Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 2 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ປ່ຽນ​ນ້ຳ​ໃຫ້​ເປັນ​ເຫລົ້າອະງຸ່ນ

1 ໃນ​ວັນ​ທີ​ສາມ ມີ​ງານ​ແຕ່ງງານ​ທີ່​ຈັດ​ຂຶ້ນ​ຢູ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ແມ່​ຂອງ​ພຣະເຢຊູເຈົ້າ​ກໍ​ຢູ່​ທີ່​ນັ້ນ

2 ແລະ ພຣະເຢຊູເຈົ້າ​ກັບ​ພວກສາວົກ​ຂອງ​ພຣະອົງ​ກໍ​ຖືກ​ເຊີນ​ໄປ​ງານ​ແຕ່ງງານ​ເໝືອນກັນ.

3 ເມື່ອ​ເຫລົ້າອະງຸ່ນ​ໝົດ​ແລ້ວ, ແມ່​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພວກເຂົາ​ບໍ່​ມີ​ເຫລົ້າອະງຸ່ນ​ເຫລືອ​ແລ້ວ”.

4 ພຣະເຢຊູເຈົ້າ​ຕອບ​ວ່າ, “ຍິງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້​ເຮົາ​ໄປ​ຫຍຸ້ງກ່ຽວ​ນໍາ? ເພາະ​ເວລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ”.

5 ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ບັນດາ​ຄົນຮັບໃຊ້​ວ່າ, “ຈົ່ງ​ເຮັດ​ທຸກຢ່າງ​ຕາມ​ທີ່​ເພິ່ນ​ບອກ​ພວກເຈົ້າ”.

6 ໃນ​ບ່ອນ​ນັ້ນ​ມີ​ອ່າງຫີນ​ຕັ້ງ​ຢູ່​ຫົກ​ໜ່ວຍ, ເປັນ​ອ່າງ​ທີ່​ໃຊ້​ໃນ​ພິທີ​ຊຳລະ​ຂອງ​ຊາວຢິວ, ແຕ່​ລະ​ໜ່ວຍ​ໃສ່​ນ້ຳ​ໄດ້ 20 ຫາ 30 ກາລອນ.

7 ພຣະເຢຊູເຈົ້າ​ກ່າວ​ພວກ​ຄົນຮັບໃຊ້​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ອ່າງ​ໃຫ້​ເຕັມ;” ດັ່ງນັ້ນ​ພວກເຂົາ​ຈຶ່ງ​ຕັກ​ນ້ຳ​ໃສ່​ຈົນ​ເຕັມ​ພໍດີ​ກັບ​ປາກອ່າງ.

8 ແລ້ວ​ພຣະອົງ​ບອກ​ພວກເຂົາ​ວ່າ, “ບັດນີ້ ຈົ່ງ​ຕັກ​ອອກມາ ແລ້ວ​ເອົາ​ໄປ​ໃຫ້​ເຈົ້າພາບ​ງານລ້ຽງ”. ພວກເຂົາ​ກໍ​ໄດ້​ເຮັດ​ຕາມ,

9 ແລະ ເຈົ້າພາບ​ງານລ້ຽງ​ກໍ​ໄດ້​ຊີມ​ນ້ຳ​ທີ່​ກາຍເປັນ​ເຫລົ້າອະງຸ່ນ​ນັ້ນ. ລາວ​ບໍ່​ຮູ້​ເລີຍ​ວ່າ​ເຫລົ້າອະງຸ່ນ​ນີ້​ມາ​ຈາກ​ໃສ, ແຕ່ວ່າ​ບັນດາ​ຄົນຮັບໃຊ້​ທີ່​ໄດ້​ຕັກ​ນ້ຳ​ກໍ​ຮູ້​ວ່າ​ມາ​ຈາກ​ໃສ. ເຈົ້າພາບ​ຈຶ່ງ​ເອີ້ນ​ເຈົ້າບ່າວ​ມາ​ທາງ​ຂ້າງ

10 ແລະ ເວົ້າ​ວ່າ, “ທຸກຄົນ​ກໍ​ເຄີຍ​ເອົາ​ເຫລົ້າອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ ເມື່ອ​ແຂກ​ທັງຫລາຍ​ດື່ມ​ຫລາຍ​ແລ້ວ​ຈຶ່ງ​ເອົາ​ເຫລົ້າອະງຸ່ນ​ລາຄາ​ຖືກ​ກວ່າ​ມາ​ໃຫ້ ແຕ່​ເຈົ້າ​ພັດ​ເກັບ​ເຫລົ້າອະງຸ່ນ​ທີ່​ດີ​ທີ່ສຸດ​ໄວ້​ຈົນ​ເຖິງ​ດຽວນີ້”.

11 ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.

12 ຫລັງຈາກນັ້ນ ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ​ພ້ອມ​ກັບ​ແມ່, ພວກນ້ອງຊາຍ ແລະ ພວກສາວົກ​ຂອງ​ພຣະອົງ. ພວກເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ສອງສາມ​ວັນ.


ພຣະເຢຊູເຈົ້າ​ຊຳລະ​ເດີ່ນ​ວິຫານ
( ມທ 21:12 , 13 ; ມຣກ 11:15-17; ລກ 19:45 , 46 )

13 ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ຂອງ​ຊາວຢິວ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.

14 ໃນ​ເດີ່ນ​ວິຫານ ພຣະອົງ​ໄດ້​ພົບ​ຄົນ​ຂາຍ​ງົວ, ແກະ, ແລະ ນົກເຂົາ ແລະ ມີ​ບາງຄົນ​ນັ່ງ​ຢູ່​ທີ່​ໂຕະ​ຮັບ​ແລກປ່ຽນເງິນ.

15 ພຣະອົງ​ຈຶ່ງ​ໃຊ້​ເຊືອກ​ເຮັດ​ເປັນ​ແສ້​ແລ້ວ​ໄລ່​ພວກເຂົາ​ທັງໝົດ​ລວມ​ທັງ​ແກະ ແລະ ງົວ ອອກ​ຈາກ​ເດີ່ນ​ວິຫານ. ພຣະອົງ​ໄດ້​ຖອກ​ຫລຽນ​ເງິນ ແລະ ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນເງິນ.

16 ພຣະອົງ​ກ່າວ​ກັບ​ຄົນ​ຂາຍ​ນົກເຂົາ​ວ່າ, “ຈົ່ງ​ເອົາ​ສິ່ງ​ເຫລົ່ານີ້​ອອກ​ໄປ​ຈາກ​ບ່ອນນີ້! ຢ່າ​ເຮັດ​ໃຫ້​ວິຫານ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ກາຍເປັນ​ຕະຫລາດ!”

17 ພວກສາວົກ​ຂອງ​ພຣະອົງ​ຈຶ່ງ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ​ກໍ​ໄໝ້​ຢູ່​ພາຍໃນ​ຂ້ານ້ອຍ”.

18 ແລ້ວ​ພວກ​ຢິວ​ໄດ້​ຖາມ​ພຣະອົງ​ວ່າ, “ເຈົ້າ​ຈະ​ສະແດງ​ໝາຍສຳຄັນ​ອັນໃດ​ໃຫ້​ພວກເຮົາ​ເຫັນ​ວ່າ​ເຈົ້າ​ມີ​ສິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້?”

19 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມ້າງ​ວິຫານ​ນີ້​ລົງ ແລ້ວ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່​ພາຍໃນ​ສາມ​ວັນ”.

20 ພວກ​ຢິວ​ຕອບ​ວ່າ, “ວິຫານ​ນີ້​ໄດ້​ໃຊ້​ເວລາ​ສ້າງ​ເຖິງ​ສີ່ສິບຫົກ​ປີ​ຈຶ່ງ​ສຳເລັດ, ສ່ວນ​ເຈົ້າ​ຈະ​ສ້າງຂຶ້ນ​ໃໝ່​ພາຍໃນ​ສາມ​ວັນ​ບໍ?”

21 ແຕ່​ວິຫານ​ທີ່​ພຣະອົງ​ກ່າວ​ເຖິງ​ນັ້ນ​ຄື​ຮ່າງກາຍ​ຂອງ​ພຣະອົງ.

22 ຫລັງ​ຈາກ​ທີ່​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ພວກສາວົກ​ຈຶ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ແລ້ວ​ພວກເພິ່ນ​ຈຶ່ງ​ເຊື່ອ​ພຣະຄຳພີ ແລະ ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.

23 ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ເທດສະການ​ປັດສະຄາ​ນັ້ນ, ພຣະອົງ​ໄດ້​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ ມີ​ຄົນ​ຈໍານວນ​ຫລາຍ​ໄດ້​ເຫັນ ແລະ ໄດ້​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ.

24 ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ວາງໃຈ​ພວກເຂົາ; ເພາະ​ພຣະອົງ​ຮູ້ຈັກ​ມະນຸດ​ທັງຫລາຍ.

25 ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ມາ​ເປັນພະຍານ​ເຖິງ​ເລື່ອງ​ມະນຸດ, ເພາະ​ພຣະອົງ​ຮູ້ຈັກ​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ແຕ່ລະຄົນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan