ໂຢຮັນ 4 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າສົນທະນາກັບຍິງຊາວຊາມາເຣຍ 1 ເມື່ອພຣະເຢຊູເຈົ້າໄດ້ຮູ້ວ່າພວກຟາຣີຊາຍໄດ້ຍິນວ່າພຣະເຢຊູເຈົ້າມີສາວົກ ແລະ ໃຫ້ບັບຕິສະມາຫລາຍກວ່າໂຢຮັນ, 2 ເຖິງແມ່ນວ່າຄວາມຈິງແລ້ວບໍ່ແມ່ນພຣະເຢຊູເຈົ້າທີ່ໃຫ້ບັບຕິສະມາ ແຕ່ແມ່ນພວກສາວົກຂອງພຣະອົງ. 3 ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງອອກຈາກແຂວງຢູດາຍ ແລະ ກັບໄປຍັງແຂວງຄາລີເລອີກ. 4 ບັດນີ້ ພຣະອົງຈະຕ້ອງໄດ້ຜ່ານແຂວງຊາມາເຣຍໄປ. 5 ດັ່ງນັ້ນ ພຣະອົງຈຶ່ງມາເຖິງເມືອງໜຶ່ງໃນແຂວງຊາມາເຣຍຊື່ວ່າຊີຂາ ເຊິ່ງຢູ່ໃກ້ກັບດິນຕອນທີ່ຢາໂຄບໄດ້ມອບໃຫ້ໂຢເຊັບ ລູກຊາຍຂອງເພິ່ນ. 6 ນ້ຳສ້າງຂອງຢາໂຄບກໍຢູ່ທີ່ນັ້ນ ແລະ ພຣະເຢຊູເຈົ້າອິດເມື່ອຍຈາກການເດີນທາງ, ພຣະອົງຈຶ່ງນັ່ງລົງທີ່ແຄມນ້ຳສ້າງ. ຂະນະນັ້ນເປັນເວລາປະມານຕອນທ່ຽງ. 7 ເມື່ອຍິງຊາວຊາມາເຣຍຄົນໜຶ່ງໄດ້ມາຕັກນ້ຳ ພຣະເຢຊູເຈົ້າກ່າວກັບນາງວ່າ, “ຂໍນໍ້າໃຫ້ເຮົາດື່ມແດ່ໄດ້ບໍ?” 8 (ພວກສາວົກຂອງພຣະອົງໄດ້ເຂົ້າໄປໃນເມືອງເພື່ອຊື້ອາຫານ.) 9 ຍິງຊາວຊາມາເຣຍໄດ້ເວົ້າກັບພຣະອົງວ່າ, “ທ່ານເປັນຄົນຢິວ ສ່ວນຂ້ານ້ອຍເປັນຍິງຊາວຊາມາເຣຍ. ດ້ວຍເຫດໃດທ່ານຈຶ່ງມາຂໍດື່ມນ້ຳຈາກຂ້ານ້ອຍ?” (ເພາະຊາວຢິວບໍ່ຄົບຄ້າສະມາຄົມກັບຊາວຊາມາເຣຍ.) 10 ພຣະເຢຊູເຈົ້າຕອບນາງວ່າ, “ຖ້າເຈົ້າຮູ້ຈັກຂອງຂວັນທີ່ພຣະເຈົ້າມອບໃຫ້ ແລະ ຮູ້ຈັກຜູ້ທີ່ກຳລັງຂໍດື່ມນ້ຳຈາກເຈົ້າ, ເຈົ້າກໍຄົງຈະຂໍຈາກເພິ່ນ ແລະ ເພິ່ນຈະໃຫ້ນ້ຳທີ່ມີຊີວິດແກ່ເຈົ້າ”. 11 ນາງເວົ້າຕໍ່ພຣະອົງວ່າ, “ນາຍເອີຍ ທ່ານບໍ່ມີສິ່ງໃດທີ່ຈະໃຊ້ຕັກນ້ຳ ແລະ ນ້ຳສ້າງກໍເລິກ ທ່ານຈະເອົານ້ຳທີ່ມີຊີວິດມາຈາກໃສ? 12 ທ່ານເປັນຜູ້ຍິ່ງໃຫຍ່ກວ່າຢາໂຄບ ບັນພະບຸລຸດຂອງພວກເຮົາ ຜູ້ໄດ້ໃຫ້ນ້ຳສ້າງນີ້ແກ່ພວກເຮົາບໍ? ແລະ ຢາໂຄບເອງກັບລູກຫລານຕະຫລອດຈົນສັດລ້ຽງ ກໍດື່ມນ້ຳຈາກນ້ຳສ້າງນີ້”. 13 ພຣະເຢຊູເຈົ້າຕອບນາງວ່າ, “ທຸກຄົນທີ່ດື່ມນ້ຳນີ້ຍັງຈະຫິວນໍ້າອີກ, 14 ແຕ່ຜູ້ໃດດື່ມນ້ຳທີ່ເຮົາຈະໃຫ້ນັ້ນຈະບໍ່ຫິວນໍ້າອີກຈັກເທື່ອ, ແທ້ຈິງແລ້ວ ນ້ຳທີ່ເຮົາຈະໃຫ້ພວກເຂົານັ້ນຈະກາຍເປັນນ້ຳພຸໃນໂຕຂອງພວກເຂົາ ແລະ ຈະພຸ່ງຂຶ້ນສູ່ຊີວິດນິລັນດອນ”. 15 ນາງໄດ້ເວົ້າກັບພຣະອົງວ່າ, “ນາຍເອີຍ ຂໍນໍ້ານີ້ໃຫ້ຂ້ານ້ອຍເພື່ອຂ້ານ້ອຍຈະບໍ່ຫິວນໍ້າອີກ ແລະ ບໍ່ຕ້ອງກັບມາຕັກນ້ຳຢູ່ທີ່ນີ້ອີກ”. 16 ພຣະເຢຊູເຈົ້າບອກນາງວ່າ, “ຈົ່ງໄປເອີ້ນຜົວຂອງເຈົ້າມາທີ່ນີ້”. 17 ນາງຕອບວ່າ, “ຂ້ານ້ອຍບໍ່ມີຜົວ”. ພຣະເຢຊູເຈົ້າກ່າວກັບນາງວ່າ, “ເຈົ້າເວົ້າຖືກແລ້ວວ່າເຈົ້າບໍ່ມີຜົວ. 18 ແທ້ຈິງແລ້ວ ເຈົ້າມີຜົວຫ້າຄົນແລ້ວ ແລະ ຊາຍຄົນທີ່ເຈົ້າຢູ່ນຳເວລານີ້ກໍບໍ່ແມ່ນຜົວຂອງເຈົ້າ. ສິ່ງທີ່ເຈົ້າຫາກໍເວົ້າໄປນັ້ນກໍເປັນຄວາມຈິງແທ້”. 19 ນາງເວົ້າຕໍ່ພຣະອົງວ່າ, “ນາຍເອີຍ ຂ້ານ້ອຍເຫັນຄັກແລ້ວວ່າທ່ານເປັນຜູ້ທຳນວາຍ. 20 ບັນພະບຸລຸດຂອງພວກຂ້ານ້ອຍໄດ້ນະມັດສະການທີ່ພູນີ້, ແຕ່ພວກທ່ານຊາວຢິວອ້າງວ່າບ່ອນທີ່ພວກຂ້ານ້ອຍຄວນນະມັດສະການຕ້ອງຢູ່ທີ່ນະຄອນເຢຣູຊາເລັມ”. 21 ພຣະເຢຊູເຈົ້າກ່າວກັບນາງວ່າ, “ຍິງເອີຍ ຈົ່ງເຊື່ອໃນເຮົາເທາະ ໃກ້ຈະເຖິງເວລາແລ້ວທີ່ພວກເຈົ້າຈະບໍ່ໄດ້ນະມັດສະການພຣະບິດາເຈົ້າຢູ່ທີ່ພູນີ້ ຫລື ທີ່ນະຄອນເຢຣູຊາເລັມ, 22 ພວກເຈົ້າຊາວຊາມາເຣຍນະມັດສະການສິ່ງທີ່ພວກເຈົ້າບໍ່ຮູ້ຈັກ, ສ່ວນພວກເຮົານະມັດສະການສິ່ງທີ່ພວກເຮົາຮູ້ຈັກ ເພາະຄວາມພົ້ນມາທາງຊາວຢິວ. 23 ແຕ່ເວລານັ້ນກໍໃກ້ເຂົ້າມາແລ້ວ ແລະ ບັດນີ້ກໍມາເຖິງແລ້ວທີ່ຜູ້ນະມັດສະການທີ່ແທ້ຈິງຈະນະມັດສະການພຣະບິດາເຈົ້າໃນພຣະວິນຍານ ແລະ ໃນຄວາມຈິງ, ເພາະວ່າພຣະບິດາເຈົ້າຊອກຫາຜູ້ທີ່ນະມັດສະການພຣະອົງແບບນັ້ນ. 24 ພຣະເຈົ້າເປັນວິນຍານ, ຜູ້ທີ່ນະມັດສະການພຣະອົງຕ້ອງນະມັດສະການໃນພຣະວິນຍານ ແລະ ໃນຄວາມຈິງ”. 25 ນາງໄດ້ເວົ້າກັບພຣະອົງວ່າ, “ຂ້ານ້ອຍຮູ້ວ່າພຣະເມຊີອາ (ທີ່ເອີ້ນວ່າພຣະຄຣິດເຈົ້າ) ກຳລັງມາ. ເມື່ອພຣະອົງມາແລ້ວ ພຣະອົງຈະອະທິບາຍທຸກສິ່ງແກ່ພວກຂ້ານ້ອຍ”. 26 ແລ້ວພຣະເຢຊູເຈົ້າໄດ້ບອກນາງວ່າ, “ເຮົາຜູ້ທີ່ກຳລັງເວົ້າຢູ່ກັບເຈົ້າຢູ່ນີ້ແຫລະ ຄືທ່ານຜູ້ນັ້ນ”. ພວກສາວົກກັບມາຮ່ວມກັບພຣະເຢຊູເຈົ້າ 27 ໃນຂະນະນັ້ນ ພວກສາວົກຂອງພຣະອົງກໍກັບມາຮອດ ແລະ ພາກັນປະຫລາດໃຈທີ່ເຫັນພຣະອົງກຳລັງສົນທະນາຢູ່ກັບແມ່ຍິງ ແຕ່ບໍ່ມີຜູ້ໃດຖາມວ່າ, “ພຣະອົງຕ້ອງການຫຍັງ?” ຫລື “ເປັນຫຍັງພຣະອົງຈຶ່ງສົນທະນາກັບນາງ?” 28 ແລ້ວຍິງຄົນນັ້ນກໍໄດ້ປະໄຫນ້ຳຂອງຕົນກັບຄືນເຂົ້າໄປໃນເມືອງ ແລະ ບອກຄົນທັງຫລາຍວ່າ, 29 “ຈົ່ງມາເບິ່ງຊາຍຜູ້ໜຶ່ງທີ່ບອກຂ້ອຍເຖິງທຸກສິ່ງທີ່ຂ້ອຍເຄີຍໄດ້ເຮັດຜ່ານມາ ທ່ານຜູ້ນີ້ບໍ່ແມ່ນພຣະຄຣິດເຈົ້າບໍ?” 30 ພວກເຂົາຈຶ່ງອອກຈາກເມືອງໄປຫາພຣະອົງ. 31 ໃນຂະນະນັ້ນ ພວກສາວົກໄດ້ຂໍຮ້ອງພຣະອົງວ່າ, “ອາຈານເອີຍ ຂໍເຊີນຮັບປະທານອາຫານ”. 32 ແຕ່ພຣະອົງກ່າວກັບພວກເພິ່ນວ່າ, “ເຮົາມີອາຫານກິນທີ່ພວກເຈົ້າບໍ່ຮູ້”. 33 ດັ່ງນັ້ນ ພວກສາວົກຈຶ່ງເວົ້າກັນວ່າ, “ມີຄົນເອົາອາຫານມາໃຫ້ພຣະອົງກິນແລ້ວບໍ?” 34 ພຣະເຢຊູເຈົ້າກ່າວວ່າ, “ອາຫານຂອງເຮົາຄືການເຮັດຕາມຄວາມປະສົງຂອງພຣະອົງຜູ້ໃຊ້ເຮົາມາ ແລະ ເຮັດພັນທະກິດຂອງພຣະອົງໃຫ້ສຳເລັດ. 35 ພວກເຈົ້າເວົ້າບໍ່ແມ່ນບໍວ່າອີກສີ່ເດືອນກໍຈະເຖິງລະດູເກັບກ່ຽວ? ເຮົາບອກພວກເຈົ້າວ່າ, ຈົ່ງມືນຕາ ແລະ ເບິ່ງທີ່ທົ່ງນາ! ເຂົ້າກໍສຸກພ້ອມທີ່ຈະເກັບກ່ຽວແລ້ວ. 36 ແມ່ນແຕ່ເວລານີ້ຜູ້ທີ່ກ່ຽວກໍກຳລັງຮັບຄ່າຈ້າງ ແລະ ຮວບຮວມເອົາຜົນລະປູກໄວ້ສຳລັບຊີວິດນິລັນດອນ, ເພື່ອວ່າທັງຜູ້ຫວ່ານ ແລະ ຜູ້ເກັບກ່ຽວຈະຊື່ນຊົມຍິນດີນຳກັນ. 37 ເພາະເຫດນີ້ແຫລະ ຄຳທີ່ວ່າ, ‘ຄົນໜຶ່ງຫວ່ານ ແລະ ອີກຄົນໜຶ່ງເກັບກ່ຽວກໍເປັນຄວາມຈິງແທ້’. 38 ເຮົາໄດ້ໃຊ້ພວກເຈົ້າທັງຫລາຍໄປເກັບກ່ຽວສິ່ງທີ່ພວກເຈົ້າບໍ່ໄດ້ອອກແຮງເຮັດ. ຄົນອື່ນໄດ້ເຮັດວຽກໜັກ ແລະ ພວກເຈົ້າໄດ້ເກັບກ່ຽວຜົນປະໂຫຍດຈາກແຮງງານຂອງພວກເຂົາ”. ຊາວຊາມາເຣຍເປັນຈໍານວນຫລວງຫລາຍໄດ້ເຊື່ອໃນພຣະເຢຊູເຈົ້າ 39 ຊາວຊາມາເຣຍເປັນຈໍານວນຫລວງຫລາຍຈາກເມືອງນັ້ນໄດ້ເຊື່ອໃນພຣະອົງ ເພາະຄຳພະຍານຂອງຍິງນັ້ນ, “ພຣະອົງໄດ້ບອກທຸກສິ່ງທີ່ຂ້ອຍເຄີຍໄດ້ເຮັດມາ”. 40 ດັ່ງນັ້ນ ເມື່ອຊາວຊາມາເຣຍມາຫາພຣະອົງ, ພວກເຂົາຈຶ່ງຂໍຮ້ອງໃຫ້ພຣະອົງຢູ່ກັບພວກເຂົາ ແລະ ພຣະອົງກໍຢູ່ທີ່ນັ້ນສອງວັນ. 41 ມີຄົນອື່ນໆອີກຈໍານວນຫລວງຫລາຍໄດ້ກາຍເປັນຜູ້ທີ່ເຊື່ອເພາະດ້ວຍຖ້ອຍຄຳຂອງພຣະອົງ. 42 ພວກເຂົາໄດ້ເວົ້າກັບຍິງຄົນນັ້ນວ່າ, “ຕັ້ງແຕ່ນີ້ໄປ ພວກເຮົາບໍ່ໄດ້ເຊື່ອພຽງເພາະຄຳເວົ້າຂອງເຈົ້າ, ແຕ່ເພາະດຽວນີ້ພວກເຮົາໄດ້ຍິນເພິ່ນເອງເວົ້າ ແລະ ພວກເຮົາກໍຮູ້ວ່າພຣະອົງນີ້ແຫລະ ທີ່ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງໂລກແທ້ຈິງ”. ພຣະເຢຊູເຈົ້າຮັກສາລູກຊາຍຂອງຂ້າລາຊະການຄົນໜຶ່ງ 43 ຫລັງຈາກສອງວັນຜ່ານໄປ ພຣະເຢຊູເຈົ້າໄດ້ອອກຈາກທີ່ນັ້ນໄປຍັງແຂວງຄາລີເລ. 44 (ພຣະອົງເອງໄດ້ເປັນພະຍານວ່າຜູ້ທຳນວາຍບໍ່ໄດ້ຮັບຄວາມນັບຖືໃນບ້ານເມືອງຂອງຕົນເອງ.) 45 ເມື່ອພຣະອົງໄປຮອດແຂວງຄາລີເລແລ້ວ, ຊາວຄາລີເລກໍໄດ້ຕ້ອນຮັບພຣະອົງ. ພວກເຂົາໄດ້ເຄີຍເຫັນທຸກສິ່ງທີ່ພຣະອົງກະທຳໃນເທດສະການປັດສະຄາທີ່ນະຄອນເຢຣູຊາເລັມ ເພາະພວກເຂົາຢູ່ທີ່ນັ້ນເໝືອນກັນ. 46 ແລ້ວພຣະອົງໄດ້ໄປຍັງບ້ານການາໃນແຂວງຄາລີເລອີກເທື່ອໜຶ່ງ, ຄືບ່ອນທີ່ພຣະອົງໄດ້ປ່ຽນນ້ຳໃຫ້ກາຍເປັນເຫລົ້າອະງຸ່ນ. ແລະ ມີຂ້າລາຊະການຄົນໜຶ່ງ ເຊິ່ງລູກຊາຍຂອງລາວນອນປ່ວຍຢູ່ທີ່ເມືອງກາເປນາອູມ, 47 ເມື່ອຊາຍຄົນນີ້ໄດ້ຍິນວ່າພຣະເຢຊູເຈົ້າໄດ້ອອກຈາກແຂວງຢູດາຍມາເຖິງແຂວງຄາລີເລແລ້ວ ຈຶ່ງມາຂໍຮ້ອງພຣະເຢຊູເຈົ້າໃຫ້ມາຮັກສາລູກຊາຍຂອງຕົນທີ່ໃກ້ຈະຕາຍແລ້ວ. 48 ພຣະເຢຊູເຈົ້າກ່າວກັບລາວວ່າ, “ຖ້າພວກເຈົ້າທັງຫລາຍບໍ່ເຫັນການອັດສະຈັນ ແລະ ໝາຍສຳຄັນ ພວກເຈົ້າກໍຈະບໍ່ເຊື່ອ”. 49 ຂ້າລາຊະການຜູ້ນັ້ນເວົ້າວ່າ, “ນາຍເອີຍ ຂໍໃຫ້ທ່ານລົງໄປກ່ອນທີ່ລູກຂອງຂ້ານ້ອຍຈະຕາຍ”. 50 ພຣະເຢຊູເຈົ້າຕອບວ່າ, “ຈົ່ງກັບເມືອສາ ລູກຊາຍຂອງເຈົ້າຈະຍັງມີຊີວິດຢູ່”. ຊາຍຄົນນັ້ນເຊື່ອຄຳທີ່ພຣະເຢຊູເຈົ້າກ່າວ ແລະ ລາກັບຄືນເມືອ, 51 ໃນຂະນະທີ່ລາວກຳລັງກັບຄືນເມືອນັ້ນ ກໍພົບກັບພວກຄົນຮັບໃຊ້ຂອງລາວທີ່ມາບອກຂ່າວວ່າລູກຊາຍຂອງລາວຍັງມີຊີວິດຢູ່. 52 ເມື່ອລາວຖາມເຖິງເວລາທີ່ລູກຊາຍຂອງລາວມີອາການດີຂຶ້ນ ຄົນເຫລົ່ານັ້ນໄດ້ບອກວ່າ, “ລາວດີໄຂ້ມື້ວານນີ້ຕອນບ່າຍໜຶ່ງໂມງ”. 53 ແລ້ວຜູ້ເປັນພໍ່ຈຶ່ງນຶກໄດ້ວ່າເປັນເວລາດຽວກັນກັບທີ່ພຣະເຢຊູເຈົ້າໄດ້ກ່າວກັບຕົນວ່າ, “ລູກຊາຍຂອງເຈົ້າຈະຍັງມີຊີວິດຢູ່”. ດັ່ງນັ້ນ ລາວ ແລະ ຄົນໃນຄອບຄົວຂອງລາວທັງໝົດຈຶ່ງໄດ້ເຊື່ອ. 54 ນີ້ຄືໝາຍສຳຄັນເທື່ອທີສອງທີ່ພຣະເຢຊູເຈົ້າໄດ້ກະທຳຫລັງຈາກທີ່ໄດ້ອອກຈາກແຂວງຢູດາຍມາຍັງແຂວງຄາລີເລ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.