Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 21 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ ແລະ ການຫາປາ​ຢ່າງ​ອັດສະຈັນ

1 ຕໍ່ມາ ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ​ອີກ​ທີ່​ທະເລ​ຄາລີເລ. ເຫດການ​ເກີດຂຶ້ນ​ດັ່ງນີ້​ຄື

2 ຊີໂມນ​ເປໂຕ, ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ), ນະທານາເອັນ ມາ​ຈາກ​ບ້ານ​ການາ​ໃນ​ແຂວງ​ຄາລີເລ, ລູກຊາຍ​ທັງ​ສອງ​ຂອງ​ເຊເບດາຍ ແລະ ສາວົກ​ອີກ​ສອງ​ຄົນ​ກໍ​ຢູ່​ນຳ​ກັນ.

3 ຊີໂມນ​ເປໂຕ​ບອກ​ພວກເພິ່ນ​ວ່າ, “ຂ້ອຍ​ຈະ​ອອກ​ໄປ​ຫາປາ”. ພວກເພິ່ນ​ເວົ້າ​ວ່າ, “ພວກເຮົາ​ຈະ​ໄປ​ນຳ​ເຈົ້າ​ດ້ວຍ”. ພວກເພິ່ນ​ຈຶ່ງ​ລົງ​ເຮືອ​ອອກ​ໄປ ແຕ່​ໃນ​ຄືນ​ນັ້ນ​ພວກເພິ່ນ​ຫາປາ​ບໍ່​ໄດ້​ຈັກໂຕ.

4 ເມື່ອ​ຮຸ່ງເຊົ້າ​ມາ ພຣະເຢຊູເຈົ້າ​ຢືນ​ຢູ່​ເທິງ​ແຄມຝັ່ງ ແຕ່​ພວກສາວົກ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຢຊູເຈົ້າ.

5 ພຣະເຢຊູເຈົ້າ​ຮ້ອງ​ຖາມ​ວ່າ, “ເພື່ອນ​ເອີຍ, ບໍ່​ມີ​ປາ​ເລີຍ​ບໍ?” ພວກເພິ່ນ​ຕອບ​ວ່າ, “ບໍ່​ມີ”.

6 ພຣະອົງ​ຈຶ່ງກ່າວ​ວ່າ, “ຈົ່ງ​ຖິ້ມ​ມອງ​ລົງ​ເບື້ອງຂວາ​ຂອງ​ເຮືອ​ແມ ແລ້ວ​ພວກເຈົ້າ​ຈຶ່ງ​ຈະ​ໄດ້​ປາ”. ດັ່ງນັ້ນ ເມື່ອ​ພວກເພິ່ນ​ຖິ້ມ​ມອງ​ລົງ​ກໍ​ໄດ້​ປາ​ຈໍານວນ​ຫລວງຫລາຍ​ຈົນ​ດຶງ​ມອງ​ຂຶ້ນ​ບໍ່​ໄດ້.

7 ແລ້ວ​ສາວົກ​ຄົນ​ທີ່​ພຣະເຢຊູເຈົ້າ​ຮັກ​ຈຶ່ງ​ເວົ້າ​ກັບ​ເປໂຕ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ!” ເມື່ອ​ຊີໂມນ​ເປໂຕ​ໄດ້​ຍິນ​ລາວ​ເວົ້າ​ວ່າ, “ແມ່ນ​ອົງພຣະຜູ້ເປັນເຈົ້າ” ເປໂຕ​ກໍ​ຈັບ​ເສື້ອຊັ້ນນອກ​ມາ​ນຸ່ງ (ເພາະ​ເພິ່ນ​ໄດ້​ຖອດ​ໄວ້) ແລ້ວ​ໂດດ​ລົງ​ນ້ຳ.

8 ສາວົກ​ຄົນ​ອື່ນໆ​ກໍ​ໄດ້​ນັ່ງ​ເຮືອ​ຕາມ​ໄປ​ພ້ອມທັງ​ດຶງ​ມອງ​ທີ່​ມີ​ປາ​ເຕັມ​ຢູ່​ນັ້ນ​ມາ​ນຳ, ເພາະ​ພວກເພິ່ນ​ຢູ່​ບໍ່​ໄກ​ຈາກ​ຝັ່ງ, ຄື​ປະມານ 200 ສອກ​ເທົ່ານັ້ນ.

9 ເມື່ອ​ພວກເພິ່ນ​ຂຶ້ນ​ເຖິງ​ຝັ່ງ​ແລ້ວ​ພວກເພິ່ນ​ກໍ​ເຫັນ​ຖ່ານໄຟ​ລຸກ​ຢູ່ ພ້ອມທັງ​ມີ​ປາ​ປິ້ງ​ຢູ່​ທາງ​ເທິງ​ຖ່ານໄຟ​ນັ້ນ ແລະ ມີ​ເຂົ້າຈີ່​ຈຳນວນ​ໜຶ່ງ.

10 ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ເອົາ​ປາ​ບາງໂຕ​ທີ່​ພວກເຈົ້າ​ຫາ​ກໍ​ຈັບ​ໄດ້​ມາ​ນໍາ”.

11 ຊີໂມນ​ເປໂຕ​ປີນ​ຂຶ້ນ​ເຮືອ​ແລ້ວ​ດຶງ​ມອງ​ຂຶ້ນ​ຝັ່ງ, ມີ​ປາ​ໃຫຍ່​ເຕັມ​ມອງ​ນັບ​ໄດ້ 153 ໂຕ, ເຖິງ​ວ່າ​ຈະ​ມີ​ປາ​ຈໍານວນ​ຫລວງຫລາຍ​ມອງ​ກໍ​ຍັງ​ບໍ່​ຂາດ.

12 ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ພາກັນ​ມາ​ກິນເຂົ້າ​ເຊົ້າ​ສາ”. ບໍ່​ມີ​ສາວົກ​ຄົນ​ໃດ​ກ້າ​ຖາມວ່າ, “ທ່ານ​ແມ່ນ​ຜູ້ໃດ?” ພວກເພິ່ນ​ຮູ້ຈັກ​ຢູ່​ແລ້ວ​ວ່າ​ແມ່ນ​ອົງພຣະຜູ້ເປັນເຈົ້າ.

13 ພຣະເຢຊູເຈົ້າ​ມາ​ຈັບ​ເອົາ​ເຂົ້າຈີ່ ແລະ ຍື່ນ​ໃຫ້​ພວກເພິ່ນ, ພຣະອົງ​ຈັບ​ເອົາ​ປາ ແລະ ເຮັດ​ຢ່າງ​ດຽວ​ກັນ.

14 ນີ້​ເປັນ​ເທື່ອ​ທີ​ສາມ​ທີ່​ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ ຫລັງຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ.


ພຣະເຢຊູເຈົ້າ​ໃຫ້​ເປໂຕ​ກັບ​ມາ​ຮັບໃຊ້​ຄື​ເກົ່າ

15 ເມື່ອ​ພວກເພິ່ນ​ຮັບປະທານ​ອາຫານ​ແລ້ວ, ພຣະເຢຊູເຈົ້າ​ກ່າວ​ກັບ​ຊີໂມນ​ເປໂຕ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່ານີ້​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ”.

16 ພຣະເຢຊູເຈົ້າ​ກ່າວ​ອີກ​ຄັ້ງ​ທີ​ສອງ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ຮັກສາ​ແກະ​ຂອງ​ເຮົາ​ເດີ”.

17 ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.

18 ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເມື່ອ​ເຈົ້າ​ຍັງ​ໜຸ່ມ ເຈົ້າ​ແຕ່ງໂຕ​ຂອງ​ເຈົ້າ​ເອງ ແລະ ທຽວ​ໄປ​ມາ​ຕາມ​ທີ່​ເຈົ້າ​ຕ້ອງການ ແຕ່​ເມື່ອ​ເຈົ້າ​ເຖົ້າແກ່​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ ມີ​ຄົນ​ອື່ນ​ມາ​ແຕ່ງໂຕ​ໃຫ້​ເຈົ້າ ແລະ ຈະ​ພາ​ເຈົ້າ​ໄປ​ຍັງ​ບ່ອນ​ທີ່​ເຈົ້າ​ບໍ່​ຢາກ​ໄປ”.

19 ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເປໂຕ​ຈະ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການ​ຕາຍ​ຢ່າງໃດ. ແລ້ວ​ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ!”

20 ເປໂຕ​ຫັນຫລັງ​ມາ​ເຫັນ​ສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ຕິດຕາມ​ມາ (ເຊິ່ງ​ເປັນ​ສາວົກ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເນີ້ງ​ໂຕ​ອີງ​ພຣະເຢຊູເຈົ້າ​ໃນ​ລະຫວ່າງ​ຮັບປະທານ​ອາຫານຄ່ຳ​ໃນ​ວັນ​ນັ້ນ ແລະ ເຄີຍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ?”)

21 ເມື່ອ​ເປໂຕ​ເຫັນ​ລາວ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແລ້ວ​ຄົນ​ນີ້​ເດ​ຈະ​ເປັນ​ຢ່າງ​ໃດ?”

22 ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ? ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ”.

23 ເພາະ​ເຫດ​ນີ້ ຈຶ່ງ​ມີ​ຂ່າວລື​ໄປ​ໃນ​ທ່າມກາງ​ພວກ​ພີ່ນ້ອງ​ວ່າ​ສາວົກ​ຄົນ​ນັ້ນ​ຈະ​ບໍ່​ຕາຍ. ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ກ່າວ​ວ່າ​ລາວ​ຈະ​ບໍ່​ຕາຍ ແຕ່​ພຣະອົງ​ກ່າວ​ວ່າ, “ຖ້າ​ເຮົາ​ຕ້ອງການ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ?”

24 ສາວົກ​ຄົນ​ນີ້​ແຫລະ ທີ່​ເປັນ​ພະຍານ​ເຖິງ​ເຫດການ​ເຫລົ່ານີ້ ແລະ ເປັນ​ຜູ້​ຈົດ​ບັນທຶກ​ໄວ້. ພວກເຮົາ​ກໍ​ຮູ້ຈັກ​ວ່າ​ຄຳພະຍານ​ຂອງ​ເພິ່ນ​ນັ້ນ​ເປັນ​ຈິງ.

25 ພຣະເຢຊູເຈົ້າ​ໄດ້ເຮັດ​ສິ່ງ​ອື່ນໆ​ອີກ​ຫລາຍ​ຢ່າງ. ຖ້າ​ຈະ​ຂຽນ​ໄວ້​ທັງໝົດ ຂ້າພະເຈົ້າ​ຄິດ​ວ່າ​ທົ່ວ​ທັງ​ໂລກ​ນີ້​ຈະ​ບໍ່​ມີ​ບ່ອນ​ພໍ​ສຳລັບ​ໜັງສື​ຕ່າງໆ​ທີ່​ຈະ​ຂຽນ​ຂຶ້ນ​ນັ້ນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan