Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 3 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ສອນ​ນີໂກເດມ

1 ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ນີໂກເດມ, ເປັນ​ສະມາຊິກ​ສະພາ​ການປົກຄອງ​ຂອງ​ຢິວ,

2 ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.

3 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ໃດ​ສາມາດ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ຖ້າ​ພວກເຂົາ​ບໍ່​ບັງເກີດ​ໃໝ່”.

4 ນີໂກເດມ​ຖາມ​ວ່າ, “ຄົນ​ຈະ​ເກີດໃໝ່​ໄດ້​ຢ່າງໃດ​ເມື່ອ​ພວກເຂົາ​ເຖົ້າແກ່​ແລ້ວ? ແນ່ນອນ ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ທ້ອງ​ແມ່​ເປັນ​ເທື່ອ​ທີ​ສອງ​ເພື່ອ​ເກີດ​ອອກມາ​ໃໝ່​ໄດ້!”

5 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະວິນຍານ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້.

6 ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.

7 ຢ່າ​ປະຫລາດໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈໍາເປັນ​ຕ້ອງ​ບັງເກີດ​ໃໝ່.

8 ລົມ​ຢາກ​ພັດ​ໄປ​ທິດ​ໃດ​ມັນ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ລົມ, ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ລົມ​ພັດ​ມາ​ຈາກ​ໃສ ຫລື ພັດ​ໄປ​ທິດ​ໃດ, ທຸກຄົນ​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ດັ່ງນີ້​ແຫລະ”.

9 ນີໂກເດມ​ຖາມ​ວ່າ, “ສິ່ງ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງໃດ?”

10 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຄົນ​ອິດສະຣາເອນ ແລ້ວ​ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ສິ່ງ​ເຫລົ່ານີ້​ບໍ?

11 ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ ພວກເຮົາ​ເປັນພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ, ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມຮັບ​ເອົາ​ຄຳພະຍານ​ຂອງ​ພວກເຮົາ.

12 ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ​ເຖິງ​ສິ່ງ​ໃນ​ໂລກ​ນີ້ ແລະ ເຈົ້າ​ບໍ່​ເຊື່ອ ແລ້ວ​ຖ້າ​ເຮົາ​ເວົ້າ​ເຖິງ​ສິ່ງ​ໃນ​ສະຫວັນ​ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງໃດ?

13 ບໍ່​ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ​ເວັ້ນ​ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ຄື ບຸດມະນຸດ.

14 ໂມເຊ​ຍົກ​ງູ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ​ຢ່າງໃດ, ບຸດມະນຸດ​ກໍ​ຕ້ອງ​ຖືກ​ຍົກ​ຂຶ້ນ​ຢ່າງນັ້ນ,

15 ເພື່ອວ່າ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ມີ​ຊີວິດ​ນິລັນດອນ”.

16 ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.

17 ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ໃຊ້​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຕັດສິນ​ລົງໂທດ​ໂລກ ແຕ່​ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດພົ້ນ​ໂດຍ​ທາງ​ພຣະບຸດ​ນັ້ນ.

18 ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ກໍ​ບໍ່​ຖືກ​ພິພາກສາ ແຕ່​ຜູ້ໃດ​ທີ່​ບໍ່​ເຊື່ອ​ກໍ​ຖືກ​ພິພາກສາ​ຢູ່​ແລ້ວ ເພາະ​ພວກເຂົາ​ບໍ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະເຈົ້າ.

19 ຄຳ​ຕັດສິນ​ເປັນ​ດັ່ງນີ້​ຄື ຄວາມສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ, ແຕ່​ມະນຸດ​ຮັກ​ຄວາມມືດ​ແທນ​ທີ່​ຈະ​ຮັກ​ຄວາມສະຫວ່າງ ເພາະ​ການກະທຳ​ຂອງ​ພວກເຂົາ​ຊົ່ວຮ້າຍ.

20 ທຸກຄົນ​ທີ່​ເຮັດ​ຊົ່ວ​ກໍ​ກຽດຊັງ​ຄວາມສະຫວ່າງ ແລະ ຈະ​ບໍ່​ເຂົ້າ​ມາ​ໃນ​ຄວາມສະຫວ່າງ​ເພາະ​ຢ້ານ​ວ່າ​ການກະທຳ​ຂອງ​ຕົນ​ຈະ​ຖືກ​ເປີດເຜີຍ.

21 ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ມີຊີວິດ​ຢູ່​ໂດຍ​ຄວາມຈິງ ກໍ​ຈະ​ມາ​ສູ່​ຄວາມສະຫວ່າງ ເພື່ອ​ໃຫ້​ເຫັນ​ຈະແຈ້ງ​ວ່າ​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ ໄດ້​ເຮັດ​ໄປ​ໂດຍ​ເພິ່ງພາ​ພຣະເຈົ້າ.


ໂຢຮັນ​ຜູ້​ໃຫ້​ບັບຕິສະມາ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ​ອີກ

22 ຫລັງຈາກນັ້ນ ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ໄດ້​ອອກ​ໄປ​ຍັງ​ເຂດ​ຊົນນະບົດ​ຂອງ​ແຂວງ​ຢູດາຍ, ຢູ່​ທີ່​ນັ້ນ​ພຣະອົງ​ໃຊ້​ເວລາ​ຢູ່​ກັບ​ພວກເຂົາ ແລະ ໃຫ້​ບັບຕິສະມາ.

23 ໂຢຮັນ​ກໍ​ກຳລັງ​ໃຫ້​ບັບຕິສະມາ​ຢູ່​ເໝືອນກັນ​ທີ່​ບ້ານ​ໄອນົນ​ໃກ້​ບ້ານ​ຊາລິມ, ເພາະ​ທີ່​ນັ້ນ​ມີ​ນ້ຳ​ຫລາຍ ແລະ ປະຊາຊົນ​ໄດ້​ພາກັນ​ມາ​ຫາ​ໂຢຮັນ ແລະ ຮັບ​ບັບຕິສະມາ.

24 (ນີ້​ແມ່ນ​ກ່ອນ​ໂຢຮັນ​ຖືກ​ຂັງ​ຄຸກ.)

25 ເກີດ​ການໂຕ້ຖຽງກັນ​ຂຶ້ນ​ລະຫວ່າງ​ລູກສິດ​ບາງຄົນ​ຂອງ​ໂຢຮັນ​ກັບ​ຊາວ​ຢິວ​ຄົນ​ໜຶ່ງ​ກ່ຽວກັບ​ເລື່ອງ​ພິທີ​ຊຳລະ.

26 ພວກເຂົາ​ຈຶ່ງ​ມາ​ຫາ​ໂຢຮັນ ແລະ ເວົ້າ​ກັບ​ເພິ່ນ​ວ່າ, “ອາຈານ​ເອີຍ, ເບິ່ງແມ ຊາຍ​ຄົນ​ນັ້ນ​ເຄີຍ​ຢູ່​ກັບ​ທ່ານ​ທີ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ຄື​ຜູ້​ທີ່​ທ່ານ​ເປັນພະຍານ​ເຖິງ​ນັ້ນ, ເພິ່ນ​ກຳລັງ​ໃຫ້​ບັບຕິສະມາ​ຢູ່ ແລະ ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ”.

27 ໂຢຮັນ​ຕອບ​ວ່າ, “ມະນຸດ​ສາມາດ​ຮັບ​ພຽງແຕ່​ສິ່ງ​ທີ່​ມອບ​ໃຫ້​ພວກເຂົາ​ຈາກ​ສະຫວັນ​ເທົ່ານັ້ນ.

28 ພວກເຈົ້າ​ເອງ​ກໍ​ເປັນພະຍານ​ໄດ້​ເຖິງ​ຄຳເວົ້າ​ຂອງ​ເຮົາ​ທີ່​ວ່າ, ‘ເຮົາ​ບໍ່​ແມ່ນ​ພຣະເມຊີອາ​ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນໜ້າ​ພຣະອົງ’.

29 ເຈົ້າສາວ​ກໍ​ເປັນ​ຂອງ​ເຈົ້າບ່າວ. ເພື່ອນ​ຂອງ​ເຈົ້າບ່າວ​ກໍ​ຄອຍຖ້າ​ຟັງ​ເຈົ້າບ່າວ​ຢູ່ ແລະ ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ໄດ້​ຍິນ​ສຽງ​ຂອງ​ເຈົ້າບ່າວ. ເຮົາ​ກໍ​ມີ​ຄວາມຊື່ນຊົມຍິນດີ​ຢ່າງ​ນັ້ນ ແລະ ບັດນີ້​ຄວາມຊື່ນຊົມຍິນດີ​ນັ້ນ​ກໍ​ຄົບຖ້ວນ​ແລ້ວ.

30 ພຣະອົງ​ຈະ​ຕ້ອງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ”.

31 ຜູ້​ທີ່​ມາ​ຈາກ​ເບື້ອງເທິງ​ນັ້ນ​ກໍ​ຢູ່​ເໜືອ​ກວ່າ​ທຸກສິ່ງ, ຜູ້​ທີ່​ມາ​ຈາກ​ໂລກ​ກໍ​ເປັນ​ຂອງ​ໂລກ ແລະ ເວົ້າ​ຢ່າງ​ຄົນ​ທີ່​ມາ​ຈາກ​ໂລກ. ພຣະອົງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກສິ່ງ.

32 ພຣະອົງ​ເປັນພະຍານ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ ແລະ ໄດ້​ຍິນ, ແຕ່​ບໍ່​ມີ​ຜູ້ໃດ​ຍອມຮັບ​ຄຳພະຍານ​ຂອງ​ພຣະອົງ.

33 ແຕ່​ຜູ້​ທີ່​ຍອມຮັບ​ຄຳພະຍານ​ນັ້ນ​ກໍ​ຢືນຢັນ​ວ່າ​ພຣະເຈົ້າ​ເປັນ​ຈິງ.

34 ເພາະ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ​ກໍ​ຈະ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ, ເພາະວ່າ​ພຣະເຈົ້າ​ມອບ​ພຣະວິນຍານ​ໃຫ້​ໂດຍ​ບໍ່​ຈຳກັດ.

35 ພຣະບິດາ​ຮັກ​ພຣະບຸດ ແລະ ມອບ​ທຸກສິ່ງ​ໄວ້​ໃນ​ມື​ຂອງ​ພຣະບຸດ.

36 ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະບຸດ​ກໍ​ມີຊີວິດ​ນິລັນດອນ, ແຕ່​ຜູ້ໃດ​ທີ່​ບໍ່​ຍອມຮັບ​ພຣະບຸດ​ກໍ​ຈະ​ບໍ່​ໄດ້​ຊີວິດ​ນິລັນດອນ, ເພາະ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຍັງ​ຢູ່​ກັບ​ພວກເຂົາ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan