Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 7 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ໄປ​ເທດສະການ​ປຸກຕູບຢູ່

1 ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ. ແຕ່​ພຣະອົງ​ບໍ່​ຢາກ​ໄປ​ແຂວງ​ຢູດາຍ ເພາະ​ພວກຜູ້ນຳ​ຊາວຢິວ​ຢູ່​ທີ່​ນັ້ນ​ກຳລັງ​ຊອກຫາ​ວິທີ​ທີ່​ຈະ​ຂ້າ​ພຣະອົງ.

2 ແຕ່​ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປຸກຕູບຢູ່​ຂອງ​ຊາວຢິວ​ແລ້ວ,

3 ບັນດາ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຈົ່ງ​ອອກ​ຈາກ​ຄາລີເລ ແລະ ໄປ​ຍັງ​ແຂວງ​ຢູດາຍ, ເພື່ອ​ວ່າ​ພວກສາວົກ​ຂອງ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.

4 ບໍ່​ມີ​ຜູ້ໃດ​ຢາກ​ເປັນ​ທີ່​ຮູ້ຈັກ​ຂອງ​ສາທາລະນະ​ແລ້ວ​ຍັງ​ເຮັດ​ໃນ​ທີ່​ລັບ. ໃນ​ເມື່ອ​ເຈົ້າ​ກຳລັງ​ເຮັດ​ສິ່ງ​ເຫລົ່ານີ້ ກໍ​ຈົ່ງ​ສະແດງ​ຕົນເອງ​ຕໍ​ໂລກ”.

5 ເພາະວ່າ​ແມ່ນແຕ່​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ເອງ​ກໍ​ບໍ່​ເຊື່ອ​ໃນ​ພຣະອົງ.

6 ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ເວລາ​ຂອງ​ເຮົາ​ຍັງ​ບໍ່​ມາ​ເຖິງ ສຳລັບ​ພວກເຈົ້າ​ແລ້ວ​ເວລາ​ໃດ​ກໍ​ເໝາະສົມ.

7 ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ໂລກ​ກຽດຊັງ​ເຮົາ​ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.

8 ພວກເຈົ້າ​ໄປ​ຮ່ວມ​ເທດສະການ​ນັ້ນ​ສາ. ຝ່າຍ​ເຮົາ​ບໍ່​ໄປ​ເທດສະການ​ນັ້ນ, ເພາະ​ເວລາ​ທີ່​ເໝາະສົມ​ສຳລັບ​ເຮົາ​ຍັງ​ບໍ່​ທັນ​ມາເຖິງ”.

9 ຫລັງຈາກ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ໄດ້​ພັກ​ຢູ່​ທີ່​ແຂວງ​ຄາລີເລ.

10 ເຖິງຢ່າງໃດກໍຕາມ, ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ໄປ​ງານ​ເທດສະການ​ແລ້ວ, ພຣະອົງ​ກໍ​ໄປ​ເໝືອນກັນ, ບໍ່​ໄດ້​ເປີດເຜີຍ ແຕ່​ໄປ​ຢ່າງ​ລັບໆ.

11 ບັດນີ້ ຢູ່​ທີ່​ງານ​ເທດສະການ​ພວກຜູ້ນຳ​ຊາວຢິວ​ໄດ້​ແນມ​ຫາ​ພຣະອົງ ແລະ ຖາມ​ວ່າ, “ຄົນ​ນັ້ນ​ຢູ່ໃສ?”

12 ຢູ່​ທ່າມກາງ​ປະຊາຊົນ​ນັ້ນ​ຕ່າງ​ກໍ​ມີ​ສຽງກະຊິບ​ກ່ຽວກັບ​ພຣະອົງ​ກະຈາຍ​ໄປ. ບາງຄົນ​ກໍ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ”. ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ບໍ່​ແມ່ນ, ລາວ​ຫລອກລວງ​ປະຊາຊົນ”.

13 ແຕ່​ບໍ່​ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ​ຢ່າງ​ເປີດເຜີຍ​ເພາະ​ຢ້ານ​ພວກຜູ້ນຳ.


ພຣະເຢຊູເຈົ້າ​ສັ່ງສອນ​ທີ່​ເທດສະການ

14 ເມື່ອ​ເທດສະການ​ດຳເນີນ​ໄປ​ໄດ້​ເຄິ່ງໜຶ່ງ​ແລ້ວ ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ໄປ​ທີ່​ເດີ່ນ​ວິຫານ ແລະ ເລີ່ມຕົ້ນ​ສັ່ງສອນ.

15 ພວກ​ຢິວ​ຢູ່​ທີ່​ນັ້ນ​ກໍ​ປະຫລາດໃຈ ແລະ ໄດ້​ຖາມ​ວ່າ, “ຄົນ​ນີ້​ໄດ້​ຄວາມຮູ້​ຢ່າງ​ນີ້​ມາ​ໄດ້​ແນວໃດ ໃນ​ເມື່ອ​ລາວ​ບໍ່​ໄດ້​ຮຽນ​ມາ?”

16 ພຣະເຢຊູເຈົ້າ​ຕອບ​ວ່າ, “ຄຳສອນ​ຂອງ​ເຮົາ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ຄຳສອນ​ນັ້ນ​ມາ​ຈາກ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.

17 ຖ້າ​ຜູ້ໃດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳສອນ​ຂອງ​ເຮົາ​ມາ​ຈາກ​ພຣະເຈົ້າ ຫລື ວ່າ​ເຮົາ​ເວົ້າ​ເອົາ​ເອງ.

18 ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ເອົາ​ເອງ​ກໍ​ເວົ້າ​ເພື່ອ​ຫາ​ກຽດ​ໃສ່​ຕົນເອງ ແຕ່​ຜູ້​ທີ່​ສະແຫວງຫາ​ກຽດ​ຂອງ​ພຣະອົງ​ຜູ້​ໃຊ້​ຕົນ​ມາ​ກໍ​ເປັນ​ຄົນ​ຂອງ​ຄວາມ​ຈິງ; ໃນ​ໂຕ​ຜູ້​ນັ້ນ​ບໍ່​ມີ​ຄວາມຕົວະ​ເລີຍ.

19 ໂມເຊ​ບໍ່​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ? ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ຮັກສາ​ກົດບັນຍັດ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທີ່​ຈະ​ຂ້າ​ເຮົາ?”

20 ປະຊາຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີມານຮ້າຍ​ສິງ​ຢູ່ ແມ່ນ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ຂ້າ​ເຈົ້າ?”

21 ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດການ​ອັດສະຈັນ​ຢ່າງ​ໜຶ່ງ ແລະ ພວກເຈົ້າ​ທັງຫລາຍ​ກໍ​ພາກັນ​ປະຫລາດໃຈ​ແລ້ວ.

22 ເຖິງປານນັ້ນ ເພາະ​ໂມເຊ​ໄດ້​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ (ເຖິງແມ່ນວ່າ​ແທ້ຈິງ​ແລ້ວ​ການ​ຮັບ​ພິທີຕັດ​ບໍ່​ໄດ້​ມາ​ຈາກ​ໂມເຊ ແຕ່​ມາ​ຈາກ​ບັນພະບຸລຸດ), ພວກເຈົ້າ​ກໍ​ໄດ້​ໃຫ້​ເດັກນ້ອຍ​ຜູ້ຊາຍ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ.

23 ບັດນີ້ ຖ້າ​ເດັກນ້ອຍ​ຜູ້ຊາຍ​ຍັງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ບໍ່​ໃຫ້​ກົດບັນຍັດ​ຂອງ​ໂມເຊ​ຖືກ​ລະເມີດ, ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຈຮ້າຍ​ໃຫ້​ເຮົາ​ທີ່​ໄດ້​ຮັກສາ​ທົ່ວ​ທັງ​ຮ່າງກາຍ​ຂອງ​ມະນຸດ​ໃນ​ວັນ​ຊະບາໂຕ?

24 ຈົ່ງ​ຢຸດ​ຕັດສິນ​ຕາມ​ທີ່​ເຫັນ​ພຽງ​ພາຍນອກ ແຕ່​ຈົ່ງ​ຕັດສິນ​ໃຫ້​ຖືກຕ້ອງ​ຕາມ​ຄວາມເປັນຈິງ”.


ການຈໍາແນກ​ວ່າ​ພຣະເຢຊູເຈົ້າ​ຄື​ຜູ້ໃດ

25 ເມື່ອ​ເຖິງ​ຕອນ​ນີ້ ຊາວ​ເຢຣູຊາເລັມ​ບາງຄົນ​ເລີ່ມ​ຖາມ​ຂຶ້ນ​ວ່າ, “ບໍ່​ແມ່ນ​ຊາຍ​ຄົນ​ນີ້​ບໍ​ທີ່​ພວກເຂົາ​ພະຍາຍາມ​ທີ່​ຈະ​ຂ້າ?

26 ລາວ​ຢູ່​ທີ່​ນີ້ ແລະ ກຳລັງ​ເວົ້າ​ຢູ່​ຢ່າງ​ເປີດເຜີຍ ແລະ ພວກເຂົາ​ກໍ​ບໍ່​ໄດ້​ເວົ້າ​ຫຍັງ​ກັບ​ລາວ​ຈັກ​ຄຳ. ພວກ​ຜູ້ມີອຳນາດ​ສະຫລຸບ​ໄດ້​ແນ່ນອນ​ແລ້ວ​ແມ່ນ​ບໍ​ວ່າ​ລາວ​ເປັນ​ພຣະຄຣິດເຈົ້າ?

27 ແຕ່​ພວກເຮົາ​ຮູ້​ວ່າ​ຊາຍ​ຄົນ​ນີ້​ມາ​ຈາກ​ໃສ ເມື່ອ​ພຣະຄຣິດເຈົ້າ​ມາ​ຈະ​ບໍ່​ມີ​ຜູ້ໃດ​ຮູ້​ວ່າ​ພຣະອົງ​ມາ​ຈາກ​ໃສ”.

28 ດັ່ງນັ້ນ ຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ຮ້ອງ​ສຽງດັງ​ວ່າ, “ແມ່ນ​ແລ້ວ, ພວກເຈົ້າ​ຮູ້ຈັກ​ເຮົາ ແລະ ພວກເຈົ້າ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ. ເຮົາ​ບໍ່​ໄດ້​ມາ​ດ້ວຍ​ສິດອຳນາດ​ຂອງ​ເຮົາ​ເອງ, ແຕ່​ພຣະອົງ​ຜູ້​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ເປັນ​ຄວາມ​ຈິງ. ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ,

29 ແຕ່​ເຮົາ​ຮູ້ຈັກ​ພຣະອົງ​ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ ພຣະອົງ​ໄດ້​ໃຊ້​ເຮົາ​ມາ”.

30 ເມື່ອ​ໄດ້​ຟັງ​ດັ່ງນັ້ນ​ແລ້ວ ພວກເຂົາ​ກໍ​ພະຍາຍາມ​ທີ່​ຈະ​ຈັບ​ພຣະອົງ, ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ ເພາະ​ຍັງ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ.

31 ແຕ່​ປະຊາຊົນ​ຫລາຍ​ຄົນ​ກໍ​ຍັງ​ເຊື່ອ​ໃນ​ພຣະອົງ​ຢູ່. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດເຈົ້າ​ມາ, ພຣະອົງ​ຈະ​ສະແດງ​ໝາຍສຳຄັນ​ຫລວງຫລາຍ​ກວ່າ​ຜູ້​ນີ້​ບໍ?”

32 ພວກ​ຟາຣີຊາຍ​ໄດ້​ຍິນ​ປະຊາຊົນ​ຊິ່ມ​ກັນ​ເລື່ອງ​ພຣະອົງ​ຢ່າງ​ນັ້ນ. ດັ່ງນັ້ນ ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ສົ່ງ​ຄົນຍາມ​ວິຫານ​ໄປ​ຈັບ​ພຣະອົງ.

33 ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ພຽງ​ໄລຍະ​ເວລາ​ສັ້ນ, ແລ້ວ​ເຮົາ​ຈະ​ໄປ​ຫາ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.

34 ພວກເຈົ້າ​ຈະ​ຊອກຫາ​ເຮົາ ແຕ່​ພວກເຈົ້າ​ຈະ​ບໍ່​ພົບ​ເຮົາ ແລະ ບ່ອນ​ທີ່​ເຮົາ​ຢູ່​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.

35 ພວກ​ຢິວ​ຈຶ່ງ​ເວົ້າ​ຕໍ່​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕັ້ງ​ໃຈ​ຈະ​ໄປ​ໃສ​ທີ່​ພວກເຮົາ​ບໍ່​ສາມາດ​ຊອກຫາ​ລາວ? ລາວ​ຈະ​ໄປ​ຫາ​ຄົນ​ຂອງ​ພວກເຮົາ​ທີ່​ກະແຈກກະຈາຍ​ຢູ່​ທ່າມກາງ​ພວກກຣີກ ແລະ ໄປ​ສອນ​ພວກ​ກຣີກ​ນັ້ນ​ບໍ?

36 ລາວ​ໝາຍຄວາມ​ວ່າ​ຢ່າງໃດ​ເມື່ອ​ລາວ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ຊອກຫາ​ເຮົາ​ແຕ່​ບໍ່​ພົບ​ເຮົາ’ ແລະ ‘ບ່ອນ​ທີ່​ເຮົາ​ຢູ່​ນັ້ນ, ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້’?”

37 ໃນ​ວັນ​ສຸດທ້າຍ ແລະ ເປັນ​ວັນ​ສຳຄັນ​ທີ່ສຸດ​ຂອງ​ເທດສະການ, ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ກ່າວ​ດ້ວຍ​ສຽງດັງ​ວ່າ, “ຖ້າ​ຜູ້ໃດ​ຫິວນ້ຳ​ໃຫ້​ມາ​ຫາ​ເຮົາ ແລະ ດື່ມ.

38 ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ ແມ່ນ້ຳ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ມາ​ຈາກ​ພາຍໃນ​ພວກເຂົາ”.

39 ສິ່ງ​ທີ່​ພຣະອົງ​ກ່າວ​ນັ້ນ​ພຣະອົງ​ໝາຍເຖິງ​ພຣະວິນຍານ ເຊິ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ຕາມ​ພາຍຫລັງ. ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ໃຫ້​ພຣະວິນຍານ​ເທື່ອ, ເນື່ອງຈາກ​ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສະຫງ່າລາສີ.

40 ເມື່ອ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະອົງ​ແລ້ວ ປະຊາຊົນ​ບາງຄົນ​ກໍ​ເວົ້າ​ວ່າ, “ຊາຍ​ຜູ້ນີ້​ເປັນ​ຜູ້ທຳນວາຍ​ຢ່າງ​ແນ່ນອນ”.

41 ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ພຣະຄຣິດເຈົ້າ”. ແຕ່​ຍັງ​ມີ​ຄົນ​ອື່ນ​ອີກ​ຖາມ​ວ່າ, “ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ຄາລີເລ​ໄດ້​ຢ່າງໃດ?

42 ພຣະຄຳພີ​ບອກ​ໄວ້​ບໍ່​ແມ່ນ​ບໍ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ ແລະ ຈາກ​ເບັດເລເຮັມ ເມືອງ​ທີ່​ດາວິດ​ຢູ່?”

43 ດ້ວຍເຫດນີ້ ປະຊາຊົນ​ຈຶ່ງ​ມີ​ຄວາມເຫັນ​ແຕກແຍກ​ກັນ​ໃນ​ເລື່ອງ​ຂອງ​ພຣະເຢຊູເຈົ້າ.

44 ບາງຄົນ​ຕ້ອງການ​ທີ່​ຈະ​ຈັບ​ພຣະອົງ ແຕ່​ບໍ່​ມີ​ຜູ້ໃດ​ລົງ​ມື​ຈັບ​ພຣະອົງ.


ພວກຜູ້ນຳ​ຊາວຢິວ​ບໍ່​ເຊື່ອ​ໃນ​ພຣະເຢຊູເຈົ້າ

45 ໃນ​ທີ່ສຸດ​ພວກຄົນຍາມ​ວິຫານ​ຈຶ່ງ​ກັບ​ໄປ​ຫາ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ, ຄົນ​ເຫລົ່ານັ້ນ​ໄດ້​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ບໍ່​ຈັບ​ລາວ​ມາ?”

46 ພວກຄົນຍາມ​ຕອບ​ວ່າ, “ບໍ່​ເຄີຍ​ມີ​ຜູ້ໃດ​ເວົ້າ​ເໝືອນ​ຊາຍ​ຜູ້​ນີ້​ເວົ້າ”.

47 ພວກ​ຟາຣີຊາຍ​ເວົ້າ​ຕອບ​ຄືນ​ວ່າ, “ພວກເຈົ້າ​ໝາຍຄວາມ​ວ່າ​ລາວ​ໄດ້​ຫລອກລວງ​ພວກເຈົ້າ​ເໝືອນກັນ​ບໍ?

48 ມີ​ພວກ​ຜູ້ນຳ ຫລື ພວກ​ຟາຣີຊາຍ​ຄົນ​ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ລາວ?

49 ບໍ່​ມີ! ຄົນ​ກຸ່ມ​ນີ້​ບໍ່​ຮູ້​ສິ່ງ​ໃດ​ກ່ຽວກັບ​ກົດບັນຍັດ​ເລີຍ ພວກເຂົາ​ຖືກ​ສາບແຊ່ງ​ຢູ່​ແລ້ວ”.

50 ນີໂກເດມ ຜູ້​ທີ່​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ກ່ອນ​ໜ້າ​ນີ້ ແລະ ເປັນ​ຄົນ​ໜຶ່ງ​ໃນ​ຈໍານວນ​ພວກເຂົາ​ໄດ້​ຖາມ​ວ່າ,

51 “ກົດໝາຍ​ຂອງ​ພວກເຮົາ​ຈະ​ຕັດສິນ​ລົງໂທດ​ຜູ້ໃດ​ໂດຍ​ບໍ່​ຟັງ​ລາວ​ກ່ອນ​ວ່າ​ລາວ​ໄດ້​ເຮັດ​ຫຍັງ​ມາ​ບໍ?”

52 ພວກເຂົາ​ຕອບ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ຈົ່ງ​ໄປ​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ຜູ້ທຳນວາຍ​ບໍ່​ໄດ້​ມາ​ຈາກ​ຄາລີເລ”. ———————————————————— [ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກທຳອິດ ແລະ ທີ່​ໜ້າ​ເຊື່ອຖື​ທີ່ສຸດ​ຫລາຍ​ສະບັບ ຕະຫລອດ​ຈົນ​ຫລັກຖານ​ອື່ນໆ​ບໍ່​ມີ ໂຢຮັນ 7:53–8:11.]

53 ແລ້ວ​ທຸກຄົນ​ຕ່າງ​ກໍ​ກັບ​ຄືນ​ເມືອ​ເຮືອນ​ຂອງ​ຕົນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan