Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 16 - ພຣະຄຳພີລາວສະບັບສະໄໝໃໝ່

1 “ຂໍ້ຄວາມ​ທັງໝົດ​ນີ້​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ຫລົງທາງ​ໄປ.

2 ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.

3 ພວກເຂົາ​ຈະ​ເຮັດ​ຢ່າງ​ນັ້ນ​ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ ແລະ ບໍ່​ຮູ້ຈັກ​ເຮົາ.

4 ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ ເພື່ອວ່າ​ເມື່ອ​ເວລາ​ຂອງ​ພວກເຂົາ​ມາ​ເຖິງ ພວກເຈົ້າ​ຈະ​ໄດ້​ລະນຶກ​ວ່າ​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ໄວ້​ແລ້ວ. ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.


ພາລະກິດ​ຂອງ​ພຣະວິນຍານບໍລິສຸດເຈົ້າ

5 “ແຕ່​ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ, ແຕ່​ກໍ​ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ໃນ​ພວກເຈົ້າ​ທີ່​ຖາມ​ເຮົາ​ວ່າ, ‘ພຣະອົງ​ກຳລັງ​ຈະ​ໄປ​ໃສ?’

6 ເພາະ​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ໄວ້​ແລ້ວ ພວກເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມທຸກໂສກ.

7 ແຕ່​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ວ່າ, ການ​ທີ່​ເຮົາ​ຈະ​ຈາກ​ພວກເຈົ້າ​ໄປ​ນັ້ນ​ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ. ຖ້າ​ເຮົາ​ບໍ່​ຈາກໄປ ອົງ​ພຣະຜູ້ຊ່ວຍ​ກໍ​ຈະ​ບໍ່​ມາ​ຫາ​ພວກເຈົ້າ, ແຕ່​ຖ້າ​ເຮົາ​ຈາກ​ໄປ​ເຮົາ​ຈະ​ໃຊ້​ພຣະອົງ​ມາ​ຫາ​ພວກເຈົ້າ.

8 ເມື່ອ​ພຣະອົງ​ມາ, ພຣະອົງ​ຈະເຮັດ​ໃຫ້​ໂລກ​ສຳນຶກ​ໃນ​ຄວາມຜິດ​ໃນ​ເລື່ອງ​ບາບ, ຄວາມຊອບທຳ ແລະ ການພິພາກສາ:

9 ໃນ​ເລື່ອງ​ຄວາມບາບ ກໍ​ເພາະ​ມະນຸດ​ບໍ່​ເຊື່ອ​ໃນ​ເຮົາ,

10 ໃນ​ເລື່ອງ​ຄວາມຊອບທຳ ກໍ​ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ ບ່ອນ​ທີ່​ພວກເຈົ້າ​ບໍ່​ສາມາດ​ເຫັນ​ເຮົາ​ອີກ​ຕໍ່ໄປ,

11 ແລະ ໃນ​ເລື່ອງ​ການ​ພິພາກສາ ກໍ​ເພາະ​ບັດນີ້​ຜູ້ປົກຄອງ​ໂລກ​ນີ້​ຖືກ​ຕັດສິນລົງໂທດ​ແລ້ວ.

12 “ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ກ່າວ​ກັບ​ພວກເຈົ້າ, ຫລາຍ​ເກີນ​ກວ່າ​ທີ່​ພວກເຈົ້າ​ຈະ​ຮັບ​ໄດ້​ໃນ​ເວລາ​ນີ້.

13 ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.

14 ພຣະອົງ​ຈະ​ຖວາຍ​ກຽດ​ເຮົາ​ໂດຍ​ການ​ນຳ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ມາ​ສະແດງ​ໃຫ້​ພວກເຈົ້າ​ໄດ້​ຮູ້.

15 ທຸກສິ່ງ​ທີ່​ເປັນ​ຂອງ​ພຣະບິດາເຈົ້າ​ກໍ​ເປັນ​ຂອງ​ເຮົາ. ດ້ວຍເຫດນີ້, ເຮົາ​ຈຶ່ງ​ກ່າວ​ວ່າ​ພຣະວິນຍານ​ຮັບ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ນັ້ນ​ມາ​ສະແດງ​ໃຫ້​ພວກເຈົ້າ​ໄດ້​ຮູ້”.

16 ພຣະເຢຊູເຈົ້າ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ບໍ່​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ”.


ຄວາມທຸກໂສກ​ຂອງ​ພວກສາວົກ​ຈະ​ກາຍເປັນ​ຄວາມຊື່ນຊົມຍິນດີ

17 ສາວົກ​ຂອງ​ພຣະອົງ​ບາງຄົນ​ຈຶ່ງ​ຖາມ​ກັນ​ວ່າ, “ພຣະອົງ​ໝາຍຄວາມ​ວ່າ​ຢ່າງໃດ​ທີ່​ກ່າວ​ວ່າ, ‘ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ບໍ່​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ’? ແລະ ຍັງ​ເວົ້າ​ວ່າ ‘ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ’?”

18 ພວກເພິ່ນ​ຍັງ​ຖາມ​ກັນ​ວ່າ, “ທີ່​ພຣະອົງ​ກ່າວ​ວ່າ ‘ອີກ​ບໍ່​ດົນ’ ນັ້ນ​ໝາຍຄວາມ​ວ່າ​ຢ່າງ​ໃດ? ພວກເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະອົງ​ກ່າວ​ເລີຍ”.

19 ພຣະເຢຊູເຈົ້າ​ເຫັນ​ວ່າ​ພວກເພິ່ນ​ຢາກ​ຖາມ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້, ດັ່ງນັ້ນ​ພຣະອົງ​ຈຶ່ງກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ກຳລັງ​ຖາມ​ກັນ​ໃນ​ເລື່ອງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ວ່າ​ເຮົາ​ໝາຍຄວາມ​ວ່າ​ຢ່າງໃດ​ທີ່​ກ່າວ​ວ່າ, ‘ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ອີກ​ບໍ​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ’ ແມ່ນ​ບໍ?

20 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ຮ້ອງໄຫ້​ຄ່ຳຄວນ​ໃນຂະນະ​ທີ່​ໂລກ​ຊື່ນຊົມຍິນດີ. ພວກເຈົ້າ​ຈະ​ມີ​ຄວາມທຸກໂສກ​ແຕ່​ຄວາມທຸກໂສກ​ຂອງ​ພວກເຈົ້າ​ນັ້ນ​ຈະ​ກາຍເປັນ​ຄວາມຊື່ນຊົມຍິນດີ.

21 ຍິງ​ທີ່​ຈະ​ເກີດລູກ​ກໍ​ຍ່ອມ​ເຈັບປວດ​ເພາະ​ເຖິງ​ກຳນົດ​ແລ້ວ, ແຕ່​ເມື່ອ​ລູກ​ເກີດ​ອອກ​ມາ​ແລ້ວ​ນາງ​ກໍ​ລືມ​ຄວາມເຈັບປວດ​ທໍລະມານ​ເພາະ​ນາງ​ຊື່ນຊົມຍິນດີ​ທີ່​ເດັກນ້ອຍ​ຄົນ​ໜຶ່ງ​ໄດ້​ເກີດ​ມາ​ໃນ​ໂລກ.

22 ພວກເຈົ້າ​ກໍ​ເໝືອນກັນ ບັດນີ້​ເປັນ​ເວລາ​ແຫ່ງ​ຄວາມທຸກໂສກ​ຂອງ​ພວກເຈົ້າ, ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ ພວກເຈົ້າ​ຈະ​ຊື່ນຊົມຍິນດີ, ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໄປ​ໄດ້.

23 ໃນ​ວັນ​ນັ້ນ​ພວກເຈົ້າ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງໃດ​ອີກ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ຂໍ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.

24 ຈົນ​ເຖິງ​ບັດນີ້​ພວກເຈົ້າ​ຍັງ​ບໍ່​ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງ​ເຮົາ​ເລີຍ. ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ເຕັມບໍລິບູນ.

25 “ເຖິງແມ່ນວ່າ​ເຮົາ​ໄດ້​ກ່າວ​ເປັນ​ຄຳປຽບທຽບ​ຕະຫລອດ​ມາ, ແຕ່​ອີກ​ບໍ່​ດົນ​ເຮົາ​ຈະ​ບໍ່​ໃຊ້​ພາສາ​ແບບ​ນີ້​ອີກ​ຕໍ່ໄປ ແຕ່​ເຮົາ​ຈະ​ບອກ​ພວກເຈົ້າ​ຢ່າງ​ຈະແຈ້ງ​ກ່ຽວກັບ​ເລື່ອງ​ພຣະບິດາເຈົ້າ​ຂອງ​ເຮົາ.

26 ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຂໍ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ. ເຮົາ​ບໍ່​ໄດ້​ເວົ້າ​ວ່າ​ເຮົາ​ຈະ​ຂໍ​ພຣະບິດາເຈົ້າ​ແທນ​ພວກເຈົ້າ.

27 ດ້ວຍວ່າ ພຣະບິດາເຈົ້າ​ເອງ​ກໍ​ຮັກ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮັກ​ເຮົາ ແລະ ໄດ້​ເຊື່ອ​ວ່າ​ເຮົາ​ມາ​ຈາກ​ພຣະເຈົ້າ.

28 ເຮົາ​ມາ​ຈາກ​ພຣະບິດາເຈົ້າ ແລະ ເຂົ້າ​ມາ​ໃນ​ໂລກ, ບັດນີ້ ເຮົາ​ກຳລັງ​ຈະ​ໄປ​ຈາກ​ໂລກ ແລະ ກັບ​ໄປ​ຫາ​ພຣະບິດາເຈົ້າ”.

29 ແລ້ວ​ພວກສາວົກ​ຂອງ​ພຣະເຢຊູເຈົ້າ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ພຣະອົງ​ກ່າວ​ຢ່າງ​ຈະແຈ້ງ​ໂດຍ​ບໍ່​ມີ​ຄຳປຽບທຽບ.

30 ດຽວນີ້​ພວກຂ້ານ້ອຍ​ຮູ້​ແລ້ວ​ວ່າ​ພຣະອົງ​ຮູ້ຈັກ​ທຸກສິ່ງ ແລະ ພຣະອົງ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຜູ້ໃດ​ມາ​ຖາມ​ພຣະອົງ. ສິ່ງ​ນີ້​ເຮັດ​ໃຫ້​ພວກຂ້ານ້ອຍ​ທັງຫລາຍ​ເຊື່ອ​ວ່າ​ພຣະອົງມາ​ຈາກ​ພຣະເຈົ້າ”.

31 ພຣະເຢຊູເຈົ້າ​ຕອບ​ວ່າ, “ບັດນີ້​ພວກເຈົ້າ​ເຊື່ອ​ແລ້ວ​ບໍ?

32 ແຕ່​ເວລາ​ນັ້ນ​ກຳລັງ​ຈະ​ມາ ແລະ ກໍ​ໄດ້​ມາ​ເຖິງ​ແລ້ວ ເມື່ອ​ພວກເຈົ້າ​ແຕ່ລະຄົນ​ຈະ​ຕ້ອງ​ກະແຈກກະຈາຍກັນ​ໄປ​ຍັງ​ເຮືອນ​ຂອງ​ຕົນ. ພວກເຈົ້າ​ຈະ​ປະຖິ້ມ​ເຮົາ​ໄວ້​ແຕ່​ຜູ້ດຽວ. ແຕ່​ເຮົາ​ກໍ​ບໍ່​ໄດ້​ຢູ່​ຜູ້ດຽວ ເພາະ​ພຣະບິດາເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ.

33 “ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan