Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 14 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ເລົ້າໂລມໃຈ​ພວກສາວົກ​ຂອງ​ພຣະອົງ

1 “ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ວຸ້ນວາຍ​ໄປ, ພວກເຈົ້າ​ຈົ່ງ​ເຊື່ອ​ໃນ​ພຣະເຈົ້າ ແລະ ຈົ່ງ​ເຊື່ອ​ໃນ​ເຮົາ​ເໝືອນກັນ.

2 ໃນ​ຜາສາດ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ມີ​ຫ້ອງ​ຢູ່​ຫລວງຫລາຍ; ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກເຈົ້າ​ແລ້ວ ເຮົາ​ກຳລັງ​ໄປ​ບ່ອນ​ນັ້ນ ເພື່ອ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ,

3 ແລະ ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ, ເຮົາ​ຈະ​ກັບ​ຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.

4 ພວກເຈົ້າ​ຮູ້ຈັກ​ທາງ​ໄປ​ສູ່​ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ນັ້ນ”.


ພຣະເຢຊູເຈົ້າ​ເປັນ​ທາງ​ໄປ​ສູ່​ພຣະບິດາເຈົ້າ

5 ໂທມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພວກຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ທ່ານ​ກຳລັງ​ຈະ​ໄປ​ໃສ, ດັ່ງນັ້ນ​ພວກຂ້ານ້ອຍ​ຈະ​ຮູ້ຈັກ​ທາງ​ນັ້ນ​ໄດ້​ຢ່າງໃດ?”

6 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.

7 ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ​ແທ້ໆ ພວກເຈົ້າ​ກໍ​ຈະ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ. ຕັ້ງ​ແຕ່​ນີ້​ໄປ, ພວກເຈົ້າ​ກໍ​ຮູ້ຈັກ​ພຣະອົງ ແລະ ໄດ້​ເຫັນ​ພຣະອົງ​ແລ້ວ”.

8 ຟີລິບ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ​ກໍ​ພຽງພໍ​ແລ້ວ​ສຳລັບ​ພວກຂ້ານ້ອຍ”.

9 ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ​ແລ້ວ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະບິດາເຈົ້າ. ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ບອກ​ວ່າ, ‘ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ’?

10 ພວກເຈົ້າ​ບໍ່​ເຊື່ອ​ບໍ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ? ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນັ້ນ​ເຮົາ​ບໍ່​ໄດ້​ກ່າວ​ໂດຍ​ສິດອຳນາດ​ຂອງ​ເຮົາ​ເອງ. ແຕ່​ແມ່ນ​ພຣະບິດາເຈົ້າ​ຜູ້​ຢູ່​ໃນ​ເຮົາ​ເປັນ​ຜູ້​ກະທຳ​ກິດຈະການ​ຂອງ​ພຣະອົງ.

11 ຈົ່ງ​ເຊື່ອ​ໃນ​ເຮົາ​ເມື່ອ​ເຮົາ​ກ່າວ​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ ພຣະບິດາເຈົ້າ​ຢູ່​ໃນ​ເຮົາ, ຫລື ຢ່າງ​ນ້ອຍ​ກໍ​ໃຫ້​ເຊື່ອ​ໃນ​ຫລັກຖານ​ຂອງ​ກິດຈະການ​ນັ້ນ.

12 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ ພວກເຂົາ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ອີກ, ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ.

13 ສິ່ງໃດ​ທີ່​ພວກເຈົ້າ​ຂໍ​ໃນ​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບກຽດ​ໂດຍ​ທາງ​ພຣະບຸດ.

14 ຖ້າ​ພວກເຈົ້າ​ຂໍ​ສິ່ງ​ໃດ​ໃນ​ນາມ​ຂອງ​ເຮົາ ແລະ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ.


ພຣະເຢຊູເຈົ້າ​ສັນຍາ​ຈະ​ສົ່ງ​ພຣະວິນຍານບໍລິສຸດເຈົ້າ​ມາ

15 “ຖ້າ​ພວກເຈົ້າ​ຮັກ​ເຮົາ ຈົ່ງ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ເຮົາ.

16 ແລະ ເຮົາ​ຈະ​ຂໍ​ຕໍ່​ພຣະບິດາເຈົ້າ ແລະ ພຣະອົງ​ຈະປະທານ​ຜູ້ຊ່ວຍ​ອີກ​ອົງ​ໜຶ່ງ​ເພື່ອ​ຊ່ວຍ ແລະ ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ

17 ຄື​ອົງ​ພຣະວິນຍານ​ແຫ່ງ​ຄວາມຈິງ. ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ ແລະ ບໍ່​ຮູ້ຈັກ​ພຣະອົງ. ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ​ເພາະ​ພຣະອົງ​ຢູ່​ກັບ​ພວກເຈົ້າ ແລະ ຈະ​ຢູ່​ໃນ​ພວກເຈົ້າ.

18 ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຈົ້າ​ໃຫ້​ເປັນ​ລູກກຳພ້າ, ເຮົາ​ຈະ​ມາຫາ​ພວກເຈົ້າ.

19 ອີກ​ບໍ່​ດົນ ໂລກ​ກໍ​ຈະ​ບໍ່​ເຫັນ​ເຮົາ​ອີກ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່​ເໝືອນກັນ.

20 ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພວກເຈົ້າ.

21 ຜູ້ໃດ​ກໍ​ຕາມ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ເຮົາ ແລະ ເຊື່ອຟັງ​ຄຳສັ່ງ​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ​ທີ່​ຮັກ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະຮັກ​ຜູ້​ທີ່​ຮັກ​ເຮົາ ແລະ ເຮົາ​ກໍ​ຈະ​ຮັກ​ພວກເຂົາ ແລະ ຈະ​ສະແດງ​ໂຕ​ເຮົາ​ເອງ​ແກ່​ພວກເຂົາ​ດ້ວຍ”.

22 ແລ້ວ​ຢູດາ (ບໍ່ແມ່ນ​ຢູດາ​ອິດສະກາຣີອົດ) ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ດ້ວຍເຫດໃດ ພຣະອົງ​ຈຶ່ງ​ເຈດຕະນາ​ທີ່​ຈະ​ສະແດງ​ພຣະອົງ​ເອງ​ໃຫ້​ແກ່​ພວກຂ້ານ້ອຍ​ແຕ່​ບໍ່​ສະແດງ​ໃຫ້​ແກ່​ໂລກ?”

23 ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.

24 ຜູ້​ທີ່​ບໍ່​ຮັກ​ເຮົາ​ກໍ​ຈະ​ບໍ່​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ຖ້ອຍຄຳ​ເຫລົ່ານີ້​ທີ່​ພວກເຈົ້າ​ໄດ້​ຍິນ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ເປັນ​ຂອງ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ.

25 “ຂໍ້ຄວາມ​ທັງໝົດ​ນີ້​ເຮົາ​ໄດ້​ກ່າວ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.

26 ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.

27 ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ມອບ​ໃຫ້​ນັ້ນ​ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້. ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ວຸ້ນວາຍ​ໄປ ແລະ ຢ່າ​ຢ້ານ​ເລີຍ.

28 “ພວກເຈົ້າ​ໄດ້​ຍິນ​ເຮົາ​ບອກ​ພວກເຈົ້າ​ແລ້ວ​ວ່າ, ‘ເຮົາ​ກຳລັງ​ຈະ​ຈາກ​ໄປ ແລະ ເຮົາ​ກຳລັງ​ຈະ​ກັບມາ​ຫາ​ພວກເຈົ້າ​ອີກ’. ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ດີໃຈ​ທີ່​ເຮົາ​ກຳລັງ​ໄປ​ຫາ​ພຣະບິດາເຈົ້າ ເພາະ​ພຣະບິດາເຈົ້າ​ຍິ່ງໃຫຍ່​ກວ່າ​ເຮົາ.

29 ເຮົາ​ໄດ້​ບອກ​ພວກເຈົ້າ​ເວລາ​ນີ້​ກ່ອນ​ສິ່ງ​ນັ້ນ​ຈະ​ເກີດຂຶ້ນ ເພື່ອ​ວ່າ​ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ຈະ​ໄດ້​ເຊື່ອ.

30 ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ ເພາະ​ຜູ້ປົກຄອງ​ໂລກ​ນີ້​ກຳລັງ​ຈະ​ມາ. ຜູ້​ນັ້ນ​ບໍ່​ມີ​ສິດອຳນາດ​ເໜືອ​ເຮົາ.

31 ແຕ່​ລາວ​ມາ​ເພື່ອ​ໂລກ​ນີ້​ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ຮັກ​ພຣະບິດາເຈົ້າ ແລະ ໄດ້​ເຮັດ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ເຮົາ​ໄວ້. “ຈົ່ງ​ລຸກຂຶ້ນ, ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan