພຣະບິດາ​ຂອງ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ຮັກ​ເຮົາ, ເພາະ​ເຮົາ​ມາ​ຈາກ​ພຣະເຈົ້າ ແລະ ເຮົາ​ຢູ່​ທີ່​ນີ້​ແລ້ວ. ເຮົາ​ບໍ່​ໄດ້​ມາ​ເອງ, ແຕ່​ພຣະອົງ​ໄດ້​ໃຊ້​ເຮົາ​ມາ.

43 ເປັນຫຍັງ​ພາສາ​ຂອງ​ເຮົາ​ບໍ່​ຊັດເຈນ​ຕໍ່​ພວກເຈົ້າ​ບໍ? ເພາະ​ພວກເຈົ້າ​ບໍ່​ສາມາດ​ໄດ້​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ.

44 ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.

45 ແຕ່​ເພາະ​ເຮົາ​ບອກ​ຄວາມຈິງ ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ!

46 ໃນ​ພວກເຈົ້າ​ມີ​ຜູ້ໃດ​ແດ່​ທີ່​ພິສູດ​ໄດ້​ວ່າ​ເຮົາ​ເຮັດ​ບາບ? ຖ້າ​ເຮົາ​ເວົ້າ​ຄວາມຈິງ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ?

47 ຜູ້ໃດ​ກໍ​ຕາມ​ທີ່​ເປັນ​ຂອງ​ພຣະເຈົ້າ​ຍ່ອມ​ຮັບ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າ​ກ່າວ. ເຫດຜົນ​ທີ່​ພວກເຈົ້າ​ບໍ່​ຮັບ​ຟັງ​ກໍ​ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ພຣະເຈົ້າ”.


ພຣະເຢຊູເຈົ້າ​ກ່າວ​ກ່ຽວກັບ​ພຣະອົງ​ເອງ

48 ພວກ​ຢິວ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ ມີ​ຜີມານຮ້າຍ​ສິງ​ຢູ່?”

49 ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບໍ່​ໄດ້​ຖືກ​ຜີມານຮ້າຍ​ສິງ, ແຕ່​ເຮົາ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ບໍ່​ໃຫ້​ກຽດ​ເຮົາ.

50 ເຮົາ​ບໍ່​ໄດ້​ສະແຫວງຫາ​ກຽດ​ສຳລັບ​ຕົນເອງ ແຕ່​ມີ​ຜູ້​ໜຶ່ງ​ຊອກຫາ​ໃຫ້​ເຮົາ ແລະ ພຣະອົງ​ເປັນ​ຜູ້​ຕັດສິນ.

51 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ຈະ​ບໍ່​ພົບ​ກັບ​ຄວາມຕາຍ​ຈັກເທື່ອ”.

52 ເມື່ອ​ພວກ​ຢິວ​ໄດ້​ຍິນ​ຢ່າງ​ນີ້​ກໍ​ຮ້ອງ​ຂຶ້ນ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ແລ້ວ​ວ່າ​ຜີມານຮ້າຍ​ສິງ​ເຈົ້າ​ຢູ່! ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ, ແຕ່​ເຈົ້າ​ມາ​ເວົ້າ​ວ່າ​ຜູ້ໃດ​ກໍ​ຕາມ​ປະຕິບັດ​ຕາມ​ຄຳ​ຂອງ​ເຈົ້າ​ຜູ້​ນັ້ນ​ຈະ​ບໍ່​ໄດ້​ຊິມ​ລົດ​ຄວາມຕາຍ​ຈັກເທື່ອ.

53 ເຈົ້າ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ບໍ? ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ. ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”

54 ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຍົກຍ້ອງ​ໃຫ້​ກຽດ​ແກ່​ເຮົາ​ເອງ, ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມໝາຍ. ພຣະບິດາເຈົ້າ​ຂອງ​ເຮົາ​ຄື​ຜູ້​ທີ່​ພວກເຈົ້າ​ບອກ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ຜູ້​ທີ່​ຍົກຍ້ອງ​ໃຫ້​ກຽດ​ເຮົາ.

55 ເຖິງແມ່ນວ່າ​ພວກເຈົ້າ​ຍັງ​ບໍ່​ຮູ້ຈັກ​ພຣະອົງ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ. ຖ້າ​ເຮົາ​ກ່າວ​ວ່າ​ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນຂີ້ຕົວະ​ເໝືອນ​ກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

56 ອັບຣາຮາມ​ພໍ່​ຂອງ​ພວກເຈົ້າ​ມີ​ຄວາມຊື່ນຊົມຍິນດີ​ທີ່​ຈະ​ເຫັນ​ວັນ​ຂອງ​ເຮົາ, ເພິ່ນ​ກໍ​ໄດ້​ເຫັນ​ແລ້ວ ແລະ ມີ​ຄວາມຊື່ນຊົມຍິນດີ”.

57 ພວກ​ຢິວ​ເວົ້າ​ກັບ​ພຣະອົງ​ວ່າ, “ເຈົ້າ​ມີ​ອາຍຸ​ຍັງ​ບໍ່​ຮອດ​ຫ້າສິບ​ປີ ແລະ ເຈົ້າ​ໄດ້​ເຫັນ​ອັບຣາຮາມ​ແລ້ວ​ບໍ!”

58 ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ອັບຣາຮາມ​ເກີດ, ເຮົາ​ກໍ​ເປັນ​ຢູ່​ແລ້ວ!”

59 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ກ້ອນຫີນ​ຂຶ້ນ​ມາ​ເພື່ອ​ຈະ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ຫລີກໜີ ແລະ ອອກໄປ​ຈາກ​ບໍລິເວນ​ວິຫານ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan