ໂຢຮັນ 19 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າຖືກຕັດສິນໃຫ້ຄຶງທີ່ໄມ້ກາງແຂນ (ມທ 27:27-31; ມຣກ 15:16-20) 1 ຫລັງຈາກນັ້ນ ປີລາດຈຶ່ງໃຫ້ເອົາພຣະເຢຊູເຈົ້າໄປຂ້ຽນຕີ. 2 ພວກທະຫານໄດ້ສານມົງກຸດໜາມແລ້ວສຸບໃສ່ຫົວຂອງພຣະເຢຊູເຈົ້າ ແລະ ໃຫ້ພຣະອົງນຸ່ງເສື້ອຄຸມສີມ່ວງ 3 ແລ້ວພວກເຂົາໄດ້ເຂົ້າມາຫາພຣະອົງຫລາຍຄັ້ງ ແລະ ກ່າວວ່າ, “ຂໍໃຫ້ກະສັດຂອງຊາວຢິວ ຂໍຈົ່ງຈະເລີນ!” ແລະ ພວກເຂົາກໍຕົບໜ້າຂອງພຣະອົງ. 4 ປີລາດໄດ້ອອກໄປອີກເທື່ອໜຶ່ງ ແລະ ກ່າວກັບພວກຢິວວ່າ, “ເບິ່ງແມ ເຮົາກຳລັງນຳໂຕລາວອອກມາໃຫ້ພວກທ່ານເພື່ອພວກທ່ານຈະໄດ້ຮູ້ວ່າເຮົາບໍ່ພົບຄວາມຜິດຈັກຢ່າງໃນຄົນນີ້”. 5 ເມື່ອພຣະເຢຊູເຈົ້າອອກມາ ພຣະອົງສວມມົງກຸດໜາມ ແລະ ເສື້ອຄຸມສີມ່ວງ, ປີລາດກ່າວກັບພວກເຂົາວ່າ, “ລາວຢູ່ບ່ອນນີ້ແລ້ວ!” 6 ເມື່ອພວກຫົວໜ້າປະໂລຫິດ ແລະ ພວກເຈົ້າໜ້າທີ່ເຫັນພຣະອົງກໍຮ້ອງຂຶ້ນວ່າ, “ຄຶງໄວ້ທີ່ໄມ້ກາງແຂນ! ຄຶງໄວ້ທີ່ໄມ້ກາງແຂນ!” ແຕ່ປີລາດຕອບວ່າ, “ໃຫ້ພວກທ່ານເອົາລາວໄປຄຶງໄວ້ທີ່ໄມ້ກາງແຂນສາ. ຝ່າຍເຮົາ, ເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້”. 7 ພວກຢິວຢືນຢັນວ່າ, “ພວກເຮົາມີກົດບັນຍັດ ແລະ ຕາມກົດບັນຍັດນັ້ນລາວຕ້ອງຕາຍ ເພາະລາວອ້າງໂຕເອງວ່າເປັນພຣະບຸດຂອງພຣະເຈົ້າ”. 8 ເມື່ອປີລາດໄດ້ຍິນຢ່າງນີ້ ເພິ່ນກໍຕົກໃຈຢ້ານຫລາຍຂຶ້ນ, 9 ເພິ່ນຈຶ່ງກັບຄືນເຂົ້າໄປໃນວັງ ແລະ ຖາມພຣະເຢຊູເຈົ້າວ່າ, “ເຈົ້າມາແຕ່ໃສ?” ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບຫຍັງ. 10 ປີລາດເວົ້າຕໍ່ພຣະອົງວ່າ, “ເຈົ້າບໍ່ເວົ້າກັບເຮົາບໍ? ເຈົ້າບໍ່ຮູ້ຈັກບໍວ່າເຮົາມີອຳນາດທີ່ຈະປ່ອຍໂຕເຈົ້າ ຫລື ຄຶງເຈົ້າທີ່ໄມ້ກາງແຂນກໍໄດ້?” 11 ພຣະເຢຊູເຈົ້າຕອບວ່າ, “ເຈົ້າຈະບໍ່ມີອຳນາດເໜືອເຮົາ ຖ້າເບື້ອງເທິງບໍ່ມອບໃຫ້ແກ່ເຈົ້າ. ເຫດສະນັ້ນ ຜູ້ທີ່ໄດ້ມອບເຮົາໃຫ້ແກ່ເຈົ້າກໍມີຄວາມບາບຮ້າຍແຮງກວ່າ”. 12 ຫລັງຈາກນັ້ນ ປີລາດກໍຫາວິທີທາງທີ່ຈະປ່ອຍພຣະເຢຊູເຈົ້າ ແຕ່ພວກຢິວຮ້ອງສຽງດັງຂຶ້ນຢ່າງບໍ່ຢຸດວ່າ, “ຖ້າທ່ານປ່ອຍຊາຍຄົນນີ້ໄປ ທ່ານກໍບໍ່ແມ່ນມິດຂອງກາຍຊາ. ຜູ້ໃດທີ່ອ້າງໂຕເອງວ່າເປັນກະສັດ ກໍເປັນສັດຕູກັນກັບກາຍຊາ”. 13 ເມື່ອປີລາດໄດ້ຍິນຢ່າງນັ້ນ, ເພິ່ນກໍພາພຣະເຢຊູເຈົ້າອອກມາທາງນອກ ແລະ ນັ່ງເທິງບັນລັງພິພາກສາໃນບ່ອນທີ່ເອີ້ນວ່າລານຫີນ (ພາສາອາຣາມິກເອີ້ນວ່າຄັບບາທາ.) 14 ໃນວັນນັ້ນເປັນວັນຈັດຕຽມກ່ອນເທດສະການປັດສະຄາ ເຊິ່ງເປັນເວລາປະມານທ່ຽງວັນ. ປີລາດເວົ້າກັບພວກຢິວວ່າ, “ນີ້ຄືກະສັດຂອງພວກທ່ານ”. 15 ແຕ່ພວກເຂົາຮ້ອງສຽງດັງວ່າ, “ເອົາມັນໄປ! ເອົາມັນໄປ! ຄຶງມັນໄວ້ທີ່ໄມ້ກາງແຂນ!” ປີລາດຖາມວ່າ, “ພວກທ່ານຈະໃຫ້ເຮົາຄຶງກະສັດຂອງພວກທ່ານທີ່ໄມ້ກາງແຂນບໍ?” ພວກຫົວໜ້າປະໂລຫິດຕອບວ່າ, “ນອກຈາກກາຍຊາແລ້ວພວກເຮົາບໍ່ມີກະສັດ”. 16 ໃນທີ່ສຸດປີລາດກໍມອບພຣະເຢຊູເຈົ້າໃຫ້ພວກເຂົາເພື່ອນໍາໄປຄຶງໄວ້ທີ່ໄມ້ກາງແຂນ. ດັ່ງນັ້ນ ພວກທະຫານຈຶ່ງຄຸມໂຕພຣະເຢຊູເຈົ້າອອກໄປ. ພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນ (ມທ 27:33-44; ມຣກ 15:22-32; ລກ 23:33-43) 17 ພຣະອົງແບກໄມ້ກາງແຂນຂອງພຣະອົງອອກໄປຍັງບ່ອນທີ່ເອີ້ນວ່າສະຖານທີ່ແຫ່ງກະໂຫລກຫົວ (ພາສາອາຣາມິກເອີ້ນວ່າໂຄລະໂຄທາ.) 18 ໃນທີ່ນັ້ນ ພວກເຂົາໄດ້ຄຶງພຣະອົງໄວ້ເທິງໄມ້ກາງແຂນກັບຊາຍສອງຄົນ ເຊິ່ງຢູ່ຄົນລະຂ້າງ ແລະ ພຣະເຢຊູເຈົ້າຢູ່ທາງກາງ. 19 ປີລາດໄດ້ສັ່ງໃຫ້ຂຽນປ້າຍຕິດໃສ່ເທິງໄມ້ກາງແຂນວ່າ, ເຢຊູຊາວນາຊາເຣັດ ກະສັດຂອງຊາວຢິວ. 20 ພວກຢິວຫລາຍຄົນໄດ້ອ່ານປ້າຍນີ້, ເພາະບ່ອນທີ່ພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນນັ້ນຢູ່ໃກ້ກັບຕົວເມືອງ ແລະ ປ້າຍນັ້ນຂຽນໄວ້ເປັນພາສາອາຣາມິກ, ພາສາລາຕິນ ແລະ ພາສາກຣີກ. 21 ພວກຫົວໜ້າປະໂລຫິດຂອງຊາວຢິວຈຶ່ງຄັດຄ້ານປີລາດວ່າ, “ຢ່າຂຽນວ່າ ‘ກະສັດຂອງຊາວຢິວ’ ແຕ່ໃຫ້ຂຽນວ່າຊາຍຄົນນີ້ອ້າງຕົນວ່າເປັນກະສັດຂອງຊາວຢິວ”. 22 ປີລາດຕອບວ່າ, “ສິ່ງທີ່ເຮົາໄດ້ຂຽນແລ້ວກໍແລ້ວໄປ”. 23 ເມື່ອພວກທະຫານຄຶງພຣະເຢຊູເຈົ້າໄວ້ທີ່ໄມ້ກາງແຂນແລ້ວ ພວກເຂົາກໍເອົາເຄື່ອງນຸ່ງຂອງພຣະອົງມາແບ່ງເປັນສີ່ສ່ວນປັນກັນຄົນລະສ່ວນ ຍັງເຫລືອແຕ່ເສື້ອຊັ້ນໃນ ເຊິ່ງເປັນເສື້ອບໍ່ມີຮອຍຕໍ່ ທີ່ຕໍ່າເປັນຜືນດຽວກັນຕັ້ງແຕ່ເທິງລົງລຸ່ມ. 24 ພວກເຂົາເວົ້າກັນວ່າ, “ຢ່າຈີກເສື້ອຜືນນີ້ເລີຍ ໃຫ້ພວກເຮົາຈັບສະຫລາກກັນວ່າແມ່ນຜູ້ໃດຈະໄດ້ເສື້ອຜືນນີ້”. ສິ່ງນີ້ໄດ້ເກີດຂຶ້ນກໍເພື່ອຈະໃຫ້ສຳເລັດຕາມພຣະຄຳພີທີ່ວ່າ, “ພວກເຂົາໄດ້ເອົາເຄື່ອງນຸ່ງຂອງຂ້ານ້ອຍມາແບ່ງປັນກັນ ແລະ ເອົາເສື້ອຜ້າຂອງຂ້ານ້ອຍມາຈັບສະຫລາກ”. ພວກທະຫານໄດ້ເຮັດຢ່າງນີ້ແຫລະ. 25 ຜູ້ທີ່ຢືນຢູ່ໃກ້ໄມ້ກາງແຂນຂອງພຣະເຢຊູເຈົ້ານັ້ນມີແມ່ຂອງພຣະອົງ, ນ້າສາວຂອງພຣະອົງ, ມາຣີເມຍຂອງກະໂລປາ ແລະ ມາຣີຊາວມັກດາລາ. 26 ເມື່ອພຣະເຢຊູເຈົ້າເຫັນແມ່ຂອງພຣະອົງ ແລະ ສາວົກທີ່ພຣະອົງຮັກຢືນຢູ່ໃກ້ໆ, ພຣະອົງຈຶ່ງກ່າວກັບແມ່ຂອງພຣະອົງວ່າ, “ນາງເອີຍ, ນີ້ແຫລະ ຄືລູກຊາຍຂອງເຈົ້າ” 27 ແລະ ກ່າວກັບສາວົກຄົນນັ້ນວ່າ, “ນີ້ຄືແມ່ຂອງເຈົ້າ”. ຕັ້ງແຕ່ນັ້ນມາສາວົກຄົນນີ້ກໍຮັບແມ່ຂອງພຣະອົງມາຢູ່ທີ່ເຮືອນຂອງຕົນ. ການຕາຍຂອງພຣະເຢຊູເຈົ້າ ( ມທ 27:48 , 50 ; ມຣກ 15:36 , 37 ; ລກ 23:36 ) 28 ຫລັງຈາກນັ້ນ ເມື່ອພຣະອົງຮູ້ວ່າທຸກສິ່ງໄດ້ສຳເລັດຄົບຖ້ວນແລ້ວ ແລະ ເພື່ອໃຫ້ສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ, ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເຮົາຫິວນ້ຳ”. 29 ໃນທີ່ນັ້ນມີອ່າງໜ່ວຍໜຶ່ງທີ່ມີເຫລົ້າອະງຸ່ນສົ້ມຕັ້ງຢູ່, ພວກເຂົາຈຶ່ງເອົາຟອງນ້ຳຈຸ່ມໃສ່ເຫລົ້າອະງຸ່ນສົ້ມແລ້ວເອົາສຽບໃສ່ປາຍໄມ້ຫູສົບຍົກຂຶ້ນໃສ່ປາກຂອງພຣະເຢຊູເຈົ້າ. 30 ເມື່ອພຣະອົງຮັບເຫລົ້າອະງຸ່ນສົ້ມນັ້ນແລ້ວ ກໍກ່າວວ່າ, “ສຳເລັດແລ້ວ”. ຈາກນັ້ນ ພຣະອົງກໍກົ້ມຫົວລົງ ແລະ ມອບຈິດວິນຍານໄວ້. 31 ວັນນັ້ນເປັນວັນຈັດຕຽມ ແລະ ຮຸ່ງເຊົ້າມາກໍຈະເປັນວັນຊະບາໂຕພິເສດ. ເນື່ອງຈາກພວກຢິວບໍ່ຕ້ອງການໃຫ້ສົບຄ້າງຢູ່ເທິງໄມ້ກາງແຂນໃນຊ່ວງວັນຊະບາໂຕ, ພວກເຂົາຈຶ່ງຂໍອະນຸຍາດຈາກປີລາດເພື່ອທຸບຂາຜູ້ທີ່ຖືກຄຶງໃຫ້ຫັກ ແລະ ເອົາສົບລົງມາ. 32 ດັ່ງນັ້ນ ພວກທະຫານຈຶ່ງມາທຸບຂາຂອງຊາຍຄົນທຳອິດທີ່ຖືກຄຶງໄວ້ເທິງໄມ້ກາງແຂນພ້ອມກັນກັບພຣະເຢຊູເຈົ້າ, ແລ້ວກໍມາທຸບຂາຂອງຄົນໜຶ່ງອີກ. 33 ແຕ່ເມື່ອພວກເຂົາມາເຖິງພຣະເຢຊູເຈົ້າກໍເຫັນວ່າພຣະອົງຕາຍແລ້ວ, ພວກເຂົາຈຶ່ງບໍ່ໄດ້ທຸບຂາຂອງພຣະອົງ. 34 ແຕ່ທະຫານຄົນໜຶ່ງເອົາຫອກແທງໃສ່ຂ້າງຂອງພຣະເຢຊູເຈົ້າ ເລືອດ ແລະ ນ້ຳກໍໄຫລອອກມາທັນທີ. 35 ຜູ້ທີ່ເຫັນເຫດການນັ້ນໄດ້ເປັນພະຍານ ແລະ ຄຳພະຍານຂອງລາວກໍເປັນຄວາມຈິງ. ລາວຮູ້ວ່າຕົນເວົ້າຄວາມຈິງ ແລະ ລາວໄດ້ເປັນພະຍານເພື່ອວ່າພວກເຈົ້າທັງຫລາຍຈະເຊື່ອເໝືອນກັນ. 36 ສິ່ງເຫລົ່ານີ້ໄດ້ເກີດຂຶ້ນກໍເພື່ອໃຫ້ສຳເລັດຕາມຂໍ້ພຣະຄຳພີທີ່ວ່າ, “ກະດູກຂອງເພິ່ນຈະບໍ່ຖືກຫັກຈັກເຫລັ້ມ”. 37 ແລະ ຍັງມີພຣະຄຳພີອີກຕອນໜຶ່ງທີ່ກ່າວວ່າ, “ພວກເຂົາທັງຫລາຍຈະຫລຽວເບິ່ງຜູ້ທີ່ພວກເຂົາໄດ້ແທງນັ້ນ”. ການຝັງສົບຂອງພຣະເຢຊູເຈົ້າ (ມທ 27:57-61; ມຣກ 15:42-47; ລກ 23:50-56) 38 ຫລັງຈາກນັ້ນ ໂຢເຊັບຊາວອາຣີມາທາຍໄດ້ໄປຂໍເອົາສົບຂອງພຣະເຢຊູເຈົ້າຈາກປີລາດ. ໂຢເຊັບເປັນສາວົກຂອງພຣະເຢຊູເຈົ້າແຕ່ບໍ່ກ້າສະແດງໂຕເພາະຢ້ານພວກຢິວ. ເມື່ອປີລາດອະນຸຍາດແລ້ວ ລາວກໍມາເອົາສົບຂອງພຣະອົງໄປ. 39 ນີໂກເດມ ຜູ້ທີ່ກ່ອນໜ້ານີ້ເຄີຍມາຫາພຣະເຢຊູເຈົ້າໃນເວລາກາງຄືນກໍມາຮ່ວມເໝືອນກັນ. ນີໂກເດມໄດ້ນຳເຄື່ອງຫອມ ຄືຢາງໄມ້ຫອມປະສົມກັບອາໂລເອ ມີນ້ຳໜັກປະມານສາມສິບສີ່ກິໂລກຣາມມາ. 40 ທັງສອງຄົນໄດ້ເອົາສົບຂອງພຣະເຢຊູເຈົ້າລົງມາ ແລ້ວເອົາຕ່ອນຜ້າຝ້າຍລິນິນພັນສົບຂອງພຣະອົງພ້ອມກັບເຄື່ອງຫອມຕາມທຳນຽມການຝັງສົບຂອງຊາວຢິວ. 41 ໃນບ່ອນທີ່ພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນນັ້ນ ມີສວນແຫ່ງໜຶ່ງ, ແລະ ໃນສວນນັ້ນມີອຸບມຸງຝັງສົບໃໝ່ທີ່ຍັງບໍ່ເຄີຍຝັງສົບຜູ້ໃດມາກ່ອນ. 42 ເນື່ອງຈາກວ່າ ວັນນັ້ນເປັນວັນຈັດຕຽມຂອງພວກຢິວ ແລະ ອຸບມຸງນັ້ນກໍຢູ່ໃກ້, ພວກເພິ່ນຈຶ່ງເອົາສົບຂອງພຣະເຢຊູເຈົ້າວາງໄວ້ຢູ່ທີ່ນັ້ນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.