ໂຢຮັນ 18 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າຖືກຈັບ (ມທ 26:47-56; ມຣກ 14:43-50; ລກ 22:47-53) 1 ເມື່ອພຣະອົງອະທິຖານຈົບແລ້ວ, ພຣະເຢຊູເຈົ້າໄດ້ອອກໄປກັບພວກສາວົກຂອງພຣະອົງ ແລະ ຂ້າມຮ່ອມພູກິດໂຣນໄປ. ອີກຟາກໜຶ່ງຢູ່ບ່ອນນັ້ນມີສວນແຫ່ງໜຶ່ງ, ພຣະອົງໄດ້ເຂົ້າໄປໃນສວນນັ້ນພ້ອມກັບພວກສາວົກຂອງພຣະອົງ. 2 ຝ່າຍຢູດາຜູ້ທີ່ທໍລະຍົດພຣະອົງກໍຮູ້ຈັກບ່ອນນັ້ນ ເພາະພຣະເຢຊູເຈົ້າໄດ້ພົບກັບພວກສາວົກຂອງພຣະອົງໃນບ່ອນນັ້ນຢູ່ເລື້ອຍໆ. 3 ດັ່ງນັ້ນ ຢູດາຈຶ່ງພາພວກທະຫານ ແລະ ພວກເຈົ້າໜ້າທີ່ຈຳນວນໜຶ່ງທີ່ມາຈາກພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍ ມາທີ່ສວນນັ້ນ. ພວກເຂົາຖືກະບອງ, ໂຄມໄຟ ແລະ ອາວຸດມາພ້ອມ. 4 ພຣະເຢຊູເຈົ້າຮູ້ຈັກທຸກສິ່ງທີ່ກຳລັງຈະເກີດຂຶ້ນກັບພຣະອົງ, ພຣະອົງຈຶ່ງອອກໄປ ແລະ ຖາມພວກເຂົາວ່າ, “ພວກເຈົ້າຕ້ອງການຜູ້ໃດ?” 5 ພວກເຂົາຕອບວ່າ, “ເຢຊູຊາວນາຊາເຣັດ”. ພຣະເຢຊູເຈົ້າກ່າວວ່າ, “ເຮົາຄືຜູ້ນັ້ນ” (ແລະຢູດາຜູ້ທີ່ທໍລະຍົດກໍຢືນຢູ່ກັບພວກເຂົາຢູ່ທີ່ນັ້ນ.) 6 ເມື່ອພຣະເຢຊູເຈົ້າກ່າວວ່າ, “ເຮົາຄືຜູ້ນັ້ນ” ພວກເຂົາກໍຖອຍຫລັງ ແລະ ລົ້ມລົງກັບພື້ນດິນ. 7 ພຣະເຢຊູເຈົ້າຖາມພວກເຂົາອີກວ່າ, “ພວກເຈົ້າຕ້ອງການຜູ້ໃດ?” ແລະ ພວກເຂົາເວົ້າວ່າ, “ເຢຊູຊາວນາຊາເຣັດ”. 8 ພຣະເຢຊູເຈົ້າກ່າວວ່າ, “ເຮົາໄດ້ບອກພວກເຈົ້າແລ້ວວ່າເຮົາຄືຜູ້ນັ້ນ. ຖ້າພວກເຈົ້າກຳລັງຊອກຫາເຮົາ ຈົ່ງປ່ອຍຄົນເຫລົ່ານີ້ໄປສາ”. 9 ສິ່ງນີ້ເກີດຂຶ້ນກໍເພື່ອໃຫ້ສຳເລັດຕາມຖ້ອຍຄຳທີ່ພຣະອົງໄດ້ກ່າວໄວ້ວ່າ, “ຄົນເຫລົ່ານັ້ນທີ່ພຣະອົງມອບໃຫ້ແກ່ຂ້ານ້ອຍບໍ່ໄດ້ສູນເສຍໄປແມ່ນແຕ່ຄົນດຽວ”. 10 ແລ້ວຊີໂມນເປໂຕ ຜູ້ທີ່ມີດາບ ກໍຖອດດາບຂອງຕົນອອກມາຟັນຫູຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງຂວາ. (ຄົນຮັບໃຊ້ຄົນນັ້ນຊື່ມາລະໂຂ.) 11 ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງເອົາດາບຂອງເຈົ້າເກັບໃສ່ຝັກໄວ້ສາ! ເຮົາຈະບໍ່ດື່ມຈອກທີ່ພຣະບິດາເຈົ້າໄດ້ໃຫ້ແກ່ເຮົາບໍ?” ພຣະເຢຊູເຈົ້າຖືກນຳໄປພົບອັນນາ ( ມທ 26:57 ) 12 ແລ້ວກອງທະຫານພ້ອມດ້ວຍນາຍພັນ ແລະ ເຈົ້າໜ້າທີ່ຂອງພວກຢິວຈຶ່ງຈັບພຣະເຢຊູເຈົ້າມັດໄວ້ 13 ແລະ ພາພຣະອົງໄປຫາອັນນາກ່ອນ, ອັນນາເປັນພໍ່ເມຍຂອງກາຢະຟາຜູ້ທີ່ເປັນມະຫາປະໂລຫິດປະຈຳການໃນປີນັ້ນ. 14 ກາຢະຟາຄືຜູ້ທີ່ເຄີຍແນະນຳພວກຢິວວ່າ, ໃຫ້ຊາຍຄົນດຽວຕາຍເພື່ອປະຊາຊົນທັງໝົດກໍດີກວ່າ. ເປໂຕປະຕິເສດພຣະເຢຊູເຈົ້າເທື່ອທຳອິດ ( ມທ 26:69 , 70 ; ມຣກ 14:66-68; ລກ 22:55-57) 15 ຊີໂມນເປໂຕ ແລະ ສາວົກອີກຄົນໜຶ່ງໄດ້ຕິດຕາມພຣະເຢຊູເຈົ້າໄປ, ສາວົກຜູ້ນີ້ໄດ້ຕິດຕາມພຣະເຢຊູເຈົ້າໄປຈົນເຖິງເດີ່ນເຮືອນຂອງມະຫາປະໂລຫິດ ເພາະລາວຮູ້ຈັກກັບມະຫາປະໂລຫິດ, 16 ແຕ່ເປໂຕຕ້ອງລໍຖ້າຢູ່ທາງນອກປະຕູ. ສາວົກຄົນອື່ນຜູ້ທີ່ຮູ້ຈັກກັບມະຫາປະໂລຫິດໄດ້ກັບອອກມາເວົ້າກັບຍິງທີ່ເຮັດໜ້າທີ່ຢູ່ທີ່ນັ້ນ ແລະ ພາເປໂຕເຂົ້າໄປທາງໃນ. 17 ຍິງຄົນນັ້ນຖາມເປໂຕວ່າ, “ເຈົ້າແມ່ນສາວົກຂອງຊາຍຄົນນັ້ນເໝືອນກັນບໍ?” ເປໂຕຕອບວ່າ, “ບໍ່ແມ່ນ”. 18 ຂະນະນັ້ນອາກາດໜາວເຢັນ, ພວກຄົນຮັບໃຊ້ ແລະ ພວກເຈົ້າໜ້າທີ່ຢືນຢູ່ອ້ອມກອງໄຟທີ່ພວກເຂົາດັງຂຶ້ນເພື່ອເຮັດໃຫ້ອຸ່ນ. ເປໂຕກໍຢືນຝີງໄຟກັບພວກເຂົາເໝືອນກັນ. ມະຫາປະໂລຫິດສືບສວນພຣະເຢຊູເຈົ້າ (ມທ 26:59-68; ມຣກ 14:55-65; ລກ 22:63-71) 19 ໃນຂະນະດຽວກັນນັ້ນ ມະຫາປະໂລຫິດໄດ້ຖາມພຣະເຢຊູເຈົ້າກ່ຽວກັບພວກສາວົກ ແລະ ຄຳສອນຂອງພຣະອົງ. 20 ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ກ່າວກັບໂລກຢ່າງເປີດເຜີຍ. ເຮົາໄດ້ສັ່ງສອນໃນທຳມະສາລາ ຫລື ໃນວິຫານຢູ່ສະເໝີ, ສະຖານທີ່ເຫລົ່ານີ້ເປັນບ່ອນທີ່ຊາວຢິວທັງໝົດມາເຕົ້າໂຮມກັນ. ເຮົາບໍ່ໄດ້ເວົ້າສິ່ງໃດທີ່ເປັນຄວາມລັບ. 21 ຖາມເຮົາເຮັດຫຍັງ? ຈົ່ງຖາມຄົນທັງຫລາຍທີ່ໄດ້ຟັງເຮົາກ່າວ. ພວກເຂົາຮູ້ຈັກສິ່ງທີ່ເຮົາໄດ້ກ່າວນັ້ນແນ່ນອນ”. 22 ເມື່ອພຣະເຢຊູເຈົ້າກ່າວຢ່າງນັ້ນແລ້ວ, ເຈົ້າໜ້າທີ່ຄົນໜຶ່ງທີ່ຢືນຢູ່ໃກ້ນັ້ນກໍຕົບໜ້າພຣະອົງ ແລະ ຖາມວ່າ, “ເຈົ້າຕອບມະຫາປະໂລຫິດຢ່າງນີ້ບໍ?” 23 ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາໄດ້ເວົ້າສິ່ງໃດຜິດກໍຈົ່ງເປັນພະຍານເບິ່ງວ່າຜິດບ່ອນໃດ. ແຕ່ຖ້າເຮົາໄດ້ເວົ້າຄວາມຈິງເປັນຫຍັງເຈົ້າຈຶ່ງຕົບໜ້າເຮົາ?” 24 ແລ້ວອັນນາຈຶ່ງສົ່ງພຣະເຢຊູເຈົ້າທີ່ຍັງຖືກມັດຢູ່ນັ້ນ ໄປພົບມະຫາປະໂລຫິດກາຢະຟາ. ເປໂຕປະຕິເສດພຣະເຢຊູເຈົ້າເທື່ອທີສອງ ແລະ ເທື່ອທີສາມ (ມທ 26:71-75; ມຣກ 14:69-72; ລກ 22:58-62) 25 ໃນຂະນະນັ້ນ, ຊີໂມນເປໂຕຍັງຢືນຢູ່ທີ່ນັ້ນເພື່ອໃຫ້ຕົນເອງອົບອຸ່ນ. ດັ່ງນັ້ນ ພວກເຂົາຈຶ່ງຖາມເພິ່ນວ່າ, “ເຈົ້າເປັນສາວົກຄົນໜຶ່ງຂອງລາວບໍ່ແມ່ນບໍ?” ເປໂຕປະຕິເສດວ່າ, “ຂ້ອຍບໍ່ໄດ້ເປັນ”. 26 ຄົນຮັບໃຊ້ຄົນໜຶ່ງຂອງມະຫາປະໂລຫິດທີ່ເປັນພີ່ນ້ອງກັບຄົນທີ່ຖືກເປໂຕຟັນຫູຂາດນັ້ນກໍຢືນຢັນວ່າ, “ຂ້ອຍເຫັນເຈົ້າຢູ່ກັບລາວໃນສວນໝາກກອກບໍ່ແມ່ນບໍ?” 27 ເປໂຕປະຕິເສດອີກ ແລະ ໃນທັນໃດນັ້ນໄກ່ກໍເລີ່ມຂັນ. ພຣະເຢຊູເຈົ້າຕໍ່ໜ້າປີລາດ (ມທ 27:11-18,20-23; ມຣກ 15:2-15; ລກ 23:2,3,18-25) 28 ຫລັງຈາກນັ້ນ ພວກຢິວໄດ້ນໍາພຣະເຢຊູເຈົ້າອອກຈາກເຮືອນຂອງກາຢະຟາໄປຍັງວັງຂອງຜູ້ປົກຄອງຊາວໂຣມ. ຕອນນີ້ຍັງເປັນເວລາເຊົ້າມືດຢູ່, ພວກຢິວຈຶ່ງບໍ່ເຂົ້າໄປໃນວັງເພື່ອຫລີກເວັ້ນການເປັນມົນທິນຕາມທຳນຽມ, ເພາະວ່າພວກເຂົາຕ້ອງການໃຫ້ຕົນເອງສາມາດກິນອາຫານປັດສະຄາໄດ້. 29 ດັ່ງນັ້ນ ປີລາດຈຶ່ງອອກມາພົບພວກເຂົາ ແລະ ຖາມວ່າ, “ພວກທ່ານໄດ້ຟ້ອງຊາຍຄົນນີ້ໃນເລື່ອງໃດ?” 30 ພວກເຂົາຕອບວ່າ, “ຖ້າລາວບໍ່ແມ່ນຜູ້ຮ້າຍພວກເຮົາກໍຄົງບໍ່ພາລາວມາມອບໃຫ້ແກ່ທ່ານດອກ”. 31 ປີລາດກ່າວວ່າ, “ໃຫ້ພວກທ່ານນຳໂຕລາວໄປຕັດສິນຕາມກົດໝາຍຂອງທ່ານເອງເທາະ”. ພວກຢິວຄັດຄ້ານວ່າ, “ແຕ່ພວກເຮົາບໍ່ມີສິດຂ້າຜູ້ໃດ”. 32 ສິ່ງນີ້ເກີດຂຶ້ນກໍເພື່ອຈະເປັນຈິງຕາມທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າພຣະອົງຈະຕາຍຢ່າງໃດ. 33 ປີລາດຈຶ່ງກັບເຂົ້າໄປໃນວັງ ແລ້ວເອີ້ນພຣະເຢຊູເຈົ້າມາ ແລະ ຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” 34 ພຣະເຢຊູເຈົ້າຖາມວ່າ, “ຄຳຖາມນີ້ເປັນຄວາມຄິດຂອງທ່ານເອງ ຫລື ມີຄົນອື່ນບອກທ່ານກ່ຽວກັບເລື່ອງຂອງເຮົາ?” 35 ປີລາດຕອບວ່າ, “ຂ້ອຍເປັນຄົນຢິວບໍ? ຄົນຮ່ວມຊາດຂອງເຈົ້າ ແລະ ພວກຫົວໜ້າປະໂລຫິດຂອງເຈົ້າໄດ້ນຳໂຕເຈົ້າມາມອບໃຫ້ຂ້ອຍ. ເຈົ້າໄດ້ເຮັດຫຍັງຜິດແດ່?” 36 ພຣະເຢຊູເຈົ້າຕອບວ່າ, “ອານາຈັກຂອງເຮົາບໍ່ໄດ້ເປັນຂອງໂລກນີ້. ຖ້າເປັນດັ່ງນັ້ນແລ້ວ ພວກຜູ້ຮັບໃຊ້ຂອງເຮົາກໍຄົງຈະຕໍ່ສູ້ເພື່ອປ້ອງກັນບໍ່ໃຫ້ພວກຢິວຈັບໂຕເຮົາ. ແຕ່ບັດນີ້ອານາຈັກຂອງເຮົາແມ່ນມາຈາກບ່ອນອື່ນ”. 37 ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງວ່າ, “ຖ້າຢ່າງນັ້ນເຈົ້າເປັນກະສັດບໍ!” ພຣະເຢຊູເຈົ້າຕອບວ່າ, “ທ່ານເອງເປັນຜູ້ບອກວ່າເຮົາເປັນກະສັດ. ແທ້ຈິງແລ້ວ ເພາະເຫດນີ້ເຮົາຈຶ່ງເກີດມາ ແລະ ເຂົ້າມາໃນໂລກເພື່ອຈະເປັນພະຍານເຖິງຄວາມຈິງ. ທຸກຄົນທີ່ຢູ່ຝ່າຍຄວາມຈິງກໍຍ່ອມຟັງເຮົາ”. 38 ປີລາດຖາມວ່າ, “ຄວາມຈິງນັ້ນແມ່ນຫຍັງ?” ເມື່ອປີລາດຖາມດັ່ງນັ້ນແລ້ວເພິ່ນກໍອອກມາຫາພວກຢິວອີກ ແລະ ບອກພວກເຂົາວ່າ, “ເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້. 39 ແຕ່ເປັນທຳນຽມຂອງພວກທ່ານທີ່ໃຫ້ເຮົາປ່ອຍນັກໂທດໜຶ່ງຄົນໃຫ້ແກ່ພວກທ່ານໃນເທດສະການປັດສະຄາ, ພວກທ່ານຢາກໃຫ້ເຮົາປ່ອຍ ‘ກະສັດຂອງຊາວຢິວ’ ບໍ?” 40 ພວກເຂົາທັງຫລາຍຈຶ່ງຮ້ອງຂຶ້ນວ່າ, “ບໍ່, ບໍ່ແມ່ນຊາຍຄົນນີ້! ປ່ອຍບາຣາບາໃຫ້ພວກເຮົາ!” ບາຣາບານັ້ນໄດ້ມີສ່ວນຮ່ວມໃນການກະບົດ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.