ໂຢຮັນ 6 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າລ້ຽງຫ້າພັນຄົນ (ມທ 14:13-21; ມຣກ 6:32-44; ລກ 9:10-17) 1 ຕໍ່ມາ ພຣະເຢຊູເຈົ້າຂ້າມໄປອີກຟາກໜຶ່ງຂອງທະເລສາບຄາລີເລ (ຄືທະເລຕີເບເຣຍ), 2 ແລະ ປະຊາຊົນຈໍານວນຫລວງຫລາຍໄດ້ຕິດຕາມພຣະອົງໄປເພາະພວກເຂົາໄດ້ເຫັນໝາຍສຳຄັນທີ່ພຣະອົງສະແດງໂດຍການຮັກສາຄົນເຈັບປ່ວຍ. 3 ແລ້ວພຣະເຢຊູເຈົ້າໄດ້ຂຶ້ນໄປເທິງເນີນພູ ແລະ ນັ່ງລົງກັບພວກສາວົກຂອງພຣະອົງ. 4 ເທດສະການປັດສະຄາຂອງຊາວຢິວກໍໃກ້ເຂົ້າມາແລ້ວ. 5 ເມື່ອພຣະເຢຊູເຈົ້າຫລຽວເຫັນຄົນເປັນຈໍານວນຫລວງຫລາຍກຳລັງມາຫາພຣະອົງ, ພຣະອົງກ່າວກັບຟີລິບວ່າ, “ພວກເຮົາຈະໄປຫາຊື້ອາຫານຢູ່ໃສມາໃຫ້ຄົນເຫລົ່ານີ້ກິນ?” 6 ພຣະອົງຖາມເຊັ່ນນີ້ກໍເພື່ອຈະລອງໃຈຟີລິບເທົ່ານັ້ນ, ເພາະພຣະອົງຄິດໃນໃຈໄວ້ແລ້ວວ່າຈະເຮັດຢ່າງໃດ. 7 ຟີລິບຕອບພຣະອົງວ່າ, “ຈະຕ້ອງໃຊ້ເງິນເທົ່າກັບຄ່າຈ້າງຂອງຄົນງານຄົນໜຶ່ງຫລາຍກວ່າເຄິ່ງປີເພື່ອພໍຊື້ເຂົ້າຈີ່ໃຫ້ຄົນເຫລົ່ານີ້ກິນຄົນລະຄຳ!” 8 ສາວົກອີກຄົນໜຶ່ງຂອງພຣະອົງຄືອັນເດອານ້ອງຊາຍຂອງຊີໂມນເປໂຕ ເວົ້າຂຶ້ນວ່າ, 9 “ເດັກນ້ອຍຄົນໜຶ່ງຢູ່ທີ່ນີ້ມີເຂົ້າຈີ່ຫ້າກ້ອນທີ່ເຮັດດ້ວຍເຂົ້າບາເລ ແລະ ປານ້ອຍສອງໂຕ, ແຕ່ຈະພຽງພໍໄດ້ຢ່າງໃດກັບຄົນຫລວງຫລາຍເຊັ່ນນີ້?” 10 ພຣະເຢຊູເຈົ້າກ່າວວ່າ, “ໃຫ້ປະຊາຊົນນັ່ງລົງ”. ຢູ່ບ່ອນນັ້ນມີຫຍ້າຫລາຍ ແລະ ພວກເຂົາຈຶ່ງນັ່ງລົງ (ຢູ່ທີ່ນັ້ນນັບແຕ່ຜູ້ຊາຍມີປະມານຫ້າພັນຄົນ). 11 ແລ້ວພຣະເຢຊູເຈົ້າກໍຈັບເອົາເຂົ້າຈີ່ນັ້ນມາ ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ຈຶ່ງແຈກຢາຍໃຫ້ແກ່ຜູ້ທີ່ນັ່ງຢູ່ທີ່ນັ້ນໃຫ້ຫລາຍຕາມທີ່ພວກເຂົາຕ້ອງການ. ພຣະອົງຈັບເອົາປາມາເຮັດຢ່າງດຽວກັນ. 12 ເມື່ອທຸກຄົນກິນອີ່ມແລ້ວ ພຣະອົງໄດ້ບອກພວກສາວົກຂອງພຣະອົງວ່າ, “ຈົ່ງເກັບຮວບຮວມຈໍານວນທີ່ເຫລືອໄວ້ ຢ່າໃຫ້ມີອັນໃດເສຍໄປ”. 13 ພວກເຂົາຈຶ່ງເກັບຈໍານວນທີ່ເຫລືອຈາກເຂົ້າຈີ່ຫ້າກ້ອນທີ່ເຮັດຈາກເຂົ້າບາເລໄດ້ເຕັມສິບສອງກະບຸງ. 14 ຫລັງຈາກທີ່ປະຊາຊົນໄດ້ເຫັນໝາຍສຳຄັນທີ່ພຣະເຢຊູເຈົ້າໄດ້ສະແດງແລ້ວ, ພວກເຂົາກໍເລີ່ມເວົ້າວ່າ, “ແນ່ນອນຜູ້ນີ້ຕ້ອງແມ່ນຜູ້ທຳນວາຍທີ່ກຳນົດວ່າຈະເຂົ້າມາໃນໂລກ”. 15 ພຣະເຢຊູເຈົ້າຮູ້ຈັກວ່າພວກເຂົາຕັ້ງໃຈຈະມາໃຊ້ກຳລັງບັງຄັບໃຫ້ເອົາພຣະອົງຂຶ້ນເປັນກະສັດ, ພຣະອົງຈຶ່ງຂຶ້ນໄປເທິງພູອີກແຕ່ຜູ້ດຽວ. ພຣະເຢຊູເຈົ້າຍ່າງເທິງໜ້ານ້ຳ (ມທ 14:22-33; ມຣກ 6:47-51) 16 ເມື່ອຄ່ຳມາແລ້ວ ພວກສາວົກຂອງພຣະອົງໄດ້ລົງມາທີ່ທະເລສາບ, 17 ບ່ອນທີ່ພວກເພິ່ນເຂົ້າໄປໃນເຮືອ ແລະ ຂ້າມຟາກໄປຍັງເມືອງກາເປນາອູມ. ຂະນະນັ້ນກໍມືດແລ້ວ ແລະ ພຣະເຢຊູເຈົ້າກໍຍັງບໍ່ທັນໄດ້ໄປຫາພວກເພິ່ນເທື່ອ. 18 ມີລົມພັດແຮງຈົນເຮັດໃຫ້ນ້ຳທະເລປັ່ນປ່ວນ. 19 ເມື່ອພວກເພິ່ນພາຍເຮືອໄປໄດ້ປະມານ 5 ຫລື 6 ແມັດ ພວກເພິ່ນກໍເຫັນພຣະເຢຊູເຈົ້າກຳລັງຍ່າງຢູ່ເທິງໜ້ານ້ຳເຂົ້າມາຫາເຮືອ, ພວກເພິ່ນຈຶ່ງຕົກໃຈຢ້ານຫລາຍ. 20 ແຕ່ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ແມ່ນເຮົາເອງ ຢ່າຢ້ານເລີຍ”. 21 ແລ້ວພວກເພິ່ນຈຶ່ງເຕັມໃຈຮັບພຣະອົງຂຶ້ນໄປໃນເຮືອ ແລະ ໃນທັນໃດນັ້ນເຮືອກໍມາເຖິງຝັ່ງທີ່ພວກເພິ່ນກຳລັງມຸ່ງໜ້າໄປນັ້ນ. 22 ມື້ຕໍ່ມາປະຊາຊົນທີ່ຢູ່ອີກຟາກໜຶ່ງນັ້ນ ເຫັນວ່າກ່ອນໜ້ານັ້ນມີເຮືອຢູ່ທີ່ນັ້ນພຽງແຕ່ລຳດຽວ, ແລະ ພຣະເຢຊູເຈົ້າກໍບໍ່ໄດ້ລົງເຮືອລຳນັ້ນໄປກັບພວກສາວົກ ມີແຕ່ພວກສາວົກເທົ່ານັ້ນໄປ. 23 ແລ້ວມີເຮືອລຳອື່ນທີ່ມາຈາກເມືອງຕີເບເຣຍມາຈອດໃກ້ບ່ອນທີ່ປະຊາຊົນໄດ້ກິນເຂົ້າຈີ່ຫລັງຈາກທີ່ພຣະເຢຊູເຈົ້າໄດ້ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ. 24 ເມື່ອປະຊາຊົນເຫັນວ່າພຣະເຢຊູເຈົ້າກັບພວກສາວົກບໍ່ໄດ້ຢູ່ບ່ອນນັ້ນ ພວກເຂົາຈຶ່ງລົງເຮືອ ແລະ ໄປທີ່ເມືອງກາເປນາອູມເພື່ອຕາມຫາພຣະເຢຊູເຈົ້າ. ພຣະເຢຊູເຈົ້າຄືອາຫານແຫ່ງຊີວິດ 25 ເມື່ອພວກເຂົາພົບພຣະອົງຢູ່ທີ່ອີກຟາກໜຶ່ງຂອງທະເລສາບ, ພວກເຂົາກໍຖາມພຣະອົງວ່າ, “ຣັບບີ, ທ່ານມາເຖິງທີ່ນີ້ເວລາໃດ?” 26 ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຊອກຫາເຮົາ ບໍ່ແມ່ນເພາະພວກເຈົ້າໄດ້ເຫັນໝາຍສຳຄັນທີ່ເຮົາເຮັດນັ້ນ ແຕ່ເພາະພວກເຈົ້າໄດ້ກິນເຂົ້າຈີ່ຈົນອີ່ມ. 27 ຢ່າສະແຫວງຫາອາຫານທີ່ເສຍໄປ ແຕ່ຈົ່ງສະແຫວງຫາອາຫານທີ່ຕັ້ງໝັ້ນຄົງຢູ່ເຖິງຊີວິດນິລັນດອນ ເຊິ່ງບຸດມະນຸດຈະໃຫ້ແກ່ພວກເຈົ້າ. ເພາະແມ່ນພຣະອົງນີ້ແຫລະທີ່ພຣະເຈົ້າພຣະບິດາເຈົ້າໄດ້ປະທັບຕາໝາຍຮັບຮອງພຣະອົງໄວ້ແລ້ວ”. 28 ແລ້ວພວກເຂົາຖາມພຣະອົງວ່າ, “ພວກຂ້ານ້ອຍຕ້ອງເຮັດແນວໃດຈຶ່ງຈະເຮັດງານທີ່ພຣະເຈົ້າຕ້ອງການໃຫ້ເຮັດໄດ້?” 29 ພຣະເຢຊູເຈົ້າຕອບວ່າ, “ງານຂອງພຣະເຈົ້າຄື: ຈົ່ງເຊື່ອໃນຜູ້ທີ່ພຣະອົງໃຊ້ມາ”. 30 ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ທ່ານຈະໃຫ້ໝາຍສຳຄັນອັນໃດເພື່ອພວກຂ້ານ້ອຍຈະໄດ້ເຫັນ ແລະ ເຊື່ອທ່ານ? ທ່ານຈະເຮັດຫຍັງແດ່? 31 ບັນພະບຸລຸດຂອງພວກຂ້ານ້ອຍໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ: ‘ພຣະອົງໃຫ້ອາຫານຈາກສະຫວັນແກ່ພວກເຂົາກິນ’”. 32 ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບໍ່ແມ່ນໂມເຊທີ່ເປັນຜູ້ເອົາອາຫານມາຈາກສະຫວັນນັ້ນໃຫ້ແກ່ພວກເຈົ້າ ແຕ່ແມ່ນພຣະບິດາເຈົ້າຂອງເຮົາທີ່ເອົາອາຫານແທ້ຈາກສະຫວັນໃຫ້ແກ່ພວກເຈົ້າ. 33 ເພາະອາຫານຈາກພຣະເຈົ້າແມ່ນອາຫານທີ່ລົງມາຈາກສະຫວັນ ແລະ ໃຫ້ຊີວິດແກ່ໂລກ”. 34 ພວກເຂົາຕອບວ່າ, “ນາຍເອີຍ, ຂໍໃຫ້ອາຫານນີ້ໃຫ້ແກ່ພວກຂ້ານ້ອຍຢູ່ເລື້ອຍໆແດ່ທ້ອນ”. 35 ແລ້ວພຣະເຢຊູເຈົ້າປະກາດວ່າ, “ເຮົານີ້ແຫລະເປັນອາຫານແຫ່ງຊີວິດ. ຜູ້ໃດກໍຕາມທີ່ມາຫາເຮົາຈະບໍ່ຫິວເຂົ້າຈັກເທື່ອ ແລະ ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍຈະບໍ່ຫິວນ້ຳຈັກເທື່ອ. 36 ແຕ່ເຮົາໄດ້ບອກພວກເຈົ້າແລ້ວວ່າ, ພວກເຈົ້າໄດ້ເຫັນເຮົາ ແລະ ພວກເຈົ້າກໍຍັງບໍ່ເຊື່ອ. 37 ຄົນເຫລົ່ານັ້ນທັງໝົດທີ່ພຣະບິດາເຈົ້າມອບໃຫ້ແກ່ເຮົາກໍຈະມາຫາເຮົາ ແລະ ຜູ້ໃດກໍຕາມທີ່ມາຫາເຮົາ ເຮົາຈະບໍ່ຂັບໄລ່ໄປຈັກເທື່ອ. 38 ເພາະວ່າເຮົາໄດ້ລົງມາຈາກສະຫວັນບໍ່ແມ່ນເພື່ອເຮັດຕາມໃຈຂອງເຮົາເອງ ແຕ່ເພື່ອເຮັດຕາມຄວາມປະສົງຂອງພຣະອົງຜູ້ໃຊ້ເຮົາມາ. 39 ແລະ ນີ້ແມ່ນຄວາມປະສົງຂອງພຣະອົງຜູ້ໃຊ້ເຮົາມາຄື ບໍ່ໃຫ້ເຮົາສູນເສຍຄົນທັງປວງທີ່ພຣະອົງມອບໃຫ້ແກ່ເຮົາແມ່ນແຕ່ຄົນດຽວ ແຕ່ຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ. 40 ເພາະພຣະບິດາເຈົ້າຂອງເຮົາປະສົງໃຫ້ທຸກຄົນທີ່ແນມເບິ່ງພຣະບຸດ ແລະ ເຊື່ອໃນພຣະອົງຈະມີຊີວິດນິລັນດອນ ແລະ ເຮົາຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ”. 41 ແລ້ວພວກຢິວຈຶ່ງເລີ່ມພາກັນຈົ່ມກ່ຽວກັບພຣະອົງເພາະພຣະອົງກ່າວວ່າ, “ເຮົາເປັນອາຫານທີ່ລົງມາຈາກສະຫວັນ”. 42 ພວກເຂົາເວົ້າວ່າ, “ຜູ້ນີ້ແມ່ນເຢຊູລູກຊາຍຂອງໂຢເຊັບບໍ່ແມ່ນບໍ? ພວກເຮົາກໍຮູ້ຈັກພໍ່ແມ່ຂອງລາວ, ດ້ວຍເຫດໃດ ລາວຈຶ່ງເວົ້າວ່າ ‘ເຮົາລົງມາຈາກສະຫວັນ’?” 43 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພາກັນເຊົາຈົ່ມສາ. 44 ບໍ່ມີຜູ້ໃດມາຫາເຮົາໄດ້ນອກຈາກພຣະບິດາເຈົ້າຜູ້ໃຊ້ເຮົາມານັ້ນຊັກນໍາພວກເຂົາ ແລະ ເຮົາຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ. 45 ມີຄຳຂຽນໄວ້ໃນໜັງສືຜູ້ທຳນວາຍວ່າ: ‘ພວກເຂົາທັງຫລາຍຈະໄດ້ຮັບການສອນຈາກພຣະເຈົ້າ’. ທຸກຄົນທີ່ໄດ້ຍິນພຣະບິດາເຈົ້າ ແລະ ຮຽນຮູ້ຈາກພຣະອົງກໍມາຫາເຮົາ. 46 ບໍ່ມີຜູ້ໃດໄດ້ເຫັນພຣະບິດາເຈົ້ານອກຈາກຜູ້ທີ່ມາຈາກພຣະເຈົ້າເທົ່ານັ້ນທີ່ໄດ້ເຫັນພຣະບິດາເຈົ້າ. 47 ເຮົາບອກພວກເຈົ້າທັງຫລາຍຕາມຄວາມຈິງວ່າ, ຜູ້ທີ່ເຊື່ອໃນເຮົາກໍມີຊີວິດນິລັນດອນ. 48 ເຮົາເປັນອາຫານແຫ່ງຊີວິດ. 49 ບັນພະບຸລຸດຂອງພວກເຈົ້າໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ ເຖິງປານນັ້ນພວກເຂົາກໍຕາຍ, 50 ແຕ່ນີ້ຄືອາຫານທີ່ລົງມາຈາກສະຫວັນ ເຊິ່ງຄົນໃດໄດ້ກິນແລ້ວຈະບໍ່ຕາຍ. 51 ເຮົາເປັນອາຫານ ເຊິ່ງໃຫ້ຊີວິດທີ່ລົງມາຈາກສະຫວັນ. ຜູ້ໃດກໍຕາມໄດ້ກິນອາຫານນີ້ຈະມີຊີວິດຢູ່ຕະຫລອດໄປ. ອາຫານນີ້ແມ່ນເນື້ອກາຍຂອງເຮົາ ເຊິ່ງເຮົາຈະໃຫ້ເພື່ອໂລກນີ້ຈະໄດ້ມີຊີວິດ”. 52 ແລ້ວພວກຢິວຈຶ່ງເລີ່ມຜິດຖຽງກັນຢ່າງຮຸນແຮງວ່າ, “ຊາຍຜູ້ນີ້ຈະເອົາເນື້ອກາຍຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?” 53 ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າບໍ່ກິນເນື້ອກາຍຂອງບຸດມະນຸດ ແລະ ດື່ມເລືອດຂອງພຣະອົງ, ພວກເຈົ້າກໍຈະບໍ່ມີຊີວິດຢູ່ພາຍໃນໂຕຂອງພວກເຈົ້າ. 54 ຜູ້ໃດກໍຕາມທີ່ກິນເນື້ອກາຍ ແລະ ດື່ມເລືອດຂອງເຮົາ ຜູ້ນັ້ນກໍມີຊີວິດນິລັນດອນ ແລະ ເຮົາຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ. 55 ເພາະເນື້ອກາຍຂອງເຮົາເປັນອາຫານແທ້ ແລະ ເລືອດຂອງເຮົາກໍເປັນເຄື່ອງດື່ມແທ້. 56 ຜູ້ໃດກໍຕາມທີ່ກິນເນື້ອກາຍ ແລະ ດື່ມເລືອດຂອງເຮົາ, ຜູ້ນັ້ນກໍຢູ່ໃນເຮົາ ແລະ ເຮົາກໍຢູ່ໃນພວກເຂົາ. 57 ພຣະບິດາເຈົ້າຜູ້ມີຊີວິດຢູ່ໄດ້ໃຊ້ເຮົາມາ ແລະ ເຮົາມີຊີວິດຢູ່ເພາະພຣະບິດາເຈົ້າສັນໃດ ຜູ້ທີ່ກິນເຮົາກໍຈະມີຊີວິດຢູ່ເພາະເຮົາສັນນັ້ນ. 58 ນີ້ຄືອາຫານທີ່ລົງມາຈາກສະຫວັນ. ບັນພະບຸລຸດຂອງພວກເຈົ້າກິນມານາ ແລະ ຕາຍໄປ, ແຕ່ຜູ້ໃດກໍຕາມທີ່ກິນອາຫານນີ້ຈະມີຊີວິດຢູ່ຕະຫລອດໄປ”. 59 ພຣະອົງໄດ້ກ່າວສິ່ງເຫລົ່ານີ້ຂະນະທີ່ສັ່ງສອນຢູ່ໃນທຳມະສາລາໃນເມືອງກາເປນາອູມ. ສາວົກຫລາຍຄົນເຊົາຕິດຕາມພຣະເຢຊູເຈົ້າ 60 ເມື່ອໄດ້ຍິນດັ່ງນັ້ນ ສາວົກຂອງພຣະອົງຫລາຍຄົນຈຶ່ງເວົ້າວ່າ, “ຄຳສອນນີ້ຍາກແທ້. ຜູ້ໃດຈະຮັບໄດ້?” 61 ພຣະອົງຮູ້ວ່າພວກສາວົກຂອງພຣະອົງກຳລັງຈົ່ມເຖິງເລື່ອງນີ້ ພຣະເຢຊູເຈົ້າຈຶ່ງກ່າວກັບພວກເພິ່ນວ່າ, “ເລື່ອງນີ້ເຮັດໃຫ້ພວກເຈົ້າເຄືອງໃຈບໍ? 62 ຖ້າພວກເຈົ້າເຫັນບຸດມະນຸດຂຶ້ນເມືອຍັງບ່ອນທີ່ພຣະອົງເຄີຍຢູ່ແຕ່ກ່ອນນັ້ນພວກເຈົ້າຈະວ່າຢ່າງໃດ! 63 ພຣະວິນຍານໃຫ້ຊີວິດ ເນື້ອໜັງບໍ່ສຳຄັນຫຍັງເລີຍ. ຖ້ອຍຄຳທີ່ເຮົາໄດ້ກ່າວແກ່ພວກເຈົ້ານັ້ນແມ່ນເຕັມໄປດ້ວຍວິນຍານ ແລະ ຊີວິດ, 64 ເຖິງປານນັ້ນກໍຍັງມີບາງຄົນໃນພວກເຈົ້າຍັງບໍ່ເຊື່ອ”. ເພາະພຣະເຢຊູເຈົ້າຮູ້ຕັ້ງແຕ່ທຳອິດວ່າຄົນໃດໃນພວກເພິ່ນທີ່ບໍ່ເຊື່ອ ແລະ ແມ່ນຄົນໃດທີ່ຈະທໍລະຍົດພຣະອົງ. 65 ພຣະອົງກ່າວຕໍ່ໄປວ່າ, “ດ້ວຍເຫດນີ້ ເຮົາຈຶ່ງໄດ້ບອກພວກເຈົ້າວ່າບໍ່ມີຜູ້ໃດມາຫາເຮົາໄດ້ ນອກຈາກພຣະບິດາເຈົ້າຈະໃຫ້ຜູ້ນັ້ນມາ”. 66 ຈາກເວລານັ້ນມາ ສາວົກຂອງພຣະອົງຫລາຍຄົນກໍຫັນຫລັງກັບ ແລະ ເຊົາຕິດຕາມພຣະອົງ. 67 ພຣະເຢຊູເຈົ້າຈຶ່ງຖາມພວກສາວົກສິບສອງຄົນວ່າ, “ພວກເຈົ້າເດ ຢາກຖອຍໜີໄປເໝືອນກັນບໍ?” 68 ຝ່າຍຊີໂມນເປໂຕຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ພວກຂ້ານ້ອຍຈະໄປຫາຜູ້ໃດ? ພຣະອົງມີຖ້ອຍຄຳແຫ່ງຊີວິດນິລັນດອນ. 69 ພວກຂ້ານ້ອຍເຊື່ອ ແລະ ຮູ້ແລ້ວວ່າພຣະອົງເປັນອົງບໍລິສຸດຂອງພຣະເຈົ້າ”. 70 ແລ້ວພຣະເຢຊູເຈົ້າຈຶ່ງຕອບວ່າ, “ເຮົາໄດ້ເລືອກພວກເຈົ້າທັງສິບສອງຄົນໄວ້ບໍ່ແມ່ນບໍ? ເຖິງປານນັ້ນຄົນໜຶ່ງໃນພວກເຈົ້າກໍເປັນມານຮ້າຍ!” 71 (ພຣະອົງໝາຍເຖິງຢູດາຜູ້ເປັນລູກຊາຍຂອງຊີໂມນອິດສະກາຣິອົດ, ເຖິງແມ່ນຢູດາເປັນໜຶ່ງໃນສາວົກສິບສອງຄົນ ແຕ່ຕໍ່ມາລາວກໍທໍລະຍົດພຣະອົງ.) |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.