Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 17 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ອະທິຖານ​ເພື່ອ​ຮັບ​ສະຫງ່າລາສີ

1 ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ແລ້ວ ພຣະອົງ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ອະທິຖານ​ວ່າ: “ພຣະບິດາເຈົ້າ​ເອີຍ, ເຖິງ​ເວລາ​ແລ້ວ. ຂໍໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ເພື່ອ​ວ່າ​ພຣະບຸດ​ຂອງ​ພຣະອົງ​ຈະ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ.

2 ເພາະ​ພຣະອົງ​ໃຫ້​ພຣະບຸດ​ມີ​ສິດອຳນາດ​ເໜືອ​ຄົນ​ທັງປວງ ເພື່ອ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິລັນດອນ​ແກ່​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້ມອບ​ໃຫ້​ແກ່​ພຣະບຸດ​ນັ້ນ.

3 ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.

4 ຂ້ານ້ອຍ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ​ໃນ​ໂລກ ໂດຍ​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບໝາຍ​ໃຫ້​ແກ່​ຂ້ານ້ອຍ​ເຮັດ​ນັ້ນ​ສຳເລັດ​ແລ້ວ.

5 ແລະ ບັດນີ້ ພຣະບິດາເຈົ້າ​ເອີຍ, ຂໍໃຫ້​ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຢູ່​ຕໍ່ໜ້າ​ພຣະອົງ ຄື​ສະຫງ່າລາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ຮ່ວມ​ກັບ​ພຣະອົງ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ​ນັ້ນ.


ພຣະເຢຊູເຈົ້າ​ອະທິຖານ​ເພື່ອ​ພວກສາວົກ​ຂອງ​ພຣະອົງ

6 “ຂ້ານ້ອຍ​ໄດ້​ເປີດເຜີຍ​ພຣະອົງ​ແກ່​ບັນດາ​ຄົນ​ທັງຫລາຍ​ຈາກ​ໂລກ​ນີ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ. ພວກເຂົາ​ເປັນ​ຂອງ​ພຣະອົງ, ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ ແລະ ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.

7 ບັດນີ້ ພວກເຂົາ​ຮູ້ຈັກ​ວ່າ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ​ມາ​ຈາກ​ພຣະອົງ.

8 ເພາະ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ໃຫ້​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ໄວ້​ແລ້ວ. ພວກເຂົາ​ທັງຫລາຍ​ຮູ້​ຢ່າງ​ແນ່ນອນ​ວ່າ​ຂ້ານ້ອຍ​ໄດ້​ມາ​ຈາກ​ພຣະອົງ ແລະ ພວກເຂົາ​ເຊື່ອ​ວ່າ​ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ.

9 ຂ້ານ້ອຍ​ອະທິຖານ​ເພື່ອ​ພວກເຂົາ. ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພວກເຂົາ​ເປັນ​ຂອງ​ພຣະອົງ.

10 ທຸກສິ່ງ​ທີ່​ຂ້ານ້ອຍ​ມີ​ກໍ​ເປັນ​ຂອງ​ພຣະອົງ ແລະ ທຸກສິ່ງ​ທີ່​ພຣະອົງ​ມີ​ກໍ​ເປັນ​ຂອງ​ຂ້ານ້ອຍ, ແລະ ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຜ່ານ​ທາງ​ພວກເຂົາ.

11 ຂ້ານ້ອຍ​ຈະ​ບໍ່​ຢູ່​ໃນ​ໂລກ​ອີກ​ຕໍ່ໄປ​ແຕ່​ພວກເຂົາ​ຍັງ​ຈະ​ຢູ່​ໃນ​ໂລກ ແລະ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ. ພຣະບິດາເຈົ້າ​ຜູ້​ບໍລິສຸດ​ເອີຍ, ຂໍ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ​ໄວ້​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ, ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພື່ອ​ວ່າ​ພວກເຂົາ​ຈະ​ເປັນ​ອັນໜຶ່ງອັນດຽວກັນ​ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ.

12 ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ, ຂ້ານ້ອຍ​ກໍ​ໄດ້​ປົກປ້ອງ ແລະ ຮັກສາ​ພວກເຂົາ​ໄວ້​ໃຫ້​ປອດໄພ​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ. ບໍ່​ມີ​ຈັກ​ຄົນ​ທີ່​ສູນເສຍ​ໄປ ຍົກເວັ້ນ​ແຕ່​ຜູ້​ດຽວ​ທີ່​ຈະ​ຕ້ອງ​ຈິບຫາຍ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.

13 “ບັດນີ້ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ ແຕ່​ຂ້ານ້ອຍ​ກ່າວ​ສິ່ງ​ເຫລົ່ານີ້​ຂະນະ​ທີ່​ຂ້ານ້ອຍ​ຍັງ​ຢູ່​ໃນ​ໂລກ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມຊື່ນຊົມຍິນດີ​ຂອງ​ຂ້ານ້ອຍ​ຢ່າງ​ເຕັມລົ້ນ​ຢູ່​ພາຍໃນ​ພວກເຂົາ.

14 ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ ໂລກ​ໄດ້​ກຽດຊັງ​ພວກເຂົາ​ເພາະ​ພວກເຂົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ອີກ​ຕໍ່ໄປ​ເໝືອນ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.

15 ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ຂໍ​ໃຫ້​ພຣະອົງ​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກ ແຕ່​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ.

16 ພວກເຂົາ​ບໍ່​ເປັນ​ຂອງ​ໂລກ​ເໝືອນດັ່ງ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.

17 ຂໍ​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ດ້ວຍ​ຄວາມຈິງ, ພຣະທຳ​ຂອງ​ພຣະອົງ​ເປັນ​ຄວາມຈິງ.

18 ພຣະອົງ​ໃຊ້​ຂ້ານ້ອຍ​ເຂົ້າ​ມາ​ໃນ​ໂລກ​ສັນໃດ ຂ້ານ້ອຍ​ກໍ​ໄດ້​ໃຊ້​ພວກເຂົາ​ໄປ​ໃນ​ໂລກ​ສັນນັ້ນ.

19 ເພາະ​ເຫັນ​ແກ່​ພວກເຂົາ ຂ້ານ້ອຍ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍລິສຸດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຢ່າງ​ແທ້ຈິງ​ເໝືອນກັນ.


ພຣະເຢຊູເຈົ້າ​ອະທິຖານ​ເພື່ອ​ຜູ້ທີ່ເຊື່ອ​ທັງຫລາຍ

20 “ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ພວກເຂົາ​ເທົ່ານັ້ນ. ແຕ່​ຂ້ານ້ອຍ​ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຈະ​ເຊື່ອ​ໃນ​ຂ້ານ້ອຍ​ຜ່ານ​ທາງ​ຖ້ອຍຄຳ​ຂອງ​ພວກເຂົາ​ເໝືອນກັນ,

21 ເພື່ອ​ພວກເຂົາ​ທັງໝົດ​ຈະ​ເປັນ​ອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າ​ເອີຍ, ພຣະອົງ​ຢູ່​ໃນ​ຂ້ານ້ອຍ ແລະ ຂ້ານ້ອຍ​ຢູ່​ໃນ​ພຣະອົງ​ຢ່າງໃດ ກໍ​ຂໍ​ໃຫ້​ພວກເຂົາ​ຢູ່​ໃນ​ພຣະອົງ ແລະ ຢູ່​ໃນ​ຂ້ານ້ອຍ​ຢ່າງນັ້ນ​ເໝືອນກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະອົງ​ທີ່​ໃຊ້​ຂ້ານ້ອຍ​ມາ.

22 ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ​ຄື,

23 ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ. ຂໍ​ໃຫ້​ພວກເຂົາ​ໄດ້​ເປັນ​ອັນໜຶ່ງອັນດຽວກັນ​ຢ່າງ​ສົມບູນ ເພື່ອ​ໃຫ້​ໂລກ​ຮູ້​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ ແລະ ພຣະອົງ​ໄດ້​ຮັກ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.

24 “ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.

25 “ພຣະບິດາເຈົ້າ​ຜູ້ຊອບທຳ, ເຖິງ​ໂລກ​ນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ, ແລະ ພວກເຂົາ​ກໍ​ຮູ້ຈັກ​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ.

26 ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮູ້ຈັກ​ນາມ​ຂອງ​ພຣະອົງ ແລະ ຈະ​ເຮັດ​ໃຫ້​ພວກເຂົາ​ຮູ້ຈັກ​ອີກ ເພື່ອ​ຄວາມຮັກ​ທີ່​ພຣະອົງ​ມີ​ຕໍ່​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ໃນ​ພວກເຂົາ ແລະ ເພື່ອ​ຂ້ານ້ອຍ​ເອງ​ຈະ​ຢູ່​ໃນ​ພວກເຂົາ​ເໝືອນກັນ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan